ພະລັງຊີວິດຢູ່ບ້ານໂກຕາມເມື່ອກ້າວເຂົ້າສູ່ລະດູບານໃໝ່

(VOVWORLD) -    ດ້ວຍຄວາມງາມແບບຮົກເຮື້ອຂອງທຳມະຊາດພ້ອມກັບການປະສານສົມທົບຢ່າງກົມກ່ຽວລະຫວ່າງບັນດາກິດຈະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າເອເດ, ບ້ານ ໂກຕາມ, ຕາແສງ ອີອາຕູ, ນະຄອນບວນມາທວດ, ແຂວງດັກລັກ ໄດ້ຮັບການປຸກສ້າງ ແລະ ພັດທະນາໃຫ້ກາຍເປັນເຂດທ່ອງທ່ຽວຊີວະພາບເຂດຊຸມຊົນທີ່ດູດດື່ມ

ຖ້າຫາກພວກເພື່ອນມີໂອກາດມາຢ້ຽມຢາມບ້ານໂກຕາມ ໃນຊຸມວັນນີ້, ບັນດາທ່ານອາດຈະຮູ້ສຶກໄດ້ເຖິງຄວາມສະຫງົບສຸກຂອງທຳມະຊາດ ແລະ ລຽບງ່າຍ, ໃກ້ຊິດສະໜິດສະໜົມ ແຕ່ກໍມີຄວາມເປັນເອກະລັກສະເພາະຂອງວັດທະນະທຳທ້ອງຖິ່ນ

ພະລັງຊີວິດຢູ່ບ້ານໂກຕາມເມື່ອກ້າວເຂົ້າສູ່ລະດູບານໃໝ່ - ảnh 1ເຂດທ່ອງທ່ຽວໂກຕາມ 

ໂດຍຖືກຕັ້ງບົນເນື້ອທີ່ດິນກວ່າ 17 ແຮັກຕາ, ເຂດທ່ອງທ່ຽວຊີວະພາບໂກຕາມຖືກອອກແບບດ້ວຍການປະສານສົມທົບຢ່າງກົມກ່ຽວລະຫວ່າງທຳມະຊາດກັບບັນດາກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ ຄື: ສາລາບ້ານຂອງເຜົ່າເອເດ, ທ່ານ້ຳ, ເຂດວາງສະແດງພິພິທະພັນ, ສວນຮູບແກະຄວັດສະຫຼັກໄມ້...ພ້ອມກັນນັ້ນ, ວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າເອເດຍາມໃດກໍໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ, ເປັນຕົ້ນແມ່ນໃນໂອກາດງານບຸນ, ບຸນເຕັດ. ໃນຄ່ຳຄືນງານບຸນ, ຢູ່ອ້ອມກອງໄຟ ແລະ ໃນທ່າມກາງສຽງຄ້ອງດັງກ້ອງວານໄປທົ່ວ, ບັນດາພິທີຕ້ອນຮັບແຂກໄດ້ຖືກຊາວບ້ານໂກຕາມຈັດຂຶ້ນຢ່າງລອບຄອບຖິ່ນຖ້ວນ.                                  

    ນາງເຮີຊິງ ເອບານ ຊາວເຜົ່າເອເດ, ຜູ້ນຳທ່ຽວຢູ່ ເຂດທ່ອງທ່ຽວຊີວະພາບໂກຕາມໃຫ້ຮູ້ວ່າ : ການເຮັດວຽກຢູ່ນີ້ ບໍ່ພຽງແຕ່ໄດ້ຊ່ວຍນາງມີໂອກາດໄດ້ຊອກຮູ້ກ່ຽວກັບວັດທະນະທຳຂອງເຜົ່າຕົນເທົ່ານັ້ນ, ຫາກຍັງເປັນການປະກອບສ່ວນໂຄສະນາບັນດາຄວາມງາມໃຫ້ແກ່ແຂກທ່ອງທ່ຽວທັງຢູ່ໃກ້ຫຼືໄກອີກດ້ວຍ.  ນາງເຮີຊິງ ເອບານ ເວົ້າວ່າ : 

    “ເຂດທ່ອງທ່ຽວແຫ່ງນີ້ ໄດ້ຮັບກໍ່ສ້າງດ້ວຍຫຼາຍເປົ້າໝາຍທີ່ມີຄວາມໝາຍ ແລະ ແທດຈິງ, ໃນນັ້ນ ເຮົາເຫັດດີເຫັນພ້ອມທີ່ສຸດກ່ຽວກັບເປົ້າໝາຍຮັກສາມູນເຊື້ອຂອງເຜົ່າສ່ວນໜ້ອຍຢູ່ແຫ່ງນີ້, ພິເສດແມ່ນຊາວເຜົ່າເອເດ. ຂະນະທີ່ເຮັດວຽກຢູ່ເຂດທ່ອງທ່ຽວນີ້, ເຂດຊາວເຜົ່າເອເດ ກໍກາຍເປັນທີ່ຮູ້ຈັກກັນດີກວ່າເກົ່າ. ອັນທີ 2 ແມ່ນພື້ນຖານວັດທະນະທຳຂອງເຮົາ, ດັ່ງນັ້ນ ເຮົາກໍສາມາດໂຄສະນາເຜີຍແຜ່, ແນະນຳໃຫ້ແກ່ທຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດຮັບຊາບນຳດ້ວຍ”

    ໄດ້ຮັບຊົມ ແລະ ເຂົ້າຮ່ວມຄ່ຳຄືນພົບປະແລກປ່ຽນສະແດງສິລະປະ ຊຶ່ງຖືກຈັດຂຶ້ນຢູ່ ເຂດທ່ອງທ່ຽວໂກຕາມ, ນາງ ວູ້ວໍ້ຖຸ່ຍຢຸງ ຢູ່ຕາແສງ ເຕີນຮ່ວາ ນະຄອນ ບວນມາທວດ, ແຂວງດັກລັກ ເວົ້າຄວາມໃນໃຈສູ່ຟັງວ່າ : 

    “ ເມື່ອລົງຢ້ຽມຢາມ ບ້ານໂກຕາມ, ເຮົາໄດ້ແວ່ຢາມ ແລະ ຮັບຊົມລາຍການຟ້ອນຊວາງ ແລະ ສະແດງຄ້ອງຂອງບັນດານັກສິລະປະກອນຢູ່ທີ່ນີ້, ເຮົາຮູ້ສຶກມີຄວາມປະທັບໃຈພິເສດ ແລະ ເຫັນວ່າ ນີ້ແມ່ນເຂດໄຕງວນແທ້. ”

    ດ້ວຍທ່າໄດ້ປຽບແມ່ນຖືກຕັ້ງຢູ່ໃຈກາງນະຄອນບວນມາທວດ, ແຄມທາງຫຼວງ 26, ການພັດທະນາທ່ອງທ່ຽວດ້ວຍຄວາມເປັນເອກະລັກສະເພາະໃນວັດທະນະທຳບັນດາເຜົ່າຢູ່ທ້ອງຖິ່ນ, ເຂດທ່ອງທ່ຽວຊີວະພາບໂກຕາມ ນັບມື້ນັບກາຍເປັນທີ່ຮູ້ຈັກກັນດີຂອງແຂກທອ່ງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນບັນຍາກາດຊຸມມື້ລະດູບານໃໝ່, ທຸກໆບໍລິເວນລ້ວນແຕ່ໄດ້ຮັບການປະດັບປະດາຢ່າງສະອາດສວຍງາມດ້ວຍດອກໄມ້ຫຼາກຫຼາຍສີສັນ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານນາງ ຫງວຽນທິງອກແອງ, ປະທານສະພາບໍລິຫານງານ ບໍລິສັດຫຸ້ນສ່ວນທ່ອງທ່ຽວເຂດຊຸມຊົນໂກຕາມ ເປີດເຜີຍວ່າ : ເຂດທ່ອງທ່ຽວຊີວະພາບໂກຕາມ ສາມາດຕອບສະໜອງຄວາມຕ້ອງການທ່ຽວທ່ຽວໃນຍາມລະດູບານໃໝ່ດ້ວຍຈຳນວນແຂກຂຶ້ນເຖິງ 10.000 ຄົນ/ວັນດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ. ທ່ານນາງ ຫງວຽນທິງອກແອງ ກ່າວວ່າ :

     “ເຂດທ່ອງທ່ຽວໂກຕາມໄດ້ລົງເລິກສີສັນວັດທະນະທຳຊົນເຜົ່າເອເດ. ເພາະສະນັ້ນ, ໃນທຸກໆວັນບຸນ, ພວກຂ້າພະເຈົ້າລ້ວນແຕ່ຈັດຕັ້ງການພົບປະແລກປ່ຽນວັດທະນະທຳຄ້ອງໃຫ້ແກ່ເຈົ້າກົກເຈົ້າເຫຼົ່າ ແລະ ກອງສິລະປະກອນຂອງ ບ້ານໂກຕາມກໍໄດ້ທຳການສະແດງຮັບໃຊ້ແຂກໃນທຸກເວລາ. ພ້ອມກັນນັ້ນ ກໍມີບັນດາເຍື່ອງອາຫານພິເສດເພື່ອຮັບໃຊ້ແຂກທ່ອງທ່ຽວ ”

    ບ້ານໂກຕາມຖືກຫຼາຍຄົນອຸປະມາດັ່ງຮູບພາບທຳມະຊາດທີ່ມີສີສັນຫຼາກຫຼາຍ, ທັງໃຫຍ່ໂຕມະໂຫຖານ, ທັງເປັນໜ້າຈັບອົກຈັບໃຈ. ການຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຕິດພັນກັບການພັດທະນາການທ່ອງທ່ຽວ ໄດ້ສ້າງຄວາມເປັນເອກະລັກສະເພາະ ເພື່ອດຶງດູດແຂກທ່ອງທ່ຽວເມື່ອແວ່ຢາມແຫ່ງນີ້. ຊີວິດໃໝ່ດ້ວຍສີສັນສົດໃສ, ເຕັມໄປດ້ວຍພະລັງແຮງຍາມຕົ້ນລະດູບານໃໝ່ພວມປະກົດຕົວບົນດິນແດນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ