ພະລາຊະວັງທັງລອງ-ມໍລະດົກວັດທະນະທຳໂລກ

(vovworld)- ພະ​ລາຊະ​ວັງ ທັງ​ລອງ ​ແມ່ນ​ກຸ່ມ​ປູຊະນີຍະສະຖານ​ທີ່​ຕິດ​ພັນກັບ ກຳ​ແພງ​ປ້ອງ​ກັນລາຊະ​ວັງ​ທັງລອງ​ຮ່າ​ໂນ້ຍ. ກິດ​ຈະ​ກຳ​ສະຖາປັດຕະຍະກຳ​ນີ້​ໂດຍ​ແມ່ນ​ລາດ​ຊະ​ວົງສະ​ໄຫມ​ຕ່າງໆ​ກໍ່ສ້າງ​ຂຶ້ນ​ໃນ​ຫລາຍ​ໄລຍະ​ປະຫວັດສາດ, ກາຍ​ເປັນ​ເຂດ​ປູຊະນີຍະສະຖານ​ສຳຄັນ​ອັນ​ດັບ​ຫນຶ່ງ​ໃນ​ລະບົບ​ບັນດາ​ປູຊະນີ​ຍະສະ​ຖານ​ຂອງ​ຫວຽດນາມ. ປີ 2010, ​ເຂດ​ປູຊະນີ​ຍະສະ​ຖານ ພະ​ລາຊະ​ວັງ ທັງ​ລອງ ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ ວິທະຍາສາດ ​ແລະ ສຶກສາ​ຂອງ ສປຊ (UNESCO) ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ. ຕໍ່​ໄປ​ນີ້​ພວກ​ເຮົາ​ມ​ີບົດ​ຂຽນ​ຂອງ​ນັກ​ຂ່າວ ​ໂຕ​ຕວນທີ່​ພາດ​ຫົວ​ຂໍ້​ວ່າ: ພະ​ລາຊະ​ວັງ ທັງ​ລອງ - ມໍລະດົກ​ວັດທະນະທຳ​ໂລກ​. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ພະລາຊະວັງທັງລອງ-ມໍລະດົກວັດທະນະທຳໂລກ - ảnh 1

ພາບປະກອບ

        ກ່ອນ​ນີ້​ກວ່າ 10 ສັດຕະວັດ, ​ເມື່ອ​ຍ້າຍ​ເມືອງ​ຫລວງ​ຈາກ ຮວາ​ລື ​ແຂວງ ນີງບີ​ງ ມາ​ຕັ້ງ​ຢູ່ ກຳ​ແພງ ດ້າຍ​ລາ, ​ເຈົ້າ​ຊີວິດ ​ລີ​ກົງ​ອວນ(ລີ​ທາຍ​ໂຕ) ​ໄດ້​ໃຫ້​ກໍ່ສ້າງ​ພະ​ລາຊະ​ວັງ​ ທັງ​ລອງ​ຄືນ​ໃຫມ່ ​ໃນ​ພື້ນ​ທີ່​ຂອງ ກຳ​ແພງ ດ້າຍ​ລາ ​ເກົ່າ. ກຳ​ແພງ ທັງ​ລອງ ລວມມີ: ລະບົບ​ກຳ​ແພງ​ຮອບ​ນອກ ​ແມ່ນ​ກຳ​ແພງ​ປ້ອງ​ກັນລະ​ຊາ​ວັງ. ລະບົບ​ກຳ​ແພງຮອບ​ທີ​ສອງ ​ແມ່ນ​ພະ​ລາຊະ​ວັງ, ຊື່​ງ​ແມ່ນ​ບ່ອນ​ຢູ່ ​ແລະ  ​ບ່ອນ​ເຮ​ັດວຽກ​ຂອງ​ບັນ​ດາ​ເຈົ້າ​​ເສນາ​ອາມ​າດ​ໃນ​ລາຊະ​ວັງ. ສ່ວນພະ​ລາຊະ​ວັງ​ນ້ອຍ​ສຸດ​ແມ່ນ ບ່ອນສະຫງວນ​ສະ​ເພາະ​ໃຫ້​ເຈົ້າ​ຊີວິດ, ພະ​ມະ​ເຫ​ສີ ​ແລະ ພວກ​ນາງ​ສະໜົມ​ກົມມະ​ວັງ. ຜ່ານ​ໄລຍະ​ກວ່າ 1000 ປີ, ກຳ​ແພງ​ປ້ອງ​ກັນລາຊະ​ວັງ ທັງ​ລອງ ​ໃນ​ເມື່ອ​ກ່ອນ ​ແລະ ຮ່າ​ໂນ້ຍ ປະຈຸ​ບັນ ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ຜ່ານ​ບັນດາ​ສະ​ໄຫມ ສັກ​ດີ​ນາ. ສົງຄາມເກີດ​ຂຶ້ນ​ຫລາຍ​ຄັ້ງ​ໄດ້​ທຳລາຍ, ທັບ​ຖົມ​ກິດຈະກຳ​ສິລະ​ປະສະຖາປັດຕະຍະກຳ​ ​ຫລາຍ​ແຫ່ງ, ​ແຕ່​ຮ່ອງຮອຍ​ເຂດ​ພະ​ລາຊະ​ວັງ ທັງ​ລອງ ຍັງ​ຄົງ​ຕົວ​ຢູ່.  ​ໃນ​ເຂດ​ໃຈກາງ ​ແມ່ນ ກຳ​ແພງ​ເກົ່າ​ 4 ຫລ່ຽມ​ໄດ້​ຮັບ​ການ​ກໍ່ສ້າງ​ຈາກ​ສະ​ໄຫມ​ລາຊະວົງ ຫງວຽນ ​ເມື່ອ​ປີ 1835. ຊື່​ເອີ້ນ​ບັນດາ​ປະ​ຕູ​ໂຂງຂອງ​ກຳ​ແພງ​ເກົ່າ​ປະຈຸ​ບັນ​ກໍແມ່ນ​ຊື້​ເອີ້ນ​ຂອງ​ບັນດາ​ຖະຫນົນ​ອ້ອມ​ແອ້ມ​ກຳ​ແພງ​ເກົ່າ​ຄື: ​ເກື໋ອບັກ(ປະຕູ​ທາງ​ທິດ​​ເຫນືອ), ​ເກື໋ອນາມ(ປະຕູ​ທາງ​ທິດ​ໃຕ້), ​ເກື໋ອດົງ(ປະຕູ​ທາງ​ທິດຕາ​ເວັນ​ອອກ)…​ເຖິງ​ວ່າ ວັງ​​ຫລັງຕ່າງໆ​​ໃນ​ລາຊະ​ວັງຖືກ​ທຳລາຍ​ແລ້ວກໍ​ຕາມ,​​ແຕ່​ຢູ່​ເຂດ​ໃຈກາງ​ຂອງ​ພະ​ລາຊະ​ວັງ​ເກົ່າ​ຍັງ​ມີ​ກິດຈະກຳ​ຈຳນວນ​ຫນ່ຶງຄື: ປະຕູ ດວານ​ມົນ, ວັງ ກີ​ງທຽນ, ​ເຫົ້າ​ເລົາ. ຢູ່ ວັງ​ກີ​ງທຽນ ​ໃນ​ກາງ​ພະ​ລາຊະ​ວັງ ຍັງ​ມີ​ມັງກອນ​ຫີນ 2 ​ໂຕ ​​ມີ​ມາ​ແຕ່​ສະ​ໄຫມ​ລາຊະວົງ ​ເລ(​ໃນສັດຕະວັດ​ທີ 15). ປະຕູ​ພະ​ລາຊະ​ວັງ​ທາງ​ທິດ​ເຫນືອ ພ້ອມ​ກັບ​ລະບົບກຳ​ແພງ​ ຮ່າ​ໂນ້ຍ ຍັງ​ຄົງໄດ້ຮັບ​ການ​ຮັກສາ​​ໄວ້ເໝືອນ​ເດີມ. ມີ​ກິດຈະກຳ​ປູ​ຊະນີ​ຍະສ​ະຖານ​ພົ້ນ​ເດັ່ນ​ແຫ່ງ​ຫນຶ່ງ ນັ້ນ​ແມ່ນ​ ​ເສົາ​ທຸງ ຮ່າ​ໂນ້ຍ ມີ​ຄວາມ​ສູງ​ກວ່າ 33 ​ແມັດ.

        ປີ 2010, ກົງ​ກັບ​ໂອກາດ​ຮ່າ​ໂນ້ຍ ສະ​ເຫລີ​ມສະຫລອງ 1000 ປີ​ແຫ່ງ​ທັງ​ລອງ ຮ່າ​ໂນ້ຍ, ບັນດາ​ນັກວິທະຍາສາດ ​ໄດ້​ຄົ້ນ​ພົບ​ຢູ່​ໃຕ້​ດິນ​ມີຫລາຍ​ກິດ​ຈະ​ກຳ​, ຮ່ອງຮອຍ, ສະຖຽນ, ວັດຖຸບູຮານ​ອັນ​ລຳ້​ຄ່າ​ກ່ຽວ​ກັບ​ພະ​ລາຊະ​ວັງ ທັງ​ລອງ. ນີ້​ແມ່ນ​ບັນດາ​ພະຍານ​ຫລັກ​ຖານ​ວິທະຍາສາດ ຢັ້ງຢືນ​ວ່າ: ຢູ່​ທີ່​ນີ້ ​ແມ່ນ​​ເຂດ​ໃຈກາງ​ເມືອງ​ຫລວງ​ຂອງ​ບັນດາ​ສະ​ໄຫມ​ສັກ​ດີ​ນາ. ສາ​ສະ​ດາ​ຈານ ​ເລ​ວັນ​ລານ ​ໃຫູ້ຮູ້ວ່າ:

        “ບັນດາ​ປູຊະນີຍະສະຖານ​ທີ່ໄດ້​ຄົ້ນ​ພົບ​ຄື​ດັ່ງ​ປື້​ມຫົວ​ຫນຶ່ງ​ເປີດ​ແຕ່​ລະ​ຫນ້າ​ເຈ້ຍ​ອອກ​ຕາມ​ລຳດັບ. ​ຢູ່ໃຕ້​ດິນ​ເລິກປະມານ​​ 4 ​ແມັດ ​ແມ່ນ​ຊັ້ນສະ​ແດງ​ໃຫ້​ເຫັນ​ພື້ນຖານວັດທະນະທຳ​ວັດຖຸບູຮານ​ຂອງ​ກຳ​ແພງ ດ້າຍ​ລາ, ໄລຍະ​ທຳ​ອິດ​ຂອງ ທັງ​ລອງ. ຢູ່​ຄວາມ​ເລິກ 3 ​ແມັດ ​ແມ່ນ​ຊັ້ນ​ວັດທະນະທຳ​ສະ​ໄຫມ​ລາຊະວົງ ລີ (ສັດຕະວັດ​ທີ 11-12), ສ່ວນ​ຢູ່​ຄວາມ​ເລິກ 2 ​ແມັດ ​ແມ່ນ​ຊັ້ນວັດທະນະທຳ​ສະ​ໄຫມ​ລາຊະວົງ ​ເຈີນ(​ແຕ່​ສັດຕະວັດ​ທີ 13). ບັນດາ​ຮ່ອງຮອຍ​ໄດ້​ຄົ້ນ​ພົບ​ຢູ່​ເຂດ​ພະ​ລາຊະ​ວັງ ທັງ​ລອງ ກົງ​ກັບ ​ໂອກາດ​ສະ​ເຫລີ​ມສະຫລອງ 1000 ປີ ທັງ​ລອງ - ຮ່າ​ໂນ້ຍນັ້ນ ​​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ​ເມືອງ​ຫລວງ​ ​ແມ່ນ​ສູນ​ກາງຂອງ​ປະ​ເທດ​ຊາດ​ໃນ​ຕະຫລອດ​​ໄລຍະ ປະຫວັດສາດ ນັບ​ພັນ​ປີ​​.”

ພະລາຊະວັງທັງລອງ-ມໍລະດົກວັດທະນະທຳໂລກ - ảnh 2

ພະ​ລາຊະ​ວັງໃນຍາມຄຳ່ຄືນ

        ພ້ອມ​ກັບ​ບັນດາ​ປູຊະນີຍະສະຖານສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ວັດຖຸ​ພັນ​ນັບ​ໝື່ນ​ຢ່າງ​ທີ່​ຢັ້ງຢືນ​ໃຫ້​​ເຫັນ​ຊັ້ນ​ວັດທະນະທຳ​ຜ່ານ​ບັນດາ​ໄລຍະ​ທີ່​ໄດ້​ຮັບ​ກາ​ນຄົ້ນ​ພົບ ​ໄດ້​ວາດ​ພາບ​ຄືນ​ວິວັດທະນາ​ການ​ປະຫວັດສາດ​ຈາກ​ສັດຕະວັດ​ທີ 7 ຮອດ​ສັດຕະວັດ​ທີ 9 ຜ່ານ​ສະ​ໄຫມ​ລາຊະວົງ ​ລີ, ​ເຈີ​ນ, ໝາກ, ​ເລ ​ແລະ ຫງວຽນ. ​ເຂດ​ໃຈກາງ​ພະ​ລາຊະ​ວັງ ປະຈຸ​ບັນ ມີ​ກິດຈະກຳ​ສະຖາປັດຕະຍະກຳ​ໃນ​ສະ​ໄຫມ ຝລ່ັງ ​ແລະ ​ກິດຈະກຳ ອາຄານ D67 ດ້ວຍ​ບັນດາ​ຮ່ອງຮອຍ​ສະຖຽນ​ຂຸມ​ໃຫ້​ໃຕ້​ດິນ, ຫ້ອງ​ປະຊຸມ​ໃຕ້​ດິນ. ອາຄານ D67 ​ແມ່ນ​ສະຖານ​ທີ່​ ​ເຊິ່ງກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ພັກການ​ທະຫານສູນກາງ ​ໄດ້​ວາງ​ອອກ​ບັນດາ​ຄຳ​ຕັດສິນ​ຊີ້​ຂາດ​ປະຫວັດສາດ ຍາດ​ເອົາ​ໄຊຊະນະ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ກູ້​ຊາດ. ບັນດາ​ກິດຈະກຳ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ທຸກ​ອົງການ​ມີ​ສິດ​ອຳນາດ​ສູງ​ສຸດ​ຜ່ານ​ຫລາຍ​ໄລຍະ​ປະຫວັດສາດ​ລ້ວນ​ແຕ່​ເລືອກ​ເຟັ້ນ​ແຫ່ງ​ນີ້​ແມ່ນ​ສູນ​ກາງການ​ເມືອງ, ສູນ​ກາງ​ສິດອຳນາດ​ຂອງ​ປະ​ເທດ​ຊາດ.  ສາດສະດາ​ຈານ ຟານ​ຮູ​ຍ​ເລ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ບັນດາ​ອົງການ​ຊີ້​ນຳ​ນຳພາສູງ​ສຸດ​ຂອງ​ຫວຽດນາມ ສືບ​ຕໍ່​ເຕົ້າ​ໂຮມ​ຢູ່​ແຫ່ງ​ນີ້. ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ເຫັນ​ວ່າ ​ເຂດ​ປູຊະນີ​ຍະສະ​ຖານ​ນີ້ ​ເຖິງ​ວ່າ​ຂອບ​ຂະຫນາດ​ບໍ່​ໃຫຍ່ ​ແລະ ສະຖາປັດຕະຍະກຳ​ບໍ່​ທັນ​ສະ​ໄຫມ​ກໍ​ຕາມ,​​ແຕ່​ໃນ​ນັ້ນ​ໄດ້​ເຕົ້າ​ໂຮມ​ບັນດາ​ຄຸນຄ່າ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ປະຫວັດສາດ​ວັດທະນະທຳ​ຫວຽດນາມ ​ແລະ ຄຸນຄ່າ​ທົ່ວ​ໂລກ​ທີ່​ຫວຽດນາມ​ໄດ້​ຮັບ​ເອົາ ​ເພ່ືອ​ສ້າງ​ເປັນ​ພື້ນຖານ​ດ້ານແນວ​ຄິດ,​ ຈາກ​ນັ້ນ ວາງ​ອອກ​ບັນດາ​ແຜນ​ນະ​ໂຍບາຍ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາປະ​ເທດ​ຫວຽດນາມ.”

        ວັນ​ທີ 1/8/2010, ​ເຂດ​ປູຊະນີຍະສະຖານ​ພະ​ລາຊະ​ວັງ ທັງ​ລອງ ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ ​ໂດຍ​ອີງ​ໃສ່ 3 ມາດຖານ​ພົ້ນ​ເດັ່ນ​ນັ້ນ​ແມ່ນ: ຢັ້ງຢືນ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ກ່ຽວ​ກັບ​ວິວັດທະນາ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ແມ່ນ​ສະຖານ​ທີ່​ຮັບ​ເອົາ​ຜົນ​ສະທ້ອນ​ຈາກ​ວັດທະນະທຳ​ພາຍ​ນອກ, ບັນດາ​ທິດ​ສະ​ດີ, ​ແນວ​ຄິດ​ມີ​ຄຸນຄ່າ​ທົ່ວ​ໂລກ​ຈາກ​ຄວາມສີ​ວິ​ໄລຂອງມວນ​ມະນຸດ ​ເພື່ອ​ສ້າງ​ເປັນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ສູນ​ກາງການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ຂອງ​ຊາດ, ​​ເປັນ​ການ​ຢັ້ງຢືນ​ກ່ຽວກັບ​ມູນ​ເຊື້ອ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດນາມ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້​ແດງ​ຜ່ານ​ບັນດາ​ໄລຍະ​ປະຫວັດສາດ, ມີ​ການ​ພົວພັນ​ແລກປ່ຽນ​ກັບ​ພາກ​ພື້ນ ​ແລະ ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ