ເສັ້ນທາງໄປເຖິງ ຊາປາ ບໍ່ໄກອີກ


(vovworld)- ຊາ​ປາ ຊື່​ງ​ແມ່ນ​ແຫ່ງ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ດັ່ງ​ໃນ​ຝັນ, ນ້ຳໝອກ​ປົກ​ຄຸມ​ຕະ​ຫລອດ​ປີ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ມີ​ຊື່​ສຽງ ແລະ ເປັນ​​ໃຈກາງ​ຂອງ​ແຂວງ ລາວ​ກາຍ ແລະ ເຂດ​ໄຕ​ບັກ (ໝາຍ​ເຖິງ​ເຂດ​ຕາ​ເວັນ​ຕົກ​ສຽງ​ເຫ​ນືອ​ຂອງ ຫວຽດ​ນາມ). ກ່ອນນີ້, ຈາກ​ຮ່າ​ໂນ້ຍ​ໄປລາວ​ກາຍ-ຊາ​ປາ ດ້ວຍ​ລົດ​ໂອ​ໂຕ ຫລື​ ລົດ​ໄຟ​ ນັກ​ທ່ອງ​ທ່ຽວ​ກໍ່ຕ້ອງ​ເສຍ​ເວ​ລາມື້​ຫນຶ່ງ. ​ແຕ່ປະ​ຈຸ​ບັນ ດ້ວຍເສັ້ນ​ທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ລາວ​ກາຍ ​ນັກ​ທ່ອງ​ທ່ຽວ​ໄປຊາ​ປາ ມີ​ແຕ່​ເສຍ​ເວ​ລາພຽງ 3 ຊົ່ວ​ໂມງ​ເຄິ່ງ​ເທົ່າ​ນັ້ນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ ທີ່​ພາດ​ຫົວ​ເລື່ອງວ່າ:  ເສັ້ນ​ທາງ​ໄປ​ເຖິງ ຊາ​ປາ ບໍ່​ໄກ​ອີກ

 

ເສັ້ນທາງໄປເຖິງ ຊາປາ ບໍ່ໄກອີກ - ảnh 1
ຊາ​ປາ ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ຫວຽດ​ນາມ
ພາບ:ivivu.com

        ເສັ້ນ​ທາງ​ຄວາມ​ໄວ​ສູງ ໂນ້ຍ​ບາຍ - ລາວ​ກາຍ ມີ​ຄວາມ​ຍາວ​ 245 ກິ​ໂລ​ແມັດ, ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ແຕ່​ເດືອນ 9/2014. ເສັ້ນ​ທາງນີ້ ໄປ​ຜ່ານ 5 ແຂວງ ແລະ ນະ​ຄອນຄື: ຮ່າ​ໂນ້ຍ, ຫວີງ​ຟ​ຸກ, ຟູ​ທໍ້, ອຽນ​ບາຍ ແລະ ລາວ​ກາຍ. ນີ້​ແມ່ນ​ເສັ້ນ​ທາງ​ຄວາມ​ໄວ​ສູງທີ່​ມີ​ຂະ​ຫນາດ​ໃຫຍ່ກວ່າ​ໝູ​ູ່, ຍາວກວ່າ​ໝູ່ ແລະ ທັນ​ສະ​ໄຫມ​ທີ່​ສຸດ​ຢູ່​ຫວຽດ​ນາມ. ເສັ້ນ​ທາງ​ຄວາມ​ໄວ​ສູງ ໂນ້ຍ​ບາຍ - ລາວ​ກາຍ ຖືກນຳ​ເຂົ້າ​ເຄື່ອນ​ໄຫວ ໄດ້​ສ້າງ​ຄວາມ​ສະ​ດວກໃຫ້​ຜູ້​ນິ​ຍົມ​ໄປ​ທ​່ອງ​ທ່ຽວພິ​ເສດ​ແມ່ນ​ໄປ​ທ່ອງ​ທ່ຽວຊາ​ປາ ແລະ ຄົ້ນ​ຫາ​ທັດ​ສະ​ນີ​ຍະ​ພາບ​ຢູ່ໄຕ​ບັກ.

        ຖ້າ​ຂີ່​ລົດ​ໂອ​ໂຕ​ຈາກ ຮ່າ​ໂນ້ຍ ​ໄປ ຊາ​ປາ, ນັກ​ທ່ອງ​ທ່ຽວຈະໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍງາມ​ຂອງ​ເຂດ ໄຕ​ບັກ. ບໍ່​ຄື​ບັນ​ດາ​ເສັ້ນ​ທາງ​ເກົ່າ​. ກ່ອນນີ້, ຈາກ​ຮ່າ​ໂນ້ຍ​ໄປ​ລາວ​ກາຍ ຕ້ອງ​ໄປລຽບ​ຕາມ​​ເນີນ​ພູ, ສ່ວນເສັ້ນ​ທາງ​ຄວາມ​ໄວ​ສູງ ໂນ້ຍ​ບາຍ ລາວ​ກາຍ ປະກອບ​ດ້ວຍ​ 4 ລານ, ທະ​ລຸ​ຜ່ານ​ພູ, ໄປ​ຍັງ​ລາວ​ກາຍ. ລຽບ​ຕາມ​ເສັ້ນ​ທາງ​ນີ້ ທ່ານ​ຈະ​ເຫັນ​ປ່​າ​ໄມ້​ທີ່​ຂຽວ​ສົດ​ງົດ​ງາມ ແລະ ທົ່ງ​ນາ​ທີ່ກວ້າງ​ໃຫຍ່. ທິ​ວ​ທັດ​ທຳ​ມະ​ຊາດ​​ສະ​ຫງົບ​ງຽບ, ອາ​ກາດ​ປອດ​ໂປ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ, ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ມາ​ຢ້ຽມ​ຢາມ ຊາ​ປາ. ອ້າຍ ຫງວຽນ​ຫາຍ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ກ່ອນນີ້ ເມື່ອ​ເດີນ​ທາງ​​ຜ່ານ​ບັນ​ດາ​ເສັ້ນ​ທາງເກົ່າ​​ໄປໄຕ​ບັກ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ຫ່ວງ​ກັນ​ວົນ​​ທີ່​ສຸດ. ປະ​ຈຸ​ບັນ ​ເສັ້ນ​ທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ລາວ​ກາຍ​ໄດ້ສ້າງ​ຄວາມ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຄື​ພວກ​ຂ້າ​ພະ​ເຈົ້າ ແລະ ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ນັ້ນ​ແມ່ນ​​ນັກ​ທ່ອງ​ທ່ຽວໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ​ລຽບ​ຕາມ​ສອງ​ຟາກ​ທາງ.”

        ເມື່ອ​​ເດີນ​ທາງ​ຈາກ ຮ່າ​ໂນ້ຍ ​ໄປຊາ​ປາ ບໍ່​ຕ້ອງ​ເສຍ​ເວ​ລາ​ຫລາຍ​ຄື​ກ່ອນນີ້, ດັ່ງ​ນັ້ນນັກ​ທ່ອງ​ທ່ຽວ​​ຈະ​ມີ​ເວ​ລາ​ຕື່ມ​ອີກ​ເພື່ອ​ຄົ້ນ​ຫາ​ທັດ​ສະ​ນີ​ຍະ​ພາບ ແລະ ​ການ​ດຳ​ລົງ​ຊີ​ວິດ​ຂອງຊາວ​ຊົ​ນ​ເຜົ່າ​ຢູ່​ເຂດ ໄຕ​ບັກ. ທ່ານ ຫງວຽນ​ຮົ່ງ​ທັງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ Sunline Travel ໃຫ້​ຮູ້​ວ່າ: ເມື່ອ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ຮ່າ​ໂນ້ຍ - ລາວ​ກາຍ, ​​ນຳ​ເຂົ້າ​ເຄື່ອນ​ໄຫວ, ຈຳ​ນວນນັກ​ທ່ອງ​ທ່ຽວໄປ​ຢ້ຽມ​ຢາມ ຊາ​ປາ ກໍ່ຫລາຍກວ່າ ເພາະ​ວ່າ ນັກ​ທ່ອງ​ທ່ຽວ​ປະ​ຢັດ​ເວ​ລາ ໄດ້ 6 ຊົ່ວ​ໂມງ.

        “ເມື່ອ​ເສັ້ນ​ທາງ ຮ່າ​ໂນ້ຍ - ລາວ​ກາຍ ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ ນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ສຳ​ພັດ​ກັບ 6 ແຂວງ​ຢູ່​ເຂດ ໄຕ​ບັກ. ກ່ອນນີ້ ຂີ່​ລົດ​ໄຟຕ້ອງ ​ເສຍເວ​ລາຫລາຍກວ່າ, ຄ່າ​ເດີນທາງ​ກໍ່ຫລາຍກວ່າ. ປະ​ຈຸ​ບັນ​ມີເສັ້ນ​ທາງ​ຄວາມ​ໄວ​ສູງໄດ້ ຄວາມ​ສະ​ດວກ​ຫລາຍ​ຢ່າງ ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​, ພິ​ເສດສຳລັບຜູ້ບໍ່​ມີ​ເວ​ລາ​ຫລາຍ.”

 

ເສັ້ນທາງໄປເຖິງ ຊາປາ ບໍ່ໄກອີກ - ảnh 2
ທິ​ວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຢູ່​ ຊາ​ປາ
ພາບ:internet

        ​ປະ​ຈຸ​ບັນ ໃນ​ສາຍ​ຕາ​ຂອງ​ນັກ​ທ່ອງ​ທ່ຽວ, ຊາປາ ຄື​ວ່າບໍ່​ໄກ​ຄື​ກ່ອນນີ້​ອີກ. ເສັ້ນ​ທາງ​ຄວາມ​ໄວ​ສູງ ໂນ້ຍ​ບາຍ - ລາວ​ກາຍ ໄດ້​ສ້າງ​ຄວາມ​ສະ​ດວກ​ຫລາຍ​ຢ່າງ​ໃຫ້​​ແກ່​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ ຊາ​ປາ. ທ່ານ ເລ​ແອງ​ດ້າຍ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ສາ​ກົນ ບີງ​ມີງ ໃຫ້​ຮູ້​ວ່າ: ນັບ​ແຕ່​ເສັ້ນ​ທາງ​ຄວາມ​ໄວ​ສູງຖືກນຳ​ເຂົ້າ​ເຄື່ອນ​ໄຫວ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ ຊາ​ປາ ກໍ່ເພີ່ມ​ຂຶ້ນ​ຢ່າງກະ​ໂດດ​ຂັ້ນ.

        “ປະ​ຈຸ​ບັນ ​ແຕ່​ລະ​ສັບປະດາ ຈຳ​ນວນ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຢາມ ຊາ​ປາ ກໍ່ຫລາຍ ກວ່າ. ​ອຳ​ນາດ​ການ​ປົກ​ຄອງ ຊາ​ປາ ໄດ້​ກະ​ກຽມ​ພື້ນ​ຖານ​ໂຄງ​ລ່າງ, ໂຮງ​ແຮມ, ບ່ອນ​ຈອດ​ລົດ ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ. ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຢູ່ ຊາ​ປາ ກໍ່ຜັດ​ປ່ຽ​ນ​ກັນ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ.”

 

        ຊາ​ປາ ຕັ້ງ​ຢູ່​ເຂດ​ພ​ູ ​ທີ່ມີ​ຄວາມ​ສູງ​ເກືອບ 2000 ແມັດ ເມື່ອ​ທ​ຽບ​ໃສ່​ຫ​ນ້າ​ນ້ຳ​ທະ​ເລ, ສະ​ນັ້ນ, ​​ເມື່ອຍາມ​ຫ​ນາວ​ວຽນ​ມາ, ຖ້າ​ເປີດ​ປ່ອງຢ​້ຽມ​​​ໃນ​ຕອນ​ເຊົ້າ ​ ​ທ່ານຈະ​ເຫັນນ້ຳ​ໝອກ​ທີ່​ງາມ​ຕາ​​ພັດ​ເຂົ້າ​. ​ຍາມ​ຄ່ຳ​ຄືນ ນ້ຳ​ໝອກກໍ່​ປົກ​ຄຸມ​​ໄປທົ່ວ​ທຸກ​ຖະ​ຫ​ນົນ​ຫົນ​ທາງ ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຊາ​ປາ ບໍ່​ອາດ​ຫລົງ​ລືມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ