ບ໋າວຫຼາກ-ສະຖານທີ່ທ່ອງທ່ຽວຢູ່ເຄິ່ງກາງ ລະຫວ່າງສວນສະທາລະນະທໍລະນີທົ່ວໂລກສອງແຫ່ງ

(VOVWORLD) -ໂດຍນອນຢູ່ເຄິ່ງກາງລະຫວ່າງສວນສາທາລະນະທໍລະນີທົ່ວໂລກ Unesco ນອນນຶກ ກາວບັ່ງ ແລະ ສວນສາທາລະນະທໍລະນີທົ່ວໂລກ ເຂດພູພຽງຫີນ ດົ່ງວັນ, ເມືອງ ບ໋າວຫຼາກແຂວງ ກາວບັ່ງ  ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ.  ມາທ່ຽວຢູ່ ບ໋າວຫຼາກ ແຂກທ່ອງທ່ຽວຈະໄດ້ ຄົ້ນຫາເສັ້ນທາງດ້ວຍພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ພ້ອມກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງວົງຄະນາຍາດບບັນດາເຜົ່າຢູ່ແຫ່ງນີ້
ບ໋າວຫຼາກ-ສະຖານທີ່ທ່ອງທ່ຽວຢູ່ເຄິ່ງກາງ ລະຫວ່າງສວນສະທາລະນະທໍລະນີທົ່ວໂລກສອງແຫ່ງ - ảnh 1ເມືອງ ບ໋າວຫຼາກນອນຢູ່ເຄິ່ງກາງລະຫວ່າງສວນສາທາລະນະທໍລະນີທົ່ວໂລກນອນນຶກ ກາວບັ່ງ ແລະ ສວນສາທາລະນະທໍລະນີທົ່ວໂລກ ເຂດພູພຽງຫີນ ດົ່ງວັນ

    ໂດຍແມ່ນເຂດພູສູງຊາຍແດນຫ່າງຈາກໃຈກາງນະຄອນ ກາວບັ່ງ ປະມານ 130 ກິໂລແມັດ, ເມືອງ ບ໋າວຫຼາກ ຖືກທຳມະຊາດດົນບັນດານດ້ວຍທິວທັດທຳມະຊາດທີ່ງົດງາມຄື ພູເພຍຢາຕາແສງ ເຊີນຫຼົກ ສູງທີ່ສຸດໃນແຂວງ ກາວບັງ ດ້ວຍຄວາມສູງ 1.987 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ກິ່ວ ເຄົາກົກຈ່າ, ໜອງທຳມະຊາດ ໂທມໂລມ, ອ່າງເກັບນ້ຳເຄື່ອນໄຟຟ້ານ້ຳຕົກຕາແສງ ບ໋າວຕວ່ານ, ລະບົບຖ້ຳໃນສາຍພູ ຫຼຸງນ່າ… ນອກຈາກທິວທັດທຳມະຊາດແລ້ວ ເມືອງ ບ໋າວຫຼາກຍັງມີບັນດາສະຖານທີ່ປະຫວັດສາດວັດທະນະທຳ ໄດ້ຮັບການຢັ້ງຢືນລະດັບຊາດ, ລະດັບແຂວງ. ມາຢາມ ບ໋າວຫຼາກ ໃນຊຸມວັນຕົ້ນລະດູບານໃໝ່, ນາງ ເລທິທູຮ່າ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ໄດ້ເລືອກເອົາສາຍທ່ອງທ່ຽວສວນສາທາລະນະທໍລະນີທົ່ວໂລກ ເຂດພູພຽງຫີນ ດົ່ງວັນ ຂ້າມແມ່ນ້ຳ ເກິ໊ມ ໄປຍັງເມືອງ ບ໋າວເລິມ ໃນແຂວງ ກາວບັ່ງ. ເມື່ອມາຮອດເມືອງ ບ໋າວຫຼາກ ນາງ ຮ່າ ຕົກສະເງີ້ ຍ້ອນທິວທັດທຳມະຊາດສວຍສົດງົດງາມ ເປັນໜ້າຈັບໃຈ. ນາງ ຮ່າ ເວົ້າວ່າ:

      “ທຳມະຊາດຢູ່ແຂວງ ກາວບັ່ງ ສວຍສົດງົດງາມ ແລະ ຊາວ ກາວບັ່ງ ເປັນຜູ້ໃຈດີ, ທາງທ້ອງຖິ່ນຄວນເອົາໃຈໃສ່ ພັດທະນາການທ່ອງທ່ຽວຫຼາຍກວ່າ ເພື່ອຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຮັກສາທິວທັດທຳມະຊາດ ແລະ ສິ່ງແວດລ້ອມໃຫ້ດີ ເພື່ອດຶງດູດແຂກທ່ອງທ່ຽວ. ນີ້ເປັນເທື່ອທຳອິດ ແລະ ແນ່ນອນວ່າ ຂ້າພະເຈົ້າຈະໄປກາວບັ່ງ ອີກຫຼາຍຄັ້ງຄື ໄປແຂວງ ຮ່າຢາງ”.

     ປັດຈຸບັນແຂວງ ກາວບັ່ງ ມີ 8 ເຜົ່າດຳລົງຊີວິດຢູ່ຮ່ວມກັນ, ສະເພາະເມືອງ ບ໋າວຫຼາກ ກໍ່ມີເຖິງ 8 ເຜົ່າ ຄື ເຜົ່າໄຕ່, ນຸ່ງ, ມົ້ງ, ຢ້າວ, ສານຈີ່, ໂລໆ ແລະ ເຜົ່າກິ່ງ. ແຕ່ລະເຜົ່າຢູ່ແຫ່ງນີ້ກໍ່ຮັກສາຈຸດວັດທະນະທຳທີ່ເປັນເອກະລັກ, ແບບແຜນການດຳລົງຊີວິດທີ່ເປັນເອກະລັກສະເພາະ. ອ້າຍ ນາວັນເຈືອງ ເຜົ່າໂລໆ ນາຍບ້ານ ບ້ານ ຂວຍຄອນ ຕາແສງ ກີມກຸກ ເມືອງ ບ໋າວຫຼາກ ໃຫ້ຮູ້ວ່າ ຊາວເຜົ່າ ໂລໆ ມີວັດທະນະທຳຕີຄ້ອງບັ້ງ ແລະ ຟ້ອນພືື້ນເມືອງ. ນີ້ກໍ່ແມ່ນຄວາມເປັນເອກະລັກໃນວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ. ນອກຈາກນັ້ນ ໃນແຕ່ະປີ, ຢູ່ ບ໋າວຫຼາກ ກໍ່ໂຮມຕະຫຼາດນັດແຫ່ງຄວາມຮັກສອງຄັ້ງຄື ໃນເດືອນ 3 ແລະ ເດືອນ 8 ໄລ່ຕາມຈັນທະປະຕິທິນ. ອ້າຍ ນາວັນເຈືອງ ໃຫ້ຮູ້ວ່າ:

     “ຈຳນວນແຂກທ່ອງທ່ຽວມາຢາມບ້ານ ຂວຍຄອນ ໃນປີທີ່ຜ່ານມາແມ່ນປະມານຫຼາຍກວ່າ 1.000 ເທື່ອຄົນ. ປັດຈຸບັນມີສອງຄອບຄົວ ເຮັດທ່ອງທ່ຽວຊຸມຊົນຄື ໂຮມສະເຕ ທວຽດເຫງຍ ມີແຂກມາພັກເຊົາຫຼາຍຄົນ. ແຂກມາຫຼາຍ ພໍ່ແມ່ພີ່ນ້ອງເຮັດແຜ່ນແພພື້ນເມືອງຂາຍໃຫ້ແຂກໄດ້ຫຼາຍທີ່ສຸດ”.

    ເພື່ອມີຜະລິດຕະພັນທ່ອງທ່ຽວຕື່ມອີກ, ກ່ອນນີ້ 4 ປີ ເມືອງ ບ໋າວຫຼາກ ໄດ້ເລີ່ມຈັດຕະຫຼາດຍາມຄ່ຳຄືນ ບ໋າວຫຼາກ. ຕະຫຼາດຍາມຄ່ຳຄືນ ແມ່ນການປະສົມກົມກຽວລະຫວ່າງປັດໄຈວັດທະນະທຳ ແລະ ການຄ້າ ອັນໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມມາຄົ້ນຫາພົບປະແລກປ່ຽນ ຮັບຊົມລາຍການຟ້ອນລຳທຳເພງພື້ນເມືອງ ແລະ ໄດ້ຊີມບັນດາເຍື່ອງອາຫານພື້ນເມືອງຕ່າງໆ. ທ່ານ ຫງວຽນແມັ້ງຮຸ່ງ ປະທານຄະນະກຳມະການປະຊາຊົນເມືອງ ບ໋າວຫຼາກ ໃຫ້ຮູ້ວ່າ:

      “ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນສ້າງເງື່ອນໄຂ ໃນການຫາເງິນລ້ຽງຊີບໃຫ້ແກ່ຊາວທ້ອງຖິ່ນ, ສົ່ງເສີມໃຫ້ເຂົາເຈົ້າເປັນເຈົ້າການລົງທຶນ ແລະ ຂຸດຄົ້ນ. ປະເພດທ່ອງທ່ຽວຊຸມຊົນ ທັງອະນຸລັກຮັກສາຄຸນຄ່າວັດທະນະທຳພື້ນເມືອງ. ພວກຂ້າພະເຈົ້າຕັດສິນໃຈ ກໍ່ສ້າງເທດສະບານ ບ໋າວຫຼກ ໃຫ້ກາຍເປັນສູນທ່ອງທ່ຽວຂອງເມືອງ”.

      ດ້ວຍເງື່ອນໄຂທີ່ສະດວກ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ບ໋າວຫຼາກ ພວມໄດ້ຮັບຄວາມເອົາໃຈໃສ່ ເພື່ອຂຸດຄົ້ນຫຼາຍຮູບການບໍລິການທ່ອງທ່ຽວຄື ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວຄົ້ນຫາ, ທ່ອງທ່ຽວພະຈົນໄພ, ທ່ອງທ່ຽວຈິດວິນຍານ ແລະ ທ່ອງທ່ຽວຊຸມຊົນ.

      ດ້ວຍທ່າໄດ້ປຽບຄວາມສາມາດບົ່ມຊ້ອນເຫຼົ່ານີ້, ບ໋າວຫຼາກ ຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂກທ່ອງທ່ຽວ ເມື່ອມີໂອກາດມາຢາມແຂວງ ກາວບັ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ