ສາລາແຈ່ມ-ປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) -ໂດຍຖືກຕັ້ງຢູ່ແຄມແມ່ນ້ຳແດງ, ສາລາແຈ່ມຂຶ້ນກັບ ບ້ານແຈ່ມ, ຕາແສງ ຖຸຍເຟືອງ, ເມືອງ ບັກຕື່ລຽມ, ຮ່າໂນ້ຍ ແມ່ນໜຶ່ງໃນຈຳນວນໜ້ອຍສາລາທີ່ເກົ່າແກ່ທີ່ສຸດຢູ່ຫວຽດນາມ. ສາລາແຈ່ມໄດ້ມີມາກ່ອນນີ້ນັບພັນ ປີ, ແມ່ນສາງວັດທະນະທຳ, ສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ. ສາລາແຈ່ມໄດ້ຮັບການຈັດອັນດັບເປັນປູຊະນີຍະສະຖານລະດັບຊາດເປັນພິເສດ ຈາກນາຍົກລັດຖະມົນຕີ
ສາລາແຈ່ມ-ປູຊະນີຍະສະຖານລະດັບຊາດພິເສດ  - ảnh 1 ສາລາແຈ່ມ

ສາລາແຈ່ມແມ່ນບູຊາພະອໍລະຫັນແຈ່ມ ໝາຍເຖິງນາຍພົນ ຫຼີອົງຈ້ອງ ຊຶ່ງເປັນນາຍພົນທີ່ມີຄວາມປີຊາສາມາດໃນສະໄໝທີ່ເຈົ້າຊີວິດຮຸ່ງອົງທີ 18, ຄາວນັ້ນແມ່ນປະເທດວັນລາງ, ໄລຍະຕໍ່ມາເພິ່ນສືບຕໍ່ເປັນນາຍພົນໃນສະໄໝເຈົ້າຊີວິດ ອານເຢືອງເວືອງ ຂອງປະເທດເອົາລາກ ໝາຍເຖິງປະເທດຫວຽດນາມໃນປັດຈຸບັນ. ພາຍຫຼັງນາຍພົນ ຫຼີອົງຈ້ອງ ໄດ້ເຖິງແກ່ມໍລະນະກຳ, ເຈົ້າຊີວິດ ອານເຢືອງເວືອງ ໄດ້ໃຫ້ຕັ້ງສາລາເພື່ອບູຊາ ແລະ ຊາວບ້ານໄດ້ເຊີດຊູເປັນພະອໍລະຫັນ      ແຈ່ມ. ນັບຕັ້ງແຕ່ເວລາກໍ່ສ້າງມາຮອດບັນຈຸບັນ, ສາລາແຈ່ມໄດ້ຮັບການບູລະນະປະຕິສັງຂອນມາເປັນຫຼາຍຄັ້ງ. ລຸງເລວັນຮ້ຽວ ຜູ້ເຝົ້າສາລາແຈ່ມໃຫ້ຮູ້ວ່າ: 

“ສາລາແຈ່ມຖືກປຸກສ້າງຕາມທິດເໜືອ-ໃຕ້ໂດຍມຸ່ງໜ້າສູ່ແມ່ນ້ຳແດງ, ໃນຂະນະທີ່ບັນດາສາລາບ້ານຢູ່ຫວຽດນາມກໍ່ບໍ່ເຄີຍອອກແບບຕາມທິດເໜືອໃຕ້. ສະຖາປັດຍາກຳຂອງສາລາຖືກອອກແບບຄືພະລາດຊະວັງ, ມີຫຼັງຄາດ້ວຍຮູບໂຄ້ງ, ສ້າງເປັນລະບົບຫໍໂຮງເຊື່ອມຕໍ່ກັນຢ່າງສວຍງາມ. ປັດຈຸບັນສາລາແຫ່ງນີ້ຍັງເກັບຮັກສາຮູບແກະຄວັດສະຫລັກດ້ວຍໄມ້ເກດສະໜາ 10 ຮູບ,   ໃນນັ້ນມີສອງຮູບໃຫ່ຍທີ່ສຸດ ແມ່ນຮູບແກະຄວັດສະຫລັກນາຍພົນ ຫຼີອົງຈ້ອງ ແລະ ຮູບແກະຄວັດສະຫລັກພະແມ່ພ້ອມກັບບຸດຂອງພະອໍລະຫັນ 6 ຄົນ. ນອກຈາກນັ້ນກໍ່ຍັງມີເຄື່ອງບູຊາ, ໂຖປັກທູບທີ່ເກົ່າແກ່…”

ໝູ່ບ້ານແຈ່ມຕັ້ງຢູ່ແຄມແມ່ນ້ຳແດງ, ດັ່ງນັ້ນເຄີຍປະສົບກັບໄພນ້ຳຖວ້ມ, ດິນເຊາະເຈື່ອນ. ເພາະສະນັ້ນໃນຕົ້ນສະຕະວັດທີ XIX ສາລາແຫ່ງນີ້ດ້ວຍນ້ຳໜັກນັບຮ້ອຍໂຕ່ນ ກໍ່ໄດ້ຖືກຊາວບ້ານນຳໃຊ້ເຄື່ອງອຸປະກອນແບບປະຖົມປະຖານເພື່ອຍົກຂຶ້ນສູງຕື່ມອີກ 2,4 ແມັດ. ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ນາຍພົນ ຫຼີອົງຈ້ອງນັ້ນ, ແຕ່ລະປີຮອດວັນເພັງເດືອນ 5 ໄລ່ຕາມຈັນທະປະຕິທິນ, ປະຊາຊົນໃນສາມບ້ານເຊັ່ນ: ບ້ານແຈ່ມ, ບ້ານ  ຮວ່າງ, ບ້ານໝາກ ກໍ່ພ້ອມກັນຈັດຕັ້ງພິທີງານບຸນສາລາແຈ່ມ. ພໍ່ຕູ້ເລວັນແຟັກ ຜູ້ອາຍຸສູງໃນບ້ານແຈ່ມໃຫ້ຮູ້ວ່າ: 

 “ງານບຸນສາລາແຈ່ມຢູ່ແຫ່ງນີ້ມີມູນເຊື້ອມາແຕ່ດົນນານແລ້ວ. ປີນີ້ກໍ່ມີຈຸດພິເສດແມ່ນພວກຂ້າພະເຈົ້າໄດ້ຕ້ອນຮັບນາມມະຍົດໂດຍລັດມອບໃຫ້ສາລາແຈ່ມຊຶ່ງໄດ້ຮັບການຮັບຮອງເປັນປູຊະນີຍະສະຖານລະດັບຊາດພິເສດ. ຊາວບ້ານມີຄວາມເບີກບານໃຈທີ່ສຸດ”

ງານບຸນສາລາແຈ່ມຖືກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ນຳເຂົ້າບັນລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດເມື່ອປີ 2016. ລຸງຫງວຽນແມ້ງທີ່ນ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານສາລາແຈ່ມໃຫ້ຮູ້ວ່າ: 

“ພະອໍລະຫັນແຈ່ມແມ່ນນັກການທູດແລະ ນາຍພົນຄົນທຳອິດຂອງປະເທດຫວຽດນາມ. ໃນພິທີກຳທີ່ຈັດຂຶ້ນຢູ່ສາລາແຈ່ມນັ້ນ, ພິທີແຫ່ນ້ຳແມ່ນສັກກະລະບູຊາ ແລະ ສຳຄັນທີ່ສຸດ. ຂະບວນຄົນແຫ່ນ້ຳໄດ້ເອົານ້ຳຈາກແມ່ນ້ຳແດງມາຫົດສົງໃຫ້ແກ່ພະອໍລະຫັນໃນວັນເພັງເດືອນ 5. ໃນພິທີກຳກໍ່ຍັງມີການບູຊາພາວະນາໃຫ້ດວງວິນຍານໄປສູ່ສຸຂະຕິພົບ. ນອກຈາກນັ້ນໃນພິທີກຳບູຊາພະພຸດທະເຈົ້າກໍ່ຍັງມີການປ່ອຍນົກສັນຕິພາບ, ສ່ວນຂັ້ນຕອນຈັດງານບຸນກໍ່ຍັງມີການແຂ່ງຂັນປຸງແຕ່ງນ້ຳຫວານ, ຊ່ວງເຮືອ, ລອຍນ້ຳ, ໝາກເສິກ, ການສະແດງສິລະປະ…”

 ປັດຈຸບັນອຳນາດການປົກຄອງ ແລະ ຊາວບ້ານແຈ່ມພວມຮັກສາ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານລະດັບຊາດພິເສດຂອງສາລາແຈ່ມ ເພື່ອໃຫ້ແຫ່ງນີ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ

ຕອບກັບ

ຂ່າວ/ບົດ​ອື່ນ