ຝູກວັກ - ສະຖານທີ່ທ່ອງທ່ຽວທີ່ດີ ໃນໂອກາດບຸນເຕັດ

(VOVWORLD) -ຝູກວັກ ຂຶ້ນກັບແຂວງ ກຽນຢາງ ຖືກເອີ້ນວ່າ ແມ່ນເກາະແກ້ວມະນີ, ປັດຈຸບັນແມ່ນເກາະທີ່ໃຫຍ່ກວ່າໝູ່ຢູ່ ຫວຽດນາມ. ເກາະຝູກວັກ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ. ພາຍຫຼັງໂຄວິດ - 19, ການທ່ອງທ່ຽວຢຸ່ແຂວງ ກຽນຢາງ ເວົ້າລວມກໍ່ຄືຝູກວັກ ເວົ້າສະເພາະ ໄດ້ຟື້ນຟູ ແລະ ພັດທະນາຢ່າງແຂງແຮງ. ຝູກວັກ ແມ່ນສະຖານທີ່ທ່ອງທ່ຽວ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ມາພັກຜ່ອນ  ໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ
ຝູກວັກ - ສະຖານທີ່ທ່ອງທ່ຽວທີ່ດີ ໃນໂອກາດບຸນເຕັດ - ảnh 1ແຂກທ່ອງທ່ຽວໄດ້ພາກັນຫຼັ່ງໄຫຼເຂົ້າມາທ່ຽວຝູກວັກ

     ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ຝູກວັກໃນໂອກາດພັກບຸນເຕັດປີນີ້ ໄດ້ເພີ່ມຂຶ້ນສູງ, ບັນດາໂຮງແຮມ, ເຂດຣີສອດ ມີແຂກທ່ອງທ່ຽວມາພັກເຊົາປະມານ 80%ຈຳນວນຫ້ອງນອນ. ຢູ່ເຂດລະຫຼິ້ນຄື ເຂດອູ່ໄຟຟ້າ ຮ່ອນເທີມ, ຊາຟາຣີ, ວິນເວິນເດີ, ຕະຫຼາດຄ່ຳຄືນ ຝູກວັກ... ຈຳນວນແຂກມານີ້ຫຼາຍພໍສົມຄວນ. ທ່ານ ເລຈຸງທຶກ ຜູ້ອຳນວຍການສຳພັນຕ່າງປະເທດ ເຂດຣີສອດ ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ ຈຳນວນຫ້ອງນອນຢູ່ເຂດຣີສອດແຫ່ງນີ້ ບັນລຸກວ່າ 80%. ໃນໂອກາດບຸນເຕັດປີນີ້, ເຂດຣີສອດ ກໍ່ມີບັນດາຂອງຂວັນ ເພື່ອມອບໃຫ້ແຂກມາພັກເຊົາ ໃນຕອນເຊົ້າມື້ທຳອິດຂອງປີໃໝ່ ແລະ ມີຫຼາຍລາຍການດົນຕີ, ງານລ້ຽງຮັບໃຊ້ແຂກທ່ອງທ່ຽວມາຕ້ອນຮັບປີໃໝ່ ຢູ່ເຂດຣີສອດແຫ່ງນີ້. ທ່ານ ເລຈຸງທຶກ ໃຫ້ຮູ້ວ່າ:

   “ປັດຈຸບັນສັນຍານທີ່ໜ້າຊື່ນຊົມນັ້ນແມ່ນຈຳນວນຫ້ອງນອນກໍ່ເຕັມ 80%. ຄວາມຕ້ອງການມາສັ່ງຈອງຫ້ອງນອນຂອງແຂກ ເມື່ອທຽບໃສ່ເວລາກ່ອນເກີດໂລກລະບາດ ແມ່ນມີຄວາມແຕກຕ່າງກັນ. ເມື່ອກ່ອນນີ້ແຂກທ່ອງທ່ຽວຈະຈອງຫ້ອງນອນລ່ວງໜ້າຫຼາຍວັນ ເພື່ອຮັກສາຫ້ອງນອນ  ແຕ່ປັດຈຸບັນໃກ້ຈະຮອດວັນພັກບຸນ ເຂົາເຈົ້າຈຶ່ງຈອງຫ້ອງນອນ”.

  ທ່ານ ຫງວຽນຫວູຄັກຮຸຍ ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ ວີນາ ຝູກວັກ  ຈຳກັດ ໃຫ້ຮູ້ວ່າ ປີນີ້ຈຳນວນແຂກທ່ອງທ່ຽວສາກົນ ແມ່ນຊາວຕ່າງປະເທດທ່ອງທ່ຽວດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ໄປພັກຜ່ອນຢູ່ ຝູກວັກ ມີຫຼາຍທີ່ສຸດ ເພາະວ່ານີ້ແມ່ນຊ່ວງເວລາທີ່ ຝູກວັກ  ມີຫຼາຍລາຍການສະແດງສິລະປະ, ງານລາຕີ... ດັ່ງນັ້ນກໍ່ສາມາດດຶງດູດຈຳນວນແຂກທ່ອງທ່ຽວມາທ່ຽວຢ່າງ ຫຼວງຫຼາຍ. ທ່ານ ຮຸຍ ໃຫ້ຮູ້ວ່າ:

   “ຄາດຄະເນວ່າ ຈຳນວນແຂກທ່ອງທ່ຽວ ມາພັກເຊົາຢູ່ທີ່ນີ້ໃນໂອກາດບຸນເຕັດ ແມ່ນປະມານ  1.200 ເທື່ອຄົນ ນັບທັງຊາວຕ່າງປະເທດ ແລະ ຊາວ ຫວຽດນາມ. ສຳລັບແຂກຕ່າງປະເທດກໍ່ມີຊາວ ອິນເດຍ, ສ ເກົາຫຼີ, ມາເລເຊຍ, ໄຕ້ຫວັນ. ພວກຂ້າພະເຈົ້າກໍ່ໄດ້ມີຈຳນວນແຂກຢູ່ພາຍໃນປະເທດ ມາທ່ອງທ່ຽວຢູ່ ຝູກວັກ ຫຼາຍທີ່ສຸດ”.

 ປັດຈຸບັນ ຝູກວັກ  ມີສອງລາຍການທ່ອງທ່ຽວ ພວມໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ນັ້ນແມ່ນລາຍການທ່ອງທ່ຽວໄປຄົ້ນຫາຢູ່ທະເລ ຜ່ານການຫາປາ, ຕຶກປາມຶກ... ເຊື່ອມຕົວເຂົ້າກັບທຳມະຊາດ ທີ່ຮົກເຮຶື້ອຢູ່ຕາມເກາະໜ່ວຍຕ່າງໆຢູ່ຫ່າງໄກ. ທີສອງແມ່ນລາຍການທ່ອງທ່ຽວຄົ້ນຫາປ່າສະຫງວນແຫ່ງຊາດ. ທ່ານ ນາງ ເລືອງຮວ່າງບິກລວານ ຮອງຜູ້ອຳນວຍການ ຫວຽດຈາແວນ ສາຂາ ຝູກວັກ ໃຫ້ຮູ້ວ່າ:

  “ເມື່ອທຽບໃສ່ເວລາກ່ອນເກີດໂລກລະບາດ, ຄວາມຕ້ອງການທ່ອງທ່ຽວຂອງແຂກທ່ອງທ່ຽວກໍ່ມີການປ່ຽນແປງ. ເຂົາເຈົ້າຊົມຊອບລາຍການທີ່ໃໝ່ອ່ຽມ. ກ່ອນເກີດໂລກລະບາດເຂົາເຈົ້າມັກໄປທ່ອງທ່ຽວຕາມລາຍການທີ່ມີມາແຕ່ດົນນານ ແຕ່ພາຍຫຼັງໂລກລະບາດເຂົາເຈົ້າສ່ວນຫຼາຍມັກໄປທ່ອງທ່ຽວ ຢູ່ຕາມເຂດທ່ອງທ່ຽວທຳມະຊາດ”.

 ສ່ວນທ່ານ ຮວິ່ງກວາງຮຶງ ປະທານຄະນະກຳມະການປະຊາຊົນນະຄອນ ຝູກວັກ ໃຫ້ຮູ້ວ່າ:

 “ໃນໂອກາດບຸນປີໃໝ່ປະຈຳຊາດປີນີ້ ຄະນະກຳມະການປະຊາຊົນນະຄອນກໍ່ໄດ້ຊີ້ນຳ ບັນດາຂະແໜງ ຄະນະວິຊາສະເພາະ ແລະ ບັນດາຕາແສງ ໃນນັ້ນກໍ່ມີສະມາຄົມທ່ອງທ່ຽວ ຝູກວັກ, ສະມາຄົມລົງທຶນພັດທະນາ ຝູກວັກ ແລະ ຂະແໜງທີ່ມີໜ້າທີ່ຮັບຜິດຊອບ ເພື່ອສົມທົບກັນຮັບໃຊ້ແຂກທ່ອງທ່ຽວມາພັກຜ່ອນ ໃນໂອກາດພັກບຸນໃຫ້ດີທີ່ສຸດ.”

ໃນປີ 2023 ຂະແໜງທ່ອງທ່ຽວແຂວງ ກຽນຢາງ ໄດ້ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 8,3 ລ້ານເທື່ອຄົນ ໃນນັ້ນ 400.000 ເທື່ອຄົນ ແມ່ນແຂກຕ່າງປະເທດ. ວິສາຫະກິດທ່ອງທ່ຽວຫຼາຍແຫ່ງໃນບໍລິເວນແຂວງ ໄດ້ຢັ້ງຢືນເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວໃນປີ 2023 ແມ່ນອາດສາມາດປະຕິບັດໄດ້. ຂະແໜງທ່ອງທ່ຽວແຂວງ ກຽນຢາງ ໄດ້ ແລະ ພວມຜັນຂະຫຍາຍບັນດາວິທີການແກ້ໄຂເພື່ອດຶງດູດແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ຝູກວັກ ເພື່ອໃຫ້ເກາະແກ້ວທີ່ສວຍງາມນີ້ ນັບມື້ນັບດຶງດູດໃຈແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ