ວັດຈວງທີ່ເກົ່າແກ່ໃນກຸ່ມປູຊະນີຍະສະຖານໂຟ້ຮ້ຽນ

(VOVWORLD) -ຖ້າຫາກວ່າ ວັນມ້ຽວຊິກດັງໄດ້ຮັບຖືວ່າ ແມ່ນສັນຍາລັກຂອງໂຟ້ຮ້ຽນທີ່ນະຄອນຮຶງອຽນນັ້ນ, ວັດຈວງຢູ່ບ້ານເຍີນຢຸກ, ຕາແສງຮ້ຽນນາມ ກໍແມ່ນໜຶ່ງໃນບັນດາທັດສະນີຍະພາບທີ່ເກົ່າແກ່ນອນໃນກຸ່ມປູຊະນີຍະສະຖານລະດັບຊາດພິເສດ ໂຟ້ຮ້ຽນທີ່ນະຄອນຮຶງອຽນ
 ວັດຈວງທີ່ເກົ່າແກ່ໃນກຸ່ມປູຊະນີຍະສະຖານໂຟ້ຮ້ຽນ  - ảnh 1ປະຕູໂຂງຂອງວັດຈວງ 

ຕາມບັນດາຜູ້ອາຍຸສູງຢູ່ທ້ອງຖິ່ນເລົ່າຂານກັນມາວ່າ ວັດຈວງ ໄດ້ຮັບການປຸກສ້າງໃນສະໄໝລາດຊະວົງເລ ຄືໃນສະຕະວັດທີ 15. ຕາມປຶ້ມບັນທຶກປະຫວັດສາດແລ້ວ, ວັດຈວງເຄີຍໄດ້ຮັບການບູລະນະປະຕິສັງຂອນເປັນ 2 ຄັ້ງຄືໃນປີ 1702 ແລະ 1711. ນາງ ຫງວຽນທິລຽນ ຜູ້ນຳທ່ຽວໃຫ້ຮູ້ວ່າ ວັດຈວງຍັງຖືກເອີ້ນວ່າ ກິມຈຸງຕຶ ໝາຍເຖິງວັດຈວງຄຳ ເພາະວ່າ ໄດ້ຕິດພັນກັບເລື່ອງລາວເລົ່າຂານສືບທອດກັນມາວ່າ :

    “ໃນປີໜຶ່ງປາງກ່ອນ, ເກີດໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດ, ມີແພລຳໜຶ່ງຖືກມ້ວນໄປຕາມກະແສນ້ຳ, ຢູ່ເທິ່ງແພມີລະຄັງຄຳໜ່ວຍໜຶ່ງທີ່ສວຍງາມທີ່ສຸດ. ແພລຳນີ້ໄດ້ລ່ອງຕາມສາຍນ້ຳ ຜ່ານຫຼາຍບ່ອນໂດຍບໍ່ຢຸດເລີຍ. ແຕ່ຮອດມື້ໜຶ່ງ ໄດ້ແພໄດ້ຢຸດຢູ່ບໍລິເວນບ້ານ ເຍີນຢຸກ. ປະຊາຊົນຈາກທຸກແຫ່ງໄດ້ພາກັນມານຳເອົາລະຄັງເມືອ, ແຕ່ລະຄັງບໍ່ເໜັງຕີງແຕ່ຢ່າງໃດ. ສິ່ງພິເສດແມ່ນພຽງແຕ່ບັນດາຜູ້ອາຍຸສູງໃນວັດຈຶ່ງສາມາດນຳລະຄັງໜ່ວຍນັ້ນໄປຮັກສາໃນວັດໄດ້. ຊາວບ້ານທຸກໆຄົນຕ່າງກໍດີໃຈ ແລະ ພາກພູມໃຈໂດຍຖືວ່າ ເທວະດາຟ້າແຖນໄດ້ດົນບັນດານໃຫ້ວັດມີລະຄັງຄຳ. ທຸກຄົນຕ່າງກໍປະກອບສ່ວນເຫືອ່ແຮງ ແລະ ວັດຖຸເພື່ອສ້າງຫໍລະຄັງ. ຮອດເວລາຕີລະຄັງ, ສຽງລະຄັງໄດ້ດັງກ້ອງກັງວານໄປທົ່ວເຂດ ”

    ກຸ່ມສະຖາປັດຕະຍະກຳວັດຈວງ ໄດ້ຮັບການກໍ່ສ້າງຢ່າງກົມກ່ຽວ ຈາກປະຕູໂຂງ, ວັງບູຊາໃຫຍ່, ຫໍບູຊາພະແມ່, ຫໍລະຄັງ ແລະ ລະບຽງທັງ 2 ເບື້ອງ. ໜ້າວັດແມ່ນມຸ່ງໄປສູ່ທິດໃຕ້.

      ຈຸດທີ່ເກົ່າແກ່ ແລະ ບັນດາລວດລາຍ, ສະຖາປັດຕະຍະກຳໃນສະໄໝລາດຊະວົງເລໄລຍະສຸດທ້າຍ ຖືກແກະຄວັດສະຫຼັກຢ່າງເຫັນໄດ້ຊັດໃນບານປະຕູໂຂງ ແລະ ຫຼັງຄາຂອງມັນ. ປະຕູໂຂງຂອງວັດປະກອບດ້ວຍ 3 ຊັ້ນ ແລະ ມີ 12 ຫຼັງຄາ. ເມື່ອຍ່າງຜ່ານປະຕູໂຂງ ກໍຮອດຂົວຫີນເກົ່າຕັ້ງຂ້າມສະ ມັດຣົ່ງ ໝາຍເຖິງຕາມັງກອນ. ນາງຫງວຽນທິລຽນ ແນະນຳວ່າ : 

    “ ນີ້ແມ່ນຂົວຫີນເກົ່າແກ່ ອັນລ້ຳຄ່າໃນໂຟ້ຮ້ຽນ, ທີ່ນະຄອນຮຶງອຽນຊຶ່ງໄດ້ຮັບການກໍ່ສ້າງເມື່ອປີ 1702 ແລະ ຖືກຕັ້ງຂ້າມສະ ມັດຣົ່ງ. ສະມັດຮົ່ງຢູ່ທີ່ນີ້ ກໍຖືກຂຸດຕາມຫຼັກທຳມະຂອງສາສະໜາພຸດ, ນັ້ນແມ່ນມຸ່ງຕາມທິດຕາເວັນອອກ ແລະ ຕາເວັນຕົກ. ທິດຕາເວັນອອກແມ່ນສັນຍາລັກແກ່ສິ່ງທີ່ດີງາມ, ສ່ວນທິດຕາເວັນຕົກ ແມ່ນສັນຍາລັກແກ່ສິ່ງທີ່ຊົ່ວຮ້າຍ. ສິ້ງນີ້ໝາຍເຖິງເສັ້ນຂີດຂັ້ນລະຫວ່າງສິ່ງທີ່ດີງາມ ແລະ ສິ່ງທີ່ຊົ່ວຮ້າຍແມ່ນບໍ່ແນ່ນອນ. ມະນຸດເຮົາຕ້ອງມີກຳລັງແຮງເພື່ອຜ່ານຜ່າເສັ້ນຂີດຂັ້ນນັ້ນ. ຢູ່ຕາມ 2 ຫົວຂົວມີຮູບແກະຄວັດສະຫຼັກສິງໂຕດ້ວຍຫີນ 4 ຮູບທີ່ມີມາແຕ່ສະໄໝລາດຊະວົງເລ ໄລຍະສຸດທ້າຍ ”

    ຍ່າງຜ່ານຂົວຫີນ ກໍຈະຮອດເດີນກ້ວາງຖືກປູດ້ວຍຫີນ, ແລ້ວກໍຮອດຫໍໂຮງ ແລະ ວັງຍູຊາ. ຈຸດທີ່ເປັນເອກະລັກສະເພາະໃນວັດຈວງທີ່ເກົ່າແກ່ຊຶ່ງແຂກທ່ອງທ່ຽວມີຄວາມປະທັບໃຈ ນັ້ນແມ່ນລະບົບບັນດາພະພຸດທະຮູບ, ຮູບປັ້ນພະອໍລະຫັນທີ່ມີມາແຕ່ສະຕະວັດທີ 16 ຖືກຈັດວາງແບບເກິ່ງກັນຢູ່ລຽບຕາມ 2 ລະບຽງຂອງວັດ.

      ໃນວັດຈວງ, ບັນດາວັດຖຸພັນ ຄື ລະຄັງ, ຮູບແກະຄວັດສະຫຼັກຫີນ, ເຄື່ອງບູຊາ ກໍຄືລະບົບ ບັນດາພະພຸດທະຮູບ, ຮູບປັ້ນພະອໍລະຫັນ ລ້ວນແຕ່ເຂັ້ມຂົ້ນໄປດ້ວຍສີສັນຂອງໂຟ້ຮ້ຽນເກົ່າ. ໜຶ່ງໃນບັນດາວັດຖຸພັນທີ່ມີຄຸນຄ່າທີ່ສຸດໃນວັດ, ນັ້ນແມ່ນແຜ່ນສີລາຖືກຕັ້ງຢູ່ລະບຽງເບື້ອງຂວາໃນວັດ. ນາງຫງວຽນທິລຽນ ຜູ້ນຳທ່ຽວ ແນະນຳວ່າ : 

    “ ວັດມີແຜ່ນສີລາທີ່ເກົ່າແກ່ ອັນລ້ຳຄ່າ ຖືກຕັ້ງໃນວັດເມື່ອປີ 1711. ແຜ່ນສີລານີ້ມີ 2 ດ້ານ, ດ້ານໜ້າຄວັດບົດກາບກອນ ສັນລະເສີນຄວາມງາມຂອງວັດຈວງ. ສ່ວນດ້ານຫຼັງຂອງແຜ່ນສີລາ ແມ່ນບັນທຶກຮູບພາບການຄ້າຂາຍຢ່າງຄຶກຄື້ນຢູ່ໂຟ້ຮ້ຽນເກົ່າ. ຄາວນັ້ນ, ກຸ່ງເກົ່າ ທັງລອງ-ຮ່າໂນ້ຍມີຖະໜົນ 36 ສາຍ, ແຕ່ຮຶງອຽນ ກໍມີຄຸ້ມຖະໜົນ 23 ສາຍ, 36 ເຂດຕະຫຼາດ. ຄາວນັ້ນ ທຸກແຫ່ງຢູ່ພາຍໃນປະເທດ ກໍຄືຕ່າງປະເທດໄດ້ມາແລກປ່ຽນຄ້າຂາຍຢ່າງຄັບຄາໜາແໜ້ນ ”

      ໃນໂອກາດວັນເພັງ, ວັນທີ 1 ໃນແຕ່ລະເດືອນ ໂດຍໄລ່ຕາມຈັນທະປະຕິທິນ ຫຼືໃນວັນບຸນວິສາຂະບູຊາໃນແຕ່ລະປີ, ວັດຈວງ ໄດ້ດຶງດູດປະຊາຊົນໃນເຂດກໍຄືແຂກທ່ອງທ່ຽວທີ່ມາຈາກສາລະທິດ ມານະມັດສະການ, ໄຫວ້ບູຊາພະພຸດ ແລະ ຢ້ຽມຊົມທັດສະນີຍະພາບໃນວັດ ເພື່ອຫວັງໄດ້ຮັບຄວາມໂຊກດີ, ສິ່ງທີ່ດີທີ່ງາມ. ທ່ານ ດິງເຈີນນາມ, ຊາວ ໂຟ້ຮ້ຽນ, ນະຄອນຮຶງອຽນ ແບ່ງປັນວ່າ : 

    “ ນີ້ແມ່ນປູຊະນີຍະສະຖານປະຫວັດສາດ, ແມ່ນຄວາມເອກອ້າງທະນົງໃຈສຳລັບພວກຂ້າພະເຈົ້າ. ຫວັງວ່າ ປູຊະນີຍະສະຖານແຫ່ງນີ້ຈະໄດ້ຮັບການຮັກສາໄວ້ເປັນຢ່າງດີ  ”

    ດ້ວຍປະຫວັດຄວາມເປັນມາ, ສະຖາປັດຕະຍະກຳທີ່ສວຍງາມ ພ້ອມກັບລະບົບຮູບປັ້ນທີ່ເກົ່າແກ່ ແລະ ເປັນເອກະລັກ, ວັດຈວງແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານທີ່ດູດດື່ມ ຊຶ່ງແຂກທ່ອງທ່ຽວບໍ່ອາດພາດໂອກາດແວ່ຢາມເມື່ອມາທ່ອງທ່ຽວຢູ່ແຂວງຮຶງອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ