ວູ້ຕວນຊ້ານ - 100 ປີແຫ່ງຄວາມຜູກພັນກັບ ນະຄອນຫຼວງຮ່າໂນ້ຍ


ລາງວັນ ບຸນ​ຊວນ​ຟ້າຍ - ເພື່ອ​ຄວາມ​ຮັ​ກ​ຮ່າ​ໂນ້ຍ​ປີ 2014 ເຊີດ​ຊູ​ນັກ​ຄົ້ນ​ຄ້​ວາ ວູ້​ຕວນ​ຊ້ານ. ປີນີ້​ເຖິງວ່າ​ມີ​ອາ​ຍຸ​ເຕັມ 100 ປີ, ສຸ​ຂະ​ພາບ​ໄດ້​ອ່ອນ​ເພຍ ແລະ ການ​ໄປ​ມາ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ກໍ​ຕາມ, ແຕ່​ນັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ ວູ້​ຕວນ​ຊ້ານ ຊຶ່ງ​ແມ່ນ​ຜູ້​ໄດ້​ກຳ​ເນີດ ແລະ ເຕີບ​ໃຫຍ່ຢູ່​ຮ່າ​ໂນ້ຍ, ຍັງ​ຄົງບໍ່​ຢາກ​ພັກ​ຜ່ອນ, ທ່ານ​ຍັງ​ເມົາ​ມົວ​ກັບ​ວຽກ​ງານ​ຂອງ​ຕົນ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ພວມ​ເຮັດ ແມ່ນ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຂອງ​ຕົນ​ທີ່​ສະ​ຫງວນ​ໃຫ້​ເຂດ​ດິນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ທີ່​ສັກ​ສິດ ແລະ ອະ​ລິ​ຍະ​ທຳ.

 

ວູ້ຕວນຊ້ານ - 100 ປີແຫ່ງຄວາມຜູກພັນກັບ ນະຄອນຫຼວງຮ່າໂນ້ຍ - ảnh 1
ນັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ ວູ້​ຕວນ​ຊ້ານ ຮັບຫຼຽນ​ກາ​ທີ່​ລະ​ນຶກລາງວັນ ບຸນ​ຊວນ​ຟ້າຍ - ເພື່ອ​ຄວາມ​ຮັ​ກ​ຮ່າ​ໂນ້ຍ​ປີ 2014

   ໃນ​ມື້​ໜຶ່ງຂອງ​ເດືອນ 10 ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ແວ່​ຢາມ ນັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ ວູ້​ຕວນ​ຊ້ານ ຢູ່​ເຮືອນ​ເລກ​ທີ 44 ຄຸ້ມ 116 ຖະ​ໜົນ ດ້າຍ​ຕື ເມືອງ​ຮ່ວາງ​ມາຍ, ຮ່າ​ໂນ້ຍ. ຜ່ານ​​ໄລ​ຍະ​ເວ​ລາ​ທີ່​ເຕັມ​ໄປ​ດ້ວຍ​ການ​ຫັນ​ປ່ຽນເປັນ​ເວ​ລາ 100 ປີ, ແຕ່ ນັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ ວູ້​ຕວນ​ຊ້ານ ຍັງ​ຄົງ​ຜູກ​ພັນ​ກັບ​ດິນດອນ​ຕອນ​ຫຍ້າ​ຂອງ​ປູ​ຍ່າ​ຕາຍາຍປະ​ໄວ​້​ໃຫ້. ໃນ​ເຮືອນ​ຫ້ອງ​ນ້ອຍ​ຖືກ​ຈັດ​ວາງ​ຢ່າງ​ງາມ​ຕາດ້ວຍ​ປຶ້ມ​ອ່ານ​ຢ່າງຫຼວງຫຼາຍ, ທ່ານ ວູ້​ຕວນ​ຊ້ານ ພວມ​ເມົາ​ມົວ​ອ່ານ, ຄົ້​ນ​ຄ້​ວາ, ຊອກ​ຫາຂໍ້​ມູນ​ຢູ່​ໂຕະ​ຕັ້ງ​ຕິດ​ກັບ​ປອງຢ​້ຽມ​ໄຂ​ອອກ​ສູ່​ສວນດອກ​ໄມ້​ທີ່​ມີ​ກິນ​ຫອມ​ຫວນ​ກຸ້ມ​ໄປ​ທົ່ວ. ​ອາ​ກາດຍ​າມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຄື​ດັ່ງ​ໄດ້ຫຼື້ມ​ຄືນ​ຊ່ວງ​ເວ​ລາ​ທີ່​ບັນ​ດາ​ນັກ​ປັນ​ຍາ​ຊົນ​ຮ່າ​ໂນ້ຍ​ຢືນ​ຢູ່​ຕໍ່​ໜ້າ​ການ​ເລືອກ​ເຟັ້ນ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິ​ນ​ຊີ້​ຂາດ​ໃນ​ເວ​ລາ 60 ປີ​ຄືນຫຼັງ. ທ່ານ ວູ້​ຕວນ​ຊ້ານ ເລົ່າ​ຄືນ​ສູ່​ຟັງ​ວ່າ :

   “ ປີ 1954, ຮ່າ​ໂນ້ຍ​ໄດ້​ຮັບ​ການ​ປົດ​ປ່ອຍ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ສຳ​ຄັນ​ຍິ່ງ. ຕ້ອງ​ອອກ​ໄປຫຼື​ດຳ​ລົງ​ຊີ​ວິດ​ຢູ່ນີ້, ແຕ່ ບັນ​ດາ​ນັກ​ປັນ​ຍາ​ຊົນໄດ້​ຕັດ​ສິນ​ຈະ​ຜູກ​ພັນ​ກັບ​ປະ​ເທດ​ຊາດ, ກັບ​ລະ​ບອບ​ໃໝ່​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ. ຄາວ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ຍ້າຍ​ຈາກ​ຂະ​ແໜງ​ຍຸ​ຕິ​ທຳ​ມາ​ເຮັດ​ວຽກ​ງານ​ວັດ​ທະ​ນະ​ທຳ​ດ້ວຍ​ໜ້າ​ທີ່ຊອກ​ຮູ້, ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ. ປະ​ຈຸ​ບັນ, ເມື່ອ​ຫວນ​ຄື​ນ​ເຖິງ​ເລື່ອງ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ການຕັດ​ສິນນັ້ນ ແມ່ນ​ຖືກ​ຕ້ອງ​ແທ້”

   ໂດຍ​ມີ​ຄວາມ​ຮູ້​ດີທາງ​ດ້ານ​ພາ​ສາ​ຫວຽດ​ເດີມ, ນັບ​ທັງພາ​ສາ​ຝະ​ລັ່ງ, ອັງ​ກິດ, ນັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ ວູ້​ຕວນ​ຊ້ານໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຜູ້​ເປີດ​ທາງ​ໃຫ້ຫຼາຍ​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ​, ຮຽບ​ຮຽງກ່ຽວ​ກັບທັງ​ລອງ-ຮ່າ​ໂນ້ຍ. ສຳ​ລັບ​ທ່ານ ວູ້​ຕວນ​ຊ້ານ​ແລ້ວ, ເພິ່​ນ​ແມ່ນ​ຜູ້​ມີ​ລະ​ດັບ​ຄວາມ​ຮູ້, ມີ​ວິ​ໄສ​ທັດ​ມອງ​ກ້​ວາງ​ເຫັນ​ໄກ​ຂອງ​ນັກ​ປັນ​ຍາ​ຊົນ​ພ້ອມ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ເມົາ​ມົວ​ກັບ​ວິ​ທະ​ຍາ​ສາດ ແລະ ມໍ​ລະ​ດົກ​ຂອງ​ປູ​ຍ່າ​ຕາ​ຍາຍ. ເມື່ອ​ຍ້າຍ​ມາ​ເຮັດ​ວຽກ​ງານ​ວັດ​ທະ​ນະ​ທຳ, ທ່ານ​ຕັດ​ສິນ​ປະ​ລະ​ວຽກ​ງານ​ເປັນ​ທະ​ນາຍ​ຄວາມ​ເພື່ອ​ກາຍ​ເປັນ​ລັດ​ຖະ​ກອນ​ເຮັດ​ວຽກ​ໃນ​ຂົງ​ເຂດ​ທີ່​ໃໝ່​ອຽມ​ຄື: ອະ​ນຸ​ລັກ​ຮັກ​ສາ​ຫໍ​ພິ​ພິ​ທະ​ພັນ​ຢູ່​ພະ​ແນກວັດ​ທະ​ນະ​ທຳ-ຖະ​ແຫຼງ​ຂ່າວ​ຮ່າ​ໂນ້ຍ​ໃນ​ຄາວນັ້ນ. ສິ່ງ​ທີ່​ໂຊກ​ດີ​ສຳ​ລັບ​ທ່ານ ວູ້​ຕວນ​ຊ້ານ, ນັ້ນ​ແມ່ນ​ວຽກ​ງານ​ໃໝ່​ທີ່​ໄດ້​ຮັບ​ການມອບໝາຍ​ແມ່ນ​ການ​ເສືມ​ຂະ​ຫຍາຍ​ດ້ານ​ພາ​ສາ​ຫວຽດ​ເດີມ ຊຶ່ງ​ທ່ານ​ເອງ​ມີ​ຄວາມ​ເມົາ​ມົວ ແລະ ຮຽນ​ເອງ​ເປັນ​ເວ​ລາຫຼາຍ​ປີ. ທ່ານ ວູ້​ຕວນ​ຊ້ານ ເປີ​ດ​ເຜ​ີຍວ່າ :  : “ ເມື່ອ​ເຂົ້າ​ຮຽນ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ, ຂ້າ​ພະ​ເຈົ້າຮຽນ​ເພີ່ມ​ພາ​ສາ​ຫວຽດ​ເດີມ. ຄາວນັ້ນ, ຂ້າ​ພະ​ເຈົ້າ​ຮຽນ​ດ້ວຍຕົນ​ເອງເພາະ​ເຮົາ​ຊົມ​ຊອບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ. ​ເວ​ລາຮັບ​ເອົາ​ການ​ຄຸ້ມ​ຄອງນະ​ຄອນຫຼວງ​ຮ່າ​ໂນ້ຍ, ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ງານ​ວັດ​ທະ​ນະ​ທຳ, ຂະ​ພະ​ເຈົ້າ​ເຮັດ​ວຽກ​ຢ​ູ່​ຂະ​ແໜງ​ຫໍ​ພິ​ພິ​ທະ​ພັນ​ຂອງ​ພະ​ແນກວັດ​ທະ​ນະ​ທຳ. ຄາວນັ້ນ, ຂ້າ​ພະ​ເຈົ້າໄດ້​ມີ​ຄວາມ​ຮູ້​ດ້ານ​ພາ​ສາ​ຫວຽດ​ເດີມຫຼາຍ​ພໍ​ສົມ​ຄວນ, ພ້ອມ​ກັບ​ຄວາມ​ຮັກດ້ານວັດ​ທະ​ນະ​ທຳຫວຽດ​ນາມ, ດັ່ງ​ນັ້ນ​ໄດ້​ເສີມ​ຂະ​ຫຍາຍ​​ຄວ​າມ​ຮູ້ຄວາມ​ສາ​ມາດຂອງ​ຕົນ ”.

    ດ້ວຍ​ຄວາມ​ເມົາ​ມົວ​ກັບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ແລະ ​ພາ​ສາ​ຫວຽດ​ເດີມ, ທ່ານ ວູ້​ຕວນ​ຊ້ານ​ຖືກ​ບັນ​ດາ​ເພື​ອ່ນ​ຮ່ວມ​ອາ​ຊີບເລົ່າ​ຄືນ​ສູ່​ຟັງ​ວ່າ : ແຕ່​ລະ​ມື້, ອ້າຍ​ຊ້ານ​ຖື​ຖົງ​ພາຍ, ຖີບ​ລົດ​ໄປ​ຍັງ​ບັນ​ດາ​ກິດ​ຈະ​ກຳ​ເກົ່າ​ແກ່​ຂອງ​ທັງ​ລອງ, ຈົດ​ກາຍ, ຄົ້ນຄ້​ວາ. ສ່ວນ​ເວົ້າຕາມແບບ​ຂອງທ່ານ ວູ້​ຕວນ​ຊ້ານ, ນັ້ນ​ພຽງ​ແຕ່​ແມ່ນ​ການ​ເດີນ​ທາງ​ຊອ​ກ​ຄົ້ນຫາ​ຮ່າ​ໂນ້ຍ. ບໍ່​ວ່າ​ຜູ້​ໃດ​ທີ່​ສົນ​ໃຈ​ເຖິງ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ຂອງຮ່າ​ໂນ້ຍ ກໍ​ລ້ວນ​ແຕ່​ຮູ້​ຈັກ​ເຖິງ​ປຶ້ມ​ອ່ານ “​ຮ່າ​ໂນ້ຍເມື່ອ​ກ່ອນ ແລະ ປະ​ຈຸ​ບັນ”. ເມື່ອ​ໄດ້​ອ່ານ​ປຶ້ມ​ດັ່ງ​ກ່າວ, ຜູ້​ຄົນ​ທັງຫຼາຍ​ຕ່າງ​ກໍ​ຮູ້​ວ່າ ບົດ​ຂຽນ​ແຕ່​ລະ​ບົດ​ຂອງທ່ານ ວູ້​ຕວນ​ຊ້ານ ກໍ​ແມ່ນ​ການ​ຊອກ​ຮູ້, ຄົ້ນ​ຫາ​ກ່ຽວ​ກັບ ຮ່າ​ໂນ້ຍເມື່ອ​ກ່ອນ. ທ່ານ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ເພື່ອ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ເລື່ອງຍ້າຍ​ເມືອງຫຼວງ ມາ​ຕັ້ງ​ຢູ່​ທັງ​ລອງ​ຂອງ​ເຈົ້າ​ຊີ​ວິດຫຼີ​ທ້າຍ​ໂຕ, ກ່ຽວ​ກັ​ບ​ພະ​ລາດ​ຊະ​ວັງ​ທັງ​ລອງ​ຮ່າ​ໂນ້ຍ ພ້ອມ​ກັບ​ປູ​ຊະ​ນີ​ຍະ​ສະ​ຖານ​ອື່ນໆ​ອີກຫຼາຍ​ແຫ່ງ. ທ່ານ ວູ້​ຕວນ​ຊ້ານ ເວົ້າ​ວ່າ :

   “ ວິ​ວັດ​ການ​ຕັ້ງ​ເມືອງຫຼວງ​ສະ​ໄໝ ໂກ​ລ​ວາ, ທັງ​ລອງ, ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ ກໍ​ລ້ວນ​ແຕ່​ຢູ່​ແຫ່ງນີ້. ຈາກ​ສາງວັດ​ທະ​ນະ​ທຳ, ບັນ​ດາ​ເລື່ອງ​ລາວພື້ນ​ເມືອງ​ເລົ່າ​ຂານ​ປາກ​ຕໍ່​ປາກ, ງານ​ບຸນ​ປະ​ເພ​ນີ, ມູນ​ເຊື້ອ​ຕໍ່​ສູ້ ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ… ໄດ້​ເຮັດ​ໃຫ້​ຮ່າ​ໂນ້ຍ​ໄດ້​ກາຍ​ເປັນ​ພິ​ເສດ ແລະ ຍາກ​ທີ່​ຫາ​ໄດ້​ຢູ່​ແຫ່ງ​ອື່ນ”

    ຕາມ​ນັກ​ກະ​ວີ ບັງ​ຫວຽດ ປະ​ທານ​ສະ​ພາ​ກວດ​ສອບ​ລາງວັນ​ບຸຍ​ຊວນ​ຟ້າຍແລ້ວ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່ ນັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ ວູ້​ຕວນ​ຊ້ານ ສະ​ຫງວນ​ໃຫ້​ແກ່​ຮ່າ​ໂນ້ຍນັ້ນ​, ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກະ​ຕື​ລື​ລົ້ນ, ສຸມ​ຈິດ​ສຸມ​ໃຈ​ກັບ ນະ​ຄອນຫຼວງ​ຮ່າ​ໂນ້ຍ . ນັກ​ກະ​ວີ ບັງ​ຫວຽດ:

   “ ດ້ວຍ​ອາ​ຍຸ 100 ປີ​ຂອງ​ຕົນ, ທ່ານ​ໄດ້​ມີ​ເວ​ລາ​ພຽງ​ພໍ​ເພື່ອ​ສາ​ມາດຄົ້ນ​ຫາສິ່ງ​ທີ່​ດີ​ທີ່​ງາມ​ຂອງ ຮ່າ​ໂນ້ຍ. ແລະ ໃນ​ປຶ້ມ​ອ່ານ​ທີ່​ທ່ານ​ຮຽບ​ຮຽງ​ນັ້ນ, ທ່ານ​ໄດ້​ຖ່າຍ​ທອດ​ຄວາມ​ຄິດ​ທັງ​ໝົດ​ຂອງ​ຕົນ​ສຳ​ລັບ​ຮ່າ​ໂນ້ຍ. ຍ້ອນ​ເຫດນີ້​ເອງ, ລາງວັນ​ໃຫຍ່ - ເພື່ອ​ຄວາມ​ຮັກ​ຮ່າ​ໂນ້ຍ ທີ່ມອບ​ໃຫ້​ທ່ານ​ແມ່ນ​ຖືກ​ຕ້ອງ”

    ບັນ​ດານັ​ກ​ຄົ້ນ​ຄ້​ວາ​ຮ່າ​ໂນ້ຍ​ວິ​ທະ​ຍາ, ນັ​ກ​ຄົ້ນ​ຄ້​ວາດ້ານ​ ​ພາ​ສາ​ຫວຽດ​ເດີມຄື ທ່ານ ວູ້​ຕວນ​ຊ້ານ ແມ່ນ​ຍັງ​ບໍ່ຫຼາຍ. ແຕ່​ລະ​ມື້, ນັກ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ເຂດ​ດິນ​ພັນ​ປີ​ແຫ່ງ​ອະ​ລິ​ຍະ​ທຳ​ຄົນ​ນີ້ ຍັງ​ຄົງ​ສືບ​ຕໍ່​ວຽກ​ງານ​ຊອກ​ຮູ້​ກ່ຽວ​ກັບ ນະ​ຄອນຫຼວງ​ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ແຫ່ງ​ທີ່​ທ່ານ​ໄດ້​ຜູກ​ພັນ​ຕະຫຼອດ​ຊີ​ວິດ .

ຕອບກັບ

ຂ່າວ/ບົດ​ອື່ນ