ເກາະຫຼີເຊີນ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວ

(vovworld) - ​ເກາະ​ຫຼີ​ເຊີນ ຍັງ​ເອີ້ນ​ວ່າ​ກູ່​ລາວ​ແຣ່, ​ແມ່ນ​ເມືອງ​ເກາະ​ທີ່​ແຍກ​ອອກ​ຈາກ​ເມືອງ​ບິ່ນ​ເຊີນ ​ເມື່ອ​ປີ 1992 ​ແລະ​ ກາຍ​ເປັນ​ເມືອງ​ເກາະ​ປ້ອມ​ໜ້າ​ຂອງ​ແຂວງ​ກວາງ​ຫງາຍ. ​ເກາະ​ຫຼີ​ເຊີນ ​ຕັ້ງ​ຢູ່​ໃກ້​ກັບ​ຝັ່ງ​ທະ​ເລ, ມີ​ມູນ​ເຊື້ອ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ມີ​ປູຊະນີຍະສະຖານ​ປະຫວັດສາດ ​ແລະ ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ, ດັ່ງ​ນັ້ນ​ຫຼີ​ເຊີນ ຈຶ່ງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ການທ່ອງທ່ຽວ.

ເກາະຫຼີເຊີນ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວ - ảnh 1

​ເກາະ​ຫຼີ​ເຊີນແຂວງ​ກວາງ​ຫງາຍ

(ພາບ: ອິນເຕີແນດ)

        ​ເກາະ​ຫຼີ​ເຊີນ ​ແມ່ນ​ຮ່ອງ​ຮອຍ​ທີ່​ຍັງ​ເຫຼືອ​ຂອງ​ພູ​ໄຟ, ​ເຊິ່ງມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ, ມີ​ເນື້ອ​ທີ່​ປະມານ 10 ຕາລາງ​ກິ​ໂລ​ແມັດ, ພົນລະ​ເມືອງ​ມີກວ່າ 20.000 ຄົນ. ຜ່ານ​ຜົນ​ແຫ່ງ​ການ​ຂຸດ​ຄົ້ນ​ບູຮານ​ຫວ່າງ​ແລ້ວ​ນີ້​ໃຫ້​ເຫັນ​ວ່າ, ກ່ອນ​ນີ້​ແຕ່ 2.500-3.000 ປີ ​ໄດ້​ມີ​ປະຊາຊົນ​ດຳລົງ​ຊີວິດຢູ່​ເກາະນີ້​ແລ້ວ​. ​ໃນ​ເກາະ​ມີ​ປູຊະນີຍະສະຖານ​ລະດັບ​ຊາດ 2 ​ແຫ່ງ​ນັ້ນ​ແມ່ນ​ສາລາ​ບ້ານ​ອານ​ຫາຍ, ທີ່​ກ່ຽວຂ້ອງ​ເຖິງ​ກອງ​ທະຫານ​​ເຮືອຮ່ວາງ​ຊາ ​ແລະ ວັດ​ຮາງ. ບັນດາ​ຮ່ອງຮອຍ​ວັດທະນະທຳ​ຊາ​ຮວີ່ນ ກໍ່​​ໄດ້ຊອກ​ເຫັນ​ຢູ່​ທີ່​ນີ້​ຄື: ຫ້ວຍຈິ່ງ, ບ້ານ​ອົກ, ພິ​ເສດ​ແມ່ນ​ຮ່ອງຮອຍ​ຂອງ​ວັດທະນະທຳ​ຈຳປາ. ​ໃນ​ເກາະ​ຍັງ​ມີ​ວັດ, ຫໍ​ບູຊາ 24 ​ແຫ່ງ​, ​ໃນ​ນັ້ນພົ້ນ​ເດັ່ນ​ແມ່ນ​ວັດ ​ເອີມ​ລິງ​ຕື້ (Am Linh Tu), ​ເຊິ່ງ​ແມ່ນ​ແຫ່ງ​ບູຊາ​ບັນດາ​ນັກຮົບ​ຂອງ​ກອງ​ທະຫານ​ເຮືອ​ຮ່ວາງ​ຊາ ​ໃນ​ເມື່ອ​ກ່ອນ. ພໍ່​ຕູ້ ຫວໍ​ຮ່ຽນດາດ,  ຜູ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສາງ​ປະຫວັດສາດ​ທີ່​ມີ​ຊີວິດ​ຂອງ​ເກາະ, ​ໃຫ້​ຮູ້​ວ່າ, ວັດ​ເອີມລິງ​ຕື້ (Am Linh Tu) ​ແມ່ນ​ແຫ່ງ​ທີ່​ນັກ​ທ່ອງ​ທ່ຽວ​ທັງຫຼາຍ​ຢາກ​ມາ​ຢາມ.

        “​ເອີມ​ລິງ​ຕື້ ມີ​ມາ​ແຕ່​ດົນ​ນານ​ແລ້ວ, ບໍ່​ຈັກ​ວ່າ​ບັນພະບຸລຸດ​​ໄດ້​ກໍ່ສ້າງຂຶ້ນ​ແຕ່​ປີ​ໃດ. ຂ້າພະ​ເຈົ້າ​ພຽງ​ແຕ່​ຮູ້​ວ່າ​ມັນ​ໄດ້​ມີ​ມາ​ກ່ອນ​ນີ້ 4 ລຸ້ນຄົນ​ແລ້ວ. ​ໃນ​ສະ​ໄໝ​ຫົວ​ເມື​ອງຂຶ້ນ​ຝລັ່ງ, ​ເອີມ​ລິງ​ຕື້ ​ຖືກລະ​ເບີດທຳລາຍ, ຮອດ​ປີ 2008, ລັດ​ໄດ້​ລົງທຶນ​ກໍ່ສ້າງ​ຄືນ​ໃໝ່ ​ແລະ ປະຈຸ​ບັນ​ມັນ​ໄດ້​ກາຍ​ເປັນ​ເຂດ​ປູຊະນີຍະສະຖານ“.

ເກາະຫຼີເຊີນ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວ - ảnh 2
ເອີມ​ລິງ​ຕື້ຢູ່​ເກາະ​ຫຼີ​ເຊີນແຂວງ​ກວາງ​ຫງາຍ
(ພາບ: ອິນເຕີແນດ)

        ອາດ​ຈະບໍ່​ມີ​ບ່ອນ​ໃດ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ພັດ​ມີ​ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ກັບໝູ່​ເກາະ​ຮ່ວາງ​ຊາ ຄື​ເກາະ​ຫຼີ​ເຊີນ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ໃນ​ປະຫວັດສາດ, ໝູ່​ເກາະ​ຮ່ວາງ​ຊາ ​ເວົ້າ​ສະ​ເພາະ ​ແລະ ເຂ​ດທະ​ເລ​ຮ່ວາງ​ຊາ ​ເວົ້າ​ລວມ ​ໄດ້​ກາຍ​ເປັນ​ບ່ອນ​ຫາ​ປາ​ຂອງ​ຊາວ​ປະມົງ​ໃນ​ເກາະ. ນັບ​ແຕ່​ສະຕະວັດ​ທີ 17, ຊາວ​ຫຼີ​ເຊີນ ​ຫຼາຍ​ເຊັ່ນ​ຄົນ​ໄດ້​ສືບ​ທອດ​ກັນກາຍ​ເປັນ​ນັກຮົບ​ໃນ​ກອງ​ທະຫານ​ເຮືອ, ອອກ​ສູ່​ເກາະ​ຮ່ວາງ​ຊາ ​ເພື່ອ​ວັດ​ແທກ, ​ແຕ້ມ​ແຜນ​ທີ່​ທະ​ເລ, ຂຸດ​ຄົ້ນ​ສິນ​ທະ​ເລ, ກໍ່ສ້າງ​ວັດ, ຫໍ​ບູຊາ, ປັກສີ​ລາ​ຢັ້ງຢືນ​ອະທິປະ​ໄຕ​ຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີວິດ​  ຫງວຽນ. ຍ້ອນ​ເຫດ​ນັ້ນ, ຫຼີ​ເຊີນ ຈຶ່ງ​ເປັນ​ເຂດ​ທີ່​ມີ​ປູຊະນີຍະສະຖານ​ປະຫວັດສາດ - ວັດທະນະທຳຫຼາຍ​ແຫ່ງ ກ່ຽວ​ກັບ​ຮ່ວາງ​ຊາ - ​ເຈື່ອງ​ຊາ. ຢູ່​ຫຼີ​ເຊີນ ຍັງ​ມີ​ບັນດາງານ​ບຸນທີ່​ເປັນ​ເອກະລັກ​ສະ​ເພາະ​ຕິດ​ພັນ​ກັບ​ວັດທະນະທຳ​ທະ​ເລ ​ແລະ ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຄື: ບຸນຊ່ວງ​ເຮືອ, ບຸນ​ບູຊາ​ສາລາ​ບ້ານ​ອານ​ຫາຍ, ງານ​ບຸນ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ນັກຮົບ​ໃນ​ກອງ​ທະຫານ​ເຮືອ​ຮ່ວາງ​ຊາ...

        ນອກຈາກ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ​ທີ່​ພິສູດ​ໃຫ້​ເຫັນ​ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ບູຮານ​ແລ້ວ, ​ເກາະ​ຫຼີ​ເຊີນ ຍັງ​ແມ່ນ​ແຫ່ງ​ທີ່​ມີ​ທັດສະນີ​ຍະ​ພາບ​ສວຍ​ງາມ​ຫຼາຍ​ແຫ່ງ. ຢູ່ອ້ອມ​ຮອບ​ເກາະ​ແມ່ນ​ທະ​ເລ​ທີ່​ຂຽວ​ສະອາດ ​ແລະ​ມີ​ຊີວະ​ຊາດ​ທີ່​ອຸດົມສົມ​ບຸນ​ຄຶ: ສິນ​ທະ​ເລ​, ຫີນ​ປະ​ກາ​ລັງ... ​ໃນ​ເກາະ​ຍັງ​ມີ​ຖ້ຳ​ທຳ​ມະ​ຊາດ​ຫຼາຍ​ແຫ່ງ​ຄື: ຖ້ຳ​ເກົາ (ຕຶກປາ), ຖ້ຳ​ກໍ່ (ນົກຍາງ), ຖ້ຳ​​ໂຈ​ນ​ສະ​ລັກ... ທ່ານ ​ເຈິ່ນງອກ​ງວຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ​ຫຼີ​ເຊີນ, ​ໃຫ້​ຮູ້​ວ່າ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຫຼີ​ເຊີນ ​ແລະ ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ຫງາຍ ​ໄດ້​ນຳ​ທ່າ​ແຮງ​ທັງ​ໝົດ​ເຂົ້າ​ແຜນ​ກຳນົດ​ພັດທະນາ​ການທ່ອງທ່ຽວ​ໃນ​ເກາະ. ​ແຕ່​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢາມ, ຫຼີ​ເຊີນ ຕ້ອງ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ພັດຕະ​ຄານ, ​ໂຮງ​ແຮມ, ລະບົບ​ທາງ​ຄົມມະນາຄົມ ​ແລະ ລະບົບ​ສະໜອງ​ພະລັງ​ໄຟຟ້າ. ພິ​ເສດ​ແມ່ນ​ຕ້ອງ​ບຸລະນະ​ບັນດາປູຊະນີຍະສະຖານ​ປະຫວັດສາດ ​ແລະ ​ໂຄສະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ​ເກາະ​ຢ່າງ​ກວ້າງຂວາງ. ທ່ານ ​ເຈິ່ນງອກ​ງວຽນ, ​ໃຫ້​ຮູ້​ວ່າ:

        “ທາງ​ເມືອງ​ໄດ້​ໂຄສະນາ, ຮຽກຮ້ອງ​ບໍລິສັດ​ຈຳນວນ​ໜຶ່ງ​ລົງທຶນເປີດກວ​້າງ​ເຂດ​ຊີວະ​ພາບ​ຫິນ​ປະ​ກາ​ລັງ. ທາງ​ແຂວງ​ກໍ່​ໄດ້​ຊີ້​ນຳ​ໃຫ້​ເມືອງ ​ແລະ ຂະ​ແໜງ​ວັດທະນະທຳ​ທ່ອງ​ທ່ຽວ​ວາງ​ແຜນ​ພັດທະນາ​ການທ່ອງທ່ຽວ​. ລົງທຶນ​ກໍ່ສ້າງ​ພື້ນຖານໂຄງ​ລ່າງຄົມມະນາຄົມ​, ບຸລະນະ​ບັນດາ​ປູຊະນີຍະສະຖານ​ຢ່າງ​ທັນ​ການ​ເພື່ອ​ຮັບ​ໃຊ້​ໃຫ້​ແຂກ​ທ່ອງທ່ຽວ“.

ເກາະຫຼີເຊີນ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວ - ảnh 3
​ທ່ອງທ່ຽວຢູ່ເກາະ​ຫຼີ​ເຊີນແຂວງ​ກວາງ​ຫງາຍ
(ພາບ: ອິນເຕີແນດ)

​        ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ທາງ​ຄົມມະນາຄົມ​ທີ່​ເຊື່ອມ​ຕໍ່​ກັບ​​ເຂດ​ດິນ​ຕໍ່​ແຜ່ນ​ສະດວກ​ສະບາຍ, ດັ່ງ​ນັ້ນ​ການ​ເຄືອ​ນ​ໄຫວ​ທັງ​ໝົດ​ຂອງ​ຫຼີ​ເຊີນ ມີ​ຄວາມ​ຟົດ​ຟື້ນ​ກວ່າ​ອີກ. ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ​ຫຼີ​ເຊີນ ​ພວມ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເພື່ອ​ພັດທະນາ

ຕອບກັບ

ຂ່າວ/ບົດ​ອື່ນ