ບ້ານທາ ແຂວງ ຮ່າຢາງ ສະຖານທີ່ດຶງດູດນັກທ່ອງທ່ຽວ


vovworld)- ໂດຍຫ່າງ​ຈາກ​ນະ​ຄອນ​ຮ່າ​ຢາງ ປະ​ມານ 2 ກິ​ໂລ​ແມັດ, ບ້ານ​ທາ ຂອງ​ຊາວ​ເຜົ່າ​ໄຕ ມີ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ ແລະ ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ບ້ານ​ທາ ແມ່ນ​ເຂດ​ບ້ານ​ນາ​ຢູ່​ເຂດ​ພູ​ດອຍ ທີ່​ສະ​ຫງົບສຸກ ດ້ວຍ​ເຮືອນຮ້ານ, ນາ​ຂັ້ນ​ໄດ, ຕົ້​ນ​ໄມ້​ໄຜ່​ທີ່​ຂຽວ​ອຸ່ມ​ທຸ່ມ ພ້ອມ​ດ້ວຍ​ບັນ​ດາ​ຈຸດ​​ວັດ​ທະ​ນະ​ທຳທີ່​ເປັນ​ເອກ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​​ເຜົ່າ​ໄຕ ຢູ່ ຮ່າ​ຢາງ. ມາ​ຢ້ຽມ​ຢາມ​ບ້ານ​ທາ, ນັກ​ທ່ອງ​ທ່ຽວ ​ຢາກ​ມີພົວ​ພັນ​ແລກ​ປ່ຽນ ແລະ ຊອກ​ຮູ້​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ຈຸດ​ວັດ​ທະ​ນະ​ທຳ​ຂອງ ຊາວ​ທ້ອງ​ຖິ່ນ ຄວນ​ເລືອກ​ເຟັ້ນ​ບໍ​ລິ​ການ Homestay.

       

ບ້ານທາ ແຂວງ ຮ່າຢາງ ສະຖານທີ່ດຶງດູດນັກທ່ອງທ່ຽວ - ảnh 1
ບ້ານ​ທາ

        ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ບ້ານທີ່​ຕັ້ງ​ຢູ່​ແຄມ​ເນີນ​ພູ​​ຫີນທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ​ຫຼຽວ​ເບິ່ງບ່ອນ​ໃດ​ກໍ່​ມີ​ແຕ່​ຫີນ, ສ່ວນ​ບ້ານ​ທາ​ແມ່ນ​ບ້ານ​ຫນຶ່ງ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມເຕັ​ມ​ໄປ​ດ້ວຍ​ສີ​ຂຽວ​ຂອງ​ທົ່ງ​ນາ,   ສວນ​ໝາກ​ຄໍ້ ບັນ​ຍາ​ກາດ​ຢູ່ ບ້ານ​ທາ ແມ່ນ​ສະ​ຫງົບ​ງຽບທີ່​ສຸດ, ບໍ່​ມີ​ສຽງ​ດົນ​ຕີ, ສຽງ​ລົດ​ແລ່ນ​ໄປ​-ມາ, ເມື່ອ​ໄປ​ຮອດຫົວ​​ບ້ານ ໄດ້​ຍິນ​ແຕ່ສຽງ​ນ້ຳ​​ໄຫຼຢູ່​​ກ້ອງຄອງ​ເໝືອງ​ນ້ອຍຕະ​ຫລອດ​​ເວັນ ແລະ ຄືນ. ນອກນັ້ນ ບ້ານ​ທາ ຖືກ​ຕັ້ງ​ຢູ່​ຮ່ອມ​ພູ, ອ້ອມຮອບ​ແມ່ນ​ປ່າ​ໄມ້ທີ່​ຂຽວ​ອຸ່ມ​ທຸ່ມ, ​ມີນ້ຳ​ໝອກ​ປົກ​ຄຸມ​ຕະ​ຫລອດ​ ປ​ີ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ບ້ານ​ທາ ແມ່ນ​ບ້ານ​ຫນຶ່ງ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່ ຮ່າ​ຢາງ. ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ເຮືອນ​ຮ້ານ​ໄດ້​ຮັບ​ການ​ຮັກ​ສາ​ຈຸດດັ້ງ​ເດີມ​ໄວ້. ໂດຍ​ຫ່າງ​ຈາກ​ນະ​ຄອນ ຮ່າ​ຢາງ ດ້ວຍໄລ​ຍະ​ທາງບໍ່​ຍາວ​ປານ​ໃດ ແຕ່​ບ້ານ​ທາແມ່ນ​ເຂດ​ບ້ານ​ນາ​ທີ່​ສະ​ຫງົບ​ງຽບ, ບໍ່​ມີ​​ອາ​ຄານ​ຊັ້ນ​ສູງ, ລົດ​​ແລ່ນໄປ​-ມາ​ກໍ​ບໍ່​ຫລາຍ. ເມື່ອ​ຖາມ​ຊາວ​ບ້ານ​ວ່າ ເປັນ​ຫຍັງ​ບໍ່​ປຸກ​ສ້າງ​ເຮືອນ​ເບ​ຕົງ​ເພື່ອ​​ໃຫ້ໄດ້​​ຢູ່ ອາ​ໄສ​ສະ​ດວກກວ່າ,   ​ຜູ້​ເຖົ້າ​ຜູ້​ແກ່​ຕະ​ຫລອດ​ຮອດ​ເດັກ​ນ້ອຍໃນ​ບ້ານ ຜູ້​ໃດ​ກໍໃຫ້ຄຳ​ຕອບ​ເຊັ່ນ​ດຽວ​ກັນ​ກັບ​ອ້າຍ ຫງວຽນ​ວັນ​ເທືອງ ວ່າ:

        “ເຮືອນ​ຮ້ານ ແມ່ນ​ສີ​ສັນ​ຂອງ​​ຊົນເຜົ່າ​ຕົນ ສະ​ນັ້ນ ປະ​ລະ​ບໍ່​ໄດ້ ​ແລະ ຕ້ອງ​ໄດ້ສືບ​ຕໍ່​ຮັກ​ສາ​ໄວ້. ເຮືອນ​ເບ​ຕົງ ພວກ​ຂ້າ​ພະ​ເຈົ້າ ບໍ່​ມັກ​ຢູ່, ​ມີແຕ່​ມັກ​​ຢູ່ເຮືອນ​ຮ້ານ​ເທົ່າ​ນັ້ນ. ປະ​ຈຸ​ບັນ ລາຍ​ຈ່າຍ​ເພື່ອປຸກ​ສ້າງ​ເຮືອນ​ຮ້ານ​ຫລັງ​ຫນຶ່ງ​ ແມ່ນ 300 ລ້ານ​ດົງ. ເຮືອນ​ຮ້ານ​ແມ່ນກວ້າງກວ່າ, ເຢັນ​ກວ່າ. ​ໃນ​ຍາມລະ​ດູ​ຮ້ອນບໍ່​​ຮູ້​ສຶກຮ້ອນ​ຄື​​ຢູ່ເຮືອນ​ເບ​ຕົງ.”

ບ້ານທາ ແຂວງ ຮ່າຢາງ ສະຖານທີ່ດຶງດູດນັກທ່ອງທ່ຽວ - ảnh 2
ນາ​ຂັ້ນ​ໄດ​ຢູ່ ຮ່າ​ຢາງ

        ໄປຍ່າງ​ຫລິ້ນ​ຢູ່​ອ້ອມ​ແອ້ມ​ບ້ານ​ທາ, ສູບ​ອາ​ກາດ​ປອດ​ໂປ່ງ, ນັກ​ທ່ອງ​ທ່ຽວ​ຈຶ່ງ​ເຫັ​ນ​ໄດ້​ຄວາມ​ງາມສະ​ເພາະ​ຢູ່​ທີ່ນີ້. ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ໄຕ​ລ້ວນ​ແຕ່ແມ່ນ​ຜູ້​ຮັກ​ແພງ​ແຂກ​ຄົນ ແລະ ສະ​ຫນິດ​ສະ​ຫນົມ​ທີ່​ສຸດ ຍາມ​ໃດ​ກໍ​ພ້ອມ​ແລ້ວ​​ທີ່​ຈະຕ້ອນ​ຮັບ​ແຂກ​ ມາ​ຈາກ​ທຸກ​ສາ​ລະ​ທິດ​ເຂົ້າຢ້ຽມ​ຢາມ​ເຮືອນ​ຂອງ​ຕົນ. ຊາວ​ເຜົ່າ​ໄຕ ຢູ່ ບ້ານ​ທາ ຍັງ​ຄົງ​ຮັກ​ສາ​ອາ​ຊີ​ບ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ ແລະ ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື ກະ​ເປົາ, ຜ້າ​ພັນ​ຄໍ, ໂສ້ງ​ເສື້ອ … ສະ​ນັ້ນ ນັກ​ທ່ອງ​ທ່ຽວ​​ທີ່ມາ​ຢ້ຽມ​ຢາມ​ບ້ານ​ທາ ຍັງ​ມ​ີ​ໂອ​ກາດ​ໄດ້​ຊອກ​ຮູ້ຂັ້ນ​ຕອນ​​ການ​ຕ່ຳຜ້າ​ແພ​ຂອງ​ຊາວ​ເຜົ່າ​ໄຕ ຊ້ຳ​ບໍ່​ໜຳ ຍັງ​ໄດ້​ຮັບ​ການ​ແນະ​ນຳ​​​ຕ່ຳ​ທົດ​ລອງ​ອີກ​ດ້ວຍ.

        ບ້ານ​ທາ ມີ​ເຮືອນ​ຮ້ານ ​ທີ່ກວ້າງ​ຂວາງ ສວຍ​ງາມ ​ແລະ ​ສະ​ດວກ​ຕໍ່​ທີ່​ພັກ​ພາ​ອາ​ໄສຂອງ​ນັກ​ທ່ອງ​ທ່ຽວ ເກືອບ 10 ຫລັງ, ແຕ່​ລະ​ຫລັງ​ລ້ວນ​ແຕ່​ປະ​ກອບ​ດ້ວຍ​ເຄື່ອງ​ໃຊ້​ໃນ​ເຮືອນ​ຄົບ​ຖ້ວນ ແລະ​ ສະ​ອາດ​. ສະ​ນັ້ນ ເມື່ອ​ນັກ​ທ່ອງ​ທ່ຽວ​ມາທີ່ນີ້ ລ້ວນ​ແຕ່​ພັກ​​ເຊົາກັບ​ຄອບ​ຄົວ​ຊາວ​ເຜົ່າ​ໄຕ, ​ພ້ອມ​ທັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ ແລະ ພ້ອມທັງ​ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ​ແກງ​ປາ​ໃສ່​ໜໍ່​ໄມ້​ສົ້ມ, ຍຳ​ໄກ່​ຍັດ​ໄສ້, ໝູ​ປີ້ງ​ໃສ່​ບັ້ງ​ໄມ້​ໄຜ່…...ຊາວ​ເຜົ່າ​ໄຕ​ແຕ່ງ​ກິນ​ແຊບ​ທີ່​ສຸດ, ສະ​ບຽງອາ​ຫານ​ສ່ວຍຫຼາຍ​​ແມ່ນ​ລ້ຽງ,​ປູກ​ເອງ​ຕາມ​ທຳ​ມະ​ຊາດ, ເຂົ້າຫນຽວ ແລະ ຫອມ. ຄາບ​ອາ​ຫານ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​ບ້ານ​ທາ​ແມ່ນຈັບ​ອົກ​ຈັບ​ໃຈ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ. ປ້າ ມາຍ​ທິ​ຈູງ ຊາວ​ບ້ານ​ທາ ແບ່ງ​ປັນ​ວ່າ:

        “ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ບ້ານ​ທາ ຈະ​ໄດ້​​ຕ້ອນ​ຮັບ​ດ້ວຍ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ໄຕ. ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ໄຕ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຕະ​ຫລອດ. ຊາວ​ເຜົ່າ​ໄຕ ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ແຊບ​ທີ່​ສຸດ, ພົ້ນ​ເດັ່ນ​ແມ່ນ ຊີ້ນ​ປີ້ງ ແມ່ນ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ຊາວ​ເຜົ່າ​ໄຕ ແລະ ເຄີຍ​ໄດ້​ຮັບ​ການ​ປຸງ​ແຕ່ງ​ໃນ​ບຸນ​ເຕັດ ຫລື ໂອ​ກາດ​ປຸກ​ສ້າງ​ເຮືອນ​ໃຫມ່.”

ບ້ານທາ ແຂວງ ຮ່າຢາງ ສະຖານທີ່ດຶງດູດນັກທ່ອງທ່ຽວ - ảnh 3
ນັກ​ທ່ອງ​ທ່ຽວ​ໄດ້​ທົດ​ລອງ​ຕ່ຳ​ຜ້າ​ແພ

        ເມື່ອ​ຍາມ​ຄ່ຳ​ມາ, ນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ຮັບ​ຟັງ​ສຽງ​ຂັບ​ຮ້ອງ, ສຽງ​ພິນ​ຈາກ​ຜູ້​ບ່າວ​-ຜູ້​ສາວ​ ​ຊາວ​ເຜົ່າ​ໄຕ. ນີ້​ແມ່ນ​ໂອ​ກາດ​ພິ​ເສດ ເພື່ອ​ໃຫ້​ບັນ​ດາ​ແຂກ​ມາ​ຈາກ​ທຸກ​ສາ​ລາ​ທິດ​ ໄດ້​ຮູ້​ຈັກ​ເຖິງ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ ໂດ​ຍ​ຊາວ​ເຜົ່າ​ໄຕ​ໄດ້ຮັກ​ສາ​​ໄວ້ຜ່ານ​ຫລາຍ​ລຸ້​ນ​ຄົນ. ​ບັນ​ດາ​ເພງ​ພື້ນ​ເມືອງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ ແມ່ນ​ຂັບ​ແທນ, ​ເນື້ອ​ເພງ​ສ່ວນ​ຫລາຍ​ແມ່ນ​ເວົ້າ​ເຖິງ​ການຂໍ​​ພາ​ວະ​ນາໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ລະ​ດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ບັນ​ດ​າ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ຊາວ​ເຜົ່າ​ໄຕ​ແມ່ນ​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ , ທັງ​ຮ້ອງ​ເພງ ທັງ​ຟ້ອນ ຈັບ​ອົກ​ຈັບ​ໃຈ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ.  

        ຄວາມ​ງາມ​ແບບ​ທຳ​ມະ​ຊາດ ແລະ ຄວາມ​ສະ​ຫງົບ​ສຸກ​ຢູ່​ບ້ານ​ທາ ພ້ອມ​ດ້ວຍ​ຄວາມ​ຮັກ​ແພງ​ແຂກ​ຄົນ ແລະ ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ຂອງ​ຊາວ​ເຜົ່າ​ໄຕ ຍາ​ມ​ໃດ​ກໍ​ເປັນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ນັກ​ທ່ອງ​ທ່ຽວ​ໃນ​ລາຍ​ການ​ຄົ້ນ​ຫາ​ເຂດ​ດິນ​ຮ່າ​ຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ