ສະຖາປັດຕະຍະກຳເຮືອນບູຮານຢູ່ໝູ່ບ້ານໂຫ້ຍກີ, ແຂວງ ກວາງຈິ

ໝູ່​ບ້ານ​ເກົ່າ ໂຫ້ຍ​ກີ ຢູ່​ຕາ​ແສງ​ຫາຍ​ແຈ້ງ, ເມືອງ​ຫ​າຍ​ລັງ, ແຂວງ ກວາງ​ຈິ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ໂອ​ເລົາ ທີ່​ໄຫຼ​ຜ່ານ 2 ແຂວງກວາງ​ຈິ ແລະ ເທື່ອ​ທຽນ​ເຫ້ວ ທີ່​ມີ​ມາ​ກ່ອນນີ້​ປະ​ມາ​ນ 500 ປີ. ມາ​ຢ້ຽມ​ຢາມ​ແຫ່ງນີ້, ແຂກ​ທ່ອງ​ທ່ຽວ​ຕ່າງ​ກໍ​ຕົກ​ສະ​ເງີ້​ເມື່ອ​ໄດ້​ຮ​ັບ​ຊົມ​ບັນ​ດາ​ເຮືອນ​ບູ​ຮານ, ລະ​ບົບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ວັດ​ທະ​ນະ​ທຳ​ການ​ເຫຼື້ອມ​ໃສທີ່​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ໄວ້​ເໝືອນ​ເດີມ, ທັດ​ສະ​ນີ​ຍະ​ພາບ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ສະ​ຫງົບ​ສຸກ ແລະ ການ​ດຳ​ລ​ົງ​ຊີ​ວິດ​ທີ່​ລຽບ​ງາຍຂອງ​ຊາວ​ບ້ານ​ໂຫ້ຍ​ກີ.

 

ສະຖາປັດຕະຍະກຳເຮືອນບູຮານຢູ່ໝູ່ບ້ານໂຫ້ຍກີ, ແຂວງ ກວາງຈິ - ảnh 1
ສະຖາປັດຕະຍະກຳເຮືອນບູຮານຢູ່ໝູ່ບ້ານໂຫ້ຍກີ

    ເມື່ອ​ເຂົ້າ​ໄປ​ໝູ່​ບ້ານ​ໂຫ້ຍ​ກີ, ຢູ່​ລຽບ​ຕາມ 2 ຟາກ​ທາງ​ແມ່ນ​ລະ​ບົບ​ສາ​ລາ, ວັດ​ວາ​ອາ​ຮາມ ແລະ ຫໍ​ບູ​ຊາ​ຂອງບັນ​ດາ​ວົງ​ຕະ​ກູນໃນ​ບ້ານ. ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ເຫັນ​ແຖວ​ເຮືອນ​ບູ​ຮານ​ຊຶ່ງ​ເຈົ້າ​ຂອງ​ເຮືອນ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ຄົນ​ໃນ​ວົງ​ຕະ​ກູນ​ເຢືອງ. ແຖວເຮືອນ​ບູ​ຮານນີ້ ແມ່ນ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ບັນ​ດາ​ເນື້ອ​ທີ່​ສວນ, ມີ​ບັນ​ດາ​ຕົ້ນ​ໄມ້​ໃຫຍ່​ຂຽວ​ອຸ່ມ​ທຸ່ມ​, ລຽບ​ຕາມ​ລຳ​ແມ່​ນ້ຳ​ໂອ​ເລົາ​ທີ່​ຄົດ​ງໍອ້ອມ​ຫມູ່​ບ້ານ. ປະ​ຈຸ​ບັນ, ຢູ່​ໝູ່​ບ້ານ​ໂຫ້ຍ​ກີມີ​ເກືອບ 30 ຄອບ​ຄົວ​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ບັນ​ດາເຮືອນ​ບູ​ຮານທີ່​ມີ​ອາ​ຍຸ​ນັບ​ຮ້ອຍ​ປີ. ຈຸດ​ພິ​ເສດ​ຂອງເຮືອນ​ບູ​ຮານໃນ​ໝູ່​ບ້ານ​ໂຫ້ຍ​ກີ, ສ່ວນຫຼາຍແມ່ນ​ປະ​ກອບ​ດ້ວຍ ​ໄຫ, ເຄີຍ​ເຮັດ​ດ້ວຍ​ໄມ້​ຕົ້ນ​ມີ້. ລະ​ບົບ​ເສົາ​, ປະ​ຕູເຮືອນ, ລ້ວນ​ແຕ່​ຖືກ​ແກະ​ຄວັດ​ສະຫຼັກ​ຮູບ​ມັງ​ກອນ, ນົກ​ອີນ​ຊີ ແລະ ລວດ​ລາຍ​ລະ​ອຽດ​ອ່ອນ. ໃນເຮືອນ​ບູ​ຮານແຕ່​ລະຫຼັງ, ລ້ວນ​ແຕ່​ແຂວ​ນບັນ​ດາ​ແຜ່ນຄຳກອນ ທີ່​ມີ​ເນື້ອ​ໃນ​ສັ່ງ​ສອນບອກ​ເຕືອນ​ລູກຫຼານ​ໃນ​ເຮືອນ. ​ຫ້ອງ​ໃຫຍ່ຢູ່​ເຄິ່ງ​ກາງ​ແມ່ນ​ເຄີຍ​ໃຊ້​ແມ່ນ​ບ່ອນ​ບູ​ຊາ​ບັນ​ພະ​ບຸ​ລຸດ, ປູ່​ຍ່າ​ຕາ​ຍາຍ, ຍັງ​ 2 ຫ້ອງ​ໃຫ​ຍ່​ແມ່ນ​ຖືກໃຊ້ເປັນ​ບ່ອນນອນ ແລະ ຮັບ​ແຂກ. ສ່ວນ​ຫ້ອງ​ນ້ອຍ 2 ຫ້ອງ​ຢູ່​ຕາມ 2 ເບື້ອງ​ແມ່ນ​ສະ​ຫງວ​ນ​ໃຫ້​ລູກ​ຊາຍ ແລະ ລູກ​ສາວ​ຢູ່. ຢູ່​ໃນເຮືອນ​ບູ​ຮານ ແຕ່​ລະຫຼັງ​ກໍ​ຍັງ​ມີ​ບ່ອນ​ເກັບ​ມ້ຽນ​ເຂົ້າ ແລະ ບັນ​ດາ​ເຄື່ອງ​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ຄວາມ​ຊຸ່ມ​ປຽກ​ເມື່ອ​ລະ​ດູ​ຝົນ​ວຽນ​ມາ. ລຸງ ເຢືອງວັນ​ຈໍ ຊາວ​ບ້ານ​ໂຫ້ຍ​ກີ ໃຫ້​ຮູ້​ວ່າ : 

    “ ໃນ​ຈຳ​ນວນເຮືອນ​ບູ​ຮານ 20 ຫຼັງ​ນັ້ນ, ກໍ​ມີ​ເຖິງ 6 ຫຼັງ​ແມ່ນ​ປະ​ກອບ​ດ້ວຍ 3 ຫ້ອງ​ໃຫຍ່ ແລະ 2 ຫ້ອງ​ນ້ອຍ​ຢູ່​ຕາມ 2 ເບື້ອງ. ນັ​ບ​ແຕ່ມື້​ປຸກ​ສ້າງ​ມາ​ຮອດ​ປະ​ຈຸ​ບັນ ແມ່ນກວ່າ 100 ປີ​ແລ້ວ. ປະ​ຈຸ​ບັນ, ໃນ​ແຕ່​ລະ​ຄອບ​ຄົວ, ກໍ​ໄດ້​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຄືນ​ເພື່ອ​ຮັກ​ສາ​ສີ​ສັນເຮືອນ​ບູ​ຮານ​ຂອງ​ຄອບ​ຄົວ ”

    ເຮືອນ​ບູ​ຮານຢູ່ນີ້​ຖືກ​ມຸງ​ດ້ວຍ​ດິນ​ຂໍ​ທີ່​ຜະ​ລິດ​ດ້ວຍ​ດິນ​ດາກ. ດິນ​ຂໍ​ມີ​ຮູບ 4 ລ່ຽມ, ລຽບ ແລະ ບ່າງ, ຖ້າ​ເຮົາ​ເຄາະໃສ່, ຈະ​ເກີດ​ມີສຽງຄື​ສຽງ​ລະ​ຄັງ. ເຮືອນ​ຖືກ​ມຸງ​ດ້ວຍ​ດິນ​ຂໍ ແມ່ນ​ມີ​ຄວາມ​ອຸ່ນ​ໃນຍາມ​ລະ​ດູໜາວ​ ແລະ ເຢັນ​ດີ​ໃນ​ຍາມ​ລະ​ດູ​ຮ້ອນ. ສ່ວນ​ຝາ​ເຮືອນ​ຖືກກໍ່​ດ້​ວຍ​ດິນ​ຈີ ແລະ ປູນ. ເຮືອນ​ບູ​ຮານແຕ່​ລະຫຼັງ​ມີ​ຮົ້ວ​ຕົ້ນ​ໄມ້​ຖືກ​ຕັດ​ກິ່ງ​ຢ່າງ​ງາມ​ຕາ. ທ່ານດ​ຣ ເລວິ້ງ​ອານ ສັງ​ກັດ​ຄະ​ນະ​ໃຫ້​ຄຳ​ປຶກ​ສາ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸ່ງ​ເກົ່າ​ເຫ້ວ, ໃຫ້​ຮູ້​ວ່າ : 

     “ເຮືອນ​ບູ​ຮານ​ໃນໝູ່​ບ້ານ​ໂຫ້ຍ​ກີຍັງ​ຄົງ​ສາ​ມາດ​ຮັກ​ສາ​ໄດ້ຫຼາຍ​ຄຸນ​ຄ່າ. ກ່ອນ​ອື່ນ​ໝົດ​ແມ່ນ​ຄຸນ​ຄ່າ​ປະ​ຫວັດ​ສາດ, ອາ​ຍຸ​ຂອງ​ເຮືອນ. ​ໝູ່​ບ້ານ​ໂຫ້ຍ​ກີໄດ້​ຮັບ​ການ​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ​ໃນ​ສະ​ຕະ​ວັດ​ທີ 15, 16, ແຕ່​ບັນ​ດາເຮືອນ​ບູ​ຮານ​ໃນ​ໝູ່​ບ້ານ​ຖືກ​ປຸກ​ສ້າງ​ຊ້າກວ່າ​ໜ້ອຍ​ໜຶ່ງ ຄື​ມີ​ມາ​ກ່ອນນີ້​ປະ​ມານ 100-150 ປີ. ​ໝູ່​ບ້ານ​ແຫ່ງນີ້​ມີ​ຄຸນ​ຄ່າ​ດ້ານ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ແບບດັ້ງເດີມ​ຄື ມີ​ລຳແມ່​ນ້ຳໄຫຼ​ອ້ອມ​ແອ້ມ, ມີ​ຕົ້​ນໄຮ, ທ່າ​ນ້ຳ, ສາ​ລາ…. ນີ້​ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໝູ່​ບ້ານ​ເຂດ​ບ້ານ​ນາ​ຫວຽດ​ນາມ”

     ໃນ​ຈຳ​ນວນ​ບັນ​ດາເຮືອນ​ບູ​ຮານ​ທີ່​ຍັງ​ເຫຼືອນັ້ນ, ແມ່ນ​ຕ້ອງ​ເວົ້າ​ເຖິງ​ເຮືອນ​ຂອງ​ລຸງ ເຢືອງວັນ​ແມ້ງ. ເຮືອນ​ຂອງ​ລາວ​ຖືກ​ປຸກ​ສ້າງ​ຢູ່​ກາງ​ເຂດ​ສວນ​ທີ່​ກ້​ວາງ​ໃຫຍ່ເມື່ອ​ປີ 1889, ຢູ່ 2 ຟາກທາງ​ເຂົ້າ​ເຮືອນ ແມ່ນ​ແຖວ​ຕົ້ນ​ຊາ​ຂຽວ​ອຸ່ມ​ທຸ່ມຖືກ​ຕັດ​ຊອຍ​ຢ່າງລະ​ອຽດ​ລະ​ອໍ. ເຮືອນຫຼັງ​ນີ້​ປະ​ກອບ​ດ້ວຍ 48 ເສົາທີ່ເຮັດ​ດ້ວຍໄມ້​ຕົ້ນມີ້.ທ່ານ ຫງວຽນ​ແທ່ງ​ນາມ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງກວາງ​ນາມ​ໃຫ້​ຮູ້​ວ່າ :

    “ ສະ​ຖາ​ປັດ​ຕະ​ຍະ​ກຳ​ທາງ​ດ້ານ​ສິ​ລະ​ປະ​ກຳ ແມ່ນຍອດ​ຢ້ຽມ​. ທີ 2, ໂຄງ​ສ້າງ​ຂອງ​ເຮືອນ​ແມ່ນ​ໜັກ​ແໜ້ນ​ທີ່​ສຸດ, ເພາະ​ແຮງ​ຄ້ຳ​ຢັນທັງ​ໝົດ​ຂອງ​ເຮືອນ​ຖືກ​ແບ່ງ​ປັນ​ຢ່າງ​ສະ​ໝ່ຳ​ສະ​ເໝ​ີ​ໃຫ້​ແຕ່​ລະ​ເສົາ​ເຮືອນ. ຫຼັງ​ຄ່າ​ເຮືອນ​ຖືກ​ເຮັດ​ຕ່ຳ. ແນ່ນອນ​ວ່າ ເມື່ອ​ກ່ອນນີ້, ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຄວາມ​ແຮງ​ຂອງ​ລົມ​ພະ​ຍຸ, ດັ່ງ​ນັ້ນ ມັນ​ສາ​ມາດ​ທົນ​ທານ​ຕໍ່​ລົ​ມ​ພະ​ຍຸ ”

    ຊາວ​ບ້ານ​​ໂຫ້ຍ​ກີ, ຕາ​ແສງ​ຫາຍ​ແຈ້ງ ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົ​ງ​ໃຈ​ເພາະ​ ເຖິງວ່າຕ້ອງ​ຜ່ານ​ຜ່າ​ສົງ​ຄາມ, ດິນ​ຟ້າ​ອາ​ກາດ​ທຳ​ລາຍກໍ​ຕາມ, ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ບັນ​ດາເຮືອນ​ບູ​ຮານ​ຂອງ​ປູ່​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້. ເຮືອນ​ບູ​ຮານເຫຼົ່າ​ນີ້ ມີ​ຄຸນ​ຄ່າອັນ​ໃຫຍ່ຫຼວງ​ກ່ຽວ​ກັບ​ລັກ​ສະ​ນະ​ເລິກ​ເຊິ່ງ​ຂອງວັດ​ທະ​ນະ​ທຳ, ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເກົ່າ​ແກ່. ທ່ານ Kitani Kenta, ນັກ​ວິ​ຊາ​ການ​ຄົ້ນ​ຄ້​ວາ ສັງ​ກັດ​ສະ​ຖາ​ບັນ​ມໍ​ລະ​ດົກ​ໂລກ​ຂອງ UNESCO, ມະ​ຫາ​ວິ​ທະ​ຍາ​ໄລ Waseda, ຍີ​ປຸ່ນ​ຖື​ວ່າ : “ ບັນ​ດາເຮືອນ​ບູ​ຮານ​ຢູ່​ໝູ່​ບ້ານ​ໂຫ້ຍ​ກີ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນແມ່ນ​ງາມຫຼາຍ. ນັ້ນ​ແມ່ນ​ຄຸນ​ຄ່າ​ທີ່​ພົ້ນ​ເດັ່ນ​ຕ້ອງ​ໄດ້​ຮັບ​ການ​ໂຄ​ສະ​ນາ”.

ຕອບກັບ

ຂ່າວ/ບົດ​ອື່ນ