ອຸໂມງໃຕ້ດິນ ຫວີ້ງມົກ - ປູຊະນີຍະສະຖານປະຫວັດສາດປະຕິວັດຂອງຫວຽດນາມ

vovworld)-  ສົງ​ຄາມ​ໄດ້​ລ່ວງ​ເລີຍ​ໄປ ແລະ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ຢູ່ ຕາ​ແສງ ຫວີງ​ແທກ ເມືອງ ຫວີງ​ລີງ ແຂວງ ກວ໋າງ​ຈີ້ ໄດ້​ກາຍ​ເປັນ​ປູ​ຊະ​ນີ​ຍະ​ສະ​ຖານ​​ປະ​ຫວັດ​ສາດປະ​ຕິ​ວັດ​ຂອງ​ຫວຽດ​ນາມ. ເມື່ອ​ມາ​ຢ້ຽມ​ຢາມ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ນັກ​ທ່ອງ​ທ່ຽວ​ຈະເຫັນ​ໄດ້​ຄ​ວາມ​ມາ​ນະອົດ​ທົນ​ຕໍ່​ຄວາມ​ຫຍຸ​້ງ​ຍາກ​ລຳ​ບາກ, ການ​ມີຫົວ​ຄິດ​ປະ​ດິດ​ສ້າງ​ຢ່າງບໍ່​ຢ​ຸດຢັ້ງ ແລະ ​ນ້ຳ​ໃຈ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ເມືອງ ຫວີງ​ລີງ ໃນ​ຊຸມ​ປີ​ສົງ​ຄາມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

 

ອຸໂມງໃຕ້ດິນ ຫວີ້ງມົກ - ປູຊະນີຍະສະຖານປະຫວັດສາດປະຕິວັດຂອງຫວຽດນາມ - ảnh 1
ປະ​ຕູ​ລົງອຸ​ໂມງ​ໃຕ້​ດິນ

        ຖ້າ​ພວກທ່ານເດີນ​ທາງ​ຈາກ​ພາກ​ເຫນືອ​ລົງ​ພາກ​ໃຕ້ດ້ວຍທາງ​ຫລວງ 1A, ຫ່າງ​ຈາກ ຂົວ​ຮ່ຽນ​ເລືອງ​ ຊື່ງ​ແມ່ນ​ຂົວ​ແຫ່ງ​ຫນຶ່ງ​​​ຂີດ​ຂັ້ນ​ຊົ່ວ​ຄາວ​ແບ່ງແຍກ​ພາກ​ເຫນືອ ແລະ ພາກ​ໃຕ້​ຂອງ​ຫວຽດ​ນາມ ໃນ​ສົງ​ຄາມ ປະ​ມານ​ສອງ​ສາມ​ກິ​ໂລ​ແມັດ, ລ້ຽວ​ຊ້າຍ​ໄປ​​ເຖິງ​ແຄມ​ທະ​ເລ​ແມ່ນ​ຮອດ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ. ໃນ​ເສັ້ນ​ທາງ​ຖືກ​ປົກ​ຄຸມ​ໄປ​ດ້ວຍ​​ໄມ​້​ໄຜ່ທີ່​ຂຽວ​ອຸ່ມ​ທຸ່ມ ທາມ​ກາງ​ສຽງ​ຄື້ນ​ທະ​ເລທົບ​ໃສ່​ຝັ່ງ ​ບໍ່​ມີ​ຫລາຍຄົນຈະ​ຮູ້​ໄດ້​ວ່າ ຢູ່​ໃຕ້​ຕີນ​ຂອງ​ເຂົາ​ເຈົ້າ​ແມ່ນ​ລະ​ບົບ ອຸ​ໂມງ​ໃຕ້​ດິນ, ຊື່ງ​ແມ່ນ​ໂລກ​ແຫ່ງ​ຫນຶ່ງ​ສະ​ເພາະ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ ຫວີງ​ລີງ ທີ່​ໄດ້​ທຳ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ໃນ​ ໄລ​ຍະ​ແຕ່​ປີ 1965 – 1972. ເມື່ອ​ແນະ​ນຳ​ກ່ຽວ​ກັບ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ, ນາງ ເລ​ທິ​ໂຕ​ຮ​ວ່າຍ, ຜູ້​ນຳ​ທ່ຽວ ຊື່ງ​ແມ່ນ​ຊາວ​​ໝູ່​ບ້ານ​ອຸ​ໂມງ ຫວີງ​ລີງ ໃຫ້​ຮູ້​ວ່າ:

        “ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ ອຸ​ໂມງ​ໃຕ້​ດິນ​ໃຫຍ່​ນ້ອຍ​ທັງ​ໝົດ 114 ແຫ່ງ ຢູ່​ເມືອງ ຫວີງ​ລີງ. 114 ອຸ​ໂມງ​ໃຕ້​ດິນນີ້ ມີ​ລວງ​ຍາ​ວ​ເກືອບ 42 ກິ​ໂລ​ແມັດ. ໃນ​ນັ້ນ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ແມ່ນ​ກິດ​ຈະ​ກຳ​ພິ​ເສດກວ່າ​ໝ​ູ່. ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຫລົບ​ໄພ​ຢ່າງ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ນັບ​ຮ້ອຍໆ​ຄົນ​ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ທາ​ງ​ຜ່ານ​ຂົນ​ສົ່ງ​ທັນ​ຍາ​ຫານ ແລະ ອາ​ວຸດ​ທີ່​ສຳ​ຄັນ​ໃຫ້​ເກາະ ກົນ​ກໍ໋ແລະ ສະ​ຫນາມ​ຮົບ​ພາກ​ໃຕ້​ອີກ​ດ້ວຍ. ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ​ເລີ່ມກໍ່​ສ້າງ​ເມື່ອ​ປີ 1966 ແລະ ຮອດ​ປີ 1967 ແມ່ນ​ສຳ​ເລັດ.”

ອຸໂມງໃຕ້ດິນ ຫວີ້ງມົກ - ປູຊະນີຍະສະຖານປະຫວັດສາດປະຕິວັດຂອງຫວຽດນາມ - ảnh 2

        ຢູ່ກວ໋າງ​ຈີ້, ຍາມ​ລະ​ດູ​ຮ້ອນ ອາ​ກາດ​​ຮ້ອນ​ເອົ້າ​ ​ທີ່​ສຸດ, ແຕ່​ເມື່ອ​ທ່ານ​ລົງ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ, ທ່າ​ນ​ຈະ​ຮູ້​ສຶກ​​ເຢັນ​ສະ​ບາຍ ດ້ວຍລະ​ບົບດູດອ​າ​ກາ​ດ, ຮັບ​ປະ​ກັນ​ໃຫ້​ນັກ​ຮົບ ແລະ ປະ​ຊາ​ຊົນ​ນັບ​ຮ້ອຍໆ​ຄົນ ດຳ​ລົງ​ຊີ​ວິດ ແລະ ກຽມ​ການສູ້​ຮົບ​ໃນ ອຸ​ໂມງ​ໃຕ້​ດິນ. ນີ້​ກໍ​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ຂອງ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ. ໄປ​ເລິກ​ເຂົ້າ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ, ພາຍ​ໃຕ້​ແສງ​ໂຄ​ມ​ໄຟ, ທ່ານ​ຈະ​ເຫັນ​ໄດ້​​ສີ​ແດງຂອງ​ເຂດ​ດິນ​ແຫ່ງ​ເທບ​ນິ​ຍາຍນີ້ ກໍ​ຄື​ການ​ຈັດ​ແບ່ງ​, ສັບ​ຊ້ອນບ່ອນ​ຢູ່, ບ່ອນ​ເຮັດ​ວຽກ​ໃນ​ອຸ​ໂມງ​ໃຕ້​ດິນ​ຢ່າງ​ຊັດ​ເຈນ ແລະ ​ວິ​ທະ​ຍາ​ສາດ.

        ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ເມືອງ ຫວີງ​ລີງ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃນ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ. ເຂົາ​ເຈົ້າ​ໄດ້​ກໍ່​ສ້າງ​ປ້ອມ​ປືນ​ໃຫຍ່​ຢ່າງ​ໝັ້ນ​ຄົງ​ຖາ​ວອນ ດ້ວຍ 3 ຊັ້ນ​ຕິດ​ຕໍ່​ກັນ. ຊັ້ນ​ຫນຶ່ງ​ເລິກ​ຈາກ​ຫນ້າ​ດິນ 12-15 ແມັດ ຊື່ງ​ແມ່ນ​ບ່ອນ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ. ຊັ້ນ 2 ເລິກ 18 ແມັດ ແມ່ນ​ສຳ​ນັກ​ງານ​ຄະ​ນະ​ພັກ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ. ຊັ້ນ 3 ເລິກ 22 ແມັດ ແມ່ນ   ​ສ​າງ​ບັນ​ຈຸ​ທັນ​ຍາ​ຫານ ແລະ ອາ​ວຸດ​ໃຫ້​ເກາະ ກົນ​ກໍ໋ ຢູ່ໃກ້​ແຫ່ງນີ້ ແລະ ຮັບ​ໃຊ້​ການ​ສູ້​ຮົບ​ໃຫ້​ທ​ະ​ຫ​ານ ແລະ ປະ​ຊາ​ຊົນ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ. ທ່ານ ຫງວຽນ​ຫືວ​ທັງ, ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ກວ໋າງ​ຈີ້ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ.

        “ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ໄດ້​ນຳ​ໃຊ້​ໃນ​ສົງ​ຄາມ​ທຳ​ລາຍ​ພາກ​ເຫນືອ. ຫວີງ​ລີງ ແມ່ນ​ສະ​ຫນາມ​ຮົບ​ດຸ​ເດືອດ​ທີ່​ສຸດ ສະ​ນັ້ນ ປະ​ຊາ​ຊົນ ບໍ່​ສາ​ມາດ​ດຳ​ລົງ​ຊີ​ວິດ​ເທິງ​ຫນ້າ​ດິນ​ໄດ້ ທັງ​ໝົດ​ຕ​້ອງ​​ຍ້າຍລົງ​ດຳລົງ​ຊີ​ວິດ​ຢູ່ ອຸ​ໂມງ​ໃຕ້​ດິນ. ບໍ່​ພຽງ​ແຕ່​ແມ່ນ​ຖານ​ທີ່​ໝັ້ນ​ແຫ່ງ​ການ​ສູ້​ຮົບ​ເທົ່າ​ນັ້ນ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ຍັງ​ແມ່ນ​ໝູ່​ບ້ານ​ໃຕ້​ດິນ, ຢູ່ ທີ່ນີ້​ມີ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ, ມີ​ນ້ຳ​ສ້າງ, ຫໍ​ປະ​ຊຸມ ແລ​ະ​ມີ​ໂຮງ​ປະ​ສູດອີກ, ໃນ​ໄລ​ຍະ​​ນີ້ ມີ ເດັກ 17ຄົນ​ແມ່ນ​ເກີດ​ຢູ່​ໂຮງ​ປະ​ສູດ​ແຫ່ງນີ້. “

ອຸໂມງໃຕ້ດິນ ຫວີ້ງມົກ - ປູຊະນີຍະສະຖານປະຫວັດສາດປະຕິວັດຂອງຫວຽດນາມ - ảnh 3
ນັກ​ທ່ອງ​ທ່ຽວ​​ຢ້ຽມ​ຊົມອຸ​ໂມງ​ໃຕ້​ດິນ

        ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່​ສູ້​ທີ່​ຫຍຸ້ງ​ຍາກ​ລຳ​ບາກ, ເພື່ອ​ຮັບ​ປະ​ກັນ​ໃຫ້​ກຳ​ລັງ ແລະ ກຽມ​ພ້ອມ​ການ​ສູ້​ຮົບ, ປະ​ຊາ​ຊົນ ແລະ ບັນ​ດາ​ນັກ​ຮົບ​ຢູ່ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ​ສ່ວນ​ຫລາຍ​ອາ​ໄສ ແລະ​ເຮັດ​ວຽກ​ຢູ່​ທີ່ນີ້. ບໍ່​ຄິດ​ໄດ້​ວ່າ​ດ້ວຍ​ຄວາມ​ຍາວ​ເກືອບ 2 ກິ​ໂລ​ແມັດ, ​ຊ່ວງ​ເວ​ລາ​ມີ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຫລາຍ​ສຸດ​ແມ່ນ 1.200 ຄົນ. ນາງ ເລ​ທິ​ໂຕ​ຮ່​ວາຍ ໃຫ້​ຮູ້​ຕື່ມ​ອີກວ່າ:

        “​ກ່ອນ​ທີ່​ມາ​ຢ້ຽມ​ຢາມ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ, ມ​ີ​ຫລາຍ​ຄະ​ນະໄດ້​ຊອກ​ຮູ້​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງນີ້​ ແຕ່​ບາງ​ຄະ​ນະ​ບໍ່​ທັນ​ຮູ້​ຈັກ​ເທື່ອ. ແຕ່​ເມື່ອ​ມານີ້ ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກ​ແປກ​ປະ​ຫລາດ​ທີ່​ສຸດ. ບັນ​ດາ​ຄະ​ນະ​ນັກ​ທ່ອງ​ທ່ຽວມາ​ຈາກ ອາ​ເມ​ລິ​ກາ ຫລື​ບັນ​ດາ​ປະ​ເທດ​ກ່ອນນີ້​ມີ​ພົນ​ທະ​ຫານ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່​ທີ່ນີ້ ເຂົາ​ເຈົ້າ​ຄິດ​ວ່າ​ມີ​ອຸ​ໂມງ​ເພື່ອ​ຫລົບ​ໄພ ແຕ່ບໍ່​ຮູ້​​ໄດ້ວ່າ​ມັນ​ເປັນ​ລະ​ບົບ​ຍິ່ງ​ໃຫຍ່​ຄື​ແນວນີ້, ພິ​ເສດ ອຸ​ໂມງ​ແຫ່ງນີ້​ສາ​ມາດ​ຫລົບ​ຫລີກ​ກັບ​ລະ​ເບີດ​ທັນ​ສະ​ໄຫມ​ທຸກ​ປະ​ເພດ​ຂອງ​ອາ ​ເມ​ລິ​ກາ​ໄດ້.”

        ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ນ້ຳ​ໃຈ​ພິ​ລະ​ອາດ​ຫານ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນ​ດາ​ກິດ​ຈະ​ກຳ​ອັນ​ຍິ່ງ​ໃຫຍ່​ຄື​ແນວນີ້. ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ ມາ​ຈ​າກ ອີ​ຕາ​ລີ ເມື່ອ​ຢ້ຽມ​ຢາມ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ໄດ້​ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແປກ​ປະ​ຫລາດ​ທີ່​ສຸດ. ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ແລະ ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ປະ​ຊາ​ຊົນ​ຢູ່​ທີ່ນີ້. ຊາວ​ຫວຽດ​ນາມ ສະ​ຫລາດ​ສະ​ຫລຽວ​ທີ່​ສຸດ, ທິວ​ທັດ​ຢູ່​ທີ່ນີ້​ກໍ​ງາມ​ຫລາຍ.”

        ປະ​ຈຸ​ບັນ ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ ອຸ​ໂມງ​ໃຕ້​ດິນ 114 ແຫ່ງ ທີ່​ຍັງ​ຮັກ​ສາ​​ໄວ້ດັ້ງ​ເດີມ ​ຂອງ​ແຂວງ ກວ໋າງ​ຈີ້. ອຸ​ໂມງ​ໃຕ້​ດິນ ຫວີ້ງ​ມົກ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ມີ​ຄຸນ​ຄ່າ​ຫລາຍ​ຢ່າງ ຊື່ງ​ໃນ​ນັ້ນ ຄຸນ​ຄ່າ​ກ່ຽວ​ກັບ​ການ​ສຶກ​ສາ​ປະ​ຫວັດ​ສາດ, ນ້ຳ​ໃຈ​ຮັກ​ຊາດ, ເຈດ​ຈຳ​ນົງ​ພິ​ລະ​ອາດ​ຫານ ແລະ ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຕໍ່​ສູ້​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ ແມ່ນ​ບົດ​ຮຽນ​ໃຫຍ່​ສຳ​ລັບຊາວແຂວງ ກວ໋າງ​ຈີ້ ລຸ້ນ​ຕ່າງໆ ເວົ້າ​ສະ​ເພາະ ແລະ ຊາວ​ຫວຽດ​ນາມ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ