ຢ້ຽມຢາມບັນດາວັດວາອາຮາມທີ່ມີຊື່ສຽງຢູ່ນະຄອນໂຮ່ຈິມີນ


(vovworld)- ມາ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມີນ, ນັກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທັງເກົ່າ​ແກ່ ແລະ ທັນ​ສະ​ໄຫມ. ຄຽງ​ຂ້າງ ບັນ​ດາ​ອາ​ຄານ, ວີ​ນ​ລາ​ບູ​ຮານ​ຊື່ງໄດ້​ຮັບ​ການກໍ່​ສ້າງ​ຕາມ​​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ​ລັ່ງນັ້ນ ຍັງ​ມີ ວັດ​ວາ​ອາ​ຮາມ​ບາງ​ແຫ່ງ​ທີ່ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ ອາ​ຊີ​ຕາ​ເວັນ​ອອກ. ​ເຖິງວ່າຜ່ານ​ໄລ​ຍະ​ຮັບຮ້ອຍ​ປີ​ແລ້ວ​ກໍ​ຕາມ ແຕ່​ວັດ​ວາ​ອາ​ຮາມ​ຫລາຍ​ແຫ່ງຢູ່​ທີ່​ນີ້​ຍັງ​ຄົງ​ຮັກ​ສາ​ຮູບ​ເດີມ ​ໄວ້​ໄດ້, ທັງແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ກໍ​ຄ​ື​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ຢ້ຽມຢາມບັນດາວັດວາອາຮາມທີ່ມີຊື່ສຽງຢູ່ນະຄອນໂຮ່ຈິມີນ - ảnh 1
ວັດ​ຫວີງ​ງຽມ
ພາບ:http://mytour.vn

        ວັດ ຢາກ​ເລີມ  ​ຕັ້ງ​ຢູ່​ເລກທີ 118 ​ຖະ​ຫນົນ ລາກ​ລອງກວັນ, ເມືອງ ເຕີນ​ບີງ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ວັດ​ບູ​ຮານ​ທີ່​ມີ​ຊື່​ສຽງ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ວັດ​ແຫ່ງນີ້​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະກຳ​ສາ​ສະ​ຫນາ​ຢູ່​ເຂດ​ດິນ ພາກ​ໃຕ້. ວັດ​ແຫ່ງນີ້​ ໂດຍປັນຍາ​ຊົນລີ​ຖູ້ຍ​ລອງ ອະ​ນຸ​ຍາດໃຫ້​ກໍ່​ສ້າງ ແລະ ຕັ້ງ​ຊື່​ວ່າ ຢາກ​ເລີມ. ພະ​​ອາ​ຈານ ທີກ​ຈີ​ດືກ, ຢູ່ ວັດ ຢາກ​ເລີມ ໃຫ້​ຮູ້​ວ່າ:

        “ວັດ ຢາກ​ເລີມ ໄດ້​ຮັບ​ການກໍ່​ສ້າງ​ເມື່ອ ປີ 1744  ແລະ ຄົງ​ຕົວ​ມາ​ຮອດ​ປະ​ຈຸ​ບັນ. ກ່ອນນີ້ ວັດ​ຢາກ​ເລີມ​ຕັ້ງ​ຢູ່​ກາງ​ເຂດປ່າ​ໄມ້, ສະ​ນັ້ນ ຈື່ງ​ມີ​ຊື່​ວ່າ ຢາກ​ເລີມ.”

        ຢູ່​ຕໍ່​ຫນ້າ​ວັດ ຢາກ​ເລີມ ແມ່ນ ທາດ ຊາ​ເລີ້ຍ​ເປັນ​ຮູບ 6 ​ແຈ, ລວມມ​​ີທາດ 7 ຊັ້ນ. ເດີນ​ວັດ​ມີ​​ພະ​ພຸດ​ທະ​ຮູບ​​ເຈົ້າ​ແມ່​ກວນ​ອີນ​ໃຕ້​ຮົ່ມ​ຕົ້ນ​​ໂພ. ນີ້​ແມ່ນຕົ້ນ​ໂພ​ໂດຍພະ​​ອາ​ຈານ Narada ນຳມາ​ຈາກ ສີ​ລັງ​ກາ ​ແຕ່​ປີ 1953. ວັດ​ຢາກ​ເລີມ ຍັງໄດ້​ຮັບ​ຖື​ວ່າ ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ນ້ອຍ, ຮັກ​ສາ​ຜະ​ລິດ​ຕະ​ພັນ​ປະ​ຕິ​ມາ​ກຳ​ຫລາຍ​ຢ່າງ. ໃນ​ວັດ​ມີພະ​ພຸດ​ທະ​ຮູບ113 ອົງ, ສ່ວນ​ຫລາຍ​ແມ່ນ​ເຮັດ​ດ້ວຍ​ໄມ້. ດ້ວຍ​ປະ​ຫວັດ​ສາດ​ທີ່ມີ​ມາ​ແຕ່​ດົນ​ນານ​ພ້ອມ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພົ້ນ​ເດັ່ນ, ປີ 1988 ວັດ​ແຫ່​ງນີ້​ໄດ້​ຮັບ​ການ​ຮັບ​ຮອງວ່າ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ.

        ຢູ່​ໃຈ​ກາງ​ນະ​ຄອນ​ໂຮ່​ຈິ​ມີນ ຍັງ​ມີ​ວັດ​ບູ​ຮານ​ອີກ​ແຫ່ງ​ຫນຶ່ງ ​ຊື່ງ​ນັກ​ທ່ອງ​ທ່ຽວ​ເຄີຍ​ແວ່​ຢາມ ນັ້ນ​ແມ່ນ ວັດ​ເຟືອກ​ຫາຍ ຫລື​ເອີ້ນ​ວ່າ ວັດ ງອກ​ຮ່​ວາງ (​ເທ​ພະຍະ​ເຈົ້າ) ຢູ່ ເມືອງ 3. ວັດ​ແຫ່ງນີ້​ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1892 ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ຊາວ​ຈີນ. ສິ່ງ​ພິ​ເສດ​ຂອງວັດ​ແຫ່ງນີ້  ນັ້ນ​ແມ່ນ​ຢູ່​ໃນ​ວັດ​ມີພະ​ພຸ​ດ​ທະ​ຮູບ​ເຮັດ​ດ້ວຍ​ເຈ້ຍເຖິງວ່າ​ໄດ້​ຄົງ​ຕົວມາ​ເປັນ​ເວລາເກ​ືອບ 100 ປີ​ແລ້​ວກ​ໍ​ຕາມ, ແຕ່​ບັນ​ດາ​ພະ​ພຸດ​ທະ​ຮູບນີ້ ຍັງ​ຄົງ​ຮັກ​ສາ​ຮູບ​ເດີມ​ໄວ້​ໄດ້. ອ້າຍ ຫງວຽນ​ບາ​ດັງ, ຜູ້​ນິ​ຍົມ​ຖ່າຍ​ຮູບ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຂ​້າ​ພະ​ເຈົ້າ​ເຄີຍ​ມາ​ວັດ​ແຫ່ງນີ້​ເພື່ອ​ຖ່າຍ​ຮູບ.  ​ບໍ​ລິ​ເວນ​ວັດ​ບໍ່​ກວ້າງ​ປານ​ໃດ, ແຕ່​ສວຍ​ງາມ​ຫລາຍ,  ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ວັດ​ແຫ່ງນີ້ແມ່ນ​ຕ່າງ​ກັບ​ວັດ​ແຫ່ງ​ອື່ນ. ມາ​ຢ້ຽມ​ຢາມ​ວັດນີ້​ໃນ​ຍາມ​ເຊົ້າ ​ພວກ​ເຮົາ​ຈະ​ໄດ້​ຊົມທິ​ວ​ທັດ​ພິ​ເສດ​ທີ່​ສຸດ, ເປັນ​ຕົ້ນ​ເມື່ອ​ແດດສ່ອງ​ແສງ​ລົງ, ຂ້າ​ພະ​ເຈົ້າ​ສາ​ມາດ​ຖ່າຍ​ຮູບ​ໄດ້​ຫລາຍ​ແຜ່ນ​ທີ່​ງາມ​ຕາ.”

        ເມື່ອ​ເວົ້າ​ເຖິງ​ບັນ​ດາ​ວັດ​ວາ​ອາ​ຮາມ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ​ແມ່ນຕ້ອງ​ເວົ້າ​ເຖິງວັດ ຫວີງ​ງຽມ ຢູ່​ຖະ​ຫນົນ ນາມ​ກີ​ເຂີຍ​ເຫງ້ຍ, ເມືອງ 3 ຊື່ງ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາ​ສະ​ຫນາ​ທີ່​ໃຫຍ່​ໂຕກວ່າ​ໝູ່​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ສັງ​ເກດ​ຈາກ​ທາງ​ໄກ, ວັດ​ແຫ່ງນີ້​ພົ້ນ​ເດັ່ນຂຶ້ນ​ດ້ວຍ ທາດ 7 ຊັ້ນ, ມີ​ຄວາມສູງ 40 ແມັດ. ວັດ​ແຫ່ງນີ້ ໄດ້​ຮັບ​ການ​ອອກ​ແບບ​ຄ້າຍ​ຄື​ກັນ​ກັບວັດຫວີງ​ງຽມ ຢູ່ ແຂວງ ບັກ​ຢາງ ແຕ່​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ເຕັກ​ນິກ ແລະ ວັດ​ສະ​ດຸກໍ່​ສ້າງ​ທັນ​ສະ​ໄຫມ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ພົ້ນ​ເດັ່ນ​ຂອງສະ​ຖາ​ປັດ​ຕະ​ຍະ​ກຳ​ສາ​ສະ​ຫນາ ຫວຽດ​ນາມ ໃນ​ສັດ​ຕະ​ວັດ​ທີ 20. ວັດ​ຫວີງ​ງຽມ ​ໃນປະ​ຈຸ​ບັນ ກໍ​ມີ​ຊື່​ສຽງ ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ​ພຸດ​ໃນ​ທົ່ວ​ປະ​ເທດ. ພະ​ອາ​ຈານ​ໃຫຍ່ ທີກ​ແທງ​ຟອງ, ເຈົ້າ​ອາ​ວາດ ວັດ​ຫວີງ​ງຽມ ໃຫ້​ຮູ້​ວ່າ:

        “ພວກ​ອາ​ຕະມາ​ຍັງ​ຄົງປະ​ຕິ​ບັດ​ພິ​ທີ​ການ​ຕ່າງໆຕາມ​ມູນ​ເຊື້ອ​ຂອງ​ສາ​ສະ​ຫນາ ຈຸກ​ເລີມ. ບັນ​ດາ​ພະ​ສົງ​ສຳ​ມະ​ເນນ, ພຸດທະ​ສາ​ສະ​ນິ​ກະ​ຊົນ​ມາ​ຈາກ​ທຸກ​ສາ​ລະ​ທິດ​ມາ​ວັດ​ແຫ່ງນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສະ​ຫນິດ​ສະ​ຫນົມ.”

        ບັນ​ດາ​ວັດ​ວາ​ອາ​ຮາມ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ ປະ​ຈຸ​ບັນ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ບູ​ຊາ​ພະ​ພຸດ​ທະ​ເຈົ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສູນ​ດຳ​ເນີນ​ຊີ​ວິດ​​ວັດ​ທະ​ນະ​ທຳດ້ານ​ຈິດ​ວິນ​ຍານ​ຂອງ​ທັງ​ປະ​ຊາ​ຄົມ​ອີກ​ດ້ວຍ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ວັດ​ແຫ່ງນີ້ ບໍ່​ພຽງ​ແຕ່​ໄດ້​ຮັບ​ຟັງ​ບັນ​ດາ​ເລື່ອງ​ລາວຕ່າງໆ​ເພື່ອ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງສາ​ສະ​ຫນາ, ການ​ເຫລື້ອມ​ໃສ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອ​ກາດໃສ່​ບາ​ດ​ທຳ​ບຸນ​, ​ເພື່ອໃຫ້​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ, ຮູ້​ສຶກ​​ໄດ້ຄວາມ​ໝາຍ​ຂອງ​ຊີ​ວິດ.

ຕອບກັບ

ຂ່າວ/ບົດ​ອື່ນ