ຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບກຸມຄຸມຂັງ - ສະຖານທີ່ແດງເພື່ອສຶກສາອົບຮົມມູນເຊື້ອຂອງຊາດ

(VOVWORLD) -ຫໍພິພິທະພັນນັກຮົບປະຕິວັດ ຖືກສັດຕູຈັບກຸມຄຸມຂັງ ຢູ່ບ້ານນາມກວດ ຕາແສງນາມຈ່ຽວ, ເມືອງ ຝູຊວຽນ, ນະຄອນຫຼວງຮ່າໂນ້ຍ. ປັດຈຸບັນຫໍພິພິທະພັນຍັງເກັບຮັກສາວັດຖຸພັນ ເອກະສານນັບພັນຢ່າງ ຊຶ່ງໄດ້ວາດພາບເຖິງບັນດາແບບຢ່າງ ທີ່ໄດ້ເສຍສະຫຼະຊີວິດ ຢ່າງພິລະອາດຫານ ຂອງບັນດານັກຮົບປະຕິວັດ ເມື່ອຖືກສັດຕູຈັບກຸມຄຸມຂັງໃນຄຸກຝູກວກ
ຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບກຸມຄຸມຂັງ - ສະຖານທີ່ແດງເພື່ອສຶກສາອົບຮົມມູນເຊື້ອຂອງຊາດ  - ảnh 1 ນັກຮົບເກົ່າ ເລິມວັນບາງ ຜູ້ສ້າງຕັ້ງຫໍພິພິທະພັນຢູ່ໃນເຮືອນຕົນເອງ

ຫໍພິພິທະພັນນັກຮົບປະຕິວັດ ຖືກສັດຕູຈັບກຸມຄຸມຂັງ ໂດຍນັກຮົບເກົ່າ ເລິມວັນບາງ ເຊິ່ງເປັນນັກຮົບປະຕິວັດ ເຄີຍຖືກສັດຕູຈັບກຸມຄຸມຂັງ ຢູ່ຄຸກຝູກວກ ໄດ້ສະໝັກໃຈປະກອບເຫື່ອແຮງ ວັດຖຸ ເງິນທອງຂອງຕົນ ເພື່ອກໍ່ສ້າງ ຫໍພິພິທະພັນຢູ່ໃນເຮືອນຂອງຕົນເອງ. ຫໍພິພິທະພັນແຫ່ງນີ້ ມີເນື້ອທີ່ທັງໝົດ 2000 ຕາແມັດ ເຊິ່ງໄດ້ວາງສະແດງຮູບຖ່າຍ ວັດຖຸພັນ ເອກະສານກວ່າ 4000 ຢ່າງ. ນອກຈາກວາງສະແດງຢູ່ກັບທີ່ແລ້ວ ທາງຫໍພິພິທະຍັງນຳບັນດາວັດຖຸພັນ ໄປວາງສະແດງຢູ້ທ້ອງຖິ່ນຕ່າງໆອີກດ້ວຍ. ວັດຖຸພັນທັງໝົດເຫຼົ່ານີ້ຖືກເກັບກຳ  ທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ຖືກບັນດາອົງການຈັດຕັ້ງມະຫາຊົນ,  ສ່ວນບຸກຄົນ, ນັກຮົບເກົ່າໄດ້ມອບເປັນຂອງຂວັນ. ວັດຖຸພັນແຕ່ລະຢ່າງ ທີ່ວາງສະແດງຢູ່ຫໍພິພິທະພັນ ເຖິງວ່າ ເປັນຂອງນ້ອຍໆກໍ່ຕາມ ແຕ່ມັນໄດ້ບັນຈຸຄວາມຊົງຈຳທີ່ເປັນໜ້າຕື້ນຕັນໃຈ ກ່ຽວກັບຊຸມວັນເດືອນປີ  ຖືກຈຳຄຸກດ້ວຍຄວາມລຳບາກກາກກຳ ແຕ່ສະຫງ່າອົງອາດ ບໍ່ຍອມຈຳນົນຂອງບັນດານັກຮົບປະຕິວັດ. ທ່ານ ກ່ຽວວັນອິກ ຮອງຜູ້ອຳນວຍການ ຫໍພິພິທະພັນ ນັກຮົບປະຕິວັດ ຖືກສັດຕູຈັບກຸມຄຸມຂັງ ໃຫ້ຮູ້ວ່າ 

     “ບັນດາວັດຖຸພັນທີ່ນຳມາຈາກຄຸກຂອງສັດຕູ ລ້ວນແຕ່ຊຶມເລືອດເພື່ອນຮ່ວມກົມກອງ, ນັ້ນຄືແຂ້ວຖືກຫຼົກ ຫຼື  ລູກປືນຝັງໃນຕົນໂຕຂອງນັກຮົບ ຂະນະທີ່ຂຸດເອົາອັດຖິຈຶ່ງເຫັນ. ຫໍພິພິທະພັນແຫ່ງນີ້ ປະກອບດ້ວຍສາມເຂດວາງສະແດງ ລວມມີ 8  ຫ້ອງ.  ພິເສດ ຫໍພິພິທະພັນກໍ່ມີໜ່ວຍພັກໜ່ວຍໜຶ່ງຂຶ້ນກັບຄະນະພັກ ເມືອງຝູຊວຽນ. ບັນສະມາຊິກພັກໃນໜ່ວຍພັກກໍ່ລ້ວນແຕ່ແມ່ນນັກຮົບປະຕິວັດ  ຖືກສັດຕູຈັບກຸມຄຸມຂັງ”. 

      ບັນດາວັດຖຸພັນທີ່ວາງສະແດງຢູ່ຫໍພິພິທະພັນ ໄດ້ວາດພາບເຖິງ ການດຳລົງຊີວິດປຽບເໜືອນ “ຂຸມນາລົກ” ທີ່ຄຸກຝູກວກ ຊຶ່ງເປັນແຫ່ງກັກຂັງບັນດານັກຮົບປະຕິວັດ. ໃນຈຳນວນນັ້ນ, ມີວັດຖຸພັນຫຼາຍຢ່າງ ໄດ້ເຮັດໃຫ້ຜູ້ຊົມມີຄວາມສະເທືອນໃຈ. ນາງ  ດົ່ງທິເຮີບ ຜູ້ອາສາສະໝັກມາເຮັດວຽກຢູ່ຫໍພິພິທະພັນ ເລົ່າສູ່ຟັງວ່າ: 

      “ຢູ່ທີ່ນີ້ມີວັດຖຸພັນຫຼາຍຢ່າງທີ່ມີຄ່າເຊັ່ນ ທຸງພັກເຮັດດ້ວຍເລືອດ. ທຸງພັກດ້ວຍເລືອດ ແມ່ນເພື່ອໃຊ້ໃນພິທີຮັບເອົາສະມາຊິກພັກຄົນໃໝ່ໃນຄຸກ ຫຼື ໃຊ້ໃນພິທີ    ໄຫວ້ອາໄລບັນດາອ້າຍນ້ອງທີ່ໄດ້ເສຍສະຫຼະຊີວິດ ໃນຄຸກຝູກວກ.  ໃນຄາວນັ້ນ ທ່ານ ຫງວຽນທິເຫງຍ ກໍໄດ້ຄິດອອກວິທີເຮັດທຸງ, ເອົາແພພັນບາດ, ແລ້ວກໍ່ຕັດໃຫ້ເລືອດອອກ ເພື່ອແຕ້ມເປັນທຸງ”.

     ຫໍພິພິທະພັນແຫ່ງນີ້ຍັງແມ່ນບ່ອນເກັບຮັກສາ ແປວໄຟປະຕິວັດ ເພື່ອສືບທອດໃຫ້ລຸ້ນຄົນປັດຈຸບັນ ແລະ ອະນາຄົດ,  ເພື່ອໃຫ້ເຂົາເຈົ້າເຫັນໄດ້ເຖິງຄວາມເສຍສະຫຼະຊີວິດເພື່ອຊາດ, ນ້ຳໃຈອົງອາດກ້າຫານຂອງນັກຮົບປະຕິວັດ, ຜ່ານນັ້ນ ເພື່ອໃຫ້ເສັ່ນລູກເສັ່ນຫຼານເຮັດຕາມ  ທັງເປັນການອຸທິດສ່ວນໃຫ້ແກ້ປະເທດຊາດ. ທ່ານ ເລິມວັນບາງ ຜູ້ອຳນວຍການຫໍພິພິທະພັນ ເນັ້ນໜັກວ່າ: 

       “ບັນດານັກຮົບປະຕິວັດ ຖືກສັດຕູຈັບກຸມຄຸມຂັງ ແລະ ສັດຕູທຸບຕີທໍລະມານຢ່າງປ່າເຖື່ອນ, ແຕ່ເຂົາເຈົ້າຍັງຄົງຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ. ພວກຂ້າພະເຈົ້າຢາກຕັກເຕືອນໃຫ້ທຸກໆຄົນວ່າ  ພວກເຮົາມີຊີວິດໃນວັນນີ້ ກໍ່ຍ້ອນມີການນຳພາຢ່າງປີຊາສາມາດຂອງພັກ, ຄວາມເສຍສະຫຼະຊີວິດອັນສູງສົ່ງຂອງ ລຸ້ນພໍ່ ລຸ້ນອ້າຍ, ບັນດານັກຮົບວິລະຊົນທີ່ໄດ້ເສຍຊີວິດເພື່ອຊາດ ພ້ອມກັບການປະກອບສ່ວນຂອງທົ່ວປວງຊົນທັງຊາດ”

      ນັບຕັ້ງແຕ່ເວລາສ້າງຕັ້ງມາຮອດປັດຈຸບັນ, ຫໍພິພິທຳພັນໄດ້ຕ້ອນຮັບແຂກທ່ອງທ່ຽວນັບໜື່ນເທື່ອຄົນມາຢ້ຽມຊົມ. ຫໍພິພິທະພັນແຫ່ງນີ້ ໄດ້ກາຍເປັນຈຸດນັດພົບຂອງບັນດາຄະນະນັກທ່ອງທ່ຽວ ມາຢ້ຽມຊົມທັດສະນະສຶກສາ, ພິເສດ ແມ່ນນ້ອງນັກຮຽນ ນັກສຶສາ ບັນດານັກປະຕິວັດຜູ້ອາວຸໂສ, ນັກຮົບເກົ່າ ແລະ ຍາດຕິພີ່ນ້ອງນັກຮົບ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ. ຫໍພິພິທະພັນນັກຮົບປະຕິວັດຖືກສັດຕູຈັບກຸມຄຸມຂັງ ບໍ່ພຽງແຕ່ ເກັບຮັກສາບັນດາວັດຖຸພັນຂອງນັກຮົບປະຕິວັດ ຖືກສັດຕູຈັບກຸມຄຸມຂັງເທົ່ານັ້ນ ຫາກຍັງແມ່ນ ສະຖານທີ່ເພື່ອແນະນຳ, ສຶກສາອົບຮົມໃຫ້ແກ່ລຸ້ນໝຸ່ມ ໃຫ້ມີຄວາມເອກອ້າງທະນົງໃຈ ແລະ ມູນເຊື້ອພິລະອາດຫານຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ