ພະວິຫານກຽບບາກ-ສະຖານທີ່ຕິດພັນກັບວິລະກຳຂອງເຈີນຮຶງດ້າວ

ໂດຍ​ຖືກ​ຕັ້ງ​ຢູ່​ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ​-ກຽບບາກ, ແຂວງ​ຫາຍ​ເຢືອງ, ພະ​ວິ​ຫານ​ກຽບ​ບາກ​ແມ່ນ​ແຫ່ງ​ຕິດ​ພັນ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ນັກ​ວິ​ລະ​ຊົນ​ແຫ່ງ​ຊາດ ເຈີນ​ກ໋ວກ​ຕ້ວນ (1228-1300). ນອນ​ຢູ່​ເຄິງ​ກາງ​ຮອມ​ພູດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ມະ​ຫັດ​ສະ​ຈັນ, ແມ່​ນ້ຳ​ລຳ​ເຊປະ​ສານ​ກົມ​ກືນພ້ອມ​ກັບ​ລະ​ບົບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ປະ​ຫວັດ​ສາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ພະ​ວິ​ຫານ​ກຽບ​ບາກແມ່ນ​ສະ​ຖານ​ທີ່​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ມາ​ຄົ້ນ​ຫາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ແລະ ຊອກ​ຮູ້​ກ່ຽວ​ກັບ​ວິ​ລະ​ກຳ​ທີ່​ລືຊາຜາ​ກົດໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດ​ນາມ.

 

ພະວິຫານກຽບບາກ-ສະຖານທີ່ຕິດພັນກັບວິລະກຳຂອງເຈີນຮຶງດ້າວ  - ảnh 1
                                     ພະ​ວິ​ຫານ​ກຽບ​ບາກ

        ​ກຽບ​ບາກແມ່ນ​ຊື່​ປະ​ສົມ​ຂອງ 2 ບ້ານນັ້ນ​ແມ່ນ​ບ້ານ​ກຽບ ແລະ ບ​້ານ​ບາກ. ທັງ 3 ທິດຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ສາຍ​ພູ​ມີ​ຮູບ​ມັງ​ກອນ, ແມ່ນ​ບ່ອນ​ເຕົ້າ​ໂຮ​ມ​ຂອງ​ແມ່​ນ້ຳ 6 ສາຍ. ຍ້ອນ​ທີ່​ຕັ້ງ​ພູມີ​ປະ​ເທດ​ທີ່​ສຳ​ຄັນ​ເຊັ່ນ​ນັ້ນ, ພາຍຫຼັງ​ການ​ຕໍ່​ຕ້ານ​ຕ້ານ​ພວກ​ທະ​ຫານ​ສັກ​ດີ​ນາ​ມົງ​ກົນ​ຄັ້ງ​ທີ 1 ເມື່ອ​ປີ 1258, ເຈີນ​ຮຶງ​ດ້າວໄດ້​ເລືອກ​ເອົາ​ເຂດນີ້​ເປັນ​ສູນ​ບັນ​ຊາ​ຂອງ​ລະ​ບົບ​ປ້ອງ​ກັນ​ການ​ທະ​ຫານ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຈາກ​ເຂດ​ຊາຍ​ແດນ​ລ້າງ​ເຊີນໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ, ແນ​ໃສ່​ສ້າງ​ທ່າ​ສະ​ໜາມ​ຕ້ານ​ພວກ​ສັກ​ດີ​ນາ​ມົງ​ກົນ​ຄັ້ງ​ທີ 2 ເມື່ອ​ປີ 1285 ແລະ ຄັ້ງ​ທີ 3 ເມື່ອ​ປີ 1288. ພາຍຫຼັງ​ທີ່ເຈີນ​ຮຶງ​ດ້າວເຖິງ​ແກ່​ມໍ​ລະ​ນະ​ກຳ, ເພື່ອ​ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ​ຂອງ​ເພິ່ນ​ທີ່​ມີ​ຕໍ່​ປະ​ເທດ​ຊາດ, ຊາວ​ທ້ອງ​ຖິ່ນ​ໄດ້​ກໍ່​ຕັ້ງ​ພະ​ວິ​ຫານ​ໃນ​ບໍ​ລິ​ເວນ​ສູນ​ບັນ​ຊາ​ເມື່ອ​ກ່ອນນີ້ໂດຍ​ຕັ້ງ​ຊື່​ແມ່ນ​ກຽບ​ບາກ ແລະ ເຊີດ​ຊູ​ເພິ່ນ​ແມ່ນ​ພະ​ອໍ​ລະ​ຫັນ​ເຈີນ. ທ່ານ​ນາງ ຫງວຽນ​ທິ​ຖຸຍ​ລຽນ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ​-ກຽບບາກ ໃຫ້​ຮູ້​ວ່າ :

      “ ປະ​ຈຸ​ບັນ, ໃນ​ທົ່ວ​ປະ​ເທດ​ມີ ປູ​ຊະ​ນີ​ຍະ​ສະ​ຖານ​​ນັບ​ພັນ​ແຫ່ງບູ​ຊາເຈີນ​ຮຶງ​ດ້າວ. ແຕ່​ສ​ຳ​ລັບ​ວ້ານ​ກຽບ, ນີ້​ແມ່ນ​ດິນ​ແດນ​ຕິດ​ພັນ​ກັບ​ຊີ​ວິດ ແລະ ພາ​ລະ​ກິດຂອງ​ເພິ່ນ. ຖ້າ​ຫາກວ່າ ນາມດິ້ງ​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ ພະ​ອໍ​ລະ​ຫັນ​ເຈີນ ແລະ ເຈີນ​ເທືອງ​ຢູ່​ຮ່າ​ນາມ ຊຶ່ງ​ແມ່ນ​ສາງ​ເກັບ​ມ້ຽນ​ທັນ​ຍາ​ຫານ​ໃຫຍ່ກວ່າ​ໝູ່​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີນນັ້ນ, ວ້ານ​ກຽບ​ແມ່ນ​ດິນ​ແດນ​ທີ່​ເພິ່ນ​ໄດ້​ອຸ​ທິດ​ສ່ວນ​ຕະຫຼອດ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ຕົນ​, ທັງ​ແມ່ນ​ແຫ່ງ​ທີ່​ເພິ່ນ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ. ປະ​ຈຸ​ບັນ, ຢູ່ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ ກໍ​ລ້ວນ​ແຕ່​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ບູ​ຊາ ພະ​ອໍ​ລະ​ຫັນ​ເຈີນ, ແຕ່​ຢູ່​ວ້ານ​ກຽບ ແລະ ກຽບ​ບາກ​ດ້ວຍ​ອາ​ລົມ​ຈິດ ແລະ ຄວາມ​ຮັກ​ແພງ​ທີ່ ພະ​ອໍ​ລະ​ຫັນ​ເຈີນ​ໄດ້​ຜູກ​ພັນ​ກັບ​ວ້ານກຽບ​ນັບ​ທັງ​ໄລ​ຍະ​ທີ່​ເພີ່ນ​ຍັງ​ມີ​ຊີ​ວິດ​ຢູ່ ແລະ ຂະ​ນະ​ທີ່​ເພີ່ນ​ເຖິງ​ແກ່​ມໍ​ລະ​ນະ​ກຳ ແລະ ຮັບ​ການ​ເຊີດ​ຊູ​ເປັນ ພະ​ອໍ​ລະ​ຫັນ​ເຈີນ. ດັ່ງ​ນັ້ນ ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ກຽບ​ບາກ​ແມ່ນ​ແຫ່ງ​ບູ​ຊາ ພະ​ອໍ​ລະ​ຫັນ​ເຈີນ ”

     ພະ​ວິ​ຫານ​ກຽບ​ບາກ​ມຸ່ງ​ໜ້າ​ສູ່​ແມ່​ນ້ຳ​ລຸກ​ເດົາ​ດ້ວຍ​ປະ​ຕູ​ໂຂງ​ທີ່ໃຫຍ່​ໂຕລວມ​ມີ​3 ປະ​ຕູ​ນ້ອຍ​ໃຫຍ່ເຂົ້າ​ອອກ. ຢູ່​ໜ້າ​ປະ​ຕູ​ໂຂງ​ມີ​ແຖວ​ຕົວ​ໜັງ​ສື​ຫວຽດ​ເດີມ ແລະ ຄຳ​ພະ​ຫຍາ​ຢູ່​ຕາມ 2 ເບື້ອງ. ກ້າວ​ຜ່ານ​ປະ​ຕູໂຂງ, ຢູ່​ເບື້ອງ​ຊ້າຍ​ມື​ມີ​ນ້ຳ​ສ້າງ​ເກົ່າ​ທີ່​ມີ​ມາ​ແຕ່​ສະ​ໄໝ ເຈີນ​ຮຶງ​ດ້າວ, ນ້ຳ​ສ້າງນີ້ບໍ່​ຖືກ​ບົກ​ແຫ້ງ​ຈັກ​ເທື່ອ. ພະວິ​ຫານ​ກຽບ​ບາກມີ​ວັງ​ບູ​ຊາ​ໃຫຍ່ 3 ແຫ່ງເຊັ່ນ: ວັງ​ກາງ ມີ​ຮູບ​ປັ້ນ ເຈີນ​ຮຶງ​ດ້າວ, ວັງ​ຢູ່​ດ້ານ​ໜ້າ ມີ​ຮູບ​ປັ້ນ​ນາຍ​ພົນ​ຝ້າມ​ງູ້​ລ້າວ, ສ່ວນ​ວັງ​ຢູ່​ທາງຫຼັງ​ແມ່ນ​ມີ​ຮູບ​ປັ້ນ​ພະ​ແມ່, ພັ​ນ​ລະ​ຍາ ແລະ ບຸ​ດສາວ 2 ​ພະນາງ​ຂອງ ເຈີນ​ຮຶງ​ດ້າວ. ໃນ​ພະ​ວິ​ຫານ ກໍ​ຍັງ​ບູ​ຊາ​ບຸດ​​ຊາຍ 4 ອົງ​ຂອງ ເຈີນ​ຮຶງ​ດ້າວ​ອີກ​ດ້ວຍ. ທ່ານ​ນາງ ຫງວຽນ​ທິ​ຖຸຍ​ລຽນ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ​-ກຽບບາກ ໃຫ້​ຮູ້ຕື່ມ​ອີກ​ວ່າ :

     “ ທົ່ວ​ເຂດ​ພະ​ວິ​ຫານ​ກຽບ​ບາກນີ້ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ເຈີນ ຂະ​ນະ​ທີ່​ເຈົ້າ​ຊີ​ວິດ ເຈີນ​ແອງ​ຕົງ ໃຫ້​ກໍ່​ສ້າງ​ເພື່ອ​ບູ​ຊາພະ​ອໍ​ລະ​ຫັນ​ເຈີນເມື່ອ​ປີ 1300. ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທັງ​ໝົດ​ຂອງ​ພະ​ວິ​ຫານ​ກຽບ​ບາກ​ໄດ້​ຮັບ​ການ​ກໍ່​ສ້າງຕາມ​ແບບພະ​ລາດ​ຊະ​ວັງ. ມາ​ຮອດ​ປະ​ຈຸ​ບັນ, ຜ່ານ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເປັນຫຼາຍ​ຄັ້ງ, ຄັ້ງຫຼ້າ​ສຸດ​ແມ່ນ​ໃນ​ປີ 2012 ຊຶ່ງ​ໄດ້​ບູ​ລະ​ນະ​ເດີນ​ພະ​ວິ​ຫານ​ຄືນເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ມາ​ທຳ​ພິ​ທີ​ບູ​ຊາ ພະ​ອໍ​ລະ​ຫັນ​ເຈີນ ”

      ງານ​ບຸນພະ​ວິ​ຫານ​ກຽບ​ບາກ ຊຶ່ງ​ແມ່ນ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີ​ເພື່ອ​ລະ​ນຶກວັນ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ ນັກ​ວິ​ລະ​ຊົນ​ແຫ່ງ​ຊາດ ເຈີນ​ກ໋ວກ​ຕ້ວນ ໃນ​ແຕ່​ລະ​ປີ ຊຶ່ງ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 ຫາ​ວັນ​ທີ 20/8 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່ກວ່າ​ໝູ່​ຂອງ​ປະ​ເທດ​ຊາດ ອັນ​ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ມາ​ຮ່ວມ. ນາງ​ຮ່​ວາງ​ທິ​ເຝື້ອງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ​ໃຫ້​ຮູ່ວ​່າ : 

    “ ຂ້າ​ພະ​ເຈົ້າ​ໄດ້​ມາ​ຮ່ວມ​ງາມບຸນ​ກຽບ​ບາກ ເພື່ອ​ອາ​ໄລ​ຫາພະ​ອໍ​ລະ​ຫັນ​ເຈີນ ຊຶ່ງ​ປະ​ຊາ​ຊົນ​ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ແມ່ນ​ພະ​ບິ​ດາ​ຂອງ​ຊາດ. ຄະ​ນະ​ນັກ​ທ່ອງ​ທ່ຽວ​ພວກ​ຂ້າ​ພະ​ເຈົ້າ​ໃຊ້​ເວ​ລາ 2 ວັນ​ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ໃນ​ງານ​ບຸນ ແລະ ໄປ​ຢ້ຽມ​ຊົມ ທັດ​ສະ​ນະ​ສຶກ​ສາ ແລະ ພັກ​ຜ່ອນ​ຢູ່ນີ້ ເພາະ​ທິດ​ທັດ​ທຳ​ມະ​ຊາດ​ຢູ່ນີ້​ສວຍ​ສົດ​ງົດ​ງາມ, ອາ​ກາດ​ປອດ​ໂປ່ງ​ດີ  ”

     ມາ​ຮ່ວມ​ງານ​ບຸນ​ກົນ​ເຊີນ-ກຽບ​ບາກ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ການ​ເຫຼື້ອມ​ໃສ​ພື້ນ​ເມືອງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທ​ຳ​ພື້ນ​ເມືອງຫຼາກຫຼາຍ. ທ່ານ​ນາງ ຫງວຽນ​ທິ​ຖຸຍ​ລຽນ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກົນ​ເຊີນ​-ກຽບບາກ ໃຫ້​ຮູ້​ຕໍ່​ໄປວ່າ :

    “ ໃນ​ວັນ​ທີ 17/8 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຢູ່​ບົນ​ແມ່​ນ້ຳ​ລຸກ​ເດົາ, ກໍ​ຈັດ​ໃຫ້​ມ​ີ​ພິ​ທີ​ເຕົ້າ​ໂຮມ​ກຳ​ລັງ​ພົນ​ທະ​ຫານ​ບົນ​ແມ່​ນ້ຳ​ລຸກ ແນ​ໃສ່​ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ຂອງ ພະ​ອໍ​ລະ​ຫັນ​ເຈີນ, ນັກ​ການ​ທະ​ຫານ​ທີ່​ປິ​ຊາ​ສາ​ມາດ, ທັງ​ເປັນ​ຜູ້​ກໍ່​ຕັ້ງ​ທະ​ຫານ​ເຮືອ​ຫວຽດ​ນາມ. ໃນ​ຊຸມມື້ນີ້, ຊາວ​ປະ​ມົງ​ຢູ່​ທຸກ​ແຖບ​ຖິ່ນ​ໄດ້​ເດີນ​ເຮືອ​ມາ​ຍັງ​ພະ​ວິ​ຫານກຽບ​ບາກເພື່ອ​ເຕົ້າ​ໂຮມ​ກຳ​ລັງ, ພ້ອມ​ທັງ​ພາ​ວະ​ນາ​ໃຫ້ ພະ​ອໍ​ລະ​ຫັນ​ເຈີນ ຊ່ວຍ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ການ​ເດີນ​ເຮືອ​ໄປ​ຫາ​ປາ​ໄດ້​ຮັບ​ຜົນ​ດີ ”

     ພາຍຫຼັງ​ພິ​ທີ, ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈັດ​ບຸນ​ທີ່​ອຸ​ດົມ​ສົມ​ບູນ ແລະ ຫຼາຍ​ຮູບ​ຫຼາຍ​ສີ​ເຊັ່ນ: ການ​ປະ​ກວດ​ປຸງ​ແຕ່ງ​ອາ​ຫານ​ເພື່ອ​ຖວາຍ ພະ​ອໍ​ລະ​ຫັນ​ເຈີນ, ການ​ຊ່ວງ​ເຮືອ, ຕີ​ມວຍ, ຂັບ​ລຳ​ທຳ​ເພງ…ມາ​ຮ່ວມ​ງານ​ບຸນ​ກຽບ​ບາກ, ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຕ່າງ​ກໍ​ໄດ້​ເຊື່ອມ​ຕົວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ, ວາດ​ພາບ​ເຖິງ​ການ​ສູ້​ຮົບ​ເມື່ອ​ກ່ອນນີ້​ຂອງນັກ​ວິ​ລະ​ຊົນ​ແຫ່ງ​ຊາດ ເຈີນ​ກ໋ວກ​ຕ້ວນ ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມກວ່າ​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ