ນິງທ້ວນ - ສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ

(VOVWORLD) -ນິງທ້ວນ-ດິນແດນຕອນໃຕ້ຂອງພາກກາງພວມແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ. ມາທ່ຽວນິງທ້ວນແຂກທ່ອງທ່ຽວສາມາດເລືອກເອົາການເດີນທາງດ້ວຍທາງອາກາດທາງບົກ ທາງລົດໄຟແລະ ທາງທະເລເພື່ອຄົ້ນຫາບັນດາຫາດຊາຍທະເລທີ່ງົດງາມບັນດາສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງດິນແດນທີ່ເຕັມໄປດ້ວຍແດດແລະລົມແຮງນີ້
ນິງທ້ວນ - ສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ - ảnh 1ອ່າວຫວິງຮີ ຖືກຈັດເຂົ້າໃນຈຳນວນ 8 ອ່າວງາມທີ່ສຸດຢູ່ຫວຽດນາມ

     ນິງທ້ວນມີເສັ້ນທາງແຄມທະເລລວມຄວາມຍາວກ່ວາ 100 ກິໂລແມັດຈາກເມືອງບິ່ງຕຽນ ຫາ ການ່າ. ຢູ່ແຫ່ງນີ້ກໍ່ມີເງື່ອນໄຂຄົບທຸກຢ່າງແລະສາມາດພົ້ນເດັ່ນຂຶ້ນເພື່ອພັດທະນາການທ່ອງທ່ຽວຈາກປັດໄຈສະເພາະຂອງຕົນ ອັນໄດ້ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ. ດ້ວຍດິນຟ້າອາກາດທີ່ອຳນວຍຄວາມສະດວກ ນິງທ້ວນແທດເໝາະກັບການປູກຝັງລ້ຽງສັດຄື ໝາກອາງຸ່ນ ຫົວຜັກທຽມ, ໝໍ່ໄມ້, ລ້ຽງແກະ ແບ້… ເຊິ່ງໄດ້ກາຍເປັນເຄື່ອງໝາຍທີ່ພົ້ນເດັ່ນໃຫ້ແກ່ການທ່ອງທ່ຽວນິງທ້ວນ. ບັນດາສາຍພູສູງມຸ່ງໄປສູ່ທະເລທີ່ສວຍສົດງົດງາມໃນນັ້ນມີອ່າວຫວິງຮີ ຖືກຈັດເຂົ້າໃນຈຳນວນ 8 ອ່າວງາມທີ່ສຸດຢູ່ຫວຽດນາມ. ທຳມະຊາດກໍ່ດົນບັນດານໃຫ້ແກ່ດິນແດນນິງທ້ວນກ່ຽວກັບເຂດນິເວດວິທະຍາເຊິ່ງແມ່ນທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວທະເລ ທ່ອງທ່ຽວທຳມະຊາດແລະທ່ອງທ່ຽວບຳລຸງສຸຂະພາບ, ໃນນັ້ນປ່າສະຫງວນແຫ່ງຊາດໜຸຍຈົ່ວ ແມ່ນໜຶ່ງໃນຈຳນວນ 9 ເຂດນິເວດທຳມະຊາດຂອງໂລກ. ປັດຈຸບັນໃນບໍລິເວນແຂວງນິງທ້ວນ ມີບັນດາເຂດຣີສອດ, ເຂດຕາກອາກາດລະດັບສາກົນ, ເຂດຕົວເມືອງໃໝ່ຫຼາຍແຫ່ງໄດ້ຖືກກໍ່ສ້າງເປັນຮູບປະທຳ ສ້າງໂສມໜ້າໃໝ່ໃຫ້ແກ່ນະຄອນຟານຣາງ - ທາບຈາມຂອງນິງທ້ວນ. ທ່ານຫງວຽນມິງຫຽວ ຜູ້ອຳນວຍການໃຫຍ່ເຂດຣິສອດຮ່ອນກໍ່ - ກາໜາໃຫ້ຮູ້ວ່າ:

    “ບໍລິສັດຂອງພວກຂ້າພະເຈົ້າໄດ້ເລືອກເອົາການລົງທຶນຢູ່ແຂວງນິງທ້ວນຍ້ອນຄວາມສາມາດບົ່ມຊ້ອນ ແລະ ແຫຼ່ງຊັບພະຍາກອນມະນຸດຖືກຮັບປະກັນ. ທາງແຂວງໄດ້ສະຫງວນບຸລິມະສິດໃຫ້ແກ່ບັນດານັກລົງທຶນ; ບັນດາພະແນກ ຄະນະ   ຂະແໜງການໄດ້ຊ່ວຍໃຫ້ພວກຂ້າພະເຈົ້າກ່ຽວກັບການອອກໜັງສືອະນຸຍາດ ແລະ ເຮັດລະບຽບການ. ແຂວງນິງທ້ວນໄດ້ໜູນຊ່ວຍຢ່າງສຸດໃຈດ້ວຍນະໂຍບາຍປະຕູດຽວເພື່ອຊ່ວຍໃຫ້ພວກຂ້າພະເຈົ້າສາມາດດຳເນີນການກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວຢ່າງວ່ອງໄວ”.

     ດ້ວຍວິໄສທັດ ທິດກ້າວເດີນໃໝ່ ນິງທ້ວນໄດ້ສຸມໃສ່ຂຸດຄົ້ນຊັບພະຍາກອນທ່ອງທ່ຽວ, ສ້າງບັນດາສະຖານທີ່ທ່ອງທ່ຽວເຊື່ອມຕໍ່ກັບບັນດາແຂວງໃກ້ຄຽງ; ໃຫ້ບຸລິມະສິດພັດທະນາ 4 ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະນັ້ນແມ່ນການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຄົ້ນຫາທະເລ; ທ່ອງທ່ຽວວັດທະນະທຳ, ພິເສດແມ່ນມໍລະດົກວັດທະນະທຳເຜົ່າຈຳ; ກະສິກຳນຳໃຊ້ເຕັກໂນໂລຊີສູງ; ທ່ອງທ່ຽວທຳມະຊາດຕິດພັນກັບປ່າສະຫງວນແຫ່ງຊາດໜຸຍຈົ່ວ…  ທ່ານຟ້າມວັນເຮົ້າ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ປະທານສະພາປະຊາຊົນແຂວງນິງທ້ວນໃຫ້ຮູ້ວ່າ:

     “ບັນດາຄຸນຄ່າທີ່ເປັນເອກະລັກທາງດ້ານວັດທະນະທຳມະນຸດ ແລະເງື່ອນໄຂທຳມະຊາດເຄິ່ງທະເລຊາຍ ແມ່ນມີພຽງແຕ່ຢູ່ນິງທ້ວນເທົ່ານັ້ນ ອັນໄດ້ສ້າງບັນດາຄຸນຄ່າທາງດ້ານການທ່ອງທ່ຽວທີ່ດູດດື່ມ. ດ້ວຍທ່າອ່ຽງນີ້ ຖ້າຫາກນິງທ້ວນສົມທົບກັບແຂວງເລິມດົ່ງ, ແຄັ໊ງຮວ່າ ແລະ  ບິ່ງທ້ວນ ພ້ອມກັນສ້າງກຸ່ມເຄື່ອງໝາຍທ່ອງທ່ຽວແຫ່ງຊາດ. ການປະສານສົມທົບນີ້ຈະຊ່ວຍການທ່ອງທ່ຽວນິງທ້ວນແລະພ້ອມກັບບັນດາແຂວງອື່ນໆກາຍເປັນເຄື່ອງໝາຍທີ່ດູດດື່ມແລະສາມາດແກ້ງແຍ້ງໃນໄລຍະທີ່ຈະມາເຖິງ”

      ນອກຈາກນັ້ນ ນິງທ້ວນຍັງກຳນົດທິດພັດທະນາການທ່ອງທ່ຽວຕາມເຂດຊຶ່ງລວມມີ 4 ເຂດຊຶ່ງລວມມີເຂດທ່ອງທ່ຽວຕົວເມືອງ, ມໍລະດົກ, ພັກຜ່ອນຢູ່ຕາມຫາດຊາຍທະເລແລະການກິນດື່ມຊຶ່ງສຸມໃສ່ຢູ່ນະຄອນຟານຣາງ - ທາບຈາມ ແລະເຂດໃກ້ຄຽງ, ທີສອງແມ່ນເຂດທາງທິດຕາເວັນອອກສຽງເໜືອພັດທະນາການທ່ອງທ່ຽວທຳມະຊາດຊຶ່ງສຸມໃສ່ເຂດຫວິງຮີ, ບິ່ງຕຽນແລະໜຸຍຈົ່ວມຸ່ງໄປສູ່ການທ່ອງທ່ຽວຄຸນນະພາບສູງ  ທີສາມ ແມ່ນເຂດທາງທິດຕາເວັນອອກສຽງໃຕ້ເອົາໃຈໃສ່ເຖິງການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບແລະຄົ້ນຫາສິ່ງທີ່ເປັນເອກະລັກ ທີສີ່ແມ່ນເຂດທາງທິດຕາເວັນຕົກແມ່ນພັດທະນາການທ່ອງທ່ຽວຊຸມຊົນສົມທົບກັບການທ່ອງທ່ຽວທຳມະຊາດປ່າໄມ້. ທ່ານເຈິ່ນກວັກນາມ ປະທານຄະນະກຳມະການປະຊາຊົນແຂວງນິງທ້ວນໃຫ້ຮູ້ວ່າ:

        “ດ້ວຍຈິດໃຈແລະວິໄສທັດທີ່ຍາວໄກກວ່າກ່ຽວກັບການທ່ອງທ່ຽວ, ພວກຂ້າພະເຈົ້າສ້າງບັນດາເຂດທ່ອງທ່ຽວ, ເຂດຕາກອາກາດລະດັບສູງກວ່າ, ສ້າງເປັນເຂດດີທີ່ສຸດເພື່ອຮັບໃຊ້ປະຊາຊົນແລະແຂກທ່ອງທ່ຽວຢູ່ແຄມທະເລຂອງທ້ອງຖິ່ນ”.

      ແຂວງນິງທ້ວນ ວາງເປົ້າໝາຍພັດທະນາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມໃນນັ້ນເອົາໃຈໃສ່ພັດທະນາການທ່ອງທ່ຽວຢ່າງຮອບດ້ານນັບທັງຂອບຂະໜາດແລະຄຸນນະພາບການບໍລິການ, ຈຳນວນແລະຄຸນນະພາບແຂກທ່ອງທ່ຽວ, ຮັບປະກັນລັກສະນະຍືນຍົງ. 

ຕອບກັບ

ຂ່າວ/ບົດ​ອື່ນ