ສະຖານທີ່ປະຫວັດສາດແຫ່ງນ້ຳໃຈມິດຕະພາບແບບພິເສດຫວຽດນາມ-ລາວ

(VOVWORLD) -ກ່ອນນີ້ 65 ປີ, ບ້ານລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາແມ່ນຖານທີ່ໝັ້ນເຄື່ອນໄຫວປິດລັບຂອງຄະນະຕະລຸມບອນລາວ-ບັກ ຊຶ່ງແມ່ນໄລຍະທີ່ປະສົບຄວາມຫຍຸ້ງຍາກທີ່ສຸດຂອງການຕໍ່ຕ້ານຕ້ານພວກລາເມືອງຂຶ້ນຝະລັ່ງ 1948 – 1950

ຢູ່ແຫ່ງນີ້, ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໄກສອນ ພົມວິຫານ ໄດ້ຮັບການລ້ຽງດູ, ອຸ້ມຊູຊ່ວຍເຫຼືອຈາກນັກປະຕິວັດອາວຸໂສ ຈາງລາວໂຄ ແລະ ພໍ່ແມ່ພີນ້ອງຊາວບ້ານ.

ສະຖານທີ່ປະຫວັດສາດແຫ່ງນ້ຳໃຈມິດຕະພາບແບບພິເສດຫວຽດນາມ-ລາວ - ảnh 1 ເຂດປູຊະນີຍະສະຖານປະຫວັດສາດປະຕິວັດຫວຽດນາມ-ລາວຢູ່ບ້ານລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ

       ປີ 1948, ຄະນະຕະລຸມບອນລາວ-ບັກຊຶ່ງ ມີພະນັກງານຫວຽດນາມ ແລະ ລາວລວມ 14 ຄົນ ໄດ້ຮັບການສ້າງຕັ້ງຂຶ້ນ, ບົນເສັ້ນທາງເຄື່ອນໄປໂຄສະນາ, ເປີດກ້ວາງກຳລັງ ກໍໄດ້ຢຸດແວ່ຢູ່ພຽງສາ, ປະຈຸບັນແມ່ນບ້ານລາວໂຄ. ໃນໄລຍະເຄື່ອນໄຫວຢູ່ແຫ່ງນີ້ແຕ່ປີ 1948 ຫາທ້າຍປີ 1949, ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໄກສອນ ພົມວິຫານໄດ້ຮັບການຊັບຊ້ອນໄປຢູ່ນຳຄອບຄົວລຸງຈາງລາວໂຄ, ຊາວເຜົ່າມົ້ງ. ທ່ານ ໄກສອນ ພົມວິຫານ ແລະ ຄະນະຕະລຸມບອນລາວ-ບັກ ໄດ້ຮັບການລ້ຽງດູ, ຊຸກເຊື່ອງ, ອຸ້ມຊູຊ່ວຍເຫຼືອຈາກພໍ່ແມ່ພີນ້ອງຊາວບ້ານພຽງສາ ແລະ ໄດ້ໃຫ້ນຳໃຊ້ເນື້ອທີ່ດິນເພື່ອກໍ່ສ້າງຮາກຖານໃນໄລຍະເຄື່ອນໄຫວປິດລັບຢູ່ແຫ່ງນີ້.

    ໃນເຮືອນຫຼັງໜຶ່ງຂອງທ່ານ ຈາງລາວຫຼື, ລູກຊາຍຂອງນັກປະຕິວັດອາວຸໂສ ຈາງລາວໂຄນັ້ນ, ບັນດາເຄື່ອງໃຊ້ໃນເຮືອນໂດຍທ່ານຈາງລາວໂຄໄດ້ນຳໃຊ້ເພື່ອລ້ຽງດູ, ເຊື່ອງອຳພະນັກງານຫວຽດມິນ ແລະ ປະທານ ໄກສອນ ພົມວິຫານ ໃນຊຸມວັນເດືອນປີກ່ອນນີ້ ຍັງຄົງໄດ້ຮັບການຮັກສາໄວ້ຈາກຄອບຄົວທ່ານ ຈາງລາວຫຼື. ນັ້ນແມ່ນໝໍ້ທອງແດງ ແລະ ຄົກຫີນສີສາລີ, ບັນດາເຄື່ອງໃຊ້ແບບປະຖົມປະຖານນີ້ ໄດ້ປະກອບສ່ວນເຂົ້າໃນການ ລ້ຽງດູ, ຊຸກເຊື່ອງພະນັກງານປະຕິວັດຫວຽດນາມ ແລະ ລາວໃນຊຸມວັນເດືອນປີທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງການປະຕິວັດ. ຄາວນັ້ນ, ທ່ານ ຈາງລາວຫຼືມີອາຍຸພຽງ 7-8 ປີເທົ່ານັ້ນ. ທ່ານ ຈາງລາວຫຼືແບ່ງປັນວ່າ : 

    “ ໄລຍະເວລານັ້ນ ແມ່ນປະສົບກັບຄວາມຫຍຸ້ງຍາກ, ບ້ານເມືອງຄາວນັ້ນ ແມ່ນປ່າໝົດ. ບາງຄັ້ງ, ສັດຕູຈາກຊຽງຄໍ້ປະເທດລາວ ແລະ ຈາກອຽນເຈົາມາຈ້ອງມອງ, ແຕ່ກໍບໍ່ເຫັນຫວຽດມິນ ແລະ ຊາວບ້ານລາວໂຄໄດ້ ລ້ຽງດູ, ຊຸກເຊື່ອງ ທ່ານ ໄກສອນ ພົມວິຫານ ແລະ ຄະນະຕະລຸມບອນລາວ-ບັກ. ທ່ານລາວໂຄ ແມ່ນຜູ້ເບິ່ງແຍງລ້ຽງດູ, ຊຸກເຊື່ອງທ່ານປະທານ ໄກສອນ ພົມວິຫານໃຫ້ພົ້ນຈາກການຄົ້ນພົບຂອງສັດຕູ”

    ທ່ານ ໄກສອນ ພົມວິຫານຢູ່ເຮືອນຂອງ ທ່ານ ຈາງລາວໂຄ ແລະ ໄດ້ຮັບການລ້ຽງດູ, ຊ່ວຍເຫຼືອຈາກຄອບຄົວທ່ານລາວໂຄ ແລະ ໄດ້ຮັບເປັນລູກລ້ຽງ. ບ້ານພຽງສາ(ປະຈຸບັນແມ່ນບ້ານລາວໂຄ) ຕາແສງພຽງຄວາຍ, ເມືອງອຽນເຈົາ ໄດ້ກາຍເປັນເຂດທີ່ໝັ້ນປະຕິວັດຫວຽດ-ລາວ ແລະ ເປັນແຫ່ງກະກຽມທຸກເງື່ອນໄຂໃຫ້ແກ່  ຄະນະຕະລຸມບອນລາວ-ບັກຂະຫຍາຍບັນດາຖານທີ່ໝັ້ນປະຕິວັດຢູ່ດິນແດນລາວ ໄລຍະ 1948-1ໍ່950. ຊຸມວັນເດືອນປີນັ້ນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ຊາວບ້ານພຽງສາໄດ້ໃຫ້ການຊ່ວຍເຫຼືອຄະນະ ຕະລຸມບອນລາວ-ບັກຢ່າງຈຸດໃຈ. ທ່ານ ຈາງລາວຫຼື ໃຫ້ຮູ້ຕື່ມວ່າ : 

    “ ຄາວນັ້ນ, ທ່ານ ໄກສອນ ພົມວິຫານ ໄດ້ໃຫ້ຜູ້ຕິດຕໍ່ສື່ສານໄປຮອດເຮືອນເພື່ອໂອ້ລົມກັບ ທ່ານ ຈາງລາວໂຄ, ທ່ານ ຈາງລາວໂຄໄດ້ເອົາເງິນໃຫ້ທ່ານໄກສອນເພື່ອໄປຊື້ປືນເມືອຕີສັດຕູ. ທ່ານໄກສອນໄດ້ຂອບໃຈນຳຄອບຄົວທ່ານລາວໂຄທີ່ໄດ້ໃຫ້ການຊ່ວຍເຫຼືອການປະຕິວັດລາວ ”

    ການປະຕິວັດສຳເລັດຜົນ, ສາຍຈິດມິດໃຈຫວຽດນາມ-ລາວ ຍັງຄົງໄດ້ຮັບການເພີ່ມພຸນຄູນສ້າງຈາກພໍ່ແມ່ພີ່ນ້ອງຢູ່ 2 ຟາກຊາຍແດນ. ບ້ານລາວໂຄໃນປະຈຸບັນ ນັບມື້ນັບພັດທະນາ ແລະ ໄດ້ກາຍເປັນສະຖານທີ່ວັດທະນະທຳຜູກມັດບັນດາຄຸນຄ່າວັດທະນະທຳ ແລະ ມູນເຊື້ອສາມັກຄີແບບພິເສດລະຫວ່າງ 2 ຊາດຫວຽດນາມ-ລາວ. ເຂດປູຊະນີຍະສະຖານປະຫວັດສາດປະຕິວັດຫວຽດນາມ-ລາວ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນບັນດາເຜົ່າໃນຕາແສງພຽງຄວາຍ ແລະ ມີຄວາມໝາຍອັນຍິ່ງໃຫຍ່ໃນການສຶກສາອົບຮົມບັນດາລຸ່ນຄົນ, ເປັນຕົ້ນແມ່ນໄວໜຸ່ມ ຕ້ອງອວາຍໜ້າສູ່ກົກເຄົ້າເຫງົາກໍ. ນາງ ເບ້ທິວຸຍ  ຢູ່ອຽນເຈົາ, ແຂວງ ເຊີນລາ ໃຫ້ຮູ້ວ່າ : 

    “ ໄລຍະຍັງເປັນນັກຮຽນ, ຂ້າພະເຈົ້າໄດ້ຮັບຟັງຈາກອ້າຍເອື້ອຍຄູ ເລົ່າສູ່ຟັງກ່ຽວກັບທ່ານລາວໂຄ ແລະ ທ່ານໄກສອນ ກໍຄືອາລົມຈິດ, ຄວາມຮັກແພງ, ນ້ຳໃຈສາມັກຄີຫວຽດນາມ-ລາວ. ຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ ”

    ຢູ່ເຂດຊາຍແດນລາວໂຄ, ສາຍຈິດມິດໃຈຫວຽດ-ລາວນັບມື້ນັບຜູກພັນກັນຢ່າງໜຽວແໜ້ນ. ມີບາວສາວຫຼາຍຄູ່ທີ່ບ້ານລາວໂຄຂອງຫວຽດນາມ ແລະ ບ້ານພຽງສາເມືອງຊຽງຄໍ້ຂອງລາວໄດ້ກາຍເປັນຄູ່ຜົວເມຍ. ເຂົາເຈົ້າໄດ້ແບ່ງປັນບົດຮຽນໃນການຜະລິດ, ລົບລ້າງຄວາມອິດຫິວຫຼຸດຜ່ອນຄວາມທຸກຍາກ, ຊ່ວຍເຫຼືອກັນໃນຍາມຫຍຸ້ງຍາກ. ພໍ່ແມ່ປະຊາຊົນຢູ່ 2 ຟາກຊາຍແດນຫວຽດນາມ ແລະ ລາວພວມຮ່ວມແຮງຮ່ວມໃຈສ້າງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ