ສາລາບ້ານຂອງຊົນເຜົ່າ ເກີຕູ ໃນຕາແສງລັງ, ແຂວງກວາງນາມ

(VOVWORLD) -ສາລາບ້ານຂອງຊົນເຜົ່າ ເກີຕູ ທີ່ບ້ານ ອາເຣິດ, ຕາແສງລັງ, ເມືອງໄຕຢາງ, ແຂວງກວາງນາມ ນອນຢູ່ແຄມທາງເຂົ້າໄປຕາແສງລັງ. ສາລາບ້ານຂອງຊົນເຜົ່າ ເກີຕູ ກໍບໍ່ກວ້າງໃຫຍ່ປານໃດ, ແຕ່ຢູ່ບ່ອນນີ້ ແມ່ນສະຖານທີ່ດຳເນີນບັນດາການເຄື່ອນໄຫວວັດທະນະທຳວົງຄະນະຍາດຂອງພໍ່ແມ່ພີນ້ອງຢູ່ຕາແສງລັງ
ສາລາບ້ານຂອງຊົນເຜົ່າ ເກີຕູ ໃນຕາແສງລັງ, ແຂວງກວາງນາມ - ảnh 1 ສາລາບ້ານຂອງຊົນເຜົ່າ ເກີຕູ ໃນຕາແສງລັງ, ແຂວງກວາງນາມ

     ໃນຕອນເຊົ້າຂອງມື້ໜຶ່ງ, ຝົນຫາກໍເອື້ອນແລ້ວ, ແສງແດດໄດ້ເລີ່ມສາດສ່ອງລົງໃສ່ຕົ້ນໄມ້ໃບຫຍ້າ ແລະ ທຸກໆຫຼັງຄາເຮືອນໃນບ້ານ, ແຕ່ເນື້ອທີ່ດິນທີ່ກ້ວາງຂວາງຕໍ່ໜ້າສາລາບ້ານ ຍັງປຽກຢູ່. ແຕ່ໃນເດີນນັ້ນ, ບັນດາເອື້ອຍນ້ອງແມ່ຍິງຍັງເຕັ້ນຕາມຈັ່ງຫວະຂອງສຽງກອງດ້ວຍທຳນອງ ຕຸງຕຸງຢາຢາ. ນ້ຳເຫື່ອໄດ້ປະກົດເຫັນໃນໃບໜ້າຍິ້ມແຍ້ມແຈ່ມໃສຂອງບັນດານາງສາວ. ກອງຟ້ອນລວມມີສະມາຊິກ 20 ຄົນ, ໃນນັ້ນສ່ວນຫຼາຍແມ່ນເອື້ອຍນ້ອງແມ່ຍິງໃນບ້ານ ອາເຣິດ, ສ່ວນທີ່ຍັງເຫຼືອແມ່ນຢູ່ 6 ບ້ານອື່ນໃນ ຕາແສງລັງ. ເຂົາເຈົ້າພວມກະກຽມໃຫ້ແກ່ວັນບຸນບັນດາເຜົ່າຫວຽດນາມຢູ່ໃຈກາງເມືອງໄຕຢາງໃນຊຸມມື້ໃກ້ຈະມາເຖິງ.

      ກອງຟ້ອນຂອງ ຕາແສງລັງໄດ້ຝຶກແອບໄດ້ຫຼາຍມື້ມານີ້. ນີ້ກໍແມ່ນໂອກາດເພື່ອຝຶກແອບບັນດາວາດຟ້ອນທີ່ເຄີຍໄດ້ສະແດງແຕ່ດົນແລ້ວ. ນາງ ອາລັງຢຸງ ໃຫ້ຮູ້ວ່າ :  “ ແມ່ນຍິງເຜົ່າເກີຕູ, ໃຜໆກໍຟ້ອນເປັນ. ຂ້າພະເຈົ້າໄດ້ຮູ້ຟ້ອນນັບແຕ່ໄລຍະຮຽນຫ້ອງ ມ 5 , ພຽງແຕ່ເບິ່ງແມ່ເຖົ້າ ແລະ ແມ່ຂອງຕົນຟ້ອນຄືແນວໃດ, ເຮົາກໍຟ້ອນຕາມ, ນັບທັງພວກລູກຂອງເຮົາກໍເລີ່ມຮຽນແອບຟ້ອນແລ້ວ ”

    ເຖິງຢ່າງໃດກໍດີ, ໃນເທື່ອນີ້, ພໍ່ແມ່ພີນ້ອງເຜົ່າເກີຕູໃນເມືອງໄຕຢາງຈະເປັນເຈົ້າພາບຈັດງານບຸນ ແລະ ຈະຕ້ອນຮັບພໍ່ແມ່ພີນ້ອງເຜົ່າອື່ນໆຈາກທຸກໆແຫ່ງມາຮ່ວມງານບຸນ. ດັ່ງນັ້ນ ແນ່ນອນວ່າ ວາດຟ້ອນ ຕຸງຕຸງຢາຢາຈະຖືກຝຶກແອບໃຫ້ເປັນຢ່າງດີ ເພື່ອສົມກັບບົດບາດຂອງກອງຟ້ອນທິມເຈົ້າພາບ. ຍ້ອນເຫດນີ້ເອງ, ເຈົ້າເຫຼົ່າ ອາລັງແບັກ ກໍໄດ້ເຂົ້າຮ່ວມໃນກອງຟ້ອນ ເພື່ອຊີ້ນຳເອື້ອຍນ້ອງແມ່ຍິງ.

      ເມື່ອຊີ້ນຳວຽກງານການຟ້ອນແລ້ວໆ, ເຈົ້າເຫຼົ່າ ອາລັງແບັກ ໄດ້ກັບຄືນວຽກງານຢູ່ສາລາບ້ານ. ຢູ່ຫັ້ນ, ເຈົ້າເຫຼົ່າ ອາລັງແບັກ ກໍໄດ້ຊີ້ນຳບັນດາຜູ້ຊາຍເຜົ່າເກີຕູ ຕັ້ງໄມ້ໄຜ່ຂັບໄລ່ຜີສາງ. ສ່ວນບາງຄົນອື່ນກໍພວມເຮັດເຄື່ອງຫຼິ້ນໃຫ້ເດັກ. ອ້າຍ ເປີລັງຕື ເປີດເຜີຍວ່າ : 

    “ ຊາວເຜົ່າເກີຕູ ມັກເຮັດເຄື່ອງຫຼິ້ນໃຫ້ເດັກ, ສຳລັບງານບຸນປະເພນີຂອງເຜົ່າເກີຕູ ແມ່ນບໍ່ມີວັນທີ່ຈະປະລະໄດ້. ເມື່ອກ່ອນນີ້, ໃນງານບຸນ ກໍຍັງຈັດພິທີແທງຄວາຍ, ແທງງົວອີກ. ນອກຈາກນັ້ນ ກໍຍັງຈັດພິທີນີ້ໃນງານດອງ ຫຼືເມື່ອຄອບຄົວໃດມີຄົນເຈັບເປັນ ”

    ນັ່ງຢູ່ກາງສາລາບ້ານ, ເຈົ້າເຫຼົ່າ ອາລັງແບັກ ມື້ນີ້ດີໃຈຫຼາຍ ເພາະມີແຂກຈາກໄກມາຮ່ວມຢ່າງຫຼວງຫຼາຍ. ເຈົ້າເຫຼົ່າ ອາລັງແບັກ ພວມແນະນຳກ່ຽວກັບຊຸດອາພອນປະຈຳເຜົ່າຂອງຕົນວ່າ : 

     “ ອັນນີ້ຂອງຊາວເຜົ່າເກີເຕູ ເອີ້ນວ່າ ກູນ, ສ່ວນອັນນີ້ ເອີ້ນວ່າ ວິດວອດ. ສ່ວນອັນນີ້ຖືກເອີ້ນວ່າ ກະແນວຈຽງ. ສ່ວນອັນນີ້ ແມ່ນເຄື່ອງເກົ້າຜົມ. ຖ້າຫາກວ່າ ຜູ້ໃດຜົມຍາວກໍຕ້ອງຕັ້ງເກົ້າຜົມ.  ”

     ສ່ວນອ້າຍ ອາວຽດຮິກ ເວົ້າຕື່ມອີກວ່າ : 

     “ ເມື່ອກ່ອນນີ້ ທັງເພດຊາຍ ແລະ ເພດຍິງ ລ້ວນແຕ່ຈົ່ງຜົມຍາວ, ແຕ່ກໍຕັ້ງເກົ້າຜົມ. ຖ້າຫາກວ່າ ຜູ້ຊາຍຄົນໃດ ຕັ້ງເກົ້າຜົມ ແລະ ມີແຂ້ວໝູປ່ານັ້ນ, ກໍແມ່ນຢູ່ ໃນຄອບຄົວທີ່ຮັ່ງມີທີ່ສຸດ. ອັນນີ້ປຽບເໝືອນເຄື່ອງເອ້ຢ້ອງຂອງຜູ້ຊາຍຊາວເຜົ່າເກີຕູ

       ຢູ່ນອກສາລາບ້ານ, ສຽງກອງດ້ວຍທຳນອງ ຕຸງຕຸງຢາຢາຍັງຄົງດັງກ້ອງກັງວານໄປທົ່ວໝູ່ບ້ານຢ່າງບໍ່ມີຍາມຢຸດເຊົາ. ພວກເອື້ອຍນ້ອງແມ່ຍິງຍັງຫຼົງໄຫຼກັບວາດຟ້ອນ. ຊາຍໜຸ່ມກຸ່ມໜຶ່ງໃນເກັ່ນອາຍຸປະມານ 10 ປີພວມຈັບເຄື່ອງສັ່ນຍ່າງຕາມຈັ່ງຫວະສຽງກອງຢູ່ເດີນ. ສ່ວນພວກເດັກທີ່ຍັງບໍ່ທັນສາມາດເຂົ້າຮ່ວມໄດ້ ກໍນັ່ງຊົມເບິ່ງ ເຈົ້າເຫຼົ່າພວມຊີ້ນຳພວກຜູ້ຊາຍຕັ້ງໄມ້ໄຜ່ຂັບໄລ່ຜີສາງໃນສາລາບ້ານ. ໃນອະນາຄົດ, ພວກເດັກຊາຍນີ້ເມື່ອໃຫຍ່ຂຶ້ນ ຈະກາຍເປັນບັນດາຜູ້ຕັ້ງໄມ້ໄຜ່ ແລະ ເຮັດເຄືື່ອງສັ່ນ ເຊັ່ນດຽວກັນກັບທຸກສິ່ງທຸກຢ່າງທີ່ພວກເດັກໄດ້ເຫັນໃນມື້ນີ້ຢູ່ສາບາບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ