ຫໍພິພິທະພັນຫາຍຟ່ອງ-ສະຖານທີ່ມີຊື່ສຽງດ້ານວັດທະນະທຳ

(VOVWORLD) -ຫໍພິພິທະພັນຫາຍຟ່ອງແມ່ນ ຫໍພິພິທະພັນຄົ້ນຄ້ວາປະຫວັດສາດ, ວັດທະນະທຳທ້ອງຖິ່ນ ໄດ້ຮັບການສ້າງຕັ້ງມາແຕ່ນານກອ່ນໝູ່ຢູ່ຫວຽດນາມ. ຫໍພິພິທະພັນຫາຍຟ່ອງໄດ້ຮັບການກໍ່ສ້າງເມື່ອປີ 1919 ໃນເນື້ອທີ່ປະມານ 1 ເຮັກຕາ ຖືກປົກຄຸມໄປດ້ວຍຮົ່ມເຢັນຂອງບັນດາຕົນໄມ້ໃຫຍ່, ຖືກຕັ້ງຢູ່ໃຈກາງນະຄອນໃນປະຈຸບັນ

ຫໍພິພິທະພັນແຫ່ງນີ້ບໍ່ພຽງແຕ່ແມ່ນກິດຈະກຳສະຖາປັດຕະຍະກຳທີ່ສວຍງາມເທົ່ານັ້ນ, ຫາກຍັງແມ່ນສູນກາງວັດທະນະທຳ, ວາງສະແດງແນະນຳຕໍ່ມວນຊົນກ່ຽວກັບປະຫວັດສາດການປະຕິວັດ, ມູນເຊື້ອວັດທະນະທຳຂອງດິນແດນ ແລະ ປະຊາຊົນນະຄອນຫາຍຟ່ອງອີກດ້ວຍ.

ຫໍພິພິທະພັນຫາຍຟ່ອງ-ສະຖານທີ່ມີຊື່ສຽງດ້ານວັດທະນະທຳ  - ảnh 1ຫໍພິພິທະພັນຫາຍຟ່ອງ 

        ໃນຕອນເຊົ້າຂອງມື້ໜຶ່ງ, ຢູ່ຫໍພິພິທະພັນຫາຍຟ່ອງ, ມີນັກຮຽນຈຸໜຶ່ງສັງກັດໂຮງຮຽນມັດທະຍົມຕອນຕົ້ນ ຮົ່ງບາງ ພວມຢູ່ໃນຊົ່ວໂມງຮຽນຕົວຈິງ. ພາຍຫຼັງໄດ້ຊອກຮູ້ກ່ຽວກັບທີ່ຕັ້ງທາງດ້ານພູມສາດ, ຊັບພະຍາກອນທຳມະຊາດ, ມູນເຊື້ອປະຫວັດສາດ, ວັດທະນະທຳສັງຄົມຂອງນະຄອນ, ໂດຍຜ່ານບັນດາຮູບພາບ, ວັດຖຸພັນ, ພວກນ້ອງນັກຮຽນໄດ້ຝຶກແນະນຳໃຫ້ແຂກທ່ອງທ່ຽວເຂົ້າມາທັດສະນະສຶກສາປຽບເໝືອນພະນັກງານນຳທ່ຽວຊົມຂອງ ຫໍພິພິທະພັນ. ນັກຮຽນ ຫງວຽນຮ່ວາງເຟືອງອວຽນ ສັງກັດຫ້ອງ ມ2 ­­ ໂຮງຮຽນມັດທະຍົມຕອນຕົ້ນ ຮົ່ງບາງ ໃຫ້ຮູ້ວ່າ : 

    “ ນີ້ເປັນຄັ້ງທຳອິດນ້ອງໄດ້ລົງຝຶກຕົວຈິງສຳລັບລາຍການທີ່ຈັບໃຈນີ້. ນ້ອງຮູ້ສຶກດີໃຈຫຼາຍເມື່ອໄດ້ຊ່ວຍໃຫ້ທຸກຄົນອື່ນສາມາດເຂົ້າໃຈກ່ຽວກັບນະຄອນທີ່ເຮົາພວມດຳລົງຊີວິດ. ສິ່ງນີ້ໄດ້ເຮັດໃຫ້ນ້ຳໃຈຮັກບ້ານເກີດເມືອງນອນ ປະເທດຊາດຍິ່ງເພີ່ມຂຶ້ນ ”

    ໃນຂະນະດຽວກັນ, ມີພວກນັກຮຽນອະນຸບານສັງກັດໂຮງຮຽນ Sakura Montessori ກໍພວມໄດ້ຮັບຮັບຟັງການແນະນຳເມື່ອມາຢ້ຽມຊົມຫໍພິພິທະພັນຫາຍຟ່ອງ.ເອື້ອຍຄູ ວູ້ຫາຍບີງ ຫົວໜ້າຄະນະອຳນວຍການໂຮງຮຽນໃຫ້ຮູ້ວ່າ: 

    “ ແຕ່ຄາວຍັງນ້ອຍ, ເຮົາໄດ້ມາຢ້ຽມຊົມຫໍພິພິທະພັນຫາຍຟ່ອງ. ເຮົາມີຄວາມຕົກສະເງີ້ເມື່ອໄດ້ເຫັນບັນດາວັດຖຸພັນຊຶ່ງເປັນການຊ່ວຍເຮົາຊ້ອກຮູ້ກ່ຽວກັບເຂດດິນແດນທີ່ເຮົາພວມດຳລົງຊີວິດ. ຈາກປະຫວັດສາດຕະຫຼອດຮອດຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງນະຄອນຫາຍຟ່ອງ. ທັງໝົດເຫຼົ່ານີ້ ໄດ້ເປັນສິ່ງກະຊຸກຊຸກຍູ້ເຮົາຕ້ອງພາພວກນ້ອງນັກຮຽນມາຊອກຮູ້ຢູ່ຫໍພິພິທະພັນແຫ່ງນີ້ ”  

    ຫຼາຍປີທີ່ຜ່ານມາ, ພະນັກງານລຸ່ນຕ່າງໆຂອງ ຫໍພິພິທະພັນຫາຍຟ່ອງໄດ້ສຸມຈິດສຸມໃຈສະສົມ, ເກັບຮັກສາວັດຖຸພັນໄດ້ 2 ໝື່ນຢ່າງ, ພິເສດແມ່ນບັນດາວັດຖຸພັນກ່ຽວກັບປະຫວັດສາດ, ວັດຖຸບູຮານຊຶ່ງເປັນຢັ້ງຢືນພື້ນຖານວັດທະນະທຳທີ່ມີມາແຕ່ດົນນານຂອງຫາຍຟ່ອງ, ທັງຊ່ວຍໃຫ້ການຄົ້ນຄ້ວາວິທະຍາສາດ ແລະ ການສຶກສາວິທະຍາສາດຢູ່ທ້ອງຖິ່ນຢ່າງມີປະສິດທິຜົນທີ່ສຸດ. ຍ້ອນເຫດນັ້ນ, ມາຮອດປະຈຸບັນ, ຫໍພິພິທະພັນຫາຍຟ່ອງນັບມື້ໄດ້ຕ້ອນຮັບນັກຮຽນຫຼາຍຄະນະມາທັດສະນະສຶກສາຕົວຈິງ ແລະ ແຂກທ່ອງທ່ຽວມາຢ້ຽມຊົມຊອກຮູ້, ຄົນຄ້ວາກ່ຽວກັບນະຄອນຫາຍຟ່ອງ. ພະນັກງານນຳທ່ຽວຊົມຢູ່ຫໍພິພິທະພັນຫາຍຟ່ອງໃຫ້ຮູ້ວ່າ : 

 “ ບັນດາຮ່ອງຮອຍສະຖານບູຮານຄະດີນີ້ ໄດ້ສະແດງໃຫ້ເຫັນວ່າ ຫາຍຟ່ອງແມ່ນນະຄອນໄດ້ມີປະຫວດສາດມາແຕ່ດົນນານ. ຍົກຕົວຢ່າງຄືຮ່ອງຮອຍສະຖານບູຮານຄະດີ ກ້າຍແບວ ທີ່ມີມາກ່ອນນີ້ແຕ່ 6 ຫາ 7000 ປີ. ຮ່ອງຮອຍສະຖານບູຮານຄະດີ ຈາງເກັງ ທີ່ມີມາກ່ອນນີ້ແຕ່ 3 ຫາ 4000 ປີ. ມັນກໍເປັນການສະແດງໃຫ້ເຫັນພື້ນຖານວັດທະນະທຳຫາຍຟ່ອງ. ຮ່ອງຮອຍສະຖານບູຮານຄະດີ ຈາງເກັງ, ກ້າຍແບວ ກໍແມ່ນວັດທະນະທຳທະເລ  ”

   ຕາມທ່ານ ຫງວຽນວັນເຟືອງ ຜູ້ອຳນວຍການ ຫໍພິພິທະພັນຫາຍຟ່ອງແລ້ວ, ທາງ ຫໍພິພິທະພັນເຄີຍຈັດຕັ້ງງານວາງສະແດງຕາມຫົວຂໍ້ເພື່ອຊ່ວຍຜູ້ມາຊົມສາມາດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແຕ່ລະໄລຍະປະຫວັດສາດກໍຄື້ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະກ່ຽວກັບເຂດແຄ້ວນຂອງຫາຍຟ່ອງ. ທ່ານ ຫງວຽນວັນເຟືອງ ກ່າວວ່າ : 

    “ ຜ່ານການວາງສະແດງ, ຫໍພິພິທະພັນຫາຍຟ່ອງປາດຖະໜາວ່າ ຈະແນະນຳໃຫ້ລຸ່ນໜຸ່ມຂອງນະຄອນຮູ້ເຖິງບັນດາເອກະສານ, ວັດຖຸພັນຊຶ່ງໄດ້ວາດພາບເຖິງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນນະຄອນຫາຍຟ່ອງໃນຊຸມປີທຳການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງເຂົ້າມາຮຸກຮານ. ນີ້ກໍແມ່ນໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມ, ເປັນຕົ້ນແມ່ນນັກຮຽນນະຄອນຫາຍຟ່ອງເຊີດຊູຄວາມເອກອ້າງທະນົງໃຈຂອງຊາວຫາຍຟ່ອງ ແລະ ຈະມີການປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ”

      ຫໍພິພິທະພັນຫາຍຟ່ອງພວມເກັບຮັກສາສາງມໍລະດົກວັດທະນະທຳມີຮູບຮ່າງ ແລະ ບໍ່ມີຮູບຮ່າງທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ກໍຄືສ່ອງແສງຈຸດພິເສດສະເພາະຂອງຊາວຫາຍຟ່ອງອີກດ້ວຍ. ກິດຈະກຳສະຖາປັດຕະຍະກຳທີ່ສວຍງາມພ້ອມກັບບັນດາມໍລະດົກວັດທະນະທຳ ໄດ້ປະກອບສ່ວນເຂົ້າໃນການສຶກສາອົບຮົມວັດທະນະທຳ, ປະຫວັດສາດ ແລະ ມູນເຊື້ອປະຕິວັດໃຫ້ແກ່ລຸ່ນຄົນຕ່າງໆ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງນະຄອນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ