ເຂດປ່າສະຫງວນແຫ່ງຊາດບາເບ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງບັກກ້ານ

ເຂດ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດບາ​ເບຂຶ້ນ​ກັບ​ແຂວງ​ບັກ​ກ້ານ​ຊຶ່ງ​ແມ່ນ​ແຂວງ​ເຂດ​ພູ​ດອຍ​ທາງ​ທິດ​ເໜືອ​ຫວຽດ​ນາມ, ​ເຂດ​ປ່າ​ສະ​ຫງວ​ນ​ບາ​ເບແມ່ນນອນ​ໃນ​ບໍ​ລິ​ເວນ 5 ຕາ​ແສງ: ນາມ​ເມົ້າ, ຄາງ​ນິງ, ກາວ​ເທື້ອງ, ກວາງ​ເຄ ແລະ ກາວ​ຈີ້​ ຂຶ້ນ​ກັບ​ເມືອງ​ບາ​ເບ. ​ເຂດ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດບາ​ເບແມ່ນ​ສາ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ຈັບ​ໃຈ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ແລະ ແມ່ນ​ເຂດ​ຊີ​ວະ​ນາໆ​ພັນ, ອັນ​ໄດ້​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ເຂດປ່າສະຫງວນແຫ່ງຊາດບາເບ,  ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງບັກກ້ານ - ảnh 1
ນ້ຳ​ຕົກ​ຕາດ​ເດົາ​ດັງ​ໃນເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບ

      ​ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບມີ​ເນື້ອ​ທີ່ 7.610 ແຮັກ​ຕາ, ໃນ​ນັ້ນ​ມີເນື້ອນ​ທີ່ 3.226 ແຮັກ​ຕາແມ່ນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຢ່າງ​ເຄັ່ງ​ຄັດ. ນີ້ ແມ່ນ​ເຂດ​ຊີ​ວະ​ນາໆ​ພັນ, ມີຫຼາຍ​ຈຸດ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລະ​ບົບ​ຊີ​ວະ​ພາບ ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ປ່າ​ແປກ​ຂຽວ​ອຸ່ມ​ທຸ່ມເທິ່ງພູ​ຫີນ​ປູນ ແລະ ໜອງ​ເທິ່ງ​ພູ. ປີ 2004, ​ເຂດ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດບາ​ເບໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ອາ​ຊຽນ. ທ່ານ​ຝ້າມ​ວັນ​ຈີ້ ຮອງ​ຜູ້​ອຳ​ນວຍ​ການ ​ເຂດ​ປ່າ​ສະ​ຫງວ​ນ​ບາ​ເບ​ໃຫ້​ຮູ້​ວ່າ : 

   “ ປີ 2011, ​ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ເຂດ​ດິ​ນ​ນ້ຳ​ຖ້ວມ ມີ​ຄວາມ​ສຳ​ຄັນ​ສາ​ກົນ, ຖືກ​ຈັດ​ອັນ​ດັບ​ທີ 3 ຂອງ​ຫວຽດ​ນາມ ແລະ 1938 ໃນ​ໂລກ. ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນພິ​ເສດ​ເຊັນ​ນີ້, ໃນ​ແຕ່​ລະ​ປີ, ຈຳ​ນວນ​ແຂກ​ທ່ອງທ່ຽວມາ​ທ່ອງ​ທ່ຽວ​ຢູ່ ​ເຂດ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດບາ​ເບ​ນັບ​ມື້​ນັບຫຼາຍ​ຂຶ້ນ. ເພື່ອ​ເສ​ີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ, ​ເຂດ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດບາ​ເບໄດ້​ສ້າງ​ເງື່ອນ​ໄຂ ແລະ ປະ​ຕ​ິບັດບັນ​ດາ​ຂໍ້​ກຳ​ນົດ, ຮ່ວມ​ທຸ​ລະ​ກິດ, ເປີດ​ກ້​ວາງ​ບໍ​ລິ​ເວນ​ເຄຶ່ອນ​ໄຫວ ອັນ​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງທ່ຽວ ”                                       

   ຍານ​ພາ​ຫະ​ນະ​ເພື່ອ​ໄປ​ທ່ອ​ງທ່ຽວໃນ ​ເຂດ​ປ່າ​ສະ​ຫງວ​ນ​ແຫ່ງ​ຊາດບາ​ເບ ຕົ້ນ​ຕໍ​ແມ່ນ​ລົດ​ຈັກ. ເສັ້​ນ​ທາງ​ເບ​ຕົງ​ຄົດ​ລ້ຽວ, ຕອນ​ຂຶ້ນ ຕອນ​ລົງ​ຄ້ອຍ​ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ແຂກ​ທ່ອງ​ທ່ຽວ. ຈາກ​ປະ​ຕູ​ໂຂງ​ເຂົ້​າ​ໄປໃນ​ເຂດ​ປ່າ​ສະ​ຫງວ​ນ,  ແລ່ນ​ຜ່ານ​ເສ​ັ້ນ​ທາງກໍ​ຈະ​ຮອດ​ໜອງ​ບາ​ເບ ຊຶ່ງ​ແມ່ນ​ໜອງ​ນ້ຳ​ຈືດ​ໃຫຍ່​ກ່​ວາ​ໝູ່​ຢູ່​ຫວຽດ​ນາມ. ທ່ານ ກາວ​ມິນ​ຫາຍ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ບາ​ເບ​ໃຫ້​ຮູ້​ວ່າ :

     “ ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້​ເມ​ືອງ​ບາ​ເບ​ມີ​ໜອງ​ບາ​ເບ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງຊາດພະ​ເສດ. ດ້ວຍ​ເນື້ອ​ທີ່​ໜ້າ​ນ້ຳ​ຂອງ​ໜອງປະ​ມານ 450 ແຮັກ​ຕານັ້ນ, ນີ້​ແມ່ນ​ທ່າ​ໄດ້​ປຽບ, ທ່າ​ແຮງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ ໜອງ​ບາ​ເບກໍ​ຄື​ຂອງ​ແຂວງ​ບັກ​ກ້ານ. ພ້ອມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ລະ​ບົບ​ຖ້ຳ, ກຸ່ມປູ​ຊະ​ນີ​ຍະ​ສະ​ຖານມີ​ຖ້ຳ​ສວຍ​ງາມຫຼາຍ​ແຫ່ງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ຄົ້ນ​ຫາ ”

    ບາ​ເບໄດ້​ຮັບ​ການ​ຮັບ​ຮອງ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 100 ໜອງ​ນ້ຳ​ຈືດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ປີ 1995, ຢູ່​ອາ​ເມ​ລິ​ກາ, ກອງ​ປະ​ຊຸມ​ກ່ຽວ​ກັບ​ໜອງ​ນ້ຳ​ຈືດ​ໂລກ​ໄດ້​ຮັບ​ຮອງ​ໜອງບ​າ​ເບ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນໜອງນ້ຳ​ຈືດພິ​ເສດ 20 ແຫ່ງຂອງມວນ​ມະ​ນຸດ ຄວນ​ໄດ້​ຮັບ​ການ​ຮັກ​ສາຢ່າງ​ເຄັ່ງ​ຄັດ. ໃຈ​ກາງ​ຂອງ ​ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບ​ແມ່ນ ໜອງ​ບາ​ເບ. ໜອງ ບາ​ເບຍັງ​ແມ່ນ​ທີ່​ຢູ່​ອາ​ໄສ​ຂອງ​ປາ​ນ້ຳ​ຈືດ​ປະ​ມານ 106 ປະ​ເພດ, ໃນ​ນັ້ນ​ມີ​ປະ​ເພດ​ທີ່​ມີ​ຄ່າ​ຫາຍ​າກ ພ້ອມ​ກັບ​ພຶກ​ສາ​ຊາດ​ທີ່​ມີ​ຄ່າ​ຫາ​ຍາກ​ມີ​ຊື່​ໃນ​ປຶ້ມ​ແດງ​ຫວຽດ​ນາມ. ໜອງ​ບາ​ເບຍັງ​ແມ່ນ​ແຫຼ່ງ​ນ້ຳ​ຈືດ​ທີ່​ສຳ​ຄັນ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ອ້ອມ​ຂ້າງ​ເຂດນີ້.

                                         ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ມິດ​ງຽບ, ເຢັນ​ສະ​ບາຍ, ນັ່ງ​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ໄມ້​ໃຫຍ່, ໄດ້​ຊົມ​ຄວາມ​ງາມ​ຢູ່​ໜ້າ​ນ້ຳ​ໃນ​ໜອງ ແລະ ໄດ້​ຟັງ​ສຽງ​ພິນ​ຕິ້ງ​ຂອງ​ເຈົ້າ​ຂອງ​ຮ້ານ, ຜູ້​ຄົນ​ທັງຫຼາຍ​ຕ່າງ​ກໍ​ຮູ້​ສຶກ​ສະ​ບາຍ​ໃຈ. ໜອງບາ​ເບແມ່ນ​ແຫ່ງມີ​ຄວາມ​ປອງດອງຂອງ​ປ່າ​ໄມ້​, ແມ່​ນ້ຳ​ລຳ​ເຊ ພ້ອມ​ກັບ​ອາ​ກາດ​ເຢັນ​ສະ​ບາຍ​ຢູ່​ເຂດ​ພູ​ດອຍ. ຈຸດ​ເວ​ລາ​ທີ່​ງາມກວ່າ​ໝູ່​ໃນ​ປີ ແມ່ນ​ໃນ​ຍາມ​ລະ​ດູ​ຮ້ອນ, ຕົ້ນ​ລະ​ດູ​ໃບ​ໄມ້ຫຼົ່ນຫຼື​ລະ​ດູ​ບານ​ໃໝ່. ຄວາມ​ງາມ​ຂອງໜອງບາ​ເບ​ຍັງ​ໄດ້​​ຕິດ​ພັນກັບ​ເຮືອ​ໄມ້​ຊຶ່ງ​ເປັນ​ສິ່ງ​ໜຶ່ງ​ທີ່​ຂາດບໍ່​ໄດ້​ສຳ​ລັບໜອງ ບາ​ເບ. ຢູ່​ໜ້າໜອງ ບາ​ເບ ທີ່​ມິດ​ງຽບ, ບໍ່​ເກີດ​ມີ​ຄື້ນ​ແຕ່​ຢ່າງ​ໃດ, ຮູບ​ພາບ​ເຮືອ​ໄມ້​ຄ່ອຍ​ແລ່ນເທິ່ງ​ໜ້າ​ນ້ຳ, ໄດ້​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ໜ້າ​ຄວາ​ມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ທິ​ວ​ທັດ​ທຳ​ມະ​ຊາດ​ຢູ່​ແຫ່ງນີ້.

      ນອກ​ຈາກໜອງ​ບາ​ເບ​ແລ້ວ, ​ເຂດ​ປ່າ​ສະ​ຫງວ​ນ​​ແຫ່ງ​ຊາດບາ​ເບຍັງ​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ງົດ​ງາມ​ພິ​ເສດ​ເຊັ່ນ: ຖ້ຳ​ປວງ, ນ້ຳ​ຕົກ​ຕາດ ເດົາ​ດັງ…​ເຂດ​ປ່າ​ສະ​ຫງວ​ນ​ບາ​ເບຍັງ​ມີ​ພຶກ​ສາ​ຊາດ 25 ປະ​ເພດ​ທີ່​ມີ​ຊື່​ໃນ​ປຶ້ມ​ແດງ​ຂອງ​ໂລກ. ທ່ານ​ຝ້າມ​ວັນ​ຈີ້ ຮອງ​ຜູ້​ອຳ​ນວຍ​ການ ​ເຂດ​ປ່າ​ສະ​ຫງວ​ນ​ບາ​ເບ​ໃຫ້​ຮູ້​ວ່າ :

   “ ເພື່ອ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິຜົນ, ​ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບໄດ້​ມີຫຼາຍ​ມາດ​ຕະ​ການ​ເພື່ອ​ຮັກ​ສາ​ບັນ​ດາ​ລະ​ບົບ​ຊີ​ວະ​ພາບ​ປ່າ​ພິ​ເສດ​ສະ​ເພາະ. ພິ​ເສດ​ແມ່ນ​ປ່າ​ເທິ່ງ​ພູ​ຫີນ​ປູນ, ລະ​ບົບ​ຊີ​ວະ​ພາບ​ດິນ​ນ້ຳ​ຖ້ວມ ແລະ ສິ່ງ​ພົ້ນ​ເດັ່ນ​ໃນ ​ເຂດ​ປ່າ​ສະ​ຫງວ​ນ​​ແຫ່ງ​ຊາດບາ​ເບ ແມ່ນໜອງ​ບາ​ເບ. ເພື່ອ​ປະ​ຕິ​ບັດ​ຕາມຫຼັກ​ອະ​ນາ​ໄມ​ສິ່ງ​ແວ​ດ​ລ້ອມ, ​ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບໄດ້​ຈັດ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເຊັ່ນ: ແຕ້ມ​ພາບ​ໂຄ​ສະ​ນາ​ໃນ​ບັນ​ບຸນ​ຕ່າງໆ, ນົກ​ຮຽນ​ທຸກໆ​ຄົນ​ຢູ່​ໂຮງ​ຮຽນ​ຕ່າງໆ​ຕັ້ງ​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບ​ໄດ້​ແຕ້​ມ​ພາບ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ”

     ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບພວມ​ໄດ້​ຮັບ​ການກໍ່​ສ້າງ​ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ດູດ​ດື່ມ​ແຖວ​ໜ້າ​ຂອງ​ຫວຽດ​ນາມ. ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ງົດ​ງາມ​ດັ່ງ​ໃນ​ຝັນ, ບັນ​ດາ​ຄຸນ​ຄ່າ​ດ້ານ​ຊີ​ວະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພ້ອມ​ກັບ​ສິນ​ພິ​ເສດຫຼາຍ​ຢ່າງ​ຂອງ​ທ້ອ​ງ​ຖິ່ນ, ອັນ​ໄດ້​ນຳເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ​ບາ​ເບກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວອັນ​ດູດ​ດື່ມສຳ​ລັບ​ແຂກ​ທ່ອງທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ