ຢ້ຽມຢາມບ້ານຊາວເຜົ່າມົ້ງຢູ່ຈຽງດີ,ເວີນໂຮ່ ນະຄອນ ເຊີນລາ


(vovworld)- ມາ​ຢ້ຽມ​ຢາມ ມົກ​ເຈົາ ນອກ​ຈາກ​ໄດ້​ໄປ​ຊົມ​ທັດ​ສະ​ນີ​ຍະ​ພາບ​ທີ່ສວຍ​ງາມ​ແລ້ວ​ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ໄປ​ຢ້ຽມ​​ຢາມ​ບ້ານ​ຂອງຊາວ​ເຜົ່າ​ມົ້ງ, ເຜົ່າ​ຜູ້​ໄທ​ອີກ​ດ້ວຍ. ເສັ້ນ​ທາງ​ເຂົ້າ​ບ້ານ​ຈຽງ​ດີ, ຕາ​ແສງ ຈຽງ​ອຽນ ເມືອງ ເວີນ​ໂຮ່ ແມ່ນ​​ຄັບແຄບ ແຕ່​​ພັດ​ມີ​ຄວາມປະ​ທັບ​ໃຈ​ທີ່​ສຸດ ເພາະ​ ບັນ​ດາ​ສວນດອກ​ຄາຍ​ຢູ່​ທີ່ນີ້​ເລີ່ມ​ເບັ່ງ​ບານ ພ້ອມ​ດ້ວຍ​ເຮືອນ​ຮ້ານທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຊົນ​ເຜົ່າ​ທີ່​ເກົ່າ​ແກ່ຫລາຍ​ຫລັງ.

       

ຢ້ຽມຢາມບ້ານຊາວເຜົ່າມົ້ງຢູ່ຈຽງດີ,ເວີນໂຮ່ ນະຄອນ ເຊີນລາ - ảnh 1
ຊາວ​ບ້ານ ຈຽງ​ດີ ເຊີນ​ແຂກ​ທ່ອງ​ທ່ຽວ​ຊີມ​ອາ​ຫານ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕົນ
ພາບ:vov

        ເສັ້ນ​ທາງ​ເຂົ້າ​​ໄປບ້ານ​ ຈຽງ​ດີ ແມ່ນ​ເສັ້ນ​ທາງ​ນ້ອຍ ດັ່ງ​ນັ້ນ ລົດ​ໂອ​ໂຕ​ບໍ່​ສາ​ມາດ​ເຂົ້າ​ໄປໄດ້. ​ ​ຫາກ​ຕ້ອງ​ຈອດ​ຢູ່​ຫົວ​ບ້ານ, ສ່ວນນັກ​ທ່ອງ​ທ່ຽວ​ຈະ​ຕ້ອງ​ຍ່າງ​ຜ່ານ​ທາງ​ນ້ອຍ​ຈຶ່ງເຂົ້າ​ບ້ານ​ໄດ້ຢ​ູ່​ລຽບ​ຕາມ​ສອງ​ຟາກ​ທາງ ແມ່ນ​ສວນດອກ​ຄາຍ​ເລີ່ມ​ເບັ່ງ​ບານ ນີ້​​ແມ່ນສັນ​ຍານ​ທີ່ສະ​ແດງ​ໃຫ້​ເຫັນ​​ວ່າ ລະ​ດູ​ບານ​ໃຫມ່​ວຽນ​ມາ​ແລ້ວ. ເອື້ອຍ ຫວູ​ຖູຍ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ໄລ​ຍະ​ທາງ​ຈາກ​ຮ່າ​ໂນ້ຍໄປ​ເຖິງ ມົກ​ເຈົາ ບໍ່​ໄກ​ປານ​ໃດ. ບ້ານ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້ ຍັງ​ຄົງ​ຮັກ​ສາ​ສະ​ພາບດັ້ງ​ເດີມ​ໄວ້​ໄດ້.  ມາ​ຢ້ຽມ​ຢາມ​ບ້ານ​ນັກ​ທ່ອງ​ທ່ຽວ ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອໄດ້​ເຫັນ​ປະ​ຈັກ​ຕາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ.”

         ​ມາ​ຢ້ຽມ​ຢາມ​ບ້ານ​ ຈຽງ​ດີ ເມື່ອນັກ​ທ່ອງ​ທ່ຽວ​ ​ແວ່​ຢາມບໍ່​ວ່າ​ຄອບ​ຄົວ​ໃດ​ກໍ່​ໄດ້ ​ລ້ວນ​ແຕ່ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສະ​ຫນິດ​ສະ​ຫນົມ​ຈາກ​ຊາວ​ບ້ານ. ໃນ​ນັ້ນ ເຮືອນ​ຂອງ ທ່ານ ຫວ່າງ​ອາ​ຈູ, ນາຍ​ບ້ານ ຈຽງ​ດີ ແມ່ນ​ສະ​ຖານ​ທີ່​ຊື່ງ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມ​ຢາມ​ຫລາຍກວ່າ​ໝູ່. ຢູ່​ເຮືອ​ນ​ຮ້ານ ຂອງ​ຄອບ​ຄົວ ທ່ານ ຫວ່າງ​ອາ​ຈູ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຟັງ​ການ​ແນະ​ນຳ​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ເຜົ່າ​ມົ້ງ, ແລະ ໄດ້​ຮັບ​ປະ​ທານ​ ​ອາ​ຫານ​ພື້ນ​ເມືອງຫລາຍ​ເຍື່ອງ​ຂອງ​ຊາວ​ຊົນ​ເຜົ່າ.

       

ຢ້ຽມຢາມບ້ານຊາວເຜົ່າມົ້ງຢູ່ຈຽງດີ,ເວີນໂຮ່ ນະຄອນ ເຊີນລາ - ảnh 2
ໃນເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງ​ຢູ່ ​ບ້ານຈຽງ​ດີ, ​ຫລັງ​ໃດ​ກໍລ້ວນ​ແຕ່​ມີໂມ້​ສາ​ລີ
ພາບ:vov

        ​ໃນເຮືອ​ນທີ່​ປຸກ​ສ້າງ​ດ້ວຍ​ໄມ້, ເຖິງວ່າ ອຸ​ປະ​ກອນ​ການ​ຜະ​ລິດ, ເຄື່ອງ​ໃຊ້​ສອຍ​ໃນ​ຄອບ​ຄົວ​ຂອງ​ຊາວ​ຊົນ​ເຜົ່າ​ບໍ່​ທັນ​ສະ​ໄຫມ​ຄື​ຢູ່​ເຂດ​ຕົວ​ເມືອງ​ກໍ​ຕາມ ແຕ່​​ພັດແມ່ນ​ສິ່ງ​ທີ່​ແປກ​ປະ​ຫລາດ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ. ພິ​ເສດ ເມື່ອ​ເຫັນ​ປະ​ຈັກ​ຕາ​ການ​ດຳ​ລົງ​ຊີ​ວິດ​ທີ່​ລຽບ​ງ່າຍ ​ ແຕ່​ເຕັມ​ໄປ​ດ້ວຍຄວາມ​ສະ​ຫນິ​ດ​ສະ​ຫນົມ​ ແລະ ຮັກ​ແພງ​ແຂກ​ຄົນຂອງ​ຊາວ​ເຜົ່າ​ຢູ່​ທີ່ນີ້. ເອື້ອຍ ຫວູ​ຖູຍ ໃຫ​້​ຮູ້​ວ່າ:

                “​ຂ້າ​ພະ​ເຈົ້າ​ມັກ​ໄປ​ຢ້ຽມ​ຢາມບັນ​ດາ​ຄອບ​ຄົວ​ຂອງ​ຊາວ​ຊົນ​ເຜົ່າ​ ເພາະ​ວ່າ ມານີ້​ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຊົນ​ເຜົ່າ, ພິ​ເສດ ແມ່ນ​ການ​ເຮັດ​ໄຮ່​ເຮັດ​ນາ, ວິ​ທີ​​ປຸງແຕ່ງ​ອາ​ຫານ, ຮີດ​ຄອງ​ປະ​ເພ​ນີ.”

        ໃນເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງ​ຢູ່ ​ບ້ານຈຽງ​ດີ, ​ຫລັງ​ໃດ​ກໍລ້ວນ​ແຕ່​ມີໂມ້​ສາ​ລີ. ກ່ອນນີ້ ສາ​ລີ ແມ່ນ​ສະ​ບຽງ​ອາ​ຫານ​ຕົ້ນ​ຕໍ​ຂອງ​ຊາວ​ເຜົ່າ​ມົ້ງ. ພິ​ເສດ ແມ່ນ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ວ່າ: ແມ່ນ​ແມນ(mèn mén) ຊື່ງ​ແມ່ນ​ອາ​ຫານ​ທີ່​ເຮັດ​ດ້ວຍ​ແປ້ງ​ສາ​ລີ… ກ່ອນນີ້ ຊາວ​ເຜົ່າ​ມົ້ງ​ ຂາດ​ແຄນ​ເຂົ້າ​ສານ ສະ​ນັ້ນ “ແມ່ນ​ແມນ” ຊື່ງແມ່ນ​ອາ​ຫານ​ຕົ້ນ​ຕໍ​ຂອງຊາວ​ຊົນ​ເຜົ່າ​ຢູ່​. ປະ​ຈຸ​ບັນ ເມື່ອ​ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ, ຊາວ​ເຜົ່າ​ມົ້ງ ພັດປຸງ​ແຕ່ງ​ເຍື່ອງ​ອາ​ຫານ ແມ່ນ​ແມນນີ້ ​ເພື່ອ​ຕ້ອນ​ຮັບນັກ​ທ່ອງ​ທ່ຽວ. ຜ່ານ ເຍື່ອງ​ອາ​ຫານນີ້ ຊາວ​ເຜົ່​າ​ມົ້ງ ຢາກ​ແນະ​ນຳ​ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ຕົນ​​ເຖິງ​ນັກ​ທ່ອງ​ທ່ຽວ. ເຖິງວ່າ ແມ່ນ​ແມນ ​ມີ​ລົດ​ຊາດບໍ່​ແຊບ​ປານ​ໃດ​ກໍ​ຕາມ ແຕ່​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ​ຢາກ​ຊີມ​. ອ້າຍ ໂດ​ເຟືອງ ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ ອາ​ຫານ​ເຍື່ອງນີ້​​ມາຫລາຍ​ເທື່ອ​ແລ້ວ ແຕ່ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ໄດ້​ກິນ. ອາ​ຫານ​ເຍື່ອງນີ້ ​ເຖິງວ່າ​ກິນບໍ່​ແຊບ ແຕ່​ພວກ​ເຮົາ​ກໍ່ຕ້ອງ​ກິນ​  ເພື່ອ​​​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ທີ່ຊາວ​ຊົນ​ເຜົ່າຢູ່​ທີ່ນີ້​ໄດ້​ຜ່ານ​ຜ່າ.”

        ສິ້ນ​ສຸດ​ລາຍ​ການ​ທ່ອງ​ທ່ຽວ​  ບ້ານ​ຈຽງ​ດີ, ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ​ຮູ້​ສຶກ​ມີຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ ຍ້ອນ​ອາ​ລົມ​ຈິດ, ຄວາມ​ຮັ​ກ​ແພງ​ແຂກ​ຄົນ ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້.ນອກນັ້ນ  ​ອາ​ຫານ​ພື້ນ​ເມືອງ, ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຊົນ​ເຜົ່າ ກໍ​ຄື​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ຢູ່​ເຂດ​ພູ​ສູງ​ທາງ​ພາກ​ເຫນືອ ຫວຽດ​ນາມ ​ກໍ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວບໍ່​ອາດ​ຫລົງ​ລືມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ