ບ້ານ ກອນຈາງລອງລອຍ ພັດທະນາການທ່ອງທ່ຽວຊຸມຊົນ

(VOVWORLD) -ໂດຍໄດ້ຮັບການຊ່ວຍໜູນຈາກອຳນາດການປົກຄອງ ແລະ ຂະແໜງວັດທະນະທຳທ້ອງຖິ່ນ, ມີ 132 ຄອບຄົວ ຊາວເຜົ່າບານາ ກຸມຊົນ ເຣີງາວ ຢູບ້ານ ກອນຈາງລອງລອຍ ເທດສະບານເມືອງດັກຮ່າ ເມືອງ ດັກຮ່າ ແຂວງກອນຕູມ ໄດ້ກໍ່ສ້າງບ້ານທ່ອງທ່ຽວຊຸມຊົນຢ່າງສຳເລັດຜົນ ນີ້ແມ່ນຈຸດນັດພົບຂອງແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ເມື່ອມາຢາມ ກອນຕູມ. ດ້ວຍການເປີດຂະແໜງເສດຖະກິດໃໝ່, ທ່ອງທ່ຽວຊຸມຊົນ ພວມຊ່ວຍໃຫ້ຊາວບ້ານ ກອນຈາງລອງລອຍ ເພີ່ມລາຍຮັບ ເພື່ອປົວແປງຊີວິດການເປັນຢູ່. ນີ້ຍັງແມ່ນໂອກາດທີ່ດີ ເພື່ອໃຫ້ປະຊາຊົນອະນຸລັກເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງໃນການດຳລົງຊີວິດວັນນີ້
ບ້ານ ກອນຈາງລອງລອຍ ພັດທະນາການທ່ອງທ່ຽວຊຸມຊົນ - ảnh 1ບ້ານ ກອນຈາງລອງລອຍທີ່ສວຍງາມ

      ເມື່ອມີໂອກາດມາຢາມບ້ານ ກອນຈາງລອງລອຍ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ປອດໂປ່ງ ພ້ອມກັບຈິດໃຈຮັກແພງແຂກຄົນຂອງປະຊາຊົນຢູ່ໝູ່ບ້ານ ແຄມແມ່ນ້ຳທີ່ສວຍງາມ. ນັບຕັ້ງແຕ່ເຂື່ອນໄຟຟ້ານ້ຳຕົກ ປໄລກຣົງ ໄດ້ຮັບການກໍ່ສ້າງການສົມທົບຂອງແມ່ນ້ຳ ໂປໂກ ເທບນິຍາຍ ກັບອ່າງເກັບນ້ຳ ໄດ້ເຮັດໃຫ້ບ້ານ ກອນຈາງລອງລອຍ ເພີ່ມຄວາມສວຍງາມຢ່າງຈັບອົກຈັບໃຈ.ລຸງ ຮວ່າງງອກແຢັງ ອາຍຸ 70 ປີແບ່ງປັນວ່າ ການປະສົມກົມກືນລະຫວ່າງພື້ນເມືອງ ແລະ ທັນສະໄໝ ລະຫວ່າງທຳມະຊາດ ແລະ ມະນຸດຢູ່ແຫ່ງນີ້ ໄດ້ເຮັດໃຫ້ລຸງມີຄວາມສຸກທີ່ສຸດ. ລຸງ ແຢັງ ເວົ້າວ່າ:

       “ເມື່ອກ່ອນນີ້ກໍ່ແຕກຕ່າງກັນ, ປັດຈຸບັນເຫັນວ່າໃຫຍ່ໂຕໂອ້ໂຖງ. ການເປີດເຂດທ່ອງທ່ຽວນີ້ ສວຍງາມທີ່ສຸດ, ໝາກກາເຟ, ທົ່ງໄຮ່ທົ່ງນາ, ຝຸງນົກບິນເຈີດ ພູຜາປ່າໄມ້ແມ່ນສວຍງາມທີ່ສຸດ ຂ້າພະເຈົ້າຮູ້ສຶກວ່າເຂດທ່ອງທ່ຽວນີ້ເຢັນສະບາຍ ເຮັດໃຫ້ຈິດໃຈຂອງຄົນເຮົາສະຫວາດສະເຫວີຍ”.

       ກອນຈາງລອງລອຍ ແມ່ນບ້ານທ່ອງທ່ຽວຊຸມຊົນແຫ່ງທຳອິດຢູ່ເມືອງ ດັກຮ່າ ແລະ ແຫ່ງທີສາມຂອງແຂວງ ກອນຕູມ. ເພື່ອໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຂອງແຂວງໃນກາງປີ 2020, ມີ 133 ຄອບຄົວ ດ້ວຍພົນລະເມືອງ 800 ຄົນໃນບ້ານ ໄດ້ພ້ອມກັນສາມັກຄີເສີມຂະຫຍາຍຄວາມຮັບຜິດຊອບໃນການສ້າງບ້ານທ່ອງທ່ຽວຊຸມຊົນ. ສິ່ງທີ່ເປັນໜ້າພູມໃຈແມ່ນບັນດາເພື່ອນໜຸ່ມຍາມໃດກໍ່ນຳໜ້າ ປະກອບສ່ວນທາງດ້ານເຫື່ອແຮງຫຼາຍທີ່ສຸດ ເພື່ອສ້າງຜະລິດຕະພັນທ່ອງທ່ຽວ ໃຫ້ເປັນຮູບປະທຳ. ນາງ ອີເລ ແຮງງານຢູ່ສະຖານທີ່ທ່ອງທ່ຽວ ສວນດອກໄມ້ແຄມແມ່ນ້ຳໃຫ້ຮູ້ວ່າ:

       “ນັບແຕ່ເມື່ອມີທ່ອງທ່ຽວຊຸມຊົນ, ພໍ່ແມ່ພີ່ນ້ອງໄດ້ມີວຽກເຮັດງານທຳ, ສະຕິຄວາມຮັບຜິດຊອບຂອງປະຊາຊົນ ແມ່ນດີທີ່ສຸດ. ພໍ່ແມ່ພີ່ນ້ອງໄດ້ຕັ້ງໜ້າຫ້າວຫັນເຂົ້າຮ່ວມການເຄື່ອນໄຫວຕ້ອນຮັບ ຮັບໃຊ້ແຂກທ່ອງທ່ຽວ. ໃນບັນດາງານບຸນກໍ່ມີຜູ້ເຖົ້າຜູ້ແກ່ ບ່າວສາວໄວໜຸ່ມເຂົ້າຮ່ວມຢ່າງຄົບຖ້ວນ. ກໍ່ຍ້ອນມີລາຍຮັບຈາກການທ່ອງທ່ຽວຊຸມຊົນ ດັ່ງນັ້ນພໍ່ແມ່ພີ່ນ້ອງກໍ່ມີຄວາມພູມໃຈ ການດຳລົງຊີວິດຂອງຄອບຄົວກໍ່ດີກວ່າຫຼາຍແລ້ວ”.

       ມາຢ້ຽມຢາມບ້ານ ກອນຈາງລອງລອຍ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດ ການດຳລົງຊີວິດຂອງຊາວເຜົ່າ ບານາ. ພ້ອມກັບການຊີມເຂົ້າຫຼາມ, ເຫຼົ້າທ້ອງຖິ່ນ, ປີ້ງໄກ່, ຊີ້ນຢ້າງ... ພ້ອມກັນເຂົ້າຮ່ວມຟ້ອນ ຊວາງ, ພ້ອມກັນນັ້ນກໍ່ມີບັນດາງານບຸນປະເພນີ ກໍ່ໄດ້ຮັບການຟື້ນຟູຈາກຊາວບ້ານ ເພື່ອຕ້ອນຮັບໃຊ້ແຂກທ່ອງທ່ຽວ. ນາງ ຫງວຽນທິຖຳ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມື່ອງ ດັກຮ່າ ໃຫ້ຮູ້ວ່າ:

      “ເພື່ອສ້າງບ້ານທ່ອງທ່ຽວຊຸມຊົນ ພ້ອມກັບມໍລະດົກພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ພວກຂ້າພະເຈົ້າໄດ້ໂຄສະນາຂົນຂວາຍປະຊາຊົນ ປະຕິບັດວຽກງານຮັກສາຫຼັກອະນາໄມສິ່ງແວດລ້ອມໃຫ້ສະອາດຂຽວສວຍງາມ.ສ້ອມແປງບູລະນະເຮືອນຊານຂອງຕົນເອງ ເພື່ອເຮັດບໍລິການໂຮມສະເຕ. ພ້ອມກັນນັ້ນ ກໍ່ປະຕິບັດວຽກງານອະນຸລັກ ເສີມຂະຫຍາຍມໍລະດົກ ເພື່ອຖ່າຍທອດໃຫ້ແກ່ລຸ້ນລູກລຸ້ນຫຼານ”.

       ແບ່ງປັນກ່ຽວກັບແຜນການຂອງອຳນາດການປົກຄອງໃນການ ພັດທະນາບ້ານທ່ອງທ່ຽວຊຸມຊົນ ກອນຈາງລອງລອຍ, ທ່ານ ຫງວຽນຈີ໊ແອັ໊ງ ປະທານຄະນະກຳມະການປະຊາຊົນເທດສະຍານເມືອງ ດັກຮ່າ ໃຫ້ຮູ້ວ່າ ທາງເມືອງພວມສືບຕໍ່ລົງທຶນ ກໍ່ສ້າງລະບົບທາງຄົມມະນາຄົມ ລະຫວ່າງບ້ານຕໍ່ບ້ານ ແລະພາຍໃນບ້ານ ພ້ອມກັບໂຄງການໄຟຟ້ານ້ຳປະປາ ສ້ອມແປງສາລາບ້ານ ແລະ ສູ້ຊົນຮອດທ້າຍປີ 2022 ຈະເຮັດສຳເລັດທຸກກິດຈະກຳຍ່ອຍ. ທ່ານ ຫງວຽນຈີ໊ແອັ໊ງ ເວົ້າວ່າ:

     “ໃນສະເພາະໜ້າຕ້ອງຮັບປະກັນ ການວາງແຜນຜັງຊຸມຊົນ, ແຜນຜັງເຮືອນຢູ່ທີ່ມີລັກສະນະວົງຄະນາຍາດ ທັງມີເງື່ອນໄຂສະດວກໃນການອອກ
ແຮງງານດຳເນີນຊີວິດ ແລະ ກໍ່ແມ່ນສະຖານທີ່ທ່ອງທ່ຽວ.  ກ່ຽວກັບການຮັກສາວັດທະນະທຳບັນດາເຜົ່າ ພວກຂ້າພະເຈົ້າມີແຜນການລົງທຶນ ບຳລຸງສ້າງວິຊາຊີບ ເພື່ອມີແຮງງານສະເພາະ ເປັນຕົ້ນແມ່ນຂະແໜງອາຊີບຫັດຖະກຳທີ່ມີລັກສະນະສີສັນບັນດາເຜົ່າ”.

      ດ້ວຍການຢັ້ງຢືນທິດກ້າວເດີນຢ່າງຖືກຕ້ອງໃນການເສີມຂະຫຍາຍທ່າແຮງບົ່ມຊ້ອນທີ່ມີຢູ່ແລ້ວ ພ້ອມກັບການສ້າງບັນດາຂັ້ນຕອນໃຫ້ສົມບູນແບບຍົກສູງ   ຄຸນນະພາບຮັບໃຊ້ດຶງດູດແຂກທ່ອງທ່ຽວນັ້ນ ຊາວບ້ານ ກອນຈາງລອງລອຍ  ພວມຝັກໃຝ່ຫຼາຍແຜນການໃຫຍ່ກ່ຽວກັບການພັດທະນາທ່ອງທ່ຽວຊຸມຊົນ. ບັນຍາກາດໃໝ່ ແລະ ພະລັງຊີວິດໃໝ່ພວມປາກົດຂຶ້ນ ໃນໝູ່ຊາວບ້ານ ແລະ ທັດຊະນີຍະພາບໃນບ້ານ ກອນຈາງລອງລອຍ.

ຕອບກັບ

ຂ່າວ/ບົດ​ອື່ນ