ປັນໄກ້ບ້ານຫງວຽນ-ອາຫານພິເສດຂອງແຂວງທ້າຍບີງ

ທ້ອງ​ຖິ່ນ​ແຕ່​ລະ​ແຫ່ງ​ໃນ​ປະ​ເທດ​ຫວຽດ​ນາມ ລ້ວນ​ແຕ່​ຊ້ອນ​ແຝງ​ໃນ​ດິນ​ແດນ​ຂອງ​ຕົນ​ອາ​ຫານ​ພິ​ເສດ​ເຍື່ອງ​ໜຶ່ງ ທີ່ບໍ່​ສາ​ມາດ​ຫາ​ໄດ້​ຢູ່​ແຫ່ງ​ອື່ນ. ຖ້າ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ແຂວງ​ທ້າຍ​ບີງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຊີມ​ລົດ​ຊາດ​ພິ​ເສດ​ຂອງ​ອາ​ຫານ​ເຍື່ອງ​ໜຶ່ງ​ທີ່​ມີ​ຊື່ສຽງຢູ່​ເຂດ​ບ້ານ​ນາ​ແຫ່ງນີ້, ນັ້ນແມ່ນ​ປັນ​ໄກ້. ດ້ວຍ​ລົດ​ຫວານ ແລະ ຫອມ​ຂອງ​ເຂົ້າ​ໜຽວ​ເມັດ​ໃຫຍ່ ປະ​ສານ​ກັບ​ລົດ​ເຜັດ​ຂອງຂີງ ແລະ ລົດ​ຫອມພິ​ເສດ​ຂອງ​ນ້ຳ​ມັນໝູ… ປັນ​ໄກ້ຂອງ​ແຂ​ວງ​ທ້າຍ​ບີງ ແມ່ນ​ອາ​ຫານ​ພິ​ເສດ​ມີ​ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ເຂດ​ບ້ານ​ນາ.

 

ປັນໄກ້ບ້ານຫງວຽນ-ອາຫານພິເສດຂອງແຂວງທ້າຍບີງ - ảnh 1
ປັນ​ໄກ້ບ້ານ​ຫງວຽນ-ອາ​ຫານ​ພິ​ເສດ​ຂອງ​ແຂວງ​ທ້າຍ​ບີງ

       ໝູ່​ບ້ານ​ຫງວຽນຫຼື​ເອີ້ນ​ວ່າ ຫມູ່​ບ້ານງວຽນ​ຊ້າ, ເມືອງ​ດົງ​ຮຶງ ແມ່ນ​ໝູ່​ບ້ານ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບສິ​ລະ​ປະ​ລະ​ຄອນ​ຕຸກກະ​ຕາ​ນ້ຳ ແລະ ອາ​ຊີບ​ເຮັດ ປັນ​ໄກ້. ຕາມ​ການ​ເລົ່າ​ຂານ​ກັນ​ມາ​ວ່າ ຢູ່​ແຫ່ງນີ້ ປັນ​ໄກ້​ແມ່ນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່​ຊາວ​ບ້ານ​ເຄີຍ​ເຮັດ​ກິນ​ໃນ​ຍາມ​ບຸນ​ເຕັດ, ໂດຍ​ແມ່ນ​ປ້າ​ຫງວຽນ​ທິ​ເຕີນ ຄົນ​ລຸ່ນ​ທີ 6 ຂ​ອງວົງ​ຕະ​ກຸນຫງວຽນ​ກົງ​ໃນ ຫມູ່​ບ້ານງວຽນ​ຊ້າປຸງ​ແຕ່ງ​ຂຶ້ນ. ປ້າ​ຫງວຽນ​ທິ​ເຕີນ ເກີດ​ເມື່ອ​ປີ 1724. ປີ 1739, ປ້າ​ຖືກ​ຮຽກ​ຕົວ​ເຂົ້າ​ເປັນ​ເຈົ້າ​ອາ​ມາດ​ໃນ​ລາດ​ຊະ​ວັງ. ປ້າ​ໄດ້​ປຸງ​ແຕ່ງ​ຊະ​ນິດ​ໜຶ່ງ​ທີີ່​ມີ​ 5 ລົດຊາດ​ເພື່ອ​ຖະ​ຫວາຍ​ຕໍ່​ເຈົ​້າຊີ​ວິດ. ເຈົ້າ​ຊີ​ວິດ​ກິນ​ແລ້ວ, ຍ້ອງວ່າ​ແຊບຫຼາຍ, ແລ້ວ​ກໍ​ຕັ້ງ​ຊື່​ໃຫ້​ເຂົ້າ​ໜົມ​ຊະ​ນິດນີ້ ແມ່ນ ປັນ​ໄກ້. ນັບ​ແຕ່ນັ້ນ ເປັນ​ຕົ້ນ​ມາ, ຮອດ​ຍາມ​ບຸນ​ເຕັດ, ຊາວ​ບ້ານ​ຫງວຽນ​ກໍ​ພ້ອມ​ກັນ​ເຮັດ ປັນ​ໄກ້​ເພື່ອ​ຖະ​ຫວາຍ​ຕໍ່​ເຈົ້າ​ຊີ​ວິດ ແລະ ອາ​ຊີບ​ເຮັດ ປັນ​ໄກ້​ໄດ້​ຖືກ​ຮັກ​ສາ​ໄວ້ ແລະ ຂະ​ຫຍາຍ​ຕົວ​ຢູ່​ບ້ານ​ຫງວຽນ​
      ຕາມ​ອ້າຍ​ຫງວຽນ​ວັນ​ແມ້ງ, ຜູ້​ເຮັດ ປັນ​ໄກ້ ​ຢູ່ບ້ານ​ຫງວຽນ​ແລ້ວ, ເພື່ອ​ປຸງ​ແຕ່ງ ປັນ​ໄກ້​ທີ່​ແຊບ​ນົວ​ນັ້ນ​ ແມ່ນ​ຈຳ​ເປັນຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ, ແຕ່​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ຂອດ​ກະ​ກຽມ​ວັດ​ຖຸ​ດິບ​ເຊັ່ນ: ເຂົ້າ​ໜຽວ​ເມັດ​ໃຫຍ່, ໝາກ​ຟັກ​ເຂົ້າ, ໝາກ​ຖົ່ວ​ດິນ, ງ່າ, ຂີງ, ກວນ​ໝາກ​ອຶ, ນ້ຳ​ຕານ, ນ້ຳ​ມັນ​ໝູ…ວັດ​ຖຸ​ດິບ​ທັງ​ໝົດ​ເຫຼົ່າ​ນີ້ຖືກ​​ປະ​ສົມ​ເຂົ້​າ​ກັນ ແລ້ວ​ຕັດ​ຊອຍ​ເປັນ​ເສັ້ນ.  ​ອ້າຍ​ຫງວຽນ​ວັນ​ແມ້ງໃຫ້​ຮູ້​ວ່າ ຢາກ​ເຮັດປັນ​ໄກ້​ທີ່​ແຊບນັ້ນ, ແມ່ນ​ຕ້ອງ​ເອົາ​​ປູນ້ອຍ​ໃສ່​ຖົງ​ຢ່າງ, ແລ້ວ​ມັດ​ໃຫ້​ແຈບ, ປະ​ໄວ້​ປະ​ມານ 6 ເດືອນ​ຈຶ່ງ​ນຳ​ມາ​ປຸງ​ແຕ່ງປັນ​ໄກ້. ປູ​ນ້ອຍ​ປະ​ໄວ້​ດົນ, ເມື່ອ​ນຳ​ມາ​ຈືນ​ຈຶ່ງ​ແຊບ. ​ອ້າຍ​ຫງວຽນ​ວັນ​ແມ້ງ ເວົາ້​ວ່າ:

   “ ຢາກ​ປຸງ​ແຕ່ງປັນ​ໄກ້​ໃຫ້​ແຊບນັ້ນ ກໍ​ຕ້ອງ​ມີ​ວັດ​ຖຸ​ດິບ​ຊະ​ນິດ​ທີ່​ດີ​ຄື : ເຂົ້າ​ໜຽວ​ເມັດ​ໃຫຍ່. ຕໍ່​ຈາກນັ້ນ ວິ​ທີ​ການ​ປຸງ​ແຕ່ງກໍ​ສຳ​ຄັນ​ທີ່​ສຸດ. ຖ້າ​ເຮັດ​ໄຟ​ໃຫຍ່​ເກີນ​ໄປ, ປັນ​ໄກ້ຈະ​ແຂງ​ແຕ່​ຖ້າ​ຫາກ​ເຮັດ​ໄຟ​ຄ່ອຍ​ເກີນ​ໄປ, ປັນ​ໄກ້ຈະ​ຊຸມ​ປຽກ ແລະ ເປືອຍ​ໄປ. ພ້ອມກັນ​ນັ້ນ ຂອດ​ຕົ້ມ​ນ້ຳ​ຕານ​ກໍ​ຕ້ອງ​ເຮັດ​ໃຫ້ຖືກ​ຕ້ອງ ເພາະ​ເມື່ອ​ເອົາ​ປູ​ນ້ອຍ​ປະ​ສົມ​ໃສ່ ຈຶ່ງ​ເຮັດ​ໃຫ້ປັນ​ໄກ້​ມີ​ລົດ​ຊາດ​ພິ​ເສດ ”

     ບັນ​ດາ​ວັດ​ຖຸ​ດິບ ພາຍຫຼັງ​ນຳ​ມາ​ປຸງ​ແຕ່ງ, ຈະ​ເອົາ​ໃສ່​ເບົ້າເພື່ອ​ອັດ​ໄວ້ ແລ້ວ​ກໍ​ນຳ​ມາ​ຕັດ​ເປັນ​ຕອນ​ນ້ອຍ​ທີ່​ແຊບ​ນົວ. ເຕັກ​ນິກ​ການ​ປຸງ​ແຕ່ງນີ້ ເມື່ອ​ເບິ່ງ​ກໍ​ເຫັນ​ວ່າ​ງ່າຍ​ດາຍ, ແຕ່​ເມື​່ອ​ລົງ​ມື​ເຮັດ​ຕົວ​ຈິງ​ຈຶງ​ເປັນ​ການ​ຍາກ. ອ້າຍ ຫງວຽນ​ຮິ້ວ​ຈີ້ງ ຜູ້​ເຮັດ ປັນ​ໄກ້ ​ຢູ່ບ້ານ​ຫງວຽນ​ໃຫ້​ຮູ້​ວ່າ :

   “ ຄອບ​ຄົວ​ຂ້າ​ພ​ະ​ເຈົ້າ​ເຮັດ ປັນ​ໄກ້​ມາ​ແຕ່​ດົນ​ນານ​ແລ້ວ. ຮອດ​ລຸ່ນ​ຂ້າ​ພະ​ເຈົ້າ​ແມ່ນ​ໄດ້ 50 ປີ​ແລ້ວ. ອາ​ຫານ​ເຍື່ອງນີ້​ໄດ້​ປະ​ກົດ​ຕົວ​ຢູ່​ໝູ່​ບ້ານ​ຂ້າ​ພະ​ເຈົ້າ​ມາ​ເປັນ​ເວ​ລາ 300 ປີ​ແລ້ວ. ປະ​ຈຸ​ບັນ, ປັນ​ໄກ້ພວມ​ຢູ່​ທ່​າພັດ​ທະ​ນາ, ຊຶ່ງ​ຕົ້ນ​ຕໍ​ແມ່ນ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ແຕ່​ປາງ​ກ່ອນ, ພວກ​ຜູ້​ເຖົ້​າ​ຜູ້​ແກ່​ພຽງ​ແຕ່​ເຮັດ​ເຂົ້າ​ໜົມ​ເພື່ອ​ເປັນ​ຂອງ​ກິນ​ຍາມ​ບຸນ​ເຕັດ, ສ່ວນ​ໃນ​ປະ​ຈຸ​ບັນ, ແຂ​ກ​ຄົນ ແມ່ນ​ກິນ​ຕະຫຼອດ​ປີ  ”

    ຢູ່​ ຫມູ່​ບ້ານງວຽນ​ຊ້າໃນ​ປະ​ຈຸ​ບັນ, ມີ​ຄອບ​ຄົວ​ຜະ​ລິດ ປັນ​ໄກ້​ນັບ​ຮ້ອຍ​ຄອບ​ຄົວ, ແຕ່​ລະ​ຄອບ​ຄົວ​ແມ່ນ​ມີ​ແບບ​ວິ​ທີ​ຜະ​ລິດ ແລະ ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ໃຜ​ຂອງ​ລາວ. ໃນ​ວັນ​ນີ້, ສັງ​ຄົມ​ໄດ້​ພັດ​ທະ​ນາ, ໃນ​ທ້ອງ​ຕະຫຼາດ​ມີ​ເຂົ້າ​ໜົມ​ທີ່​ແຊບຫຼາຍ​ຊະ​ນິດ​ທີ່​ແທດ​ເໝາະ​ກັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຂອງ​ຜູ້​ບໍ​ລິ​ໂພກ, ອັນ​ໄດ້​ພາ​ໃຫ້​ອາ​ຊີບ​ເຮັດ ປັນ​ໄກ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ແຕ່​ຄອບ​ຄົວ​ອ້າຍ​ຈີ້ງ ຍັງ​ຄົງ​ຍຶດ​ໝັ້ນ​ເດີນ​ຕາມ​ອາ​ຊີບນີ້. ອ້າຍ​ຈິ້ງ​ເວົ້າ​ວ່າ :

    “ ໃນ​ການ​ຜະ​ລິດ, ບາງ​ຄັ້ງ​ບາງ​ຄາວ ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ອັນ​ໄດ້​ພາ​ໃຫ້​ເກີດ​ຄວາມ​ເບືອ​ໜ່າຍ​ເພາະ ປັນ​ໄກ້ ບໍ່ແມ່ນ​ຂຶ້ນ​ກັບ​ຄອບ​ຄົວ​ຕົນ​ຜະ​ລິດ, ແຕ່​ລະ​ຄອບ​ຄົວ​ກໍ​ມີ​ວິ​ທີ​ຜະ​ລິດ​ສະ​ເພາະ​ຂອງ​ໃຜ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ ນີ້​ແມ່ນ​ອາ​ຊີບ​ທີ່​ປູ່​ຍ່າ​ປະ​ໄວ້​ໃຫ້​ນັ້ນ, ດັ່ງ​ນັ້ນ ຕ້ອງ​ເຮັດ​ແນວ​ໃດ​ເສີມ​ຂະ​ຫຍາຍ ແລະ ຮັກ​ສາ​ໄວ້. ມີຫຼາຍ​ຄົນ​ທີ່​ຈິດ​ໃຈ​ຮ່ວມ​ກັນ ໄດ້​ລົງ​ທຶນ, ໂຄ​ສະ​ນາ​ເຂົ້າ​ໜົມ​ຊະ​ນິດນີ້. ປັນ​ໄກ້ໃນ​ປະ​ຈຸ​ບັນ ສາ​ມາດ​ຟື້ນ​ຟູ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ທ້ອງ​ຕະຫຼາດ​ຄືນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ເອງ, ກໍ​ບໍ່​ປະ​ລະ​ອາ​ຊີບນີ້, ເພາະ​ຍ້ອນ​ປະ​ກອບ​ອາ​ຊີບນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ຊີ​ວິດ​ຄື​ໃນ​ທຸກວັນ​ນີ້ ”

     ພ້ອມ​ກັບ​ເຂົ້າ​ໜົ​ມ​ໝາກ​ຖົ່ວ​ຂຽວ​ຂອງ​ແຂວງ​ຫາຍ​ເຢືອງ, ເຂົ້າ​ໜົມ​ໄຂ່​ຂອງ​ແຂວງ​ຮຶງ​ອຽນ​ນັ້ນ, ປັນ​ໄກ້ກໍ​ແມ່ນ​ອາ​ຫານ​ພິ​ເສດ​ຂອງ​ແຂວງ​ເຂດ​ບ້ານ​ນາ​ທ້າຍ​ບີງ ທີ່​ເຂົ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ