ຢ້າວຢົງ, ເຂດທ່ອງທ່ຽວຊີວະພາບທີ່ດູດດື່ມຢູ່ດົງທາບເມື່ອຍ

ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຢ້າວ​ຢົງ ແຕ່​ດົນ​ນານ​ມາ​ແລ້ວ​ໄດ້​ມີ​ຊື່​ສຽງ​ຍ້ອນ​ເປັນ​ຫາດດອນ​ທີ່​ສວຍ​ສົດງົດ​ງາມ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ເປັນ​ໜ້າ​ຈັບ​ໃຈ, ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ພື້ນ​ທີ່​ຕ່ຳ. ໃນ​ວັນ​ນີ້, ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຢ້າວ​ຢົງ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບທີ່​ດູດ​ດື່ມກວ່າ​ໝູ່​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້​ຫວຽດ​ນາມ.

ຢ້າວຢົງ, ເຂດທ່ອງທ່ຽວຊີວະພາບທີ່ດູດດື່ມຢູ່ດົງທາບເມື່ອຍ - ảnh 1
ປ່າ​ຄາມ​ໃນເຂດ​ທ່ອງ​ທ່ຽວ​ຢ້າວ​ຢົງ

       ເຂດ​ທ່ອງ​ທ່ຽວ​ຢ້າວ​ຢົງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ເດືອນ 7 ປີ 2003, ຊຶ່ງນອນ​ໃນ​ເຂດ​ປ່າ​ຄາມ​ທີ່​ຂຶ້ນ​ກັບ​ບ້ານ 6, ຕາ​ແສງ ຢ້າວ​ຢົງ, ເມືອງ ກາວ​ແລ້ງ ແຂວງ​ດົງ​ທາບ, ຫ່າງ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ​ພຽງປະ​ມານ 150 ກມ. ເຂດ​ຢ້າວ​ຢົງແມ່ນ​ເຂດປ່າ​ຄາມ​ດິບ​ພ້ອມ​ກັບ​ລະ​ບົບ​ແມ່​ນ້ຳ​ລຳ​ເຊ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ. ເຂດນີ້​ມີ​ອາ​ກາດ​ປອດ​ໂປ່ງ, ເຢັນ​ສະ​ບາຍ, ມີ​ແຫຼ່ງ​ປາ​ນ້ຳ​ຈືດຫຼາຍ​ທີ່​ສຸດ​ຢູ່​ດົງ​ທາບ​ເມື່ອຍ. ແຫຼ່ງ​ອາ​ຫານນີ້​ໄດ້​ພາ​ໃຫ້​ນົກຫຼາຍ​ຊະ​ນິດ​ເລືອກ​ເອົາ​ແຫ່ງນີ້​ເປັນ​ບ່ອນ​ຢູ່​ອາ​ໄສ. ຢູ່​ແຫ່ງນີ້​ມີ​ນົກຫຼາຍ​ຊະ​ນິດ​ເຊັ່ນ: ນົກ​ຂຽວ​ຫອນ​ແດງ, ນົກ​ເປັດ…ແຕ່ຫຼາຍກວ່າ​ໝູ່​ແມ່ນ​ນົກ​ຍາງ​ຂາ​ວ, ບາງ​ໄລ​ຍະກໍ​ມີ​ເຖິງນັບ​ໝື່ນ​ໂຕ ແລະ ຢູ່​ແຫ່ງນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ສວນ​ນົກ​ຍາງ​ໃຫຍ່ກວ່າ​ໝູ່​ໃນ​ດົງ​ທາບ​ເມື່ອຍ.

       ກ່ອນ​ທີ່​ເຂົ້າ​ໄໄປ​ຢ້ຽມ​ຢາມ​ເຂດ​ສວນ​ນົກ​ຢູ່ເຂດ​ທ່ອງ​ທ່ຽວ​ຢ້າວ​ຢົງ, ຜູ້​ນຳ​ທ່ຽວ​ໄດ້​ຢາຍກ້ອງ​ສ່ອງທາງ​ໄກ​ໃຫ້​ແຕ່​ລະ​ຄົນ ແລະ ເຊີນ​ຂຶ້ນປ້ອມສັງ​ເກດການສູງ 18 ແມດ. ຈາກ​ບ່ອນນີ້ ກໍ​ສາ​ມາດ​ສັງ​ເກດ​ເຫັນ​ທົ່ວ​ທັງ​ເຂດ​ສວນ​ນົກ. ທ່ານ ​ຫງວຽນ ​ກ໋ວກ​ດາດ ນັກ​ຖ່າຍ​ຮູບ​ຢູ່​ສວນ​ນົກ​ແຫ່ງນີ້​ເປັນ​ເວ​ລາຫຼາຍ​ປີ ໃຫ້​ຮູ້​ວ່າ :

    “ ສວນ​ນົກ, ປ່າ​ຄາມ​ແຫ່ງນີ້​ໄດ້​ເປັນ​ຮູບ​ເປັນ​ຮ່​າງ​ຂຶ້ນມາ​ແຕ່​ປີ 1986, ນັບ​ຕັ້ງ​ແຕ່ນັ້ນ​ເປັນ​ຕົ້ນ​ມາ ກໍ​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຄວາມ​ຮົກ​ເຮື້ອ​ຂອງ​ເຂດ​ດິ​ນ​ນ້ຳ​ຖ້ວມ. ຢູ່​ແຫ່ງນີ້, ໄດ້​ສະ​ຫງວນ​ເນື້ອ​ທີ່ 350 ແຮັກ​ຕາ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ປ່າ​ຊະ​ນິດ​ຕ່າງໆ ແລະ ສະ​ຫງວນ 40 ແຮັກ​ຕາ​ເພື່ອອະ​ນຸ​ລັກ​ຮັກ​ສາ​ນົກຫຼາຍ​ຊະ​ນິດ, ພິ​ເສດ​ແມ່ນ​ນົກ​ຊະ​ນິດ​ຖືກ​ບັນ​ທຶກ​ໄວ້​ໃນ​ປຶ້ມ​ແດງ. ຢູ່​ແຫ່ງນີ້ ຍັງ​ຄົງ​ອະ​ນຸ​ລັກ​ຮັກ​ສາ​ພຶກ​ສາ​ຊາດຫຼາຍ​ປະ​ເພດ​ຢູ່​ເຂດ​ນ້ຳ​ຖ້ວມ, ໃນ​ນັ້ນ​ມີ​ດອກ​ບົວ​ທຳ​ມະ​ຊາດ, ຜັກ, ຫົວ​ຜັກ​ຊະ​ນິດ​ຕ່າງໆ​ຢູ່​ເຂດ​ດົງ​ທາບ​ເມື່ອຍ  ”

     ພາຍຫຼັງ​ທີ່​ຮັບ​ຟັງ​ການ​ແນະ​ນຳ​ກ່ຽວ​ກັບ​ສວນ​ນົກ, ຝູງ​ເຮືອ​ໄມ້​ຢູ່​ເຂດ​ທ່ອງ​ທ່ຽວ​ຈະ​ພາ​ແຂກ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ເຂດ​ສວນ​ນົກ. ຢູ່​ແຫ່ງນີ້​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ໄດ້​ສັງ​ເກດເຫັນການ​ດຳ​ລົງ​ຊີ​ວິດຂອງ​ນົກຫຼາຍ​ຊະ​ນິດ​ໃນ​ທຳ​ມະ​ຊາດຍາມດວງ​ຕາ​ເວັນ​ຂຶ້ນຫຼື​ຍາມດວງ​ຕາ​ເວັນ​ຕົກ​ດິນ.                                  

     ກໍ​ເຊັ່ນ​ດຽວ​ກັນ​ກັບ​ບ່ອນ​ອື່ນໆ​ຢູ່​ເຂດ​ດົງ​ທາບ​ເມື່ອຍ, ເຂດ​ທ່ອງ​ທ່ຽວ​ຢ້າວ​ຢົງມີ 2 ລະ​ດູ​ທີ່​ຈະ​ແຈ້ງ, ນັ້ນແມ່ນ​ລະ​ດູ​ແລ້ງ ແລະ ລະ​ດູ​ນ້ຳ​ຖ້ວມ. ອ້າຍ​ຫງວຽນວັນ​ຫາຍ, ຜູ້​ນຳ​ທ່ຽວຢູ່​ແຂວງ​ດົງ​ທາບ ໃຫ້​ຮູ້​ວ່າ :

     “ ລະ​ດູ​ນ້ຳ​ຖ້ວມ​ແມ່ນ​ເລີ່ມ​ແຕ່​ເດືອນ 10 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ຂອງ​ປີ​ກ່ອນ ຊຶ່ງ​ແກ່​ຍາວ​ເຖິງ​ເດືອນ 6 ປີ​ຕໍ່​ໄປ. ນົກ​ຊະ​ນິດ​ຕ່າງໆ​ເຄີຍ​ມາ​ເຕົ້າ​ໂຮມ​ຢູ່​ບ່ອນນີ້​ໃນ​ຍາມ​ນ້ຳ​ຂຶ້​ນ​ເພື່ອ​ຂະຫຍາຍ​ພັນ, ເພາະ​ໃນ​ຈຸດ​ເວ​ລານີ້ ແມ່ນ​ມີ​ອາ​ຫານ​ທີ່​ອຸ​ດົມ​ສົມບູນ. ນົກ​ມານີ້​ສ່ວນຫຼາຍແມ່ນເຕົ້າ​ໂຮມ​ຢູ່​ເຂດ​ເນື້ອ​ທີ່ 40 ແຮັກ​ຕາ​ໂດຍ​ເຕົ້າ​ໂຮມ​ຕາມ​ແຕ່​ລະ​ຝູງ, ມີ​ບໍ​ລິ​ເວນ​ຕັ້ງ​ຮັງ ”

   ໃນ​ຍາມ​ລະ​ດູ​ແລ້ງ, ເມື່ອ​ນ້ຳ​ຄ່ອຍໆ​ລົງ, ​ບໍ​ລິ​ເວນນີ້ ແມ່ນບ່ອນ​ສາ​ມາດ​ຈັດ​ຕັ້ງ​ງານ​ຕັ້ງ​ຄ້າຍ, ລອງ​ເຮືອ​ຢ້ຽມ​ຊົມ​ເຂດ​ປ່າ​ຄາມ, ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ຕາມ​ສວນ​ນົກຫຼື​ໄປ​ຕຶກ​ປາ. ນອກ​ຈາກນັ້ນ, ແຂກ​ທ່ອງທ່ຽວທັງຫຼາຍ​ຈະ​ມີ​ໂອ​ກາດ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ເຂດ​ດົງ​ທາບ​ເມື່ອຍ​ຄື: ປີ້ງ​ປາ, ປີ້ງ​ງູ, ແກ່ງ​ສົ້ມ​ປາ, ເຫຼົ້າ​ນ້ຳ​ເຜີ້ງ...

      ຍ້ອນ​ມີ​ລະ​ບົບ​ທາງ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ ແລະ ທາງ​ບົກ​ທີ່​ສະ​ດວກ​ສະ​ບາຍ, ດັ່ງ​ນັ້ນ​ຈຳ​ນວນ​ແຂກ​ທ່ອງທ່ຽວມາ​ຢ້ຽມ​ຊົມ​ຢູ່ເຂດ​ທ່ອງ​ທ່ຽວ​ຢ້າວ​ຢົງ ນັບ​ມື້​ນັບຫຼາຍ​ຂຶ້ນ. ແຂກ​ທ່ອງ​ທ່ຽວມານີ້, ຈະ​ມີ​ໂອ​ກາດ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ, ໄດ້​ສູບ​ເອົາ​ອາ​ກາດ​ທີ່​ປອດ​ໂປ່ງ, ໄດ້​ພັກ​ຜ່ອນ​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ຄາມທີ່​ເປັນ​ໜ້າ​ປະ​ທັບ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ