ເສັ້ນທາງຄົມມະນາຄົມທີ່ກວ້າງຂວາງຕ້ອນຮັບລະດູບານໃໝ່

(VOVWORLD) -ໂດຍໄດ້ກຳນົດທາງຄົມມະນາຄົມແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ໃນຊຸມປີທີ່ຜ່ານມາ,ແຂວງຊາຍແດນລາຍເຈົາໄດ້ລະດົມທຸກແຫຼ່ງກຳລັງເພື່ອຍົກລະດັບ, ກໍ່ສ້າງໃໝ່ບັນດາເສັ້ນທາງຄົມມະນາຄົມ. ບັນດາເສັ້ນທາງທີ່ກວ້າງຂວາງໄດ້ນຳທ້ອງຖິ່ນເຊື່ອມຕໍ່ກັບບັນດາເຂດພາກ ຊຸກຍູ້ເສດຖະກິດສັງຄົມ ປະ ກອບສ່ວນຍຸກສູງຊີວິດການເປັນຢູ່ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ
ເສັ້ນທາງຄົມມະນາຄົມທີ່ກວ້າງຂວາງຕ້ອນຮັບລະດູບານໃໝ່ - ảnh 1ນັບແຕ່ເວລາມີເສັ້ນທາງຄົມມະນາຄົມ, ການສັນຈອນໄປມາຂອງຊາວແຂວງລາຍເຈົາມີຄວາມສະດວກທີ່ສຸດ

     ຫ່າງຈາກໃຈກາງເມືອງບໍ່ຮອດ 3 ກິໂລແມັດ, ບ້ານໂຮ່ຍຮານ ຕາແສງບູນເຕີ ເມືອງເມື່ອງແຕ່ ແຂວງລາຍເຈົາ ເຄີຍຖືກຕົກຢູ່ໂດດດ່ຽວເປັນເວລາຫຼາຍປີ. ການເຊື່ອມຕໍ່ທາງຄົມມະນາຄົມກັບພາຍນອກຂອງປະຊາຊົນກໍ່ຂຶ້ນກັບສະພາບດິນຟ້າອາກາດ ຟ້າຝົນຫຼືແດດແລະພຽງອີງໃສ່ເສັ້ນທາງນ້ອຍແຄມຫ້ວຍເທົ່ານັ້ນ. ບາດລ້ຽວໃຫຍ່ ໄດ້ປາກົດຂຶ້ນເມື່ອກ່ອນນີ້ 7 ປີ ລັດໄດ້ລົງທຶນກໍ່ສ້າງຍົກລະດັບກາຍເປັນທາງເບຕົງຖາວອນ ແລະ ບັນດາຄອບຄົວເຄີຍດຳລົງຊີວິດຢູ່ຕາມເນີນພູໄດ້ເຕົ້າໂຮມມາຢູ່ໃຈກາງເມືອງເພື່ອສ້າງອາຊີບ. ທ່ານຫວ່າງປໍ໊ສື່ ນາຍບ້ານຮານຫວ່າງໃຫ້ຮູ້ວ່າ:

   “ນັບແຕ່ເວລາມີເສັ້ນທາງຄົມມະນາຄົມ, ການສັນຈອນໄປມາມີຄວາມສະດວກທີ່ສຸດ. ພໍ່ແມ່ພີ່ນ້ອງບໍ່ຕ້ອງຍ່າງຫຼາຍ. ຜະລິດອອກຜະລິດຕະພັນກະເສດ ທຸກສິ່ງທຸກຢ່າງກໍ່ລ້ວນແຕ່ຖືກຂົນສົ່ງດ້ວຍລົດໂອໂຕໄປຂາຍຢູ່ຕະຫຼາດ ອັນໄດ້ມີຄວາມສະດວກທີ່ສຸດ”.

  ເມື່ອງແຕ່ ແມ່ນເມືອງຊາຍແດນທີ່ຫ່າງໄກສອກຫຼີກປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງແຂວງລາຍເຈົາ.ພື້ນຖານໂຄງລ່າງຄົມມະນາຄົມກໍ່ແມ່ນຂົງເຂດເຊິ່ງຄະນະພັກ ອຳນາດການປົກຄອງທ້ອງຖິ່ນໄດ້ໃຫ້ບຸລິມະສິດແຖວໜ້າ. ນອກຈາກສອງເສັ້ນທາງຄົມມະນາຄົມເຊື່ອມຕໍ່ລະຫວ່າງເຂດ ແມ່ນທາງຫຼວງນັ້ນ, ເມືອງເມື່ອງແຕ່ ຫາກໍ່ສຳເລັດການກໍ່ສ້າງເສັ້ນທາງອ້ອມຮອບຊາຍແດນຕ່າປະ - ປາອູແລະທົ່ວເມືອງໃນປັດຈຸບັນມີເສັ້ນທາງຄົມະນາຄົມຊົນນະບົດທີ່ມີຄວາມຍາວ     600 ກ່ວາກິໂລແມັດ. ຕາມທ່ານຫງວຽນກວາງວິງ ຫົວໜ້າຂະແໜງເສດຖະກິດ - ໂຄງລ່າງເມືອງເມື່ອງແຕ່ແລ້ວ, ຍ້ອນຈຸດພິເສດສະເພາະຂອງເຂດພູສູງ ສະພາບພູມີສັນຖານທຸລະກັນດານ ຄ່າໃຊ້ຈ່າຍໃນການລົງທຶນຫຼວງຫຼາຍ, ໂຄງລ່າງຄົມມະນາຄົມທີ່ພວມມີຢູ່ແລ້ວຂອງທ້ອງຖິ່ນພຽງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໂດຍພື້ນຖານ ແຕ່ເມື່ອທຽບໃສ່ກ່ອນນີ້ ກໍ່ແມ່ນບາດກ້າວບຸກທະລຸອັນໃຫຍ່ຫຼວງແລ້ວ. ທ່ານຫງວຽນກວາງວິງໃຫ້ຮູ້ວ່າ:

     “ເມື່ອໄດ້ລົງທຶນກໍ່ສ້າງລະບົບທາງຄົມມະນາຄົມໄປສູ່ບັນດາໜູ່ບ້ານ, ລະດັບການພັດທະນາເສດຖະກິດສັງຄົມຂອງເມືອງເມື່ອງແຕ່ ໄດ້ຖືກຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ປັດຈຸບັນ ບັນດາຜະລິດຕະພັນກະເສດຫຼືບັນດາຜະລິດຕະພັນຂອງປະຊາຊົນໄດ້ຖືກພວກພໍ່ຄ້າຊາວຂາຍມາເກັບຊື້ຢູ່ກັບບ່ອນ ປະກອບສ່ວນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກກໍ່ຄືເພີ່ມລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າໃນບໍລິເວນເມືອງ”.

     ເຖິງວ່າແມ່ນໜຶ່ງໃນຈຳນວນທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນທົ່ວປະເທດກໍ່ຕາມ, ແຕ່ຢູ່ລາຍເຈົາໃນປັດຈຸບັນ, 100% ຈຳນວນຕາແສງກໍ່ໄດ້ມີທາງຄົມມະນາຄົມຖືກກໍ່ສ້າງເປັນທາງເບຕົງຖາວອນເຊິ່ງແລ່ນຮອດໃຈກາງ, 98% ຈຳນວນບ້ານມີທາງໃຫ້ລົດຈັກ ຍິ່ງກວ່ານັ້ນ ລົດໂອໂຕກໍ່ສາມາດແວ່ເຂົ້າໄດ້. ສະເພາະປີ 2022 ຂະແໜງຄົມມະນາຄົມທ້ອງຖິ່ນໄດ້ເລັ່ງໃສ່ສ້ອມແປງເສັ້ນທາງໃຫຍ່14 ສາຍເພື່ອຮັບປະກັນການໄປມາຂອງຍານພາຫະນະ.ທ່ານຕະດຶກຮຸ່ງ ຮອງຫົວໜ້າພະແນກຄົມມະນາຄົມຂົນສົ່ງແຂວງລາຍເຈົາໃຫ້ຮູ້ວ່າ:

         “ ພະແນກຄົມມະນາຄົມໄດ້ໃຫ້ບຸລິມະສິດເລືອກເອົາການສ້ອມແປງໜ້າທາງ, ແລ້ວກໍ່ປູຢາງສຳລັບເສັ້ນທາງໃຫຍ່ທີ່ສຳຄັນ, ບັນດາເສັ້ນທາງມີລັກສະນະເຊື່ອມຕໍ່ບັນດາເຂດ. ມາຮອກປັດຈຸບັນ ບັນດາເສັ້ນທາງຫຼວງແລະທາງແຂວງຕໍ່ແຂວງໄດ້ຖືກປູຢາງທັງໝົດແລະ ໄດ້ເປີດກວ້າງໜ້າທາງອີກ. ສ່ວນບັນດາເສັ້ນທາງໃນເມືອງມາຮອດປັດຈຸບັນມີກວ່າ 80% ຖືກປູຢາງແລະປັດຈຸບັນທາງແຂວງພວມສືບຕໍ່ຜັນຂະຫຍາຍການປູຢາງເສັ້ນທາງທີ່ຍັງເຫຼືອ”.

      ໃນຊຸມປີທີ່ຈະມາເຖິງ ບັນດາໂຄງການທາງຄົມມະນາຄົມໃຫຍ່ຂອງແຂວງລາຍເຈົາ ຈະຖືກສ້າງຂຶ້ນເປັນຮູບປະທຳຄືເສັ້ນທາງເຊື່ອມຕໍ່ກັບເສັ້ນທາງດ່ວນໂນ້ຍບ່າຍ - ລ່າວກາຍ - ລາຍເຈົາ;  ອຸໂມງທາງບົກລອດກິ່ວຮວ່າງລຽນ; ບັນດາເສັ້ນທາງເຊື່ອມຕໍ່ກັບດ່ານຊາຍແດນ... ໂຄງລ່າງຄົມມະນາຄົມຄົບຊຸດຈະສ້າງລະບົບທາງຄົມມະນາຄົມຢ່າງລຸລ່ວງເປັນກຳລັງໜູນຢ່າງແຂງແຮງເພື່ອໃຫ້ ລາຍເຈົາຫັນເປົ້າໝາຍກາຍເປັນແຂວງພັດທະນາລະດັບປານກາງໃນເຂດພູດອຍທາງພາກເໜືອໃຫ້ປາກົດຜົນເປັນຈິງໃນປີ 2030. 

ຕອບກັບ

ຂ່າວ/ບົດ​ອື່ນ