ນ້ຳຕົກຕາດ ບ໋ານຢົກ - ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານ ອັນດັບໜຶ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ກາວບັງບໍ່ພຽງແຕ່ມີຊື່ສຽງ ດ້ວຍບັນດາສະຖານທີ່ປະຫວັດສາດຄື  ຫ້ວຍເລນິນ, ຖ້ຳປາກບໍ ເທົ່ານັ້ນ, ຫາກຍັງມີບັນດາທິວທັດທຳມະຊາດ ທີ່ສວຍສົດງົດງາມອີກຄື ຖ້ຳເງີ້ມງາວ, ໜອງທາງແຮນ, ພິເສດແມ່ນນ້ຳຕົກຕາດ ບ໋ານຢົກ ເຊິ່ງຖືກຂະໜາດນານວ່າ ແມ່ນນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານອັນດັບໜຶ່ງຢູ່ອາຊີຕາເວັນອອກສຽງໃຕ້. 
ນ້ຳຕົກຕາດ ບ໋ານຢົກ - ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານ ອັນດັບໜຶ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ນ້ຳຕົກຕາດ ບ໋ານຢົກ

ກາວບັ່ງ ແມ່ນເຂດພູດອຍ, ຊາຍແດນ ນອນຢູ່ທາງທິດຕາເວັນອອກສ່ຽງເໜືອ, ທາງທິດເໜືອ ແລະ ທາງທິດຕາເວັນອອກສຽງເໜືອ ແມ່ນຕິດກັບແຂວງ ກວາງຊີ ຂອງຈີນ. ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ກວ່າ 330 ກິໂລແມັດ, ນ້ຳຕົກຕາດ ບ໋ານຢົກ  ແມ່ນນອນຢູ່ຕາແສງ ດ່າມຖຸຍ ເມືອງ ຈຸງແຄັ໊ງ ແຂວງ ກາວບັ່ງ. ນ້ຳຕົກຕາດ ບ໋ານຢົກ ຕິດພັນກັບເລື່ອງນິທານ ແຫ່ງຄວາມຮັກຂອງຄູ່ບ່າວສາວຊາວເຜົ່າໄຕ. ຕາມສັນຍາວ່າດ້ວຍຊາຍແດນທາງບົກລະຫວ່າງຫວຽດນາມ ແລະ ຈີນ ທີ່ໄດ້ລົງນາມເມື່ອປີ 1999, ສ່ວນນ້ຳຕົກຕາດນ້ອຍ ແມ່ນຂຶ້ນກັບດິນແດນຂອງ ຫວຽດນາມ, ສ່ວນນ້ຳຕົກຕາດໃຫຍ່ ຖືກແບ່ງເຄິ່ງລະຫວ່າງ ຫວຽດນາມ ແລະ ຈີນ. ນ້ຳຕົກຕາດໃຫຍ່ມີຄວາມສູງ 70, ຄວາມເລິກ 60 ແມັດ ແລະ ທາງກວ້າງ 300 ແມັດ ແບ່ງເປັນສາມຊັ້ນ ລວມມີບັນດານ້ຳຕົກຕາດນ້ອຍໃຫຍ່ທີ່ແຕກຕ່າງກັນ. ຢູ່ຕີນນ້ຳຕົກຕາດ ແມ່ນແມ່ນ້ຳທີ່ ກ້ວາງໃຫຍ່ ເຊິ່ງຢູ່ສອງຟາກຝັ່ງແມ່ນທົ່ງຫຍ້າ ແລະ ປ່າດົງດິບ, ແມ່ນ້ຳສາຍນີ້ ແມ່ນສອງຝ່າຍຫວຽດນາມ ແລະ ຈີນພ້ອມກັນນຳໃຊ້ຮ່ວມ. ປັດຈຸບັນນ້ຳຕົກຕາດ ບ໋ານຢົກ ແມ່ນເສັ້ນຊາຍແດນທຳມະຊາດລະຫວ່າງ ຫວຽດນາມ ແລະ ຈີນ. ຮ້ອຍເອກ ໂດ໊ງອກຫາວ  ຫົວໜ້າດ່ານຄວບຄຸມປ້ອງກັນຊາຍແດນນ້ຳຕົກຕາດ ບ໋ານຢົກ, ປ້ອມປ້ອງກັນຊາຍແດນ ດ່າມຖຸຍ ໃຫ້ຮູ້ວ່າ:

    “ນ້ຳຕົກຕາດ ບ໋ານຢົກ ລວມມີສອງສ່ວນ, ສວ່ນໜຶ່ງແມ່ນມີນ້ຳຕົກຕາດສາມຊັ້ນ ແມ່ນນ້ຳຕົກຕາດໃຫຍ່, ສ່ວນທີ່ຍັງເຫຼືອ ແມ່ນນ້ຳຕົກຕາດນ້ອຍ. ນຳ້ຕົກຕາດ ບ໋ານຢົກ ນອນບົນແມ່ນ້ຳ ກວຍເຊີນ, ແມ່ນ້ຳສາຍນີ້ແມ່ນເລີ່ມໄຫຼມາຈາກ ຈີນ ຜ່ານຫ້າຕາແສງຂອງ ຫວຽດນາມ ແລ້ວກັບຄືນສູ່ ຈີນ. ຮອດບ່ອນນ້ຳຕົກຕາດ ບ໋ານຢົກ, ແມ່ນ້ຳ ກວຍເຊີນ ຖືກແບ່ງເປັນສອງສາຂາ ໄຫຼຄົດງໍບົນພູຜາ ແລະ ຄ່ອຍໆຕ່ຳລົງຢູ່ຈຸດນ້ຳຕົກຕາດ ບ໋ານຢົກ”.

      ໃນທ່າມກາງທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ນ້ຳຕົກຕາດ ບ໋ານຢົກ ເບິ່ງຄືວ່າແມ່ນສາຍແພໄໝຂາວ ອ່ອນນວນຖືກວາງເທິງພື້ນສີຂຽວຂອງພູຜາປ່າໄມ້ເຂດຊາຍແດນ. ໃນມື້ຟ້າແດດ, ແສງແດດໄດ້ສາດສ່ອງລົງກະແສນ້ຳໄຫຼຢູ່ນ້ຳຕົກຕາດ ອັນໄດ້ສ້າງເປັນຮູບພາບທີ່ເລິກລັບມະຫັດສະຈັນ. ຮ້ອຍເອກ ໂດ໊ງອກຫາວ ໃຫ້ຮູ້ຕື່ມອີກວ່າ:

        “ເພື່ອຜັນຂະຫຍາຍ ພັດທະນາການທ່ອງທ່ຽວຢູ່ນ້ຳຕົກຕາດ ບ໋ານຢົກ, ອຳນາດການປົກຄອງທ້ອງຖິ່ນ ໄດ້ນຳນ້ຳຕົກຕາດເຂົ້າເປັນສະຖານທີ່ຫຼັກໃນເຂດທ່ອງທ່ຽວ ແມ່ນ້ຳລຳເຊພູຜາປ່າໄມ້ ກາວບັ່ງ. ທາງທ້ອງຖິ່ນໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນ ເຂົ້າມາລົງທຶນ ເພື່ອພັດທະນາເຂດທ່ອງທ່ຽວຢູ່ແຫ່ງນີ້. ທາງດ້ານກຳລັງປ້ອງກັນຊາຍແດນ, ດ້ວຍໜ້າທີ່ປົກປັກຮັກສາ, ຄຸ້ມຄອງເຂດຊາຍແດນ, ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ໄດ້ປະກອບສ່ວນພ້ອມກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມສະຫງົບຢູ່ບໍລິເວນນ້ຳຕົກຕາດ ບ໋ານຢົກ.”

       ນັບແຕ່ປີ 1922 ນ້ຳຕົກຕາດ ບ໋ານຢົກ ໄດ້ຖືກພັນລະນາໃນເອກະສານຂອງພະແນກທໍລະນີອິນດູຈີນວ່າ: ນີ້ແມ່ນເຂດທີ່ງົດງາມຢູ່ພາກເໜືອ, ຖ້າຫາກວ່າມັນບໍ່ຢູ່ຫ່າງໄກ ແລະ ພາຫະນະໄປມາມີຄວາມສະດວກສະບາຍນັ້ນ ມັນຈະສົມກັບເປັນສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວມາຄົ້ນຫາດ້ວຍບັນດາຖ້ຳໃຫຍ່, ບັນດາຂົວດ້ວຍຕົວໜັງສື Z ຕັ້ງຂ້າມແມ່ນ້ຳ ແລະ ພົ້ນເດັ່ນທີ່ສຸດແມ່ນນ້ຳຕົກຕາດ ບ໋ານຢົກ ທີ່ໃຫຍ່ໂຕມະໂຫຖານ. ປີ 1997 ນ້ຳຕົກຕາດ ບ໋ານຢົກ ໄດ້ຮັບການຮັບຮອງແມ່ນ ເຂດທິວທັດທຳມະຊາດ ແລະ ດັບຊາດ. ຕາມເວບໄຊ Wikipedia , ນ້ຳຕົກຕາດ ບ໋ານຢົກ ແມ່ນນ້ຳຕົກຕາດໃຫຍ່ອັນດັບທີສີ່ໃນໂລກ ໃນຈຳນວນບັນດານ້ຳຕົກຕາດ ທີ່ນອນຢູ່ເຂດຊາຍແດນລະຫວ່າງບັນດາປະເທດ. ມີວາລະສານທ່ອງທ່ຽວຫຼາຍສະບັບໃນໂລກ ໄດ້ເລືອກເຟັ້ນເອົານ້ຳຕົກຕາດ ບ໋ານຢົກ ເປັນໜຶ່ງໃນຈຳນວນ 10 ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານທີ່ສຸດໃນໂລກ. ນາງ ຢອຍຊີ ແຂກທ່ອງທ່ຽວມາຈາກ ຝະລັ່ງ ເວົ້າວ່າ:

    “ຂ້າພະເຈົ້າພວມເຂົ້າຮ່ວມການເດີນທາງ ເຄື່ອນໄຫວອາສາສະໝັກຢູ່ ຫວຽດນາມ. ຂ້າພະເຈົ້າພ້ອມກັບຄະນະຢູ່ ຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ມານີ້ ເພື່ອທັດສະນະສຶກສາ. ຂ້າພະເຈົ້າເຫັນວ່ານີ້ແມ່ນສະຖານທີ່ມີອາກາດປອດໃສ ແລະ ສວຍສົດງົດງາມ. ຢູ່ຝະລັ່ງ ແມ່ນບໍ່ມີນ້ຳຕົກຕາດແຫ່ງໃດເຊັ່ນນີ້. ຂ້າພະເຈົ້າເຫັນວ່າມັນຍອດຢ້ຽມອີ່ຫຼີ”.    

 ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານ ແລະ ຮົກເຮື້ອນັ້ນ, ນ້ຳຕົກຕາດ ບ໋ານຢົກ ແຕ່ດົນນານມາແລ້ວ ໄດ້ກາຍເປັນແຫຼ່ງບັນດານໃຈ ທີ່ບໍ່ມີຍາມຢຸດເຊົາຂອງວົງການນັກສິລະປິນ ແລະ ໄດ້ເຂົ້າສູ່ບົດກາບກອນ, ສິລະປະ… ເມື່ອເວົ້າເຖິງແຂວງ ກາວບັ່ງ ແຕ່ລະເທື່ອ ຜູ້ຄົນທັງຫຼາຍກໍ່ພັດຄິດເຖິງນ້ຳຕົກຕາດ ບ໋ານຢົກ ດ້ວຍເລື່ອງລາວແຫ່ງຄວາມຮັກທີ່ອະມະຕະ.

ຕອບກັບ

ຂ່າວ/ບົດ​ອື່ນ