ເມື່ອງລໍ່-ດິນແດນແຫ່ງບັນດາສະຖິີຕິທີ່ເປັນເອກະລັກ

(VOVWORLD) -ເມື່ອງລໍ່, ແຂວງ ອຽນບ໋າຍ ໄດ້ຮັບຖືກວ່າ ແມ່ນບ້ານເກີດເມືອງນອນຂອງຊາວເຜົ່າໄທດຳ ດ້ວຍພື້ນຖານວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນຊົນເຜົ່າ. ບໍ່ພຽງແຕ່ມີທິວທັດທຳມະຊາດທີ່ສວຍງາມທີ່ເປັນໜ້າຈັບໃຈເທົ່ານັ້ນ, ເມື່ອງລໍ່ ຍັງດຶງດູດແຂກທ່ອງທ່ຽວ ດ້ວຍບັນດາສະຖີຕິທີ່ເປັນເອກະລັກສະເພາະ
ເມື່ອງລໍ່-ດິນແດນແຫ່ງບັນດາສະຖິີຕິທີ່ເປັນເອກະລັກ - ảnh 1ນາຂັ້ນໄດຢູ່ເມື່ອງລໍ່ 

ເມື່ອເວົ້າເຖິງເມື່ອງລໍ່ ແມ່ນເວົ້າເຖິງ 6 ວາດຟ້ອນແຊບູຮານ, ເຊິ່ງແມ່ນຕົ້ນກຳເນີດໃຫ້ແກ່ 36 ວາດຟ້ອນແຊ ເຂດທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ. ໄປຮອດເມື່ອງລໍ່, ແຂກທ່ອງທ່ຽວຈະໄດ້ຮັບຊົມການສະແດງວາດຟ້ອນ ເຊິ່ງເປັນຄວາມມ່ວນຊື່ນ ຂອງແຂກທ່ອງທ່ຽວແຕ່ລະຄົນ.ແຂກທ່ອງທ່ຽວເມື່ອມາຢ້ຽມຢາມເມື່ອງລໍ່ ກໍ່ລ້ວນແຕ່ຕົກສະເງິ ເມື່ອໄດ້ຮັບຊົມລາຍການສະແດງຟ້ອນແຊບູຮານໃຫ່ຍ ອັນດັບສະຖິີຕິຂອງ ຫວຽດນາມ ເຊິ່ງໄດ້ຖືກຈັດຂຶ້ນໃນຕອນຄ່ຳວັນທີ 29 ກັນຍາ  ປີ 2013. ນີ້ແມ່ນລາຍການສະແດງຟ້ອນແຊ ດ້ວຍຂອບຂະໜາດໃຫ່ຍທີ່ສຸດ ນັບແຕ່ກ່ອນເປັນຕົ້ນມາ ເຊິ່ງໄດ້ສະແດງ  6 ວາດຟ້ອນແຊ ເຊິ່ງມີການເຂົ້າຮ່ວມຂອງນັກສິລະປະການ ນັກສະແດງ 2013 ຄົນ ໃນຮອບເວລາ 45 ນາທີ. ຖັນແຖວນັກຟ້ອນຈະຟ້ອນເປັນຮູບດອກບານ, ບັນດານັກສິລະປະການ ນັກສະແດງຈະຟ້ອນເປັນລຳດັບກ່ຽວກັບວາດຟ້ອນແຊບູຮານ. ນັກສິລະປະການ ລໍ່ວັນບ໋ຽນ ນັກຄົ້ນຄວ້າ ແລະ ຟື້ນຟູວາດຟ້ອນແຊບູຮານ ໃຫ້ຮູ້ວ່າ:

   “ຂ້າພະເຈົ້າເອງມີຄວາມພາກພູມໃຈທີ່ສຸດ, ພິເສດພໍ່ແມ່ພີ່ນ້ອງ ແລະ ນັກສິລະປະການນັບພັນຄົນ, ເຂົາເຈົ້າຊົມຊອບທີ່ສຸດ ເພາະວ່ານີ້ແມ່ນວາດຟ້ອນຂອງຊົນເຜົ່າເຂົາເຈົ້າເອງ ເຊິ່ງແມ່ນວາດຟ້ອນທີ່ເປັນໜ້າເຄົາລົບນັບຖືກ”

     ປີ 2008, ພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທ ຢູ່ເທດສະບານ ເຫ້ງຍໂລະ ກໍ່ມີຜະລິດຕະພັນໜຶ່ງ ໄດ້ຮັບການຮັບຮອງເປັນສະຖີຕິ ຢູແນັດ ຫວຽດນາມ ນັ້ນແມ່ນພາເຂົ້າໜຽວ 5 ສີໃຫ່ຍກວ່າໝູ່ ດ້ວຍນ້ຳໜັກ 1,3 ໂຕນ, ກວ້າງ 2,8 ແມັດ, ໜາ 30 ຊັງຕີແມັດ. ເພື່ອຈະມີພາເຂົ້າໜຽວນີ້ ມີກວ່າ 200 ຄອບຄົວ ຊາວເຜົ່າຜູ້ໄທໄດ້ນຳໃຊ້ໝໍ້ຕົ້ມ 300 ໜ່ວຍ ຢາສະໝູນໄພ 200 ກິໂລກາມ ເພື່ອຕົ້ມເອົານ້ຳສີ. ຕາມຄວາມສຳນຶກຂອງຊາວເຜົ່າຜູ້ໄທ ເມື່ອງລໍ່, ພາເຂົ້າໜຽວ 5 ສີຖືກປັ້ນເປັນຮູບດອກບານ ເພາະວ່ານີ້ແມ່ນດອກໄມ້ຊະນິດທີ່ເປັນສັນຍາລັກ ຂອງເຂດທາງທິດຕາເວັນຕົກສ່ຽງເໜືອ. 5 ກີບດອກໄມ້ດ້ວຍ 5 ສີກໍ່ເປັນສັນຍາລັັກໃຫ້ແກ່ 5 ປັດໄຈໃນໂລກຈັກກະວານ. ຜ່ານອາຫານເຂົ້າໜຽວພິເສດນີ້, ຊາວທ່ອງຖິ່ນຢູ່ແຫ່ງນີ້ ຢາກສະແດງໃຫ້ເຫັນຄວາມຫວັງຮັກແພງ ສັດຊື່ຕໍ່ກັນ ແລະ ຄວາມເຄົາລົບນັບຖືພໍ່ແມ່. ປ້າ ດຽວທິຊຽງ ຢູ່ບ້ານ ດຽວສອງ, ຕາແສງ ເຫງ້ອານ ເທດສະບານ ເຫງ້ຍໂລະ ໃຫ້ຮູ້ວ່າ: 

   “ພາເຂົ້າໜຽວມີ 5 ສີເຊັ່ນ ສີແດງ ສີມ່ວງ ສີເຫຼືອງ ສີຂຽວ ແລະ ສີຂາວ. ດ້ວຍເຍື່ອງອາຫານພາເຂົ້າໜຽວ 5 ສີນີ້ ຊາວເຜົ່າຜູ້ໄທມີຄວາມຫວັງຢາກມີຄວາມອີ່ມໜຳສຳລານ ສົມບູນພູມສຸກໃນຊີວິດ”.

    ສຳລັບຊາວເຜົ່າຜູ້ໄທຢູ່ເມື່ອງລໍ່, ແຄນແມ່ນເຄື່ອງດົນຕີທີ່ເຊື່ອມຕໍ່ຄວາມຮັກ ແມ່ນວິນຍານຂອງສິລະປະຟ້ອນລຳທຳເພງ; ແມ່ນສັນຍາລັກທາງດ້ານວັດທະນະທຳຈິດໃຈ ທີ່ເປັນເອກະລັກສະເພາະ. ສຽງແຄນກໍ່ແມ່ນສຽງຈິດໃຈ, ແມ່ນອາລົມຈິດຄວາມໃນໃຈ ຂອງພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້. ແຄນຖືກຜະລິດດ້ວຍບັ້ງໄມ້ເຮ້ຍ 14 ບັ້ງຖືກແບ່ງເປັນສອງສ່ວນແຕ່ລະສ່ວນມີ 7 ບັ້ງ. ສ່ວນຮ່າງຂອງແຄນຖືກເຮັດດ້ວຍໄມ້, ເບື້ອງໜຶ່ງຖືກເຈາະເພື່ອເປົ່າ, ສ່ວນອີກເບື້ອງໜຶ່ງຖືກປິດດ້ວຍຂີ້ເຜິ້ງ.

     ເພື່ອເປັນການເຊີດຊູສຽງແຄນ, ໃນສັບປະດາວັດທະນະທຳ-ທ່ອງທ່ຽວເມື່ອງລໍ່ ປີ 2017, ເທດສະບານ ເຫງຍໂລະ ກໍ່ໄດ້ຕັ້ງແຄນໃຫ່ຍທີ່ສຸດຢູ່  ຫວຽດນາມ ດ້ວຍຄວາມສູງ 2 ແມັດ ທາງກວ້າງ 5 ແມັດເພື່ອນຳມາສະແດງໃຫ້ແຂກທ່ອງທ່ຽວ. ສິ່ງທີ່ພິເສດທີ່ສຸດແມ່ນແຄນ ບໍ່ແມ່ນຮູບຈຳລອງສັນຍາລັກ, ຫາກຍັງແມ່ນແຄນທີ່ເປົ່າໄດ້ຢ່າງມ່ວນຫູ ເຊິ່ງໄດ້ຖືກນັກສິລະປະການ 5 ຄົນສະແດງໃນພາບດຽວ ເພື່ອປະສານສຽງຟ້ອນກັບວາດຟ້ອນແຊ ຂອງນັກສິລະປະການນັບພັນຄົນ.

        ຕາມທ່ານ ນາງ ຮວ່າງທິຮົ່ງແຮ້ງ ຮອງປະທານຄະນະກຳມະການປະຊາຊົນ ເທດສະບານ ເຫງຍໂລະແລ້ວ ການສ້າງບັນດາສະຖີຕິ ທີ່ເປັນເອກະລັກໃນໄລຍະຜ່ານມາ ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງເປັນການປະກອບສ່ວນ ອະນຸລັກຮັກສາ ບັນດາຄຸນຄ່າວັດທະນະທຳພື້ນເມືອງ ຂອງທ້ອງຖິ່ນອີກດ້ວຍ. ນາງ ແຮ້ງ ເວົ້າວ່າ: 

     “ພວກເຮົາຢາກຍູ້ແຮງການໂຄສະນາ ບັນດາຄຸນຄ່າວັດທະນະທຳຂອງທ້ອງຖິ່ນ, ບັນດາທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ ເພື່ອດຶງດູດຄວາມສົນໃຈລົງທຶນ ເພື່ອປະຕິບັດເປົ້າໝາຍນຳເມື່ອງລໍ່ ກ່າຍເປັນເຂດທ່ອງທ່ຽວຈຸດສຸມຂອງແຂວງ”.

    ການຈັດຕັ້ງງານບຸນເມື່ອງລໍ່ ແລະ ກຳນົດບັນດາສະຖີຕິ ຍັງແມ່ນໂອກາດເພື່ອເຊີດຊູບັນດາເຈົ້າກຳ ເຊິ່ງແມ່ນເຈົ້າຂອງບັນດາຄຸນຄ່າວັດທະນະທຳພື້ນເມືອງ ເພື່ອໃຫ້ທຸກໆຄົນມີຄວາມເອກອ້າງທະນົງໃຈ ຮັກບ້ານເກີດເມືອງນອນ, ຮ່ວມແຮງຮ່ວມໃຈສ້າງສາເທດສະບານ ເຫ້ງຍໂລະ ໃຫ້ນັບມື້ນັບຮັ່ງມີສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ