ເຂດພູພຽງຊ່ີນໂຮ່ - ຄວາມງາມແບບຮົກເຮື້ອ ຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກພາກເໜືອຫວຽດນາມ

ເມືອງ​ຊີ່ນ​ໂຮ່, ແຂວງ ລາຍ​ເຈົາ ເບິ່ງ​ຄື​ວ່າ​ແມ່ນ​ຊື່​ທີ່ບໍ່​ລຶ້ງ​ແກວນກັບ​ແຂກ​ທ່ອງ​ທ່ຽວ​ຍ້ອນ​ຖືກ​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ດ້ວຍ​ບັນ​ດາ​ເສັ້ນ​ທາງ​ລະ​ອິດ​ລະ​ອ້ຽວ. ແຕ່​ເມື່ອ​ມາ​ຮອດ​ແຫ່ງນີ້, ແຂກ​ທ່ອງ​ທ່ຽວ​ອາດ​ຈະຫຼົງ​ລືມ​ຄວາມ​ອິດ​ເມື່ອຍ ແລະ ລຳ​ບາກ​​ໃນ​ການ​ເດີນ​ທາງເພື່ອ​ຄົ້ນ​ຫາ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ, ຈຸດ​ວັດ​ທະ​ນະ​ທຳຂອງວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ​ບົນ​ເຂດ​ພູ​ພຽງ​ຊ່​ີ​ນ​ໂຮ່. ​

 

ເຂດພູພຽງຊ່ີນໂຮ່ - ຄວາມງາມແບບຮົກເຮື້ອ ຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກພາກເໜືອຫວຽດນາມ - ảnh 1
ເມືອງ​ຊີ່ນ​ໂຮ່ຫ່າງ​ຈາກ​ໃຈ​ກາງ​ແຂວງ​ລາຍ​ເຈົາ​ກວ່າ 60 ກມ

      ເມືອງ​ຊີ່ນ​ໂຮ່ຫ່າງ​ຈາກ​ໃຈ​ກາງ​ແຂວງ​ລາຍ​ເຈົາ​ກວ່າ 60 ກມ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ. ທາງ​ທິດ​ເໜືອ, ເມືອງ​ຊີ່ນ​ໂຮ່ຕິດ​ກັບ​ແຂວງ​ຢຸ່ນ​ໜານ​ຂອງ​ຈີນ, ທາງ​ທິດ​ໃຕ້, ຕິດ​ກັບ​ເມືອງຕົວ​ຈົວ, ທາງ​ທິດ​ຕາ​ເວັນ​ອອກ ແມ່ນ​ຕິດ​ກັບ​ເມືອງ​ຟອງ​ໂຖ, ສ່ວນ​ທາງ​ທິ​ດ​ຕາ​ເວັນ​ອອກ ຕິດ​ກັບ​ເມືອງ​ເມື່ອງ​ແຕ. ຈາກ​ເທດ​ສະ​ບານ​ລາຍ​ເຈົາ, ເສັ້ນ​ທາງ​ໄປ ເມືອງ​ຊີ່ນ​ໂຮ່​ຕ້ອງ​ຜ່ານ​ເຂດ​ປ່າ​ດົງ​ດິບຫຼາຍ​ແຫ່ງ​ດ້ວຍ​ບັນ​ດາ​ຫ້ວຍ​ນ້ຳ, ຮອມ​ພູພ້ອມ​ກັບ​ລະ​ບົບ​ຖ້ຳ​ທີ່​ອຸ​ດົມ​ສົ​ມ​ບູນ. ຈາກ​ດ້ຽນ​ບຽນ, ແຂກ​ທ່ອງ​ທ່ຽວສາ​ມາດ​ເດີນ​ຕາມ​ທາງຫຼວງ 12 ໄປ​ເມືອງ​ໄລ, ຮອດສາມ​ແຍກ​ຈັນ​ເນືອ, ແລ້ວ​ລ້ຽວ​ເຂົ້າ​ທາງ​ແຂວງ 128, ແຂກ​ທ່​ອງ​ທ່ຽວ​ຈະ​ໂອ​ກາດ​ໄປ​ລຽບ​ຕາມ​ແມ່​ນ້ຳ​ດາ, ແລ້ວ​ຕ້ອງ​ຜ່ານ​ກີ່ວ​ມາ​ທີ່​ໂຮ່​ຂຶ້ນ​ກັບ​ເມືອງ​ເມື​ອ່ງ​ໄລ ແລະ ກີ່ວ​ຈັນ​ເນືອ​ທີ່​ຂຶ້ນ​ກັບ​ເມືອງ​ຊີ່ນ​ໂຮ່ຊຶ່ງ​ມີ​ກຸ່ມ​ເມກ​ປົກ​ຫຸ້ມ​ຕະຫຼອດ​ປີ. ເຖິງວ່າ​ຈະ​ໄປ​ຕ​າມ​ທາງ​ໃດ​ກໍ​ຕາມ, ແຂກ​ທ່ອງ​ທ່ຽວ​ກໍ​ສາ​ມາດ​ໄດ້​ຮັບ​ຊົມ​ຄວາມ​ງາມ​ແບບ​ຮົກ​ເຮືອ​ພ້ອມ​ກັບ​ຄວາມ​ຮູ້​ສຶກ​ເປັນ​ໜ້າ​ຈັບ​ໃຈ​ເມື່ອ​ຂຶ້ນ​ລົງ​ຄ້ອຍ ແລະ ຜ່ານ​ເສັ້ນ​ທາງ​ທີ່​ຄົດ​ລ້ຽວ.    ເມືອງ​ຊີ່ນ​ໂຮ່ນອນ​ຢູ່​ທີ່​ຈຸດສູງ​ສຸດຂອງ​ແຂວງ​ລາຍ​ເຈົາ. ອ້າຍ ຫງວຽນ​ແທ່ງ​ຈຸງ ຊາວ​ເມືອງ​ຊີ່ນ​ໂຮ່ ໃຫ້​ຮູ້​ວ່່າ:

    “ ເຂດ​ພູ​ພຽງຊີ່ນ​ໂຮ່ໄດ້​ຮັບ​ຖື​ວ່າ ແມ່ນຫຼັງ​ຄ່າ​ເຮືອນ​ຂອງ​ແຂວງ​ລາຍ​ເຈົ​າ. ອາ​ກາດ​ຢູ່ນີ້​ປຽບ​ເໝືອນ​ກັບ​ເທດ​ສະ​ບານ​ເມືອງ​ຊາ​ປາ​ໃນ​ແຂວງ​ລາວ​ກາຍທີ່​ມີ​ອາ​ກາດ​ເຢັນ​ສະ​ບາຍ​ຕະຫຼອດ​ປີ ແລະ ມີ​ໝາກ​ໄມ້, ດອກ​ໄມ້ຫຼາຍ​ຊະ​ນິດ​ພິ​ເສດ​ເຊັ່ນ: ໝາກ​ຄາຍ, ໝາກ​ໝັ້ນ…ຢູ່​ທີ່​ຊີ່ນ​ໂຮ່ມີ​ທິວ​ທັດ​ທີ່​ສວຍ​ງາມຫຼາຍ​ແຫ່ງ​ຄື : ປະ​ຕູ​ຂຶ້ນ​ສະ​ຫວັນ, ພູ​ຕຽນ​ອົງ, ພູ​ໂອ​ດາ ແລະ ຮອມ​ພູ​ຕ່າງໆ​ດ້ວຍ​ນາ​ຂັ້ນ​ໄດ. ພິ​ເສດ​ຢູ່​ແຫ່ງນີ້ ຍັງ​ມີ​ເຂດ​ປ່າ​ດົງ​ດິບຫຼາຍ​ແຫ່ງ ”

     ເມື່ອ​ໄປ​ຄົ້ນ​ຫາ​ເຂດ​ພູ​ພຽງ​ຊີ່ນ​ໂຮ່​ບົນ​ເສັ້ນທາງ​ຄົດ​ງໍ​ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້, ແຂກ​ທ່ອງ​ທ່ຽວ​ຈະ​ຕົກ​ສະ​ເງີ້​ຕໍ່​ໜ້າ​ຈອມ​ພູສູງ​ຊັນຖືກ​ປົກ​ຫຸ້ມ​ໄປ​ດ້ວຍ​ກຸ່ມ​ເມກຫຼື​ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຮອມ​ພູ, ເນື້ອ​ທີ່​ນາ​ສຸກ​ເຫຼືອງ​ອາ​ຮາມ​ໃນ​ທ່າມ​ກາງ​ແສງ​ແດດ​ອັນ​ອົບ​ອຸ່ນ. ເຂົ້າ​ໄປ​ເລິກ​ໃນ​ຫມູ່​ບ້ານປູ​ດາວ, ຕາ​ເກ​ັງ, ຮ່​ວາງ​ໂຮ່, ຕາ​ຟິ່ນ, ຟັງ​ໂຊ​ລິນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ມົ້ງ, ຢ້າວ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຫັນ​ປະ​ຈັກ​ຕາ​ຄວາມ​ງາມ​ຂອງ​ບັນ​ດາຫຼັງ​ຄາ​ເຮືອນ​ຮ້ານ​ທີ່​ພວມ​ຊ້ອນ​ຕົວ​ໃນ​ທ່າມ​ກາງ​ສີ​ຂຽວ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ກ້​ວາງ​ໃຫຍ່​ໄພ​ສານ. ຕາມ​ບັນ​ດາເສັ້ນ​ທາງນ້ອຍ​ລົງ​ໄປ​ບັນ​ດາ​ໝູ່​ບ້ານ, ກໍ​ປະ​ກົດ​ມີ​ບັນ​ດາ​ຜູ້​ຄົນ​ພວມ​ເປ້​ສາ​ລີຫຼືນ້ຳເມືອ​ເຮືອນ, ພວກ​ເດັກ​ນ້ອຍໄຮ້​ດຽງ​ສາ​ດ້ວຍ​ໃບ​ໜ້າ​ສີ​ຕາ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ພວມຢອກ​ໄຍ​ກັນ. ຫ່າງ​ຈາກ​ເທດ​ສະ​ບານ​ເມື​ອງ​ຊີ່ນ​ໂຮ່ບໍ່​ໄກ​ປານ​ໃດແມ່ນ​ມີຫມູ່​ບ້ານປູ​ດາວຂອງ​ຊາວ​ເຜົ່າ​ມົ້ງ​ຊຶ່ງ​ເຄີຍ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ບໍ​ລິ​ສັດ​ທ່ອງ​ທ່ຽວ Gecko Travel ຂອງ​ອັງ​ກິດ​ວ່າ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວສວຍ​ງາມ​ກ່​ວາ​ໝູ່​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ດ້ວຍ​ທັດ​ສະ​ນີ​ຍະ​ພາບ​ທີ່​ສະ​ຫງົບ​ສຸກ ແລະ ລຽບ​ງ່າຍ ອັນ​ໄດ້​ເຮັດ​ໃຫ້​ແຂກ​ທ່ອງທ່ຽວເພີ່ມ​ຄ​ວາມ​ຊົມ​ຊອບ ແລະ ຄິດ​ຮອດ​ຄິດ​ເຖິງ​ດິນ​ແດນ​ແຫ່ງນີ້. ນາງ ຫງວຽນ​ຖີ່​ລິງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍເປີດ​ເຜີຍ​ວ່າ :

    “ ໄປ​ຮອດ​ຊີ່​ນ​ໂຮ່, ໄດ້ຄົ້ນ​ຫາດິ​ນ​ແດນ​ແຫ່ງນີ້ ຈຶ່ງ​ຈະ​ເຫັນ​ວ່າ ການ​ເດີນ​ທາງ​ຂອງ​ຕົນ​ແມ່ນ​ມີ​ຄວາມ​ໝາຍ. ທິວ​ທັດ​ທຳ​ມະ​ຊາດ​ຢູ່ນີ້​ສວຍ​ສົດ​ງົດ​ງາມ ແລະ ສະ​ຫງົບ​ສຸກ​ທີ່​ສຸດ. ​ຊີ່​ນ​ໂຮ່ຍັງ​ແມ່ນ​ເຂດ​ດິນ​ຮົກ​ເຮື້ອ ຊຶ່ງ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ແຂກ​ທ່ອງ​ທ່ຽວ​ມັກ​ຄົ້ນ​ຫາ. ອາ​ຫານ​ຢູ່ນີ້​ມີຫຼາຍ​ເຍື່ອງ​ພິ​ເສດ. ສິ່ງ​ທີ່​ຈັບ​ໃຈ​ທີ່​ສຸດ ແມ່ນ​ເມື່ອ​ມາ​ຮອດ​ຊີ່​ນ​ໂຮ່, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ກິນ​ປາ​ໄຊ​ມອນ​ໂດຍ​ຊາວ​ທ້ອງ​ຖິ່ນ​ລ້ຽງ​ເອງ ”

    ເມືອງ​ຊີ່ນ​ໂຮ່ມີ 15 ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ, ໃນ​ນັ້ນ ຫຼາຍ​ກ່​ວາ​ໝູ່​ແມ່ນ​ເຜົ່າ​ມົ້ງ, ຜູ້​ໄທ, ແລະ ເຜົ່າ​ຢ້າວ. ເພາະ​ສະ​ນັ້ນ, ເມື່ອມາ​ຢ້ຽມ​ຢາມ​ດິນ​ແດນ​ແຫ່ງນີ້, ແຂກ​ທ່ອ​ງທ່ຽວຈະ​ບໍ່​ພາດ​ໂອ​ກາດ​ໄປ​ຕະຫຼາດ​ນັດ​ທີ່​ມີ​ຂື້ນ​ໃນ 2 ມື້​ທ້າຍ​ອາ​ທິດ. ຕະຫຼາດ​ນັດ​ເລີ່ມ​ຂຶ້ນ​ນັບ​ແຕ່​ເຊົ້າ​ວັນ​ເສົາ, ຮອດ​ວັນ​ທິດ​ຈຶ່ງ​ມີ​ຜູ້​ຄົນ​ມາ​ຊຶື້​ຂາຍ​ເຄື່ອງ​ຢ່າງ​ໜາ​ແໜ້ນ. ຕະຫຼາດ​ນັດ​ຊີ່​ນ​ໂຮ່​ຍັ​ແມ່ນ​ຈຸ​ນັດ​ພົບ​ຂອງ​ບັນ​ດາ​ຄູ່​ບາວ​ສາວ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ຜ່ານ​ສຽງ​ແຄນ, ສຽງ​ຂຸ່ຍ, ຜ່ານການ​ດື່ມ​ເຫຼົ້າ​ເປັນ​ຖ້ວຍດ້ວຍ ຄວາມ​ອົບ​ອຸ່ນ, ຜ່ານການ​ດື່ມ​ນ້ຳ​ຊາທີ່​ມີ​ກິ່ນ​ຫອມ​ຫວນ, ມີ​ບາວ​ສາວຫຼາຍ​ຄູ່​ໄດ້​ກາຍ​ເປັນ​ຄູ່​ຜົວ​ເມຍ​ຂອງ​ກັນ. ນາງ ຮ່ວ​າງ​ທິ​ຫງອກ ແຂກ​ທ່ອງ​ທ່​ຽວ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ : 

    “ ບັນ​ຍາ​ກາດ​ຢູ່​ຕະຫຼາດ​ແຫ່ງນີ້​ຟົດ​ຟື້ນ​ທີ່​ສຸດ, ມີ​ສິນ​ພິ​ເສດ​ຄົບ​ທຸກ​ຊະ​ນິດ​ໃນ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຕະຫຼາດ​ບັກ​ຮ່າ​ຢູ່​ລາວ​ກາຍ, ຕະຫຼາດ​ດົງ​ວັນ​ຢູ່​ຮ່າ​ຢາງແລ້ວ, ແຕ່​ຍັງ​ເຫັນ​ວ່າ ຕະຫຼາດຊີ່ນ​ໂຮ່ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ ແລະ ມີ​ສິນ​ຄ້າ​ອຸ​ດົມ​ສົມ​ບຸນຫຼາຍ​ກ່​ວາ ”

    ອາ​ກາດ​ຢູ່ເມືອງ​ຊີ່ນ​ໂຮ່​ເຢັນ​ສະ​ບາຍ​ຕະຫຼອດ​ປີ, ຍ້ອນ​ເຫດນີ້​ເອງ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ມາ​ທ່ອງ​ທ່ຽວ​ຢູ່​ແຫ່ງ​ນີ້​ໃນ​ທຸກໆ​ເວ​ລາ​ໃນ​ປີ. ແຕ່​ສຳ​ລັບ​ບັນ​ດາ​ຜູ້​ຄົນ​ມັກ​ຄົ້ນ​ຫານັ້ນ, ຊີ່ນ​ໂຮ່ງາມ​ທີ່​ສຸດ​ແມ່ນ​ໃນ​ຍາມ​ລະ​ດູ​ບານ​ໃໝ່, ເຂດ​ພູ​ຜາ​ປ່າ​ໄມ້​ໃນຊ່ວງ​ເວ​ລານີ້, ດອກ​ໄມ້​ນາໆ​ຊະ​ນິດ​ພາ​ກັນ​ບານ​ສະ​ພັ່ງ​ເອ້​ຄວາມ​ງາມ​ດ້​ວຍ​ສີຫຼາກຫຼາກ. ທັງ​ນີ້​ກໍ​ເປັນ​ການ​ບັນ​ເທົ່າ​ຄວາມ​ອິດ​ເມື​ອ່ຍ​ເມື່ອ​ແຂກ​ທ່ອງ​ທ່ຽວຕ້ອງ​ຜ່ານ​ໄລ​ຍະ​ທາງ​ທີ່​ຍາວ​ໄກ​ເພື່ອຫຼົງ​ໄຫຼ​ໃນ​ສີ​ສັນຫຼາກຫຼາຍ​ຂອງມວນ​ມາ​ລາ​ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ກ້​ວາງ​ໃຫຍ່​ໄພ​ສານ.

ຕອບກັບ

ຂ່າວ/ບົດ​ອື່ນ