ເກາະຊິງໂຕ່ນດົງ - ດ່ານໜ້າຂອງປະເທດ

(vovworld) - ເກາະ​ຊິງ​ໂຕ່ນ​​ດົງ (ເກາະ​ຊິງ​ໂຕ່ນ​ທາງຕາ​ເວັນ​ອອກ), ຫຼື​ເອີ້ນ​ວ່າ​ບ້ານ​ຊິງ​ໂຕ່ນດົງ, ຕາ​ແສງ​​ເກາະ​ຊິງ​ໂຕ່ນ, ເມືອງ​ເຈື່ອງ​ຊາ, ແຂວງ​ແຄ໋ງ​ຮ່​ວາ. ຫ່າງ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ປະ​ມານ 300 ກມ, ຊິງ​ໂຕ່ນ​ດົງ​ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເກາະດ່ານ​ໜ້າ​ຂອງ​ປະ​ເທດ​ຊາດ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມມື້ນີ້, ວິ້ງ​ຟອງ, ນັກ​ຂ່າວ​ວິ​ທະ​ຍຸກະ​ຈາຍ​ສຽງ​ຫວຽດ​ນາມ ຈະ​ແນະ​ນຳ​ເກາະ​ແຫ່ງນີ້​ຜ່ານ​ບົດ​ຂຽນ​ “ເກາະ​ຊິງ​ໂຕ່ນ​ດົງ - ດ່ານ​ໜ້າ​ຂອງ​ປະ​ເທດ”. ເຊີນ​ທ່ານ​ຮັບ​ຟັງ.

ເກາະຊິງໂຕ່ນດົງ - ດ່ານໜ້າຂອງປະເທດ - ảnh 1

ເກາະຊິງໂຕ່ນດົງສັງເກດຈາກທາງໄກ

(ພາບອິນເຕີແນດ)

        ເກາະ​ຊິງ​ໂຕ່ນ​ດົງ ຕັ້ງ​ຢູ່​ທິດ​ເໜືອ​ໝູ່​ເກາະ​ເຈື່ອງ​ຊາ, ຈາກ​ທາງ​ໄກ​​ເຫັນ​ວ່າ, ເກາະ​ຊິງ​ໂຕ່ນ​ດົງ ປະ​ກົດ​ອອກ​ດ້ວຍ​ເຮືອນຫຼາຍຫຼັງ​​ທີ່ມຸງ​ດິນ​ຂໍ​ສີ​ແດງທ່າມ​ກາງ​ສີ​ຂຽວ​ອຸ່ມ​ທູ່ມ​ຂອງ​ຕົ້ນ​ໄມ້. ​​ເຖິງວ່າ​ຕັ້ງ​ຢູ່​ເຂດ​ພູມ​ສັນ​ຖານທີ່​​​ສັບ​ສົນ, ດ້ວຍ​ຟອງ​ໃຫ​ຍ່​ລົມ​ແດງ​ກະ​ທົບ​ໃສ່​ຕະຫຼອດປີ, ແຕ່ເກາະ​ຊິງ​ໂຕ່ນ​ດົງ ຍັງ​ຄົງ​ຍື່ນ​ຍົງ​ຄົງ​ຕົວ, ກາຍ​ເປັນ​ສັນ​ຍາ​ລັກ​ກ່ຽວ​ກັບ​ເຈດ​ຈຳ​ນົງທີ່​ອົງ​ອ​ອາດ​ກ້າ​ແກ່ນ ແລະ ພະ​ລັງ​ຊີ​ວິດ​ທີ່​ແຮງ​ກ້າ​ຂອງ​ເຈື່ອງ​ຊາ ໃນ​ເຂດທະ​ເລ​ທີ່​ກວ້າງ​ໃຫ​ຍ່​ໄພ​ສານ. ພັນ​ຕີ ຫງວຽນ​ດຶກ​ຢຸ, ຮອງ​ຫົວ​ໜ້າ​ກອງ​ບັນ​ຊາ​ການ​ທະ​ຫານ​ເກາະ​ຊິງ​ໂຕ່ນ​ດົງ, ໃຫ້​ຮູ້​ວ່າ:

        “ເກາະ​ຊິງ​ໂຕ່ນ​ດົງ ຂຶ້ນ​ກັບ​ກຸ່ມ 2 ຂອງ​ໝູ່​ເກາະ​ເຈື່ອງ​ຊາ… ​ໂດຍ​ຮັບ​ຮູ້​ໄດ້​ວ່າ ເກາະ​ມີ​ທີ່​ຕັ້ງ​ສຳ​ຄັນ​ພິ​ເສດ​ໃນ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເກາະ​ທະ​ເລ​ຂອງ​ປະ​ເທດ. ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​ຍາມ​ໃດ​ກໍ່​ອູ່ນ​ອ່ຽນ​ໃຈ  ແລະ ກຽມ​ພ້ອມ​ສູ້​ຮົບ, ຍອມເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເກາະ​ທະ​ເລ​ຂອງ​ປະ​ເທດ​​ໃນ​ທຸກສະ​ຖາ​ນະ​ການ​. ປະ​ຈຸ​ບັນ, ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ, ຊີ​ວິດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ແຕ່​ລະ​ປີ​ມີ​ປະ​ຊາ​ຊົນ​ທົ່ວ​ປະ​ເທດຫຼາຍ​ຄະ​ນະ​ໄດ້ມາ​ຢາມ ແລະ ປຸກ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້ອ້າຍ​ນ້ອງ, ພະ​ນັກ​ງານ​ນັກ​ຮົບ​ພວກ​ຂ້າ​ພະ​ເຈົ້າ”.

ເກາະຊິງໂຕ່ນດົງ - ດ່ານໜ້າຂອງປະເທດ - ảnh 2

ປະຊາຊົນມາຢ້ຽມຢາມເກາະຊິງໂຕ່ນດົງ

(ພາບອິນເຕີແນດ)

        ປະ​ຈຸ​ບັນ, ຢູ່​ເກາະ​ໄດ້​ມີ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ພະ​ລັງ​ແຮງ​ລົມ​ແລ້ວ, ​ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​​ຈິດ​ໃຈ​ໃຫ້​ແກ່ພະ​ນັກ​ງານ​ນັກ​ຮົບ​ໃນ​ເກາະ. ພັນ​ຕີ ຫງວຽນ​ດຶກ​ຢຸ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ມີ​ອັນ​ໃດ, ຢູ່ເກາະ​ກໍ່​ມີ​ອັນ​ນັ້ນ, ໂດຍ​ກຳ​ໄດ້​​​ຂໍ້​ມູນຂ່າວ​​ທັງ​ໝົດຢູ່ເຂດ​ດິນ​ຕໍ່​ແຜ່ນ, ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​​ຮູ້​ສຶກ​ອູ່ນ​ອ່ຽນ​ໃຈ​ປະ​ຕິ​ບັດ​​ໜ້າ​ທີ່​ວຽກງານ​ຂອງ​ຕົນ, ກຽມ​ພ້ອມ​ແກ້​ໄຂ​ທຸກ​ສະ​ຖາ​ນະ​ການ​ທີ່​ເກີດ​ຂຶ້ນ ເພື່ອ​ປົກ​ປັກ​ຮັກ​ສາ​ເກາະ, ທະ​ເລ​ຂອງ​ປະ​ເທດ​ຊາດ. ປະ​ຈຸ​ບັນ, ໃນ​ເກາະ​ມີ​ໂທ​ລະ​ພາບ, ວິ​ທະ​ຍຸ, ເຄື່ອງ​ຮັບ​ສັນ​ຍານ​ດີ​ຈີ​ຕອນ, ອັນ​ໄດ້​ຊ່ວຍ​ພະ​ນັກ​ງານ, ນັກ​ຮົບ​ໄດ້​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ກວ່າ. ຫໍ​ສະ​ໝຸດ​ໃນ​ເກາະ​ກໍ່​ມີ​ປື້ມຫຼາຍ​ຫົວ, ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃນ​ທຸກ​ດ້ານ…”

ເກາະຊິງໂຕ່ນດົງ - ດ່ານໜ້າຂອງປະເທດ - ảnh 3

ພະນັກງານນັກຮົບເກາະຊິງໂຕ່ນດົງ

(ພາບອິນເຕີແນດ)

        ເກາະແຫ່ງນີ້​ຕັ້ງ​ເທິງ​ພື້ນ​ຫີນ​ປະ​ກາ​ລັງ, ດັ່ງ​ນັ້ນ​ການ​ປູກ​ຜັກ, ຕົ້ນ​ໄມ້​ເທິງ​ເກາະ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ. ດິນ​ຢູ່​ທີ່ນີ້​ມີ​ແຕ່​ເໝາະ​ສົມ​ກັບ​ຕົ້ນຕະ​ຊົນ, ຜັກ​ບົ້ງ​ທະ​ເລເທົ່າ​ນັ້ນ…ເຖິງວ່າ​ຂາດ​ນ້ຳຈືດ, ຂາດ​ທີ່​ດິນ​ປູກ​ຝັງ, ແຕ່​ພະ​ນັກ​ງານ, ນັກ​ຮົບ​ຢູ່​ທີ່ນີ້​ຍັງ​ມີ​ຜັກຂຽວ, ພ້ອມ​ກັບ​ສັດ​ປີກ, ສັດ​ລ້ຽງ​ຢ່າງ​ພຽງ​ພໍ​. ຮ້ອຍ​ຕີ ດ່​ວານ​ວັນ​ກົງ, ຫົວ​ໜ້າ​ພະ​ລາ​ທິ​ການ​​ເກາະຊິງ​ໂຕ່ນ​ດົງ, ໃຫ້​ຮູ້​ວ່າ:

        “​ເຖິງວ່າ​ປະ​ຈຸ​ບັນ​ໃນ​ເກາະ​ໄດ້​​​ກໍ່​ສ້າງອ່າງ​ເກັບ​ນ້ຳຫຼາຍ​ແຫ່ງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ​ຢ່າງ​ພຽງ​ພໍແລ້ວ​ກໍ່​ຕາມ, ແຕ່ພວກຂ້າ​ພະ​ເຈົ້າ​ຍັງ​ມີ​ສະ​ຕິ​ປະ​ຢັດ​ໃນ​ການນຳໃຊ້​​ເພື່ອ​​ມີນ້ຳຫົດ​ໃຫ້​ຜັກ. ແຕ່​ລະ​ປີ, ພວກ​ຂ້າ​ພະ​ເຈົ້າ​ປູກ​ຜັກ​ໄດ້​ປະ​ມານ 5 ໂຕນ, ຮັບ​ປະ​ກັນ​ຜັກ​ໃຫ້​ຄາບ​ເຂົ້າ​ໄດ້​ 80%, ລ້ຽງ​ໄກ່, ເປັດ​ປະ​ມານ 200 ໂຕ ແລະ ໝູ 10 ໂຕ”.

ເກາະຊິງໂຕ່ນດົງ - ດ່ານໜ້າຂອງປະເທດ - ảnh 4

ປູກຜັກໃນເກາະຊິງໂຕ່ນດົງ

(ພາບອິນເຕີແນດ)

        ເຖິງວ່າ​ເງື່ອນ​ໄຂ​ທຳ​ມະ​ຊາດ​ບໍ່​ອຳ​ນວຍ​ຄວາມສະ​ດວກ​ກໍ່​ຕາມ, ແຕ່​ເທິງ ເກາະ​ຊິງ​ໂຕ່ນ​ດົງ ​ຍັງ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ຂຽວ​ອຸ່ມ​ທູ່ມ​ຂອງ​ຕົ້ນຫູກວາງ ແລະ ຕົ້ນ​ໄມ້​ປະ​ເພດ​ອື່ນໆ. ພັນ​ຕີ  ຫງວຽນ​ດຶກ​ຢຸ​ ໃຫ້​ຮູ້​ວ່າ, ​ເນື້ອ​ໃນ​ບຸ​ລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ພວກ​ຂ້າ​ພະ​ເຈົ້າໃນ​ປະ​ຈຸ​ບັນ​ແມ່ນ ​​ກໍ່​ສ້າງ​ເກາະໃຫ້ “ຂຽວ - ສະ​ອາດ - ສວຍ​ງາມ”.

        “ເກາະ​ຊິງ​ໂຕ່ນ ​ຕັ້ງ​ໜ້າ​ທີ່​ສຸດ​ໃນ​ການ​ປູກ​ຕົ້ນ​ໄມ້ ເພື່ອ​ຮັກ​ສາ​ສິ່ງ​ແລດ​ລ້ອມ​ໃຫ້ “ຂຽວ - ສະ​ອາດ - ສວຍ​ງາມ”. ພວກ​ຂ້າ​ພະ​ເຈົ້າ​ປຸກ​ລະ​ດົມ​ຂະ​ບວນ​ການ, ​ ຊາວ​ໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ແຕ່​ລະ​ຄົນຕ້ອງ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້ແຕ່ 2 – 3 ຕົ້ນ ໃນ​ໂອ​ກາດ​​ບຸນ​ປີ​ໃໝ່, ຫຼື​ວັນ​ບຸນຕ່າງໆ. ຈາກ​ເກາະ​ແຫ່ງ​ໜຶ່ງ​ທີ່​ຂາດ​ຕົ້ນ​ໄມ້​ຂຽວ, ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າສາ​ມາດ​ປູກ​ຕົ້ນ​ໄມ້​ໄດ້ຫຼາຍ​ຕົ້ນ​ໃນ​ທົ່ວ​ເກາະ​ຊິງ​ໂຕ່ນ”.

        ບໍ່​ພຽງ​ແຕ່​ຮັບ​ຜິດ​ຊອບ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເກາະ​ທະ​ເລ​ເທົ່າ​ນັ້ນ, ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​ຊິງ​ໂຕ່ນ​ດົງ ຍັງ​ຊ່ວຍ​ຊາວ​ປະ​ມົງ​ໃນ​ການ​ຫາ​ປາ​ຢູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ຮ່​ວາງ​ຊາອີກ​ດ້ວຍ, ອັນ​ໄດ້​ປະ​ກອບ​ສ່ວນ​ຢືນ​ຢັນ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ.

        ​ຂໍ​ລາ​ພະ​ນັກ​ງານ, ນັກ​ຮົບ​ຢູ່​ເກາະ​ຊິງ​ໂຕ່ນ​ດົງ ໃນ​ຄວາມ​ຄິດ​ຮອດ​ຄິດ​ເຖິງ, ​ກ່ຳ​ປັ່ນ​ສືບ​ຕໍ່​ຂົນ​ສົ່ງ​ພວກ​ຂ້າ​ພະ​ເຈົ້າເດ​ີ​ນ​ທາງ​​ໄປ​ຍັງ​ເກາະ​ອື່ນໆທີ່​ຂຶ້ນ​ກັບ​ໝູ່​ເກາະເຈື່ອງ​ຊາ.​ ໃນຍາມຄ່ຳ​ຄືນຈາກ​ທາງ​ໄກ​ເຫັນ​ວ່າ ເກາະ​ຊິງ​ໂຕ່ນ​ດົງ​ ງາມປຽບ​ເໝືອນ​ເຜັດ​ມະ​ນີ​ທີ່​ປະ​ກອບ​ດ້ວຍ​ສີ​ສັນຫຼາກຫຼາຍ​ທ່າມ​ກາງ​ທະ​ເລ​ທີ່ກວ້າງ​ໃຫ​ຍ່​ໄພ​ສານ.

ຕອບກັບ

ຂ່າວ/ບົດ​ອື່ນ