ຢ້ຽມຢາມຫໍພິພິດທະພັນເສັ້ນທາງໂຮ່ຈິມີນ

(vovworld) - ເສັ້​ນ​ທາງ​ລຳ​ລຽງ​ຂົນ​ສົ່ງ​ອາ​ວຸດ ແລະ ເຄື່ອງ​ຂອງ​ຮັບ​ໃຊ້​ສະ​ຫນາມ​ຮົບ ຕັ້ງ​ຢູ່​ລຽບ​ຕາມ​ເຈື່ອງ​ເຊີນ (ໝາຍ​ເຖິງ​ສາຍ​ພູ​ຫລວງ) ມີ​ຊື່​ເອ​ີ້ນ​ວ່າ ເສັ້ນ​ທາງ​​ໂຮ່​ຈິ​ມີນ ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ວ່າແມ່ນ​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ. ເມື່ອ​ປະ​ເທດ​ຊາດ​ໄດ້​ຮັບ​ສັນ​ຕິ​ພາບ,  ບັນ​ດາ​ເລື່ອງ​ລາວ, ຄວາ​ມ​ຊ​ົງ​ຈຳ, ບັນ​ດາ​ວັດ​ຖຸ​ພັນ​ທີ່​ຕ​ິດ​ພັນ​ກັບ​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍນີ້ ​​ໄດ້​ຮັບ​ການວາດ​ພາບໃນຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ເພື່ອແນະ​ນຳ​​ໃຫ້ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄດ້​ຮັບ​ຊາບ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ພາກນີ້ ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວີງ​ຟອງ ທີ່​ມີ​ຫົວ​ຂໍ້​ວ່າ: ຢ້​ຽມ​ຢາມຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ.
ຢ້ຽມຢາມຫໍພິພິດທະພັນເສັ້ນທາງໂຮ່ຈິມີນ - ảnh 1
ພ​າບ:vov5

        ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ​ໄປຕາມ​ທາງ​ຫລວງ​ເລກ 6 ຜ່ານ​ເທດ​ສະ​ບານ ດົງ​ຮ່າ, ລ້ຽວ​ຂວາໄປ​ຕາມ​ເສັ້ນ​ທາງ​ຍາວ​ປະ​ມານ 700 ກໍ່ຈະ​​ໄປຮອດຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ.

​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ວັນ​ທີ 28/2/1996 ແລະ ເປີດ​ສະຫຼອງ​ໃນ​ວັນ​ທີ 10/1/1999 ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ ພົນ​ລະ​ພາກ​ຫລວງ ​ເຈື່ອງ​ເຊີນ (ພົນ​ລະ​ພາກ​ຫລວງ 559) ວິ​ລະ​ຊົນ. ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ ທະ​ຫານ​ເຈື່ອງ​ເຊີນນີ້ ມີ​ເນື້ອ​ທີ່ 17.000 ຕາ​ແມັດ, ດ້ວຍ​ອາ​ຄານ​ວາງ​ສະ​ແດງ 3 ຊັ້ນ ໃນ​ເນື້ອ​ທີ່ 28.000 ຕາ​ແມັດ. ພັນ​ເອກ ເງີນ​ຈ່າຍ, ຫົວ​ຫນ້າ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ: ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ແມ່ນ​ບ່ອນອະ​ນຸ​ລັກ​ຮັກ​ສາເອ​ກະ​ສານ, ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ ເພື່ອ​ແນະ​ນຳ​ບັນ​ດາ​​ວິ​ລ​ະ​ກຳຂອງ​ທະ​ຫານ​ເຈື່ອງ​ເຊ​ີນ, ພ້ອມ​ກັບ​ຄວາ​ມ​ສາ​ມັກ​ຄີ​, ສະ​ຫນິດ​ຕິດ​ພັນ ຮ່ວມ​ກັນ​ສູ້​ຮົບໃນ​ຂຸມ​ຄອງ​ດຽວ​ຂອງທະຫານ ສາມ​ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ບົນ​ເສັ້ນ​ທາງ​ປະ​ຫວັດ​ສາດນີ້.

        “​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ແມ່ນ​ການ​ສືບ​ທອດ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ເຈື່ອງ​ເຊີນ​ໃນ​ເມື່ອ​ກ່ອນ​ທີ​່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1968 ຢູ່ ເຈື່ອງ​ເຊີ​ນ. ໃນ​ຄາວນັ້ນ ບັນ​ດາ​ພະ​ນັກ​ງານ​ຂອງ​​ຫໍ​ພິ​ພິດ​ທະ​ພັນ​ ສ່ວນ​ຫລາຍ​ແມ່ນ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ ແລະ ຮຽບ​ຮຽງ​ບັນ​ດາ​ວັດ​ຖຸ​ພັນ​ໃນ​ຄາວນັ້ນ​ເພື່ອ​ຈັດ​ງານ​ວາງ​ສະ​ແດງ ແລະ ຫລັງ​ຈາກນັ້ນ ​ໄດ້ກາຍ​ເປັນ​ຫໍ​ພິ​ພິດ​ທະ​ພັນ ເຈື່ອງ​ເຊີນ. ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ຮັບ​ໃຊ້​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ​ແນວ​ຫນ້າ ແລະ ລະ​ດົມ​ກຳ​ລັງ​ໃຈ, ສົ່ງ​ເສີມ​ພະ​ນັກ​ງານ ນັກ​ຮົບ​ເຂົ້າ​ຮ່ວມ​ການຕໍ່​ຕ້ານ​ໃນ​ປາງ​ສົງ​ຄາມ.”

 

ຢ້ຽມຢາມຫໍພິພິດທະພັນເສັ້ນທາງໂຮ່ຈິມີນ - ảnh 2
ພາບ:vov5

        ມາ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ທ່ານ​ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ທີ່ວາດ​ພາບ​ເຖິງ​ເສັ້ນ​ທາງ​ລຳ​ລຽງ​ຂົນ​ສົ່ງ​ອາ​ວຸດ​ຍຸດ​ທະ​ສາດ​ໃນ​​ການ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ. ຢູ່​ປະ​ຕູ​ເຂົ້າ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ແມ່ນ​ພາບຄວັດສະຫຼັກ​ທະ​ຫານ​ເຈື່ອງ​ເຊີ​ນ​ລຸ້ນ​ຕ່າງໆດ້​ວຍທອງ​ແດ​ງ​​. ຕໍ່​ມາ ແມ່ນ​ຫ້ອງວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ວາດ​ພາບກ່ຽວ​ກັບ​ວິ​ວັດ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ເສັ້ນ​ທາງ​ລຳ​ລຽງ​ຂົນ​ສົ່ງ​ອາ​ວຸດ​ຍຸດ​ທະ​ສາດ. ພັນ​ເອກ ເງີນ​ຈ່າຍ ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ປີ 1995, ​ຫໍ​ພິ​ພິດ​ທະ​ພັນ​ເຈື່ອງ​ເຊີນ ໄດ້​ກາຍ​ເປັນ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ສະ​ນັ້ນ ຢູ່​ທີ່ນີ້ ໄດ້​ຮັກ​ສາ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ຫລາຍ​ຢ່າງ​ຂອງ​ຫ​ໍ​ພິ​ພິດ​ທະ​ພັນ​ເຈື່ອງ​ເຊີນ​ໃນ​ເມື່ອ​ກ່ອນ. ປະ​ຈຸ​ບັນ ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ມີ​ວັດ​ຖຸ​ພັນ​ກວ່າ 20.000 ຢ່າງ. ນອກນັ້ນ ພວກ​ຂ້າ​ພະ​ເຈົ້າ ກໍ​ໄດ້​ຈັດ​ຕັ້ງ​ການ​ວາງ​ສະ​ແດງ​ເຄື່ອນ​ທີ່ ແລະ ປ່ຽນ​ແປງ​ບັນ​ດາ​ເນື້ອ​ໃນ​ເພື່ອສາ​ມາດ​ແນະ​ນຳ​ວັດ​ຖຸ​ພັນ​ທັງ​ໝົດ​ໃຫ້​ຜູ້​ຊົມ.”

 

ຢ້ຽມຢາມຫໍພິພິດທະພັນເສັ້ນທາງໂຮ່ຈິມີນ - ảnh 3
ເສັ້ນ​ທາງ​ລັບ
ພາບ:vov5

        ຄວາມ​ດຶງ​ດູດ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ແມ່ນ​​ວາດ​ພາບ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ວິ​ທະ​ຍາ​ສາດ​​ບັນ​ດາ​ຫົວ​ຄິດ​ປະ​ດິດ​ສ້າງ​, ບັນ​ດາ​ວິ​ລະ​ກຳ ແລະ ການ​ເສຍ​ສະ​ຫລະ​ຢ່າງ​ພິ​ລະ​ອາດ​ຫານ​ຂອງ​ທະ​ຫານ​ເຈື່ອງ​ເຊີນ. ພິ​ເສດ ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ຍັງ​ແນະ​ນຳ​ຮູບ​ພາບ​ເສັ້ນ​ທາງ​ລັບ(ເຫລື​ເອີ້ນ​ວ່າ​ເສັ້ນ​ທາງK) ຊື່ງ​ແມ່ນ​ເສັ້ນ​ທາງ​ຖືກ​ປົກ​ຄຸມ​ດ້ວຍ​ໃບ​ໄມ້​ປ່າ ເພື່ອ​ຕ້ານ​ຄືນ​ສົງ​ຄາມ​ເອ​ເລັກ​ໂຕ​ນິກ​ຂອງ ສັດ​ຕູ. ຕາມ​ພັນ​ເອກ ເງີນ​ຈ່າຍ​ແລ້ວ, ເສັ້​ນ​ທາງນີ້ ແມ່ນ​ຜົນ​ງານ​ມະ​ຫັດ​ສະ​ຈັນ​ຂອງກອງ​ທັບ​ຫວຽດ​ນາມ ແລະ ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ, ຄວາມ​ສະ​ຫລາດ​ສະ​ຫລຽວ​ຂອງ​ທະ​ຫານ​ເຈື່ອງ​ເຊີນ.

        “ການກໍ່​ສ້າງ​ເສັ້ນ​ທາງ​ລັບ ແມ່ນ​ອີງ​ໃສ່​ປ່າ​ດົງ​ດີບ ຍ້ອນ​ວິ​ທີ​ການ​ຂົນ​ສົ່ງ​ອາ​ວຸດ ແລະ ທະ​ຫານ​ຂອງ​ພວກ​ເຮົາ​ແມ່ນ​ປະ​ຕິ​ບັດ​ໃນ​ຍາມ​ຄ່ຳຄືນ. ກອງ​ທັບ​ອາ​ກາດ ອາ​ເມ​ລິ​ກາ ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ laze ເພື່ອ​ຊອກ​ຫາ​ລົດ​ຂອງ​ທະ​ຫານ​ຫວຽດ​ນາມໃນ​ຍາມ​ຄ່ຳ​ຄືນ. ​ສະ​ນັ້ນ ທະ​ຫານ​ເຈື່ອງ​ເຊີນ ຈຶ່ງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງກໍ່​ສ້າງ​ເສັ້ນ​ທາງ​ລັບ​ເພື່ອ​ໃຫ້​ລົດ​ແລ່ນ​ໃນ​ກາງ​ເວັນ. ທະ​ຫານ​ເຈື່ອງ​ເຊີນ ໄດ້​ກໍ່​ສ້າງ​ເສັ້ນ​ທາງ​ລັບ​ດ້ວຍ​ຄວາມ​ຍາວກວ່າ 3000 ກິ​ໂລ​ແມດ. ນີ້​ແມ່ນ​ມາດ​ຕະ​ການ​ຊື່ງບໍ່​​ເຄີຍມີ​ໃນ​ສົງ​ຄາມ​ໃດ​ຂອງ​ໂລກ, ປະ​ກອບ​ສ່ວນ​ສຳ​ຄັນ​​ເພື່ອໃຫ້​ກອງ​ທັບ​ຫວຽດ​ນາມ ຂົນ​ສົ່ງ​ອາ​ວຸດ ແລະ ເຄື່ອງ​ຂອງ​ຮັບ​ໃຊ້​ສະ​ຫນາມ​ຮົບ​ພາກ​ໃຕ້.”

        ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ແມ່ນ​ຫ​ລາຍອັນ​ດັບ​ທີ 3 ໃນ​ລະ​ບົບ​ບັນ​ດາ​ຫໍ​ພິ​ພິ​ດ​ທະ​ພັນ​ຂອງ ຫວຽດ​ນາມ. ແຕ່​ລະ​ປີ ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ນັບ​ໝື່ນໆ​ເທື່ອ​ຄົນ. ພັນ​ຕີ ຫງວຽນ​ຫາຍ​ບີງ, ຫົວ​ຫນ້າ​ພະ​ແນກວາງ​ສະ​ແດງ ແລະ ໂຄ​ສະ​ນາ ແບ່ງ​ປັນ​ວ່າ:

        “ບັນ​ດາ​ນັກ​ຮົບ​ເກົ່າ​ຕະ​ຫລອດ​ຮອດ​ນັກ​ຮຽນ​ນັກ​ສຶກ​ສາ ກໍ​ຄື​ແຂກ​ຕ່າງ​ປະ​ເທດ ລ້ວນ​ແຕ່​ສະ​ແດງ​ອາ​ລົມ​ຈິດ ​ແລະ ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ທະ​ຫານ​ເຈື່ອງ​ເຊີນ. ເຂົາ​ເຈົ້າ​ເວົ້າ​ວ່າ ກ່ອນ​ທີ່​ມາ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ, ເຂົາ​ເຈົ້າ​ໄດ້​ຊອກ​ຮູ້​ລະ​ອຽດ​ກ່ຽວ​ກັບ​ເຈື່ອງ​ເຊີນ​ແລ້ວ ແຕ່​ເມື່ອ​ໄດ້​ຮັບ​ຊົມ​ໂດຍ​ກົງ ເຂົາ​ເຈົ້າ​ຍັງ​ຮູ້​ສຶກ​ວ່າ ທັງ​ໝົດ​ຄື​ດັ່ງ​ເທບ​ນິ​ຍາຍ. ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ເຈື່ອງ​ເຊີນ ບໍ່​ພຽ​ງ​ແຕ່​ແມ່ນ​ເທບ​ນິ​ຍາຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຫົວ​ເລື່ອງ​ສະ​ເພາະ​ເພື່ອ​ຄົ້ນ​ຄ້​ວາ, ນຶກ​ຄິດ ແລະ ຮ່ຳ​ຮຽນ.”

        ດ້ວຍ​ບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ຂອງ​ຊາດ ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ກໍ່​ສ້າງ​ມາ​ຮອດ​ປະ​ຈຸ​ບັນ ​ຫໍ​ພິ​ພິດ​ທະ​ພັນ​ເສັ້ນ​ທາງ​ໂຮ່​ຈິ​ມີນ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທັດ​ສະ​ນະ​ສຶກ​ສາ​ທີ່ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ. ນອກ​ນັ້ນ ​ຫໍ​ພິ​ພິດ​ທະ​ພັນ​ນີ້ຍັງ​ເຮັດ​ຫລ້ອນ​ຫນ້າ​ທີ່​​ສຶກ​ສາ​ມູນ​ເຊື້ອ​ປະ​ຫວັດ​ສາດ​ໃຫ້​ແກ່​ລຸ້ນ​ຫນຸ່ມ​ຫວຽດນາມ ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ