ເງະອານ, ດິນແດນທີ່ສັກສິດໃຫ້ກຳເນີດບັນດາບຸກຄົນທີ່ມີຊື່ສຽງ

(VOVWORLD) -ແຂວງເງະອານແມ່ນດິນແດນທີ່ມີບັນດາທິວທັດທຳມະຊາດທີ່ສວຍສົດງົດງາມດັ່ງໃນຝັນ, ແມ່ນເຂດບ້ານນາທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳແຫ່ງຊາດ

ດິນແດນແຫ່ງນີ້ຍັງແມ່ນບ້ານເກີດເມືອງນອນຂອງບັນດານັກວັດທະນະທຳທີ່ມີຊື່ສຽງ ແລະ ນັກວິລະຊົນຫຼາຍຄົນໃນປະຫວັດສາດຂອງຊາດ, ຊຶ່ງພົ້ນເດັ່ນຂຶ້ນແມ່ນປະທານໂຮ່ຈິມິນ.

ເງະອານ, ດິນແດນທີ່ສັກສິດໃຫ້ກຳເນີດບັນດາບຸກຄົນທີ່ມີຊື່ສຽງ - ảnh 1ບ້ານແມ່ເຖົ້າຂອງປະທານໂຮ່ຈິມິນ,ແຫ່ງທີ່ເພິ່ນຢູ່ໃນຊຸມປີຕົ້ນຊີວິດ

       ແຂວງເງະອານນອນຢູ່ຫ່າງຈາກຮ່າໂນ້ຍໄປທາງທິດໃຕ້ປະມານ 300 ກມ, ມີທີ່ຕັ້ງທາງດ້ານພູມສາດທີ່ສະດວກ ນັບທັງທາງບົກ, ທາງລົດໄຟ, ທາງທະເລ ແລະ ທາງອາກາດ. ແຂວງເງະອານຖືກອຸປະມາດັ່ງປະເທດຫວຽດນາມຮັດແຄບເຂົ້າ ຍ້ອນດິນແດນແຫ່ງນີ້ເຕົ້າໂຮມຄົບທຸກພູມີສັນຖານເຊັ່ນ: ທົ່ງພຽງ, ເຂດພູດອຍ ແລະ ເຂດທະເລ. ມາຢ້ຽມຢາມ ແຂວງເງະອານ, ແຂກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຄົ້ນຫາບັນດາເຂດປ່າດົງດິບ, ໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ສວຍສົດງົດງາມດັ່ງໃນຝັນ, ບັນດາຫາດຊາຍທະເລດ້ວຍນ້ຳຂຽວເຢັນເທົ່ານັ້ນ, ຫາກຍັງມີໂອກາດໄດ້ໄປຢ້ຽມຊົມບັນດາປູຊະນີຍະສະຖານທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດວັດທະນະທຳ, ບັນດາໝູ່ບ້ານທີ່ໄດ້ໃຫ້ກຳເນີດ ແລະ ລ້ຽງດູບັນດາຜູ້ນຳຂອງປະເທດຊາດອີກດ້ວຍ. ອ້າຍ ເຈີນຮ່າ ຜູ້ນຳທ່ຽວ ສັງກັດບໍລິສັດຫຸ້ນສ່ວນທ່ອງທ່ຽວແດນຫວຽດ ໃຫ້ຮູ້ວ່າ : 

   “ ຫ່າງຈາກນະຄອນວິງພຽງ 5 ກມ ເທົ່ານັ້ນ ແມ່ນສຸສານຂອງ ຫງວຽນຢູ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ ແລະ ຫ່າງຈາກນັ້ນປະມານ 15 ກມ ແມ່ນເຂດປູຊະນີຍະສະຖານ ກິມລຽນ ຊຶ່ງແມ່ນບ້ານເກີດເມືອງນອນຂອງທ່ານປະທານໂຮ່ຈິມິນ, ຈາກນະຄອນວິງ ໄປທາງທິດຕາເວັນຕົກສ່ຽງໃຕ້ຂອງນະຄອນປະມານ 10 ກວ່າ ກມ, ກໍຈະຮອດ ຫາດຊາຍທະເລເກືອລໍ່ທີ່ສວຍງາມ ແລະ ມີຊື່ສຽງຂອງພາກກາງ ແລະ ທົ່ວປະເທດຫວຽດນາມ”

    ປະຈຸບັນ, ແຂວງເງະອານມີປູຊະນີຍະສະຖານປະຫວັດສາດວັດທະນະທຳກວ່າ 1 ພັນແຫ່ງ, ໃນນັ້ນມີເກືອບ 200 ແຫ່ງໄດ້ຮັບການຢັ້ງຢືນ, ພິເສດແມ່ນເຂດປູຊະນີຍະສະຖານກິມລຽນ, ຊຶ່ງແມ່ນບ້ານເກີດເມືອງນອນຂອງທ່ານປະທານໂຮ່ຈິມິນທີ່ຕາແສງກິມລຽນ ເມືອງນາມດານ, ເຂດປູຊະນີຍະສະຖານກິມລຽນແມ່ນແຫ່ງທີ່ໄດ້ຕິດພັນກັບຄາວເຍົາໄວຂອງທ່ານປະທານໂຮ່ຈິມິນ. ຢູ່ບ້ານຮ່ວາງຈູ່ ຊຶ່ງແມ່ນບ້ານເກີດຂອງແມ່ເຖົ້າເພິ່ນ, ແຂກທ່ອງທ່ຽວຈະໄດ້ເຂົ້າຢ້ຽມຊົມເຮືນມຸງຫຍ້າແບບລຽບງ່າຍ, ແຫ່ງທີ່ທ່ານປະທານໂຮ່ຈິມິນຢູ່ໃນຊຸມປີຕົ້ນຊີວິດ. ນາງ ຫງວຽນທິອຽນ ແຂກທ່ອງທ່ຽວເວົ້າວ່າ : 

    “ ນ້ອງໄດ້ອ່ານ ແລະ ຟັງການເລົ່າເລື່ອງກ່ຽວກັບທ່ານປະທານໂຮ່ຈິມິນ, ແຕ່ຕ້ອງມານີ້ຕົວຈິງ ຈຶ່ງຈະເຫັນໄດ້ວ່າເພິ່ນແມ່ນຜູ້ນຳທີ່ຍິ່ງໃຫຍ່. ບ້ານເກີດເມືອງນອນຂອງເພິ່ນກໍມີຄວາມລຽບງ່າຍເຊັ່ນກັບບັນດາໝູ່ບ້ານອື່ນຂອງຫວຽດນາມ, ແຕ່ຄວາມລຽບງ່າຍນັ້ນ ໄດ້ເປັນການຢັ້ງຢືນວ່າ ລຸງໂຮ່ແມ່ນຜູ້ນຳທີ່ຍິ່ງໃຫຍ່. ເປັນຄັ້ງທຳອິດ ທີ່ໄດ້ມາຢາມບ້ານແມ່ເຖົ້າເພິ່ນ, ນ້ອງຮູ້ສຶກມີຄວາມເປັນກຽດຢ່າງຍິ່ງ”

   ຢູ່ທາງທິດຕາເວັນອອກນະຄອນວິງ, ແມ່ນເກືອລໍ່ຊຶ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມດ້ວຍຫາດຊາຍທະເລທີ່ສວຍສົດງົດງາມ ດ້ວຍລວງຍາວເກືອບ 10 ກມ. ນາງໂຕລານເຟືອງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍເປີດເຜີຍວ່າ : 

  “ ຂ້າພະເຈົ້າໄດ້ໄປຄົ້ນຫາຢູ່ຫຼາຍແຫ່ງ, ແຕ່ບໍ່ຄຶດວ່າ ເກືອລໍ່ພັດງົດງາມເຊັ່ນນີ້. ພິເສດຂ້າພະເຈົ້າມີຄວາມປະທັບໃຈຕໍ່ປະຊາຊົນຢູ່ແຫ່ງນີ້, ເຂົາເຈົ້າມີຈິດໃຈຮັກແພງແຂກ. ຖ້າມີໂອກາດ, ຂ້າພະເຈົ້າຈະກັບຄືນຢ້ຽມຢາມແຫ່ງນີ້ອີກ ”

    ຄົ້ນຫາເງະອານ ກໍຍັງແມ່ນຄົນຫາຄວາມງາມເຂດພູຜາປ່າໄມ້, ຫ້ວຍນ້ຳລຳເຊ. ຫ່າງຈາກນະຄອນວິງໄປທາງທິດຕາເວັນຕົກພາກໃຕ້ 120 ກມ, ແມ່ນປ່າສະຫງວນແຫ່ງຊາດປູ່ມາດທີ່ຂຶ້ນກັບເມືອງກອນກວງ, ນອນຢູ່ຂ້າງທາງທິດຕາເວັນອອກຂອງສາຍພູຫຼວງ, ລຽບຕາມຊາຍແດນຫວຽດ-ລາວແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ.

     ເຂດພູຜາປ່າໄມ້ທາງທິດຕາເວັນຕົກຂອງແຂວງເງະອານແມ່ນແຫ່ງດຳລົງຊີວິດຢູ່ຮ່ວມກັນຂອງພໍ່ແມ່ປະຊາຊົນບັນດາເຜົ່າ: ຂະມຸ, ເອີດູ, ຊ້ານຢິວ, ມົ້ງ. ມານີ້ແຂກທ່ອງທ່ຽວຈະໄດ້ຄົ້ນຫາຄວາມລຶກລັບຫຼາຍຢ່າງກ່ຽວກັບມຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ຊາວທ້ອງຖິ່ນຢູ່ແຫ່ງນີ້. ເງະອານຍັງແມ່ນແຫ່ງໃຫ້ກຳເນີດບັນດາທຳນອງເພງພື້ນເມືອງ. ແຂກທ່ອງທ່ຽວມີໂອກາດມາຮ່ວມບໍ່ວ່າໃນງານບຸນໃດໆໃນແຂວງ ເງະອານ, ກໍລ້ວນແຕ່ໄດ້ຮັບຊົມການສະແດງປະເພດສິລະປະທີ່ເປັນເອກະລັກສະເພາະນີ້.

    ເງະອານຍັງແມ່ນບ້ານເກີດເມືອງນອນຂອງບັນດາງານບຸນປະເພນີ ທີ່ຈັດຂຶ້ນບົນລຳແມ່ນ້ຳຄື ງານບຸນພາວະນາໃຫ້ການເດີນເຮືອຫາປາໄດ້ຮັບຜົນດີ, ແຫ່ກີ້, ຊວງເຮືອ…ບັນດາງານບຸນຢູ່ບັນດາເຂດບ້ານນາທີ່ມີມູນເຊື້ອກາບກອນ, ເຂັ້ມຂົ້ນໄປດ້ວຍລັກສະນະວັດທະນະທຳມະນຸດຄື: ງານບຸນວິຫານກວງ, ງານບຸນບ້ານຫວ້ານໂລກ, ບ້ານແຊນ. ຢູ່ເຂດພູດອຍ ກໍຍັງມີງານບຸນຕ່າງໆເຊັ່ນ: ຮາງບົວ, ງານບຸນຊ່າງຄານ, ພິທີເຂົ້າເຮືອນໃໝ່, ພິທີດື່ມເຫຼົ້າໄຫຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ນັ້ນແມ່ນບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຍາມໃດກໍດຶງດູດແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ເງະອານໃນແຕ່ລະເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ