ເມື່ອງຮວາ-ຮ່ອມພູມີຄວາມງາມດັ່ງໃນຝັນຢູ່ ຊາປາ ແຂວງລາວກາຍ


(vovworld)- ຮ່ອມ​ພູ ເມືອງ​ຮ​ວາ ຫ່າງ​ຈາກ​ເທດ​ສະ​ບານ ຊາ​ປາ ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກວ່າ 10 ກິ​ໂລ​ແມັດ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຍ້ອນ​ຄວາມ​ງາມ​​ດັ່ງ​ໃນ​ຝັນໂດຍທຳ​ມະ​ຊາດດົນ​ບັນ​ດານ​ໃຫ້. ຮ່ອມ​ພູ ເມື່ອງ​ຮ​ວາ ແມ່ນ​ສະ​ຖານ​ທີ່​ມີ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ເປົ່າ​ຫວ່າງ ແລະ ແມ່ນ​ແຫ່ງ​ທີ່​ມີ​​ຫລາຍ​ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດຢູ່​ຮ່ວມ​ກັນ.

ເມື່ອງຮວາ-ຮ່ອມພູມີຄວາມງາມດັ່ງໃນຝັນຢູ່ ຊາປາ ແຂວງລາວກາຍ - ảnh 1
ຮ່ອມ​ພູເມືອງ​ຮ​ວາ
ພາບ:internet

        ຈາກ​ເທດ​ສະ​ບານ​ເມືອງ ຊາ​ປາ, ໄປ​ຕາມ​ເສັ້ນ​ທາງທຸ​ລະ​ກັນ​ດານ​ຜ່ານ​ກີ່ວ​ແຫ່ງ​ຫນຶ່ງ​ ແລະ​ ​ໄປລຽບ​ຕາມ​ສາຍ​ພູ​ສູງ​ສຸດ​ແມ່ນ​ຮອດຮ່ອມ​ພູເມືອງ​ຮ​ວາ. ຮ່ອມ​ພູ​ແຫ່ງນີ້​ມີ​ລວງກວ້າງ​ປະ​ມານ 8 ກິ​ໂລ​ຕາ​​ແມັດ, ມີ​ຄວາມ​ສູງ​ປະ​ມານ 1.000 ແມັດ ເມື່​ອ​ທຽບ​ໃສ່​ລະ​ດັບ​ນ້ຳ​ທະ​ເລ, ຂຶ້ນ​ກັບ​ 6 ຕາ​ແສງ​ຄ​ື: ລາວ​ຈ໋າຍ, ຕ໋າ​ວານ, ເຮົ່າ​ທາວ, ສື​ປາ, ຕາ​ຝີ່ນ ແລະ ບ້ານ​ໂຮ່, ຕັ້ງ​ຢູ່​ໃຈ​ກາງ​ສາຍ​ພູ​ຮ່​ວາງ​ລຽນ​ເຊີນ. ເພື່ອ​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມນີ້, ຜູ້​ເມົາ​ມົວ​ກັບ​ການຖ່າຍ​ຮູບ ແລະ ມັກ​ຄົ້ນ​ຫາ​ຄວາມ​ງາມ​ທຳ​ມະ​ຊາດ​ເຄີຍ​ເລືອກ​ເຟັ້ນ​ຍານພາ​ຫະ​ນະ​ແມ່ນ​ລົດ​ຈັກ. ເສັ້ນ​ທາງ​ຈາກ​ເທດ​ສະ​ບານ​ເມືອງ ຊາ​ປາ ໄປ​ເຖິງ​ຮ​່ອມ​ພູ​ເມືອງ​ຮ​ວາ ມີ​ຄວາມ​ຍາວກວ່າ 10 ກິ​ໂລ​ແມັດ, ແຕ່​ເພື່ອ​ໄປ​ຮອດ​ໃຈ​ກາງ​ຮ່ອມ​ພູ​ຕ້ອງ​ໄປ​ອີກ 2,3 ກິ​ໂລ​ແມັດ.  ຢູ່ຮ່ອມ​ພູ ເມື່ອງ​ຮ​ວາ ມີ​ນາ​ຂັ້ນ​ໄດ​ຫລາຍ​ແຫ່ງ​ທີ່​ງາມກວ່າ​ໝູ່​ຢູ່ ຊາ​ປາ ແລະ ນາ​ຂັ້ນ​ໄດ​ຢູ່​ທີ່ນີ້ ໄດ້​ຮັບ​ກາ​ນ​ຮັບ​ຮອງ​ຈາກ​ອົງ​ການ​ສະ​ຖິ​ຕິ​ຫວຽດ​ນາມ​ວ່າ ແມ່ນ​ເຂດ​ນາ​ຂັ້ນ​ໄດ​ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ. ນາ​ຂັ້ນ​ໄດ​ຢູ່​ລຽບ​ຕາມ​ເນີນ​ພູກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ທີ່​ສວຍ​ງາມ. ໃນ​ຊ​ຸມ​ປີມໍ່​ໆ​ມານີ້, ສອງ​ປີ​ເທື່ອ​ຫນຶ່ງ ອ້າຍ ຫງວຽນ​ຈ້ອງ​ແທ່ງ ພ້ອມ​ກັບ​ໝູ່​ເພື່ອນ ພາ​ກັນ​ໄປ​ຢ້ຽມ​ຢາມ​ເມື່ອງ​ຮ​ວາ ເພື່ອ​ຖ່າຍ​ຮູບ​ນາ​ຂັ້ນ​ໄດ. ອ້າຍ ຫງວຽນ​ຈ້ອງ​ແທ່ງ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພ​ະ​ເຈົ້າ​ມັກ​ຖ່າຍ​ຮູບ​ທີ່​ສຸດ​ແມ່ນ​ຍາມລະ​ດູ​ເຂົ້າ​ສຸກ​ເຫລືອງເຕັມ​ທົ່ງ​ນາ, ລະ​ຫວ່າງ​ເດືອນ 8, ເດືອນ 9. ຢູ່​ທີ່ນີ້ ບັນ​ດາ​ເນີນ​ພູ​ກາຍ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ​ຄື​ດັ່ງ​ພາບແຕ້ມ. ຂ້າ​ພະ​ເຈົ້າ ມັກ​ທີ່​ສຸດ ແມ່ນ​ຮູ​ບ​ຖ່າຍ​ທັງ​ມີ​ເຂົ້າ​ສຸກ​ເຫຼືອງ​ອາ​ຮາມ, ທັງ​ມີ​ສາຍ​ພູ ແລະ ແສງ​ແດດ​. ນອກນັ້ນນາ​ຂັ້ນ​ໄດ​ຍາມ​ນ້ຳ​ຖ້ວມກໍ​່ສ້າງ​ເປັນ​ຮູບ​ພາບ​ງາມ​ຫລາຍ.”

        ລະ​ຫວ່າງ​ຮ່ອມ​ພູ​ເມື່ອງ​ຮ​ວາ ມີ​ຫ້ວຍໃຫຍ່​ລຳ​ຫນຶ່ງ ມີ​ຊື່​ວ່າ ຫ້ວຍ​ຮ​ວາ, ມີ​ຄວາມ​ຍາວ​ປະ​ມານ 15 ກິ​ໂລ​ແມັດ. ຫ້ວຍ​ລຳ​ນີ້​ພ້ອມ​ກັບ​ນາ​ຂັ້ນ​ໄດ​ຍິ່ງ​ເຮັ​ດ​ໃຫ້​ຮ່ອມ​ພູ​ເມື່ອງ ​ຮ​ວາ​ສວຍ​ງາມ​ທີ່​ສຸດ.

        ນອກນັ້ນ, ຮ່ອມ​ພູ ເມື່ອງ​ຮ​ວາ​ຍັງ​ມີ​​ເຂດ​ຫີນ​ແກະຄວັດສະ​ຫລັກ​ຕົວ​ຫນັງ​ສື ດ້ວຍ​ລວດ​ລາຍ​ບູ​ຮານ​ດູດ​ດື່ມ ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ນັກ​ຄົ້ນ​   ຄ້​ວາ, ນັກ​ບູ​ຮານ​ຄະ​ດີ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ອີກ​ດ້ວຍ. ໃນ​ຮ່ອມ​ພູ, ມີ​​ໂງ່ນ​ຫີນ​ໃຫຍ່, ນ້ອຍເກືອບ  200 ​ໂງ່ນ ຕັ້ງ​ຢູ່​ເດີນ​ຫຍ້າ, ທົ່ງ​ໄຮ່ ດ້ວຍ​ບັນ​ດາ​ຮູບ​ຄວັດ​ແກະ​ສະ​ຫລັກ​ທີ່​ເລິກ​ລັບ. ປະ​ຈຸ​ບັນ, ​ເຂດ​ຫີນ​ແກະ​ຄວັດ​ສະ​ຫລັກ​ບູ​ຮານນີ້ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ, ແມ່ນ​ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ​ ບູ​ຮານ. ເອື້ອຍ ດາວ​ຖູຍ​ຍູງ, ຜູ້​ນຳ​ທ່ຽວ ໃຫ້​ຮູ້​ວ່າ:

        “​ໂງ່ນ​ຫີນ​ຕັ້ງ​ກະ​ແຈກ​ກະ​ຈາຍ​ຢູ່​ຫລາຍ​ບ່ອນ. ​ເຂດ​ຫີນ​ໃຫຍ່​ສຸດ​ແມ່ນ​ຕັ້ງ​ຢູ່​ບ້ານ ພໍ. ນີ້​ແມ່ນ​ບໍ​ລິ​ເວນ​ຂອງ​ຊາວ​ເຜົ່າ​ມົ້ງ ຢູ່​ຕອນ​ທ້າຍ​ຫ້ວຍ​ຮ​ວາ. ຢູ​່​ທີ່ນີ້ ​ໂງ່ນ​ຫີນ​ຫລາຍ​ພໍ​ສົມ​ຄວນ, ໃນ​ນັ້ນ ມີ​ ​​ໂງ່ນ​ຫີນ​ໃຫຍ່ຫລາຍ​ໂງ່ນ. ບາງ​​ໂງ່ນ​ດ້ານ​ຫນ້າກວ້າງ12 ແມັດ. ບາງ​​ໂງ່ນມີ​ຮ​ູບ​ແກະ​ຄວັດ​ສະ​ຫລັກ​ຫລ​າຍ​ທີ່​ສຸດ ແລະ ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ເຂດ​ຫີນ​ແຫ່ງ​ທີ​ສອງ ແມ່ນ​ຕັ້ງ​ຢູ່​ເຂດ​ຕິດ​ກັບ​ຕາ​ແສງ ເຮົ່າ​ທາວ ແລະ ລາຍ​ຈາຍ. ​ເຂດ​ຫີນນີ້​ມີ​​ໂງ່ນຫີນກວ່າ 100 ​ໂງ່ນ ແລະ ກໍ​່ແມ່ນ​​ເຂດ​ຫີນກວ້າງ​ທີ່​ສຸດ. ບັນ​ດາ​ຮູບ​ແກະ​ຄວັດ​ສະ​ຫລັກ​​ເທິງ​​ໂງ່ນຫີນ​ແມ່ນ​ແຕກ​ຕ່າງ​ກັນ.”

ເມື່ອງຮວາ-ຮ່ອມພູມີຄວາມງາມດັ່ງໃນຝັນຢູ່ ຊາປາ ແຂວງລາວກາຍ - ảnh 2
ຮູບ​ແກະ​ຄວັດ​ສະ​ຫລັກ​​ເທິງ​​ໂງ່ນຫີນ​ແມ່ນ​ແຕກ​ຕ່າງ​ກັນ
ພາບ:dulich.com

        ສຳ​ລັບ​ຊາວ​ທ້ອງ​ຖິ່ນ​ແລ້ວ, ກ່​ຸມ​​ເຂດຫີນ​ບູ​ຮານ ຢູ່ ຊາ​ປາ ຄ​ື​ດັ່ງ​ຫໍ​ສະ​ໝຸດ​ສະຫວັນ, ແມ່ນ​ປື້ມ​ໃຫຍ່ກວ່າ​ໝູ່​ທີ່​ບັນພະບຸລຸດ​ປະ​ໄວ້​ໃຫ້​ເຂດ​ຫີນແຫ່ງນີ້​ຖືກຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ ແລະ ໄດ້​ຮັບ​ຖື​ວ່າ​ແມ່ນ​ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ​ບູ​ຮານ.

        ພາຍ​ຫລັງ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ແລ້ວ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ລົງ​ຮ່ອມ​ພູ​ໄປ​ຕາມ​ເສັ້ນ​ທາງ​ນ້ອຍ, ຜ່ານ​ຂົວ​ແຫ່ງ​ຫນຶ່ງ​ເຂົ້າ​ຢ້ຽມ​ຢາມ​ ບ້ານ​ກາດ​ກາດ ຊື່ງ​ແມ່ນ​ໝູ່​ບ້ານ​ອາ​ຊີບ​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ຍ້ອມ​ແພ​ໄຫມ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ມົ້ງ​, ແລະ ຢ້ຽມ​ຢາມ ບ້ານ ຕາ​ວານ ຂອງ​ຊາວ​ເຜົ່າ​ໄຢ, ພົບ​ປະ​, ໂອ້​ລົມ​ກັບ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້ ເພື່ອ​ຊອກ​ຮູ້​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ສອງ​ຊົນ​ເຜົ່າ. ນອກນັ້ນ ນັກ​ທ່ອງ​ທ່ຽວ​ສາ​ມາດ​ພັກ​ຜ່ອນ​ຢູ່​ເຮືອນ​ຂອງ​ຊາວ​ເຜົ່າ ເພື່ອ​ເຫັນ​ປະ​ຈັກ​ຕາ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ. ອ້າຍ ຮ່າ​ອາ​ເຕີຍ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ນັກ​ທ່ອງ​ທ່ຽວ​ມັກ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ເຂົາ​ເຈົ້າ​ເຄີຍ​ພ​້ອມ​ກັບ​ຊາວ​ເຜົ່າ​ໃນ​ບ້ານ​ຂຶ້ນ​ພູ, ເຂົ້າ​ປ່າ. ຊາວ​ທ້ອງ​ຖິ່ນ ແມ່ນ​ຜູ້​ພາ​ທາງ. ໂນນ​ພູ​ຢູ່​ທີ່ນີ້ບໍ່​ສູງ​ປານ​ໃດ ສະ​ນັ້ນ ເມື່ອ​ໄປ​ລຽບ​ຕາມ​ເສັ້ນ​ທາງ​ອ້ອມ​ແອ້ມ​ພູ​ຄື​ດັ່ງ​ວິ​ທີ​ຫັດ​ກາຍ​ເທົ່າ​ນັ້ນ.”

        ຮ່​ອມ​ພູ ເມື່ອງ​ຮ​ວາ ຍາມ​ໃດ​ກໍ​ແມ່ນ​ຊື່​ເອີ້ນ​ຊື່ງ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເຕື້ອງ​ເຖິງ ເມື່ອ​ເລືອກ​ເຟັ້ນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ ຊາ​ປາ. ຖ້າ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຮ່ອມ​ພູນີ້​ຄັ້ງ​ຫນຶ່ງ ລ້ວນ​ແຕ່ບໍ່​ອາດ​ຫລົງ​ລືມ​ຄວາມ​ງາມ​ຂອງ​ຮ່ອມ​ພູ​ທີ່​ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ນີ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ