ຮ່ອນເດີດ - ດິນແດນແຫ່ງມິດຈິດມິດໃຈຢູ່ພາກຕາເວັນຕົກ

ເມື່ອ​ມີ​ໂອ​ກາດ​ມາ​ຢ້​ຽມ​ຢາມ​ກຽນ​ຢາງ, ແນ່ນອນ​ວ່າ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຕ້ອງ​ແວ່​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ຮ່ອນ​ແມ, ຮ່ອນ​ເດີດ, ຮ່ອນ​ຊອກ ພ້ອມ​ກັບ​ເກາະ​ດອນ​ນ້ອຍ​ໃຫຍ່​ນັບ​ຮ້ອຍ​ແຫ່ງ​ນອນ​ຢູ່​ທົ່ວ​ທຸກ​ບໍ​ລິ​ເວນ​ທະ​ເລ ກຽນ​ເລືອງ ຂຶ້ນ​ກັບ​ເມືອງ​ຮ່ອນ​ເດີດ. ຮ່ອນ​ເດີດແມ່ນ​ສະ​ຖານ​ທີ່​ທີ່​ລຶ້ງ​ເຄີຍ​ກັບ​ຊາວ​ຫວຽດ​ນາມ​ນັບ​ລ້ານ​ຄົນ​ຜ່ານ​ເລື່ອງນະ​ວະ​ນິ​ບາຍທີ່​ມີ​ຊື່​ວ່າ ຮ່ອນ​ເດີດ ຂອງ​ນັກ​ປະ​ພັນ​ແອງ​ດຶກ, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ດິນ​ແດນ​ທີ່​ລື​ຊື່​ດ້ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ ອ໋ອກແອວ ຂອງ​ລາ​ຊະ​ອາ​ນາ​ຈັກ ຟູ່​ນາມ ເມື່ອ​ກ່ອນນີ້.

 

ຮ່ອນເດີດ - ດິນແດນແຫ່ງມິດຈິດມິດໃຈຢູ່ພາກຕາເວັນຕົກ - ảnh 1
ຮ່ອນເດີດ - ດິນແດນແຫ່ງມິດຈິດມິດໃຈຢູ່ພາກຕາເວັນຕົກ

       ເດີນ​ຕາມ​ທາງຫຼວງ 80 ໄປ​ທ​າງທິດ​ມຸ່ງ​ສູ່ ແຣກ​ຢ້າ - ຮ່າ​ຕຽນ, ຜ່ານ​ເທດ​ສະ​ບານ​ເມືອງ ຮ່ອນ​ເດີດ, ແລ້ວ​ອ້ຽວ​ຊ້າຍ​ປະ​ມານ 13 ກິ​ໂລ​ແມັດ ກໍ​ຈະ​ຮອດເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ຮ່ອນ​ເດີດ ຊຶ່ງ​ແມ່ນ​ສະ​ຖານ​ທີ່​ຕິດ​ພັນ​ກັບ​ຊື່​ສຽງ​ຂອງ​ນັກ​ວິ​ລະ​ຊົນ​ຍິງ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຟານ​ທີ່​ຣ່າງ ຊຶ່ງ​ເປັນ​ຕົວ​ຢ່າງ​ເພື່ອ​ສ້າງ​ເປັນ​ຕົວ​ລະ​ຄອນ ນາງ​ຊື໋ໃນ​ເລື່ອງ​ນະ​ວະ​ນິ​ຍາຍ ຮ່ອນ​ເດີດ ຂອງ​ນັກ​ປະ​ພັນ​ແອງ​ດຶກໃນ​ການ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ. ທ່ານ​ນາງ ວໍ້​ທິ​ກ່ຽວ​ຢຸງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ໂຖ​ເຊີນ, ເມືອງ ຮ່ອນ​ເດີດ ໃຫ້​ຮູ້​ວ່າ : 

   “ ແຂກ​ເຂົ້າ​ມາ​ທ່ອງ​ທ່ຽວ ແລະ ທັດ​ສະ​ນະ​ສຶກ​ສາ​ຢູ່​ແຫ່ງນີ້ຫຼາຍ​ທີ່​ສຸດ. ມານີ້ ແຂກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ສຸ​ສານ​ນາງ​ຊື໋ ຖືກ​ຕັ້ງ​ໃນ​ບໍ​ລິ​ເວນ​ລະ​ຫວ່າງ 2 ບ້ານ​ຮ່ອນ​ເດີດ ແລະ ຮ່ອນ​ແມ. ຫຼັງ​ຈາກນັ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄປ​ຢ້ຽມ​ຢາມ​ຖ້ຳ​ເສ​ນາ​ຮັກ, ​ຢ້ຽມ​ຢາມ​ສະ​ຖາ​ນີ​ໂທ​ລະ​ພາບ.  ຖ້າ​ຢືນ​ຢູ່​ເທິ່ງນີ້ຫຼຽວ​ເບິ່ງລົງ​ລຸ່ມ ກໍ​ສາ​ມາດ​ເຫັນ​ໄດ້​ໝົດ​ທົ່ງ​ໄຮ່​ທົ່ງ​ນາຂຽວ​ອຸ່ມ​ທຸ່ມທີ່​ສວຍ​ງາມ​ຈົນ​ສຸດ​ສາຍ​ຕາ ແລະ ຢູ່​ຫັ້ນ, ກໍ​ຍັງ​ມີ​ບັນ​ດາ​ຫ້ອງວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ແຫ່ງວິ​ລະ​ກຳ​ຂອງ​ປະ​ຊາ​ຊົນ​ທີ່​ໄດ້​ທຳ​ການ​ຕໍ່​ສູ້​ຢູ່​ຖ້ຳ​ຮ່ອນ ແລະ ແຂກ​ທ່ອງ​ທ່ຽວ​ຍັງ​ສາ​ມາດ​ຊອກຊື້​ຂອງ​ທີ່​ລະ​ນືກໃຫ້​ຕົນ​ເມືອ​ເປັນ​ຂອງ​ຕ້ອນ​ໝູ່​ເພື່ອນ ແລະ ​ຍາດ​ພີ​ນ້ອງ”

     ຈຸດທີ່ພົ້ນ​ເດັ່ນ​ຢູ່​ພູ​ຮ່ອນ​ເດີດແມ່ນ​ເຂດອະ​ນຸ​ສາ​ວະ​ລີ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ລະ​ບົບ​ຖ້ຳ. ເມືອງ​ຮ່ອນ​ເດີດ ຍັງ​ມີ​ເຂດ​ວາງ​ສະ​ແດງວັດ​ຖຸ​ພັນ​ທີ່​ເປັນ​ຮ່ອງ​ຮອຍ​ສົງ​ຄາມ, ສູນ​ຊ່ອຍ​ກູ້​ສັດ​ປ່າ, ບັນ​ດາ​ຖ້ຳ​ຢູ່​ພູ​ຮ່ອນ​ແມ. ສ່ວນ​ຢູ່​ພູ​ຮ່ອນ​ຮ່ອນ​ແກ້ວ ມີ​ວັດ​ຕາມ​ບາວ ແລະ ຢູ່​ທາງ​ລຸ່ມ​ແມ່ນ​ຫາດດອນ​ຫີນ​ນ້ຳ​ຖ້ວຍ. ທ່ານ ຢາງກວາງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ຮ່ອນ​ເດີດ ໃຫ້​ຮູ້​ວ່າ : 

      “ ໂດຍ​ແມ່ນ​ເມືອງ​ທີ່​ຖືກ​ສົງ​ຄາມ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ​ເມື່ອ​ກ່ອນນີ້, ພຽງ​ແຕ່​ທຳ​ການ​ຜະ​ລິດ​ກະ​ສີ​ກຳ​ເປັນ​ຕົ້ນ​ຕໍ. ສຳ​ລັບ​ການ​ທ່ອງ​ທ່ຽວ​ຢູ່ນີ້ ມີ​ເຂດ​ບ່າ​ຮ່ອນ, ມີ​ຄວາມ​ສາ​ມາດບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ໃຫຍ່ຫຼວງ , ທາງ​ເມືອງ​ກໍ​ພວມ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ມາ​ລົງ​ທຶນ, ຈະ​ເຮັດ​ລະ​ບົບ​ກະ​ເຊົ້າ​ໄຟ​ຟ້າ. ທັງ​ໝົດ​ເຫຼົ່າ​ນັ້ນ ກໍ​ແມ່ນ​ບັນ​ດາ​ທ່າ​ແຮງ​ຂອງ​ຮ່ອນ​ເດີດ. ສ່ວນ​ສຸ​ສານ​ຂອງ​ນາງ​ຊື໋, ແຕ່​ລະ​ວັນ​ກໍ​ມີ​ປະ​ມານ 1 ພັນ​ເທື່ອ​ຄົນ​ເຂົ້າ​ອາ​ໄລ​ຫາ ”

      ຮ່ອນ​ເດີດ​ແມ່ນ​ເມືອງ​ທີ່​ມີ​ເນື້ອ​ທີ່​ກ້​ວາງ​ກ່​ວາ​ໝູ່​ໃນ​ແຂວງ​ກຽນ​ຢາງ. ຮ່ອນ​ເດີດມີ​ບັນ​ດາ​ຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານ​ທຳ​ມະ​ຊາດ ພ້ອມ​ກັບ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ດິນ​ແດນ​ແຫ່ງນີ້. ມີສະ​ຖານທີ່​ບູ​ຊາ​ທາງ​ສາ​ສະ​ໜາ​ທີ່​ເປັນ​ເອ​ກະ​ລັກ​ໃນ​ເສັ້ນ​ທາງ​ຄົ້ນ​ຫາ​ຢູ່​ ຮ່ອນ​ເດີດ, ນັ້ນ​ແມ່ນ​ວັດ ຊ໋ອກ​ຊ່​ວາຍ ຢູ່​ເທດ​ສະ​ບານ​ເມືອງ​ຊ໋ອກ​ເຊີນ. ນີ້​ແມ່ນ​ວັດ​ໄດ້​ຮັບ​ການ​ປຸກ​ສ້າງໃນ​ທ້າຍ​ສະ​ຕະ​ວັດ​ທີ່ 18, ວັດ​ຊ໋ອກ​ຊ່​ວາຍ​ແມ່ນ​ວັດ​ໃຫຍ່​ກ່​ວາ​ໝູ່​ຂອງ​ຊາວ​ເຜົ່າ​ຂະ​ແມ​ຢູ່​ຮ່ອນ​ເດີດ ແລະ ທັງ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ເຜົ່າ​ຂະ​ແມ. ສ່ວນ​ເຂດຮ່ອງ​ຮອຍ ສະ​ຖານວັດ​ທະ​ນະ​ທຳ ອ໋ອກ​ແອວ ຢູ່​ຕາ​ແສງມີ້​ເລີມ, ເມືອງ ຮ່ອນ​ເດີດ​ທີ່​ມີ​ມາ​ແຕ່​ປີ 2000 ກ່ອນຄ.ສ ກໍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ຜູ້​ມີ​ຄວາມ​ເມົາ​ມົວ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ. ທ່ານ ຫງວຽນ​ກວາງ​ແຄ້ງ ຮອງ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິ​ທະ​ພັນ​ແຂວງ​ກຽນ​ຢາງ ໃຫ້​ຮູ້​ວ່າ :

    “ ບັນ​ດາ​ວັດ​ຖຸ​ພັນ ຮ່ອງ​ຮອ​ຍ​ສະ​ຖານຢູ່ນີ້​ແມ່ນ​ບັນ​ດາ​ເສົາ​ເຮືອນ​ຮ້ານ. ສິ່ງນີ້​ເປັນ​ການ​ສ່ອງແສງ​ເຖິງ​ຊຸມ​ຊົນ​ອ໋​ອກ​ແອວ, ເຂົາ​ເຈົ້າມີ​ຊີ​ວິດ​ຕ​ິດ​ພັນ​ກັບ​ເຮືອນ​ຮ້ານ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ​ໃນ​ຄາວນັ້ນ. ຈຸດພິ​ເສດຂອງ ​ຊາວ ອ​ອ໋ກ​ແອວ​ໃນ​ການ​ດຳ​ລົງ​ຊີ​ວິດນັ້ນ, ແມ່ນ​ເຂົາ​ເຈົ້າ​ເຫຼື້ອມ​ໃສ​ດ້ານ​ຈິດ​ວິນ​ຍານ​ທີ່​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ເຊື້ອ​ພັນ.​ ”

      ໃນ​ທຸກວັນ​ນີ້, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຮ່ອນ​ເດີດ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ຍ້ອນ​ລະ​ບົບ​ຖ້ຳ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ຮັກ​ຊາດ ແລະ ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ​ອີກ​ດ້​ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ