ລາຍການທ່ອງທ່ຽວຄົ້ົ້ນຫາດິນແດນມັກການຮ່ຳຮຽນແຂວງ ຫ໋າຍເຢືອງ

(VOVWORLD) -ແຂວງ ຫ໋າຍເຢືອງ ເຊິ່ງແມ່ນເຂດດິນແດນທີ່ລືຊື່ມີມູນເຊື້ອມັກການຮ່ຳຮຽນ ແລະ ເປັນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບຜູ້ເສັງໄດ້ຄະແນນດີ. ມູນເຊື້ອມັກການຮ່ຳຮຽນຂອງເຂດບ້ານນາແຫ່ງອະລິຍະທຳນີ້ ບໍ່ພຽງແຕ່ໄດ້ຮັບການບັນທຶກໃນປະຫວັດສາດເທົ່ານັ້ນ ຫາກຍັງໄດ້ບັນທຶກຢູ່ບັນດາສະຖານທີ່ປະຫວັດສາດ ໃນນັ້ນມີປູຊະນີຍະສະຖານຫຼາຍແຫ່ງທີ່ຕິດພັນກັບຊື່ສຽງຮຽງນາມຂອງບັນດາຜູ້ທີ່ມີຊື່ສຽງ ທາງດ້ານວັດທະນະທຳ ແລະ ມູນເຊື້ອບັນລຸຜົນງານສູງໃນການຮ່ຳຮຽນຂອງທ້ອງຖິ່ນ
ລາຍການທ່ອງທ່ຽວຄົ້ົ້ນຫາດິນແດນມັກການຮ່ຳຮຽນແຂວງ ຫ໋າຍເຢືອງ - ảnh 1ວັນໝຽວມາວດ່ຽນ-ແຫ່ງເຄີຍຈັດຕັ້ງບັນດາການສອບເສັງ ເພື່ອເລືອກເອົາຜູ້ເກັ່ງກ້າສາມາດ

      ແຂວງ ຫ໋າຍເຢືອງ ມີສະຖານທີ່ປະຫວັດສາດວັດທະນະທຳ ທິວທັດທຳມະຊາດເກືອບ 3.200 ແຫ່ງ, ໃນນັ້ນມີກຸ່ມສະຖານທີ່ປະຫວັດສາດ ຕິດພັນກັບປະຫວັດແຫ່ງການຮ່ຳຮຽນຂອງດິນແດນທາງທິດຕາມເວັນຕົກນະຄອນຫຼວງ ເຊິ່ງຍາກທີ່ຈະຫາໄດ້ຢູ່ແຫ່ງໃດ   

   ໃນຊູມວັນຕົ້ນປີໃໝ່ ວັນໝຽວມາວດ່ຽນ ຢູ່ເມືອງ ເກິ່ມຢາງ ແຂວງ ຫ໋າຍເຢືອງ ໄດ້ດຶງດູດແຂກທ່ອງທ່ຽວ ແລະ ພວກນ້ອງນັກຮຽນຫຼາຍຄົນທີ່ທີ່ມາຈາກຫຼາຍທ້ອງຖິ່ນທີ່ຢູ່ໃກ້ຄຽງມາຢ້ຽມຊົມທັດສະນະສຶກສາ ຊອກຮູ້ກ່ຽວກັບສະຖານທີ່ປະຫວັດສາດແຫ່ງນີ້. ເມື່ອກ່ອນນີ້ ຢູ່ແຫ່ງນີ້ກໍ່ເຄີຍຈັດຕັ້ງບັນດາການສອບເສັງ ເພື່ອເລືອກເອົາຜູ້ເກັ່ງກ້າສາມາດຢູ່ແຂວງ ຫ໋າຍເຢືອງ ແລະ ເຂດທາງງທິດຕາເວັນອອກນະຄອນຫຼວງ. ທ່ານ ຮ່າກວາງແທັ່ງ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານ ວັນໝຽວມາວດ່ຽນ ໃຫຮູ້ວ່າ:

   “ປີກາຍນີ້ ວັນໝຽວມາວດ່ຽນ ໄດ້ຕ້ອນຮັບແຂກທ່ອງທ່ຽວ 25.000 ເທື່ອຄົ້ນມາຢ້ຽມຊົມໄຫວ້ບູຊາ. ເຂົາເຈົ້າກໍ່ໄດ້ຮັບຟັງການແນະນຳກ່ຽວກັບປູຊະນີຍະສະຖານແຫ່ງນີ້ ໄດ້ຢ້ຽມຊົມເຂດຕູບ,ອູ່  ເພື່ອຊອກຮູ້ກ່ຽວກັບປະຫວັດແຫ່ງການຮ່ຳຮຽນຂອງຄົນລຸ້ນກ່ອນໆ”.

 ໃນການເດີນທາງທ່ອງທ່ຽວຄົ້ນຫາ, ແຂກທ່ອງທ່ຽວຈະໄດ້ແວ່ຢ້ຽມຊົມໝູ່ບ້ານປະລິນຍາເອກ ໂໝະແຈັກ ຢູ່ຕາແສງ ເຕິນຮົ່ງ ເມືອງ ບິ່ງຢາງ, ວິຫານບູຊາອາຈານ ຈູວັນອານ (1292-1370), ວິຫານບູຊາພະນາງ ຫງວຽໜທິເຢວະ (1574 - 1654) ເຊິ່ງແມ່ນປະລິນຍາເອກເພດຍິງຄົນທຳອິດຂອງ ຫວຽດນາມ. ທ່ານ ຫວູກວັກອ໊າຍ ສັງກັດຄະນະຄຸ້ມຄອງ ປູຊະນີຍະສະຖານ ສາລາບ້ານ ໂໝະແຈັກ ໃຫ້ຮູ້ວ່າ ດ້ວຍຈຳນວນຜູ້ເສັງໄດ້ລະດັບປະລິນຍາເອກ 36 ຄົນ ໃນສະໄໝສັກດີນາ, ໝູ່ບ້ານ ໂໝະແຈັກ ມີຊື່ສຽງດ້ວຍຊື່ເອີ້ນວ່າ “ໝູ່ບ້ານປະລິນຍາເອກ”. ທ່ານ ອ໊າຍ ເວົ້າວ່າ:

    “ບັ້ັ້ນສອຍເສັງເມື່ອປີ 1656, ທົ່ວປະເທດມີຜູ້ເຂົ້າຮ່ວມການສອບເສັງ 3.000 ຄົນ ເພື່ອເລືອກເອົາລະດັບປະລິນເອກ 6 ຄົນ. ເມື່ອປະກາດຜູ້ເສັງໄດ້ລະດັບປະລິນຍາເອກ, ໝູ່ບ້ານ ໂໝະແຈັກ ມີ 3 ຄົນ ເຊິ່ງລ້ວນແຕ່ຖືສະກຸນ ຫວູ. ເຈົ້າຊີວິດ ຕຶດຶກ ສະໄໝນັ້ນກໍ່ໄດ້ຍ້ອງຍໍວ່າ ໝູ່ບ້ານ ໂໝະແຈັກ ທຽບເທົ່າກັບເຄິ່ງປະເທດ”.

  ເສັ້ນທາງຄົ້ນຫາດິນແດນມັກຮຽນ ແມ່ນຜະລິດຕະພັນທ່ອທຽວທີ່ໄດ້ສ້າງຂຶ້ນໃນແຜນພັດທະນາການທ່ອທ່ຽວຄຸນນະພາບສູງໃນແຂວງ ຫ໋າຍເຢືອງ ໄລຍະ 2021-2030, ວິໄສທັດເຖິງປີ 2050. ໄລຍະທີ່ຜ່ານມາ ຂະແໜງວັດທະນະທຳ ທ່ອງທ່ຽວແຂວງ ຫ໋າຍເຢືອງ ໄດ້ສົມທົບກັບບັນດາທ້ອງຖິ່ນ, ບັນດາບໍລິສັດທ່ອງທ່ຽວ ຜັນຂະຫຍາຍບັນດາລາຍການທ່ອງທ່ຽວນີ້ຢ່າງມີປະສິດທິຜົນ. ເອື້ອຍຄູ ຟ້າມທິບ໋າວ ຫົວໜ້າອຳນວຍການໂຮງຮຽນປະຖົມ ຮຸ່ງຖັງ ທີ່ເມືອງ ບິ່ງຢາງ ແຂວງ ຫ໋າຍເຢືອງ ໃຫ້ຮູ້ວ່າ:

    “ໃນການທ່ອງທ່ຽວຄົ້ນຫາ, ພວກນ້ອງນັກຮຽນມີຄວາມພາກພູມໃຈທີ່ສຸດ. ພວກນ້ອງໄດ້ສັງເກດ ແລະ ຈົດກ່າຍຢ່າງລະອຽດ. ນີ້ແມ່ນໂອກາດເພື່ອຊ່ວຍພວກນ້ອງເຫັນໄດ້ເຖິງມູນເຊື້ອວັດທະນະທຳຂອງບ້ານເກີດເມືອງນອນ. ຈາກນັ້ນຈະມີສະຕິ  ບືນຕົວຂຶ້ນໃນການຮ່ຳຮຽນ”.

    ການທ່ອງທ່ຽວຄົ້ນຫາດິນແດນມັກຮຽນແມ່ນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງແຂວງ ຫ໋າຍເຢືອງ. ພ້ອມກັບການແນະນຳໂຄສະນາກ່ຽວກັບລາຍການທ່ອງທ່ຽວນີ້ ຂະແໜງວັດທະນະທຳ ທ່ອງທ່ຽວແຂວງ ຫ໋າຍເຢືອງ ໄດ້ສົມທົບກັບຂະແໜງສຶກສາ ເພື່ອສ້າງ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງຮູບແບບນີ້. ທ່ານ ໂດ໊ວັນເຢິ່ນ ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ບິ່ງຢາງ ແຂວງ ຫ໋າຍເຢືອງ ໃຫ້ຮູ້ວ່າ:

    “ພະແນກສຶກສາ ແລະ ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ຫ໋າຍເຢືອງ ຄວນເພີ່ມທະວີການເຊື່ອມຕໍ່ກັນ ເພື່ອຊຸກຍູ້ລາຍການທ່ອງທ່ຽວນີ້. ຂ້າພະເຈົ້າເຫັນວ່າ ຕ້ອງມີການຮ່ວມເດີນທາງຂອງໂຮງຮຽນແນໃສ່ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກນ້ອງນັກຮຽນ ເພື່ອຊ່ວຍພວກນ້ອງເພີ່ມຄວາມເຂົ້າໃຈ ກ່ຽວກັບບ້ານເກີດເມືອງນອນປະເທດຊາດ”.

    ຕົ້ນລະບານໃໝ່ ແຂກທ່ອງທ່ຽວມາຄົ້ນຫາດິນແດນມັກຮຽນ ເພື່ອຊອກຮູ້ປະຫວັດສາດ ທັງນີ້ກໍ່ເພີ່ມຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອມັກຮຽນຂອງປູ່ຍ່າຕາຍາຍ. ຈາກນັ້ນກໍ່ເພີ່ມຄວາມຮັກປະເທດຊາດ ບ້ານເກີດເມືອງນອນ ແລະ ມີກຳລັງໜູນຕື່ມອີກໃນການຮ່ຳຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ