ຢ້ຽມຢາມຕະຫລາດເບນແທງ ນະຄອນໂຮ່ຈິມີນ


(vovworld)- ໂດຍ​ຕັ້ງ​ຢູ່​ເຂດ​ໃຈ​ກາງ​ນະ​ຄອນ, ຕະ​ຫລາດ​ເບນ​ແທງ ບໍ່​ພຽງ​ແຕ່​ມີ​ຊື່​ສຽງ ແມ່ນ​ສະ​ຖານ​ທີ່​ຄ້າ​ຂາຍ​ທີ່​ຄຶກ​ໂຄມ​ຫນາ​ແຫນ້ນເທົ່າ​ນັ້ນ ຫາກ​​ຍັງ​ແມ່ນກິດ​ຈະ​ກຳ​​ ສະ​ຖາ​ປັດ​ຕະ​ຍະ​ກຳ​​ທີ່ພົ້ນ​ເດັ່ນ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ​ອີກ​ດ້ວຍ. ຜ່ານ​ກວ່າສັດ​ຕະ​ວັດ​ຫນຶ່ງ, ຕະ​ຫລາດ​ເບນ​ແທງຍັງ​ຄົງ​ຕົວ​ໃນນະ​ຄອນ​ໂຮ່​ຈິ​ມີນ​ທີ່​ມີ​ການ​ປ່ຽນ​ແປງ​ຫລາ​ຍ​ຢ່າງ  ແລະ ກໍ​ແມ່ນ​ນະ​ຄອນທີ່​ມີການ​ພັດ​ທະ​ນາ​​ດ້ານ​ການ​ຄ້າ​ໃຫຍ່​ສຸດ​ໃນ​ທົ່ວ​ປະ​ເທດ. ຕະ​ຫລາດ​ເບນ​ແທງ ປະ​ຈຸ​ບັນ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເພາະ​ວ່າ ນີ້ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕ​ະ​ຍະ​ກຳ​ດ້ານ​ການ​ຄ້າ, ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ ໄຊ​ງ່ອນ​ໃນ​ເມື່ອ​ກ່ອນ ແລະ ນະ​ຄອນ​ໂຮ່​ຈິ​ມີນ​ປະ​ຈຸ​ບັນ. ບົດ​ຂຽນຂອງ​ນັກ​ຂ່າວ​ໂຕ​ຕວນ​ ດ້ວຍ​ຫົວ​ຂໍ້​ວ່າ: “ຕະ​ຫລາດ​ເບນ​ແທງ, ນະ​ຄອນ​ໂຮ່​ຈິ​ມີນ”.

ຢ້ຽມຢາມຕະຫລາດເບນແທງ ນະຄອນໂຮ່ຈິມີນ - ảnh 1
ຕະ​ຫລາດ​ເບນ​ແທງ​ໃນ​ເມື່ອ​ກ່ອນ
ພາບ​ເອ​ກະ​ສານ

        ຕາມ​ໄລ​ຍະ​ປະ​ຫວັດ​ສາດ, ຕະ​ຫລາດ​ເບນ​ແທງ ໃນ​ເມື່ອ​ກ່ອນ​ມີ​ພຽງ​ແຕ່​ ເຮືອນ​ກໍ່​ສ້າງ​ດ້ວຍ​ໄມ້, ​ມຸງ​ຫຍ້າ​ຄາສອງ​ສາມ​ຫລັງ ຢູ່​ແຄມ​ແມ່​ນ້ຳ ເບນ​ແງ ຢູ່​ຂ້າງ​ກຳ​ແພງ ຢາດີ້ງ. ປີ 1859, ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ຕີ​ຢືດ​ຄອງ​ກຳ​ແພງ ຢາດີ້ງ ແລະ ຕະ​ຫລາດ​ແຫ່ງນີ້ກໍ​ຖືກ​ຈູດ​ເຜົາ​ທຳ​ລາຍ, ຊາວ​ຝ​ລັ່ງ​ອະ​ນຸ​ຍາດ​ໃຫ້​ກໍ່​ສ້າງ​​ຕະ​ຫລາດແຫ່ງ​ຫນຶ່ງ​ຊື່ງ​ລວມ​ມີ ບັນ​ດາ​ເຮືອນ​ບໍ່​ມີ​ຝາ, ມຸ່ງ​ດິນ​ຂໍ. ດ​ຣ ຮ່າ​ມີງ​ຮົ່ງ, ພະ​ແນກ​ປະ​ຫວັດ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ  ​ມະ​ນຸດສາດ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຕົ້ນ​ສັດ​ຕະ​ວັດ​ທີ 19 ໄດ້​ມີ​ຕະ​ຫລາດ​ເກົ່າ​ແຫ່ງ​ຫນຶ່ງ​ທີ່​ມີ​ຊື່​ວ່າ ເບນ​ແທງ, ຕະ​ຫລາດ​ຖືກກໍໍ່​ສ້າງ​ຢູ່​ແຄມ​ແມ່​ນ້ຳ ຢູ່ຂ້າງ​ກຳ​ແພງ(ພາ​ສາ​ຫວຽດ​ເອີ້ນ​ວ່າ​ແທ່ງ) ສະ​ນັ້ນ ​ມີ​ຊື່​ວ່າເບນ​ແທ່ງ. ຕະ​ຫລາດ​ແຫ່ງນີ້ຖືກ​ຈູດ​ເຜົາ​ຫ້ອງ​ຫນຶ່ງ, ຫລັງ​ຈາກນັ້ນ​ຖ​ືກກໍ່​ສ້າງ​ຄືນ​ໃຫມ່​ດ້ວຍ 5 ຫ້ອງ​ທີ່ກວ້າງ​ໃຫຍ່.”

        ລະ​ຫວ່າງ​ປີ 1911, ຕະ​ຫລາດ​​ມີ​ຄວາມ​ສ່ຽງຈະ​ພັງ​ຖະ​​ຫລົ່ມ, ຊາວ​ຝ​ລັ່ງ ໄດ້​ເລືອກ​ເຟັ້ນ​ບ່ອນ​ອື່ນ​ເພື່ອກໍ່​ສ້າງ​ຕະ​ຫລາດ​ແຫ່ງ​ໃຫມ່, ໃຫຍ່ກວ່າ ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຄ້າ​ຂາຍ​ທີ່​ຄຶກ​ໂຄ​ມຫນາ​ແຫນ້ນ ແລະ ນັບ​ມື້​ນັບ​ພັດ​ທະ​ນາ.  ​ສະ​ຖານ​ທີ່​ໄດ້​ຮັບ​ການ​ຄັດ​ເລ​ືອກ ແມ່ນ​ມໍ່​ກັບ​ສະ​ຖາ​ນີ​ລົດ​ໄຟ ໝີ​ທໍ ເບື້ອງ​ຫລັງ​ແມ່ນ ສະ​ຖາ​ນີ​ລົດ​ເມ ໄຊ​ງ່ອນ(ນັ້ນ​ແມ່ນ​ຕະ​ຫລາດ​ເບນ​ແທງ ປະ​ຈຸ​ບັນ). ຕະ​ຫລາດ​ເບນ​ແທງ ປະ​ຈຸ​ບັນ ມີ 4 ປະ​ຕູ​, ຕະ​ຫລາດ​ແຫ່ງນີ້​ກາຍ​ເປັນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​​ທີ່ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ເພາະ​ວ່າ ມັນ​ຄົງ​ຕົວ​ກວ່າ 100 ປີ​ມານີ້, ແຕ່​ຍັງ​ຄົງ​ຮັກ​ສາ​ສະ​ຖ​າ​ປັດ​ຕະ​ຍະ​ກຳ​ແບບ​ເອີ​ລົບ, ແລະ ມີ​ຄວາມ​ກົມ​ກຽວ​ກັບ​ບັນ​ດາ​ກິ​ດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກ​ຳທີ່​ທັນ​ສະ​ໄຫມ​ຢູ່​ໃຈ​ກາງ​ນະ​ຄອນ. ທ່ານ​ເຄືອງວັນ​ເມື່ອຍ, ນັກ​ສະ​ຖາ​ປາ​ນິກ, ສະ​ມາ​ຊິກ​ສະ​ມາ​ຄົມ​ນັກ​ສະ​ຖາ​ປາ​ນິກ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຕະ​ຫລາດ​ເບນ​ແທງ ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໃນ​ນັ້ນ ທາດ​​ທີ່ຕິດ​ຕັ້ງ​ໂມ​ງ​ທັງ 3 ຫນ້າ ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ເມື່ອ​ເວົ້າ​ເຖິງ​ຕະ​ຫລາດ​ເບນ​ແທງ ແມ່ນ​ຄິດ​ເຖິງ​ໄຊ​ງ່ອນ, ນະ​ຄອນ ໂຮ່​ຈິ​ມີນ. ຢູ່​ອ້ອມ​ແອ້ມ​ຕະ​ຫລາດ ມີ​ລະ​ບຽງທີ່ປູ​ດ້ວຍ​ເບ​ຕົງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄປ​ຊື້​ເຄື່ອງ​ຂອງບໍ່​ຖືກ​ແດດ​ຮ້ອນ​ຫລື​ຝົນ​ຕົກ. ນີ້​ກໍ​ແມ່ນ​ການ​ອອກ​ແບບ​ສຳ​ລັບ​ເຂດ​ຮ້ອນ ໂດຍ​ ​ຄົນຝ​ລັ່ງ ປະ​ຕິ​ບັດ​ສຳ​ເລັດ​ຜົນ ແລະ ເໝາະ​ສົມ​ກັບ​ອາ​ກາດ ຢູ່​ເຂດ​ອາ​ຊີ ຕາ​ເວັນ​ອອກ.”

ຢ້ຽມຢາມຕະຫລາດເບນແທງ ນະຄອນໂຮ່ຈິມີນ - ảnh 2
ຕະ​ຫລາດ​ເບນ​ແທງ​ປະ​ຈ​ຸ​ບັນ
ພາບ:bookin.vn

        ສຳ​ລັບ​ຫລາຍ​ຄົນ​, ພິ​ເສດ ແມ່ນ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ, ເບນ​ແທງ ແມ່ນ​ຕະ​ຫລາດ​ແຫ່ງ​ທີ່​ຄຸ້ນ​ເຄີຍ ແຕ່​ສິ່ງ​ທີ່​ສ້າງ​ຄວ​າ​ມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຕະ​ຫລາດ​ແຫ່ງນີ້ບໍ່​ແມ່ນ​ຜູ້​ໃດ​ກໍ​ຮູ້​ຈັກ​ເຖິງ.  ​ການ​ເຄື່ອນ​ໄຫວຢູ່​ຕະ​ຫລາດ​ທຸກມື້ນີ້ ຍັງ​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​​ເອ​ກະ​ລັກ​ຫລາຍ​ຢ່າງ. ພິ​ເສດ ຢູ່ ທາດ​ໂມງ​ຕໍ່​ຫນ້າ​ປະ​ຕູ​ເຂົ້າ​ຂອງ​ຕະ​ຫລາດ ຍັງ​ຮັກ​ສາ​ຮ້ານ​ບູ​ຊາ​ເຈົ້າ​ຖິ່ນ​ເຈົ້າ​ຖານ​ຕະ​ຫລາດ. ແຕ່​ລະ​ມື້ ບັນ​ດາ​ພໍ່​ຄ້າ​ຊາຍ​ຂາຍ​ຢູ່​ຕະ​ຫລາດ​ແຫ່ງນີ້ ຍັງ​ມາ​ນີ້​ເພື່ອ​ຖະ​ຫວາຍ​ທູບ​ທຽນ ຄື​ດັ່ງ​ການ​ເຄ​ື່ອ​ນ​ໄຫວ​ດ້ານ​ຈິດ​ວິນ​ຍານ ເພື່ອ​ພາ​ວະ​ນາ​ໃຫ້​ຊື້​ໄດ້​ຂາຍ​ຫມານ. ປະ​ຈຸ​ບັນ ຢູ່ ຕໍ່​ຫນ້າ​ປະ​ຕູ​ໂຂງ ຍັງ​ມ​ີ​ບັນ​ດາ​ຮູບ​ແກະ​ສະ​ຫ​ລັກ​ຮ​ູບ​ໄກ່, ຮູບ​ເປັດ ຫລື ຮູບ​ປາ, ຊື່ງ​ຕາມນັ້ນແລ້ວ ຜູ້​ໄປ​ຕະ​ຫລາດ​ຖ້າ​ໄດ້​ເບິ່ງ​ຮູບນັ້ນ​​ແມ່ນ​ສາ​ມາດ​ຊອກ​ໄດ້​ບ່ອນ​ຊື້​ເຄື່ອງ​ຂອງ​ທີ່​ຕົນ​ເອງ​ຕ້ອງ​ການ.

        ​ບັນ​​ຍາ​ກາ​ດ​ຢູ່ຕະ​ຫລາດ​ເບນ​ແທງ ແມ່ນ​ຄ​ຶກ​ຄື້ນ​ທັງ​ເວັນ ແລະ ຄືນ, ປະ​ຈ​ຸ​ບັນ ຕະ​ຫລາດ​ແຫ່ງນີ້ ມີ​ເກືອບ 1500 ຮ້ານ ແມ່ນ​ບ່ອນ​ຄ້​າ​ຂາຍ​ຂອງ​ພໍ່​ຄ້າ​ເກືອບ 6000 ຄົນ ແລະ ແຕ່​ລະ​ມື້​ດຶງ​ດູດ​ແຂກ​ມາ​ຊື້ຂາຍ​ເຄື່ອງ​, ຢ້ຽມ​ຊົມ ປະ​ມານ 8-10.000 ເທື່ອ​ຄົນ. ຢູ່ ຕະ​ຫລາດ​ເບນ​ແທງ, ນັກ​ທ່ອງ​ທ່ຽວ ສາ​ມາດ​ຊອກ​ຊື້​ເຄື່ອງ​ຂອງ​ທຸກ​ປະ​ເພດ ນັບ​ແຕ່​ເຄື່ອງ​ໃຊ້​ໃນ​ເຮືອ​ນ​, ອາ​ຫານ​ສົດ ຕະ​ຫລອດ​ຮອດເຄື່ອງ​ໄຟ​ຟ້າ, ເອ​ເລັກ​ໂຕ​ນິກ…ພິ​ເສດ ຕະ​ຫລາດ​ເບນ​ແທງ ແຕ່​ດົນ​ນານ​ມາ​ແລ້ວ ມີ​ຊື່​ສຽງ​ຍ້ອນ​ມີ​ໝາກ​ໄມ້​ທຸກ​ປະ​ເພດ​​ທີ່ ສົດ, ແຊບມາ​ຈາກ​ທຸກ​ເຂດ​ພາກ​ເມື່ອ​ທຽບ​ໃສ່​ຕະ​ຫລາດ​ແຫ່ງ​ອື່ນໃນ​ນະ​ຄອນ. ໄປ​ຢ້ຽມ​ຊົມ, ຊື້​ເຄື່ອງ​ຂອງ, ຄົ້ນ​ຫາ​ຕະ​ຫລາດ​ເບນ​ແທງ ແຕ່​ດົນ​ນານ​ແລ້ວ​ໄດ້​ກາຍ​ເປັນ​ສ່ວນ​ຫນຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ໄຊ​ງ່ອນ, ນະ​ຄອນ​ໂຮ່​ຈິ​ມີນ.

ຕອບກັບ

ຂ່າວ/ບົດ​ອື່ນ