ເຊີນລາແຫ່ງຄວາມປະທັບໃຈ

ໂດຍ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ກວ່າ 300 ກິ​ໂລ​ແມັດ, ຊຸມ​ປີມໍ່ໆ​ມານີ້, ນະ​ຄອນ​ເຊີນ​ລາ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແມ່ນ​ຈຸດ​ນັດ​ພົບ​ໃນ​ປີ​ຂອງ​ແຂກ​ທ່ອງ​ທ່ຽວ. ເຊ​ີນ​ລາ​ແມ່ນ​ດິນ​ແດນ​ເຕົ້າ​ໂຮມຫຼາຍ​ຊົນ​ເຜົ່າ​ອ້າຍ​ນ້ອງ, ມີຫຼາຍ​ງານ​ບຸນ​ອັນ​ເປັນ​ເອ​ກະ​ລັກ​ສະ​ເພາະ, ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ແລະ ທິວ​ທັດ​ທຳ​ມະ​ຊາດ​ທີ່ເປັນ​ໜ້າ​ຈັບ​ອົກ​ຈັບ​ໃຈ. ລະ​ດູ​ບານ​ໃໝ່​ປີນີ້, ໄປ​ເຊີນ​ລາ​ຢ້ຽມ​ຢາມ​ບັນ​ດາ ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດເຊັ່ນ: ຄ​ຸກ​ເຊີນ​ລາ, ຫໍ​ພິ​ພິ​ທະ​ພັນ ເຊີນ​ລ​າ, ກິດ​ຈະ​ກຳ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເຊີນ​ລາ ຫຼື​ໄດ້​ອາບ​ນ້ຳແຮ່​ທ​າດອຸ່ນ​ຢູ່​ບ້ານ​ມ່ອງໃນ​ທ່າມ​ກາງມວນ​ມາ​ລາ​ນາໆ​ຊະ​ນິດ​ພວມ​ບານ​ສະ​ພັ່ງຫຼາກຫຼາຍ​ສີ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວຫຼົງ​ໄຫຼ ປຽບ​ເໝືອນ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ.

ເຊີນລາແຫ່ງຄວາມປະທັບໃຈ - ảnh 1
ເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ເຊີ​ນ​ລາ

     ປະ​ຈຸ​ບັນ​ຢູ່​ເຊີນ​ລາ, ຍັງ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ແລະ ຮ່ອງ​ຮອຍບູ​ຮານ​ຄະ​ດີກວ່າ 100 ແຫ່ງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້. ເມື່ອ​ລົງ​ຢ້ຽ​ມ​ຢາມ ນະ​ຄອນ​ເຊີນ​ລາ, ກຸ່ມປູ​ຊະ​ນີ​ຍະ​ສະ​ຖານ​, ຫໍ​ພິ​ພິ​ທະ​ພັນ​ເຊີນ​ລາ ແມ່ນ​ບັນ​ດາ​ສະ​ຖານ​ທີ່​ທຳ​ອິດ​ທີ່​ແຂກ​ທ່ອງ​ທ່ຽວຢາກ​ມາ​ຢ້ຽມ​ຢາມ, ທັດ​ສະ​ນະ​ສຶກ​ສາ. ຄຸກ​ເຊີນ​ລາ ຊຶ່ງ​ແມ່ນປູ​ຊະ​ນີ​ຍະ​ສະ​ຖານ​ປະຕິ​ວັດ​ຖືກ​ຈັດ​ອັນ​ດັບ​​ເປັນ ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດເມື່ອ​ປີ 1962, ຖືກ​ປຸກ​ສ້າງ​ຢູ່​ຈອມ​ໂນນ​ເຄົາ​ກາ, ໂດຍ​ພວກ​ລ່າ​ເມືອງ​ຂຶ້ນ​ຝະ​ລັ່ງດຳ​ເນີນ​ການກໍ່​ສ້າງເມື່ອ​ປີ 1908 ດ້ວຍ​ເນື້ອ​ທີ່​ເບື້ອງ​ຕົ້ນແມ່ນ 500 ຕາ​ແມັດ. ຄຸກ​ແຫ່ງນີ້​ຖືກ​ປຸກ​ສ້າງ​ແບບ​ຖາ​ວອນ, ຝາຖືກກໍ່​ດ້ວຍ​ຫີນ ແລະ ດິນ​ຈີ່, ຫຼັງ​ຄາຖືກ​ມຸງດ້ວຍສັງ​ກະ​ສີ, ບໍ່​ມີ​ເພ​ດານ, ສຳ​ລັບ​ຕຽງນອນໃຫ້​ນັກ​ໂທດນັ້ນ ຖືກກໍ່​ດ້ວຍ​ຫີນ ແລະ   ໂບກ​ດ້​ວຍ​ຊີ​ມັງ, ມີ​ລະ​ບົບລ່າມ​ຂາ​ນັກ​ໂທດ. ເຖິງວ່າ​ຖືກ​ພວກ​ລ່າ​ເມືອງ​ຂຶ້ນ​ຝະ​ລັ່ງກັກ​ຂັງ ແລະ ທຸບ​ຕີ​ທໍ​ລະ​ມານ​ຢ່າງ​ປ່າ​ເຖື່ອນກໍ່​ຕາມ ແຕ່​ບັນ​ດາ​ນັກ​ກອມ​ມູ​ນິດຫວຽດ​ນາມ​ໄດ້​ຫັນ​ຄຸກ​ຂອງ​ພວກ​ເຂົາກາຍເປັນໂຮງ​ຮຽນ​ປະ​ຕິ​ວັດ, ເປັນ​ແຫ່ງກໍ່​ສ້າງນັກ​ປະ​ຕິ​ວັດ​ເພື່ອ​ໃຫ້​ຂະ​ບວນ​ການ​ປະ​ຕິ​ວັດ​ຢູ່​ໄຕ​ບັກ-ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດ​ນາມ ແຕກດອກ​ອອກ​ຜົນ​ໃນ​ພາຍ​ພາກ​ໜ້າ. ແຕ່​ລະ​ປ​ີ, ຄຸກ​ເຊີນ​ລາໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ນັບ​ແສນ​ເທື່ອ​ຄົນ​ມາ​ຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ, ຄົ້ນ​ຄ້​ວາ, ຮ່ຳ​ຮຽນ ແລະ ຫວນ​ຄືນ​ສົງ​ຄາມ​ໃນ​ອະ​ດີດ​ຕະ​ການ.    

    ຫໍ​ພິ​ພິ​ທະ​ພັນ​ເຊີນ​ລາຖືກ​ຕັ້ງ​ຢູ່​ໃນ​ບໍ​ລິ​ເວນປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດຫໍ​ພິ​ພິ​ທະ​ພັນ​ ແລະ ຄຸກ​ເຊີນ​ລາ. ຫໍ​ພິ​ພິ​ທະ​ພັນ​ແມ່ນບ່ອນ​ເກັບ​ຮັກ​ສາ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ 12 ຊົນ​ເຜົ່າ​ອ້າຍ​ນ້ອງ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ເຊີນ​ລາ​ດ້ວຍ​ວັດ​ຖຸ​ບູ​ຮານ​ນັບ​ພັນ​ຢ່າງ​ທີ່​ມີ​ມາ​ແຕ່​ສະ​ໄໝ​ປະ​ຖົມ​ບູ​ຮານ ຖືກ​ຊອກ​ເຫັນ​ຢູ່​ທ້ອງ​ຖິ່ນ. ພິ​ເສດ​ຢູ່​ແຫ່ງນີ້, ຍັງ​ເກັບ​ຮັກ​ສາ​ຊຸດ​ປຶ້ມ​ວັນ​ນະ​ຄະ​ດີ, ກາບກອນ, ເລື່ອງ​ພື້ນ​ເມືອງ​ເກືອບ 1000 ຫົວ​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ເຜົ່າ​ຢ້າວ. ນາງ​ຫງວຽນ​ຫາຍ​ເຢືອງ ຜູ້​ນຳ​ທ່ຽວ​ຊົມ​ຢູ່ ຫໍ​ພິ​ພິ​ທະ​ພັນ​ເຊີນ​ລາ ເວົ້າ​ວ່າ :

   “ ນີ້​ແມ່ນ​ບ່ອນ​ວາງ​ສະ​ແດງ​ກ່ຽວ​ກັບ​ຮູບ​ພາບ​ຂອງ ​ບໍ​ລິ​ເວນ​ແຂວງ​ເຊີນ​ລາ. ເຊີນ​ລາ​ແມ່ນ​ແຂວງ​ເຂດ​ພູ​ດອຍ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ, ມີ​ເນື້ອ​ທີ່ກວ່າ 14 ລ້ານ​ຕາລາງ​ກິ​ໂລ​ແມັດ. ໃນ​ຈຳ​ນວນ 12 ຊົນ​ເຜົ່າ​ອ້າຍ​ນ້ອງ​ພວ​ມ​ດຳ​ລົງ​ຊີ​ວິດຢູ່​ເຊີນ​ລານັ້ນ, ຊົນ​ເຜົ່າ​ຜູ້​ໄທກວມ​ເຖິງ 55% ຈຳນວນ​ປະ​ຊາ​ກອນ, ຖັດ​ມາ​ແມ່ນ​ເຜົ່າ​ກິງ, ເຜົ່າມົ້ງ…ນີ້​ແມ່ນ​ຊຸດ​ປື້ມ​ບູ​ຮານ​ຂອງ​ເຜົ່າ​ຜູ້​ໄທ​ຢູ່​ເຊີນ​ລາ. ຊົນ​ເຜົ່າ​ຜູ້​ໄທ​ຮູ້​ວິ​ທີ​ຜະ​ລິດ​ເຈ້ຍ​ມາ​ແຕ່​ດົນ​ນານແລ້ວ. ເຂົາ​ເຈົ້າ​ຜະ​ລິດ​ເຈ້ຍ​ຈາກ​ຕົ້ນ​ສາ, ໄມ້​ໄຜ່ອ່ອນ. ປຶ້ມ​ຂອງ​ເຂົາ​ເຈົ້າ​ຖືກ​ຈັດ​ແບ່ງ​ເປັນ 3 ປະ​ເພດເຊັ່​ນ: ປຶ້ມ​ວັນ​ນະ​ຄະ​ດີ, ປຶ້ມ​ສາດ​ສະ​ໜາ, ປຶ້ມ​ກ່ຽວ​ກັບ​ປະ​ຫວັດ​ສາດ ”

         ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ​ເຊີ​ນ​ລາ ຊຶ່ງ​ແມ່ນ​ກິດ​ຈະ​ກຳເຂື່ອນ​ໄຟຟ້​ານ້ຳ​ຕົກ​ໃຫຍ່ກວ່າ​ຫມູ່ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​​ພະ​ລັງ​ງານ​ໄຟ​ຟ້າກວ່າ 10 ຕື້ ກິ​ໂລ​ວັດ​ໃນ​ແຕ່​ລະ​ປີ​ໃຫ້​ແກ່​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ດູ​ດດື່ມສຳ​ລັບ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ເຊີນ​ລາ​ອີກ​ດ້ວຍ. ຈາກ​ນະ​ຄອນ​ເຊີນ​ລາ, ຂີ່​ລົດ​ເປັນ​ເວ​ລາກວ່າ​ຊົ່ວ​ໂມງ, ໂດຍແລ່ນ​ຜ່ານສາຍ​ທາງ​ຕ່າງໆ​ຊຶ່ງ​ລຽບ​ຕາມ 2 ຟາກ​ທາງ​ແມ່ນ​ພູ​ຜາ​ປ່າ​ໄມ້​ທີ່​ກ້​ວາງ​ໃຫຍ່​ໄພ​ສານ, ກໍ​ຈະ​ຮອດ​ຕາ​ແສງ ອິດ​ອ່ອງ ເມືອງ ເມື​ອ່ງ​ລ​າ, ແຂກ​ທ່ອງ​ທ່ຽວຈະ​ຖືກຫຼົງ​ໄຫຼ​ຕໍ່​ໜ້າ​ສີ​ຂຽວ​ທີ່​ກ້​ວາງ​ໃຫຍ່​ຈົນ​ສຸດ​ສາຍ​ຕາ​ຂອງ​ທິວ​ທັດ​ອ່າງ​ເກັບ​ນ້ຳເຂື່ອນ​ໄຟຟ້​ານ້ຳ​ຕົກ​ເຊີນ​ລາ. ໂດຍບໍ່​ສະ​ຫງົບ​ງຽບ​ຄື​ດັ່ງ​ໜອງ ດ້າຍຫຼາຍ ຢູ່​ແຂວງວິ້ງ​ຟຸກ ຫຼື ໜອງ​ບາ​ເບ​ຢູ່​ແຂວງ​ບັກ​ກ້ານ, ອ່າງ​ເກັບ​ນ້ຳເຂື່ອນ​ໄຟຟ້​ານ້ຳ​ຕົກ​ເຊີນ​ລາ ໄດ້​ສ້າງ​ຄວ​າມ​ປະ​ທັບ​ໃຈ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຍ້ອນ​ກະ​ແສ​ນ້ຳ​ທີ່​ກ້​ວາງ​ໃຫຍ່​ໃນ​ທ່າມ​ກາງ​ດິນ​ຟ້າ​ທຳ​ມະ​ຊາດ​ດ້ວຍ​ຄວາມ​ງາມແບບ​ຮົກ​ເຮື້ອ​ເປົ່າ​ຫວ່າງ. ນາງ ຮ່​ວາງ​ລານ ແຂກ​ທ່ອງ​ທ່ຽວ​ແຂວງ​ບັກ​ຢາງ ໃຫ້​ຮູ້​ວ່າ : 

    “ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້​າ​ໄປ​ຢ້ຽມ​ຊົມ ທັດ​ສະ​ນະ​ສຶກ​ສາ​ຢູ່ອ່າງ​ເກັບ​ນ້ຳເຂື່ອນ​ໄຟຟ້​ານ້ຳ​ຕົກ​ເຊີນ​ລາ. ຜ່ານ​ການ​ຢ້ຽມ​ຊົມ​ເປັນ​ເວ​ລາ 1 ວັນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ງາມ ແລະ ຄວາມ​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​ທັດ​ສະ​ນີ​ຍະ​ພາບຢູ່​ແຫ່ງນີ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ  ພາຍຫຼັງ​ການ​ຢ້ຽມ​ຢາມ​ເທື່ອນີ້, ຈະ​ໄດ້​ກັບ​ຄືນ​ຢ້ຽມ​ຢາມ​ໃນ​ຄັ້ງ​ໜ້າ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ຕື່ມ​ອີກ  ”

         ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວອີກ​ແຫ່ງ​ໜຶ່ງ ທີ່​ແຂກ​ທ່ອງ​ທ່ຽວ​ຢ່າ​ພາດ​ໂອ​ກາດ​ໄປ​ຢ້ຽມ​ຢາມ, ນັ້ນ​ແມ່ນ​ບ້ານ​ມ່ອງຊຶ່ງ​ແມ່ນ​ແຫ່ງ​​ມີ​ທັດສະ​ນີ​ຍະ​ພາບທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ດ້ວຍ​ສາຍ​ພູ​ສະຫຼັບ​ຊັບ​ຊ້ອນ ປຽບ​ເໝືອນ​ມັງ​ກອນ​ພວມບິນ​ລອຍ​ອ້ອມ​ໝູ່​ບ້ານ. ທ່ານ ຫງວຽນ​ຮົ່ວ​ທັ້ງ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ຢູ່​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ  :

   “ ເມື່ອ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ບ້ານ​ມ່ອງ, ທຸກໆ​ຄົນ​ຈະ​ໄດ້​ອາບ​ນ້ຳ​ແຮ່​ທາດອຸ່ນ, ໄດ້​ພັກ​ຜ່ອນ ແລະ ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທ. ສ​ິ່ງ​ທີ່ແຕກ​ຕ່າງ​ກັນກັບ​ແຫ່ງ​ອື່ນໆ, ນັ້ນ​ແມ່ນ​ຢູ່​ບ້ານ​ມ່ອງ​ມີ​ນ້ຳ​ແຮ່​ທາດ​ອຸ່ນ, ມາ​ອາບ​ນ້ຳ​ແມ່ນ​ເພື່ອ​ປິ່ນ​ປົວ​ພະ​ຍາດ, ຫຼື​ໃຊ້​ນ້ຳ​ແຮ່​ທາດ​ເພື່ອ​ດື່ມ”

       ຖ້າ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ພວກ​ເພື່ອ​ນ​ຢາ​ລືມ​ໄປ​ຢ້ຽມ​ຢາມ​ແຂວງ​ເຊີນ​ລາ ເພື່ອ​ຢ້ຽມ​ຊົມອ່າງ​ເກັບ​ນ້ຳເຂື່ອນ​ໄຟຟ້​ານ້ຳ​ຕົກ​ເຊີນ​ລາ , ໄປອາບ​ນ້ຳ​ແຮ່​ທາດອຸ່ນ ແລະ ຮັບ​ປະ​ທານ​ອາ​ຫານ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຜູ້​ໄທຢູ່​ບ້ານ​ມ່ອງ. ແນ່ນອນ​ວ່າ ເມື່ອ​ມາ​ຢ້ຽມ​ຢາມແລ້ວ, ພວກ​ເພື່ອນ​ຈະ​ຢາກ​ກັບ​ຄືນ​ມາ​ຢ້ຽມ​ຢາມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ