ແຂວງ ບິ່ງເຢືອງ ມຸ່ງໄປສູ່ກາຍເປັນຕົວເມືອງອັດສະລິຍະ

(VOVWORLD) -ແຂວງ ບິ່ງເຢືອງ ຂຶ້ນກັບເຂດທາງທິດຕາເວັນອອກພາກໃຕ້, ນອນໃນເຂດເສດຖະກິດຈຸດສຸມພາກໃຕ້ ຫ່າງຈາກນະຄອນໂຮ່ຈີມິນ 30 ກິໂລແມັດ ໄປທາງທິດຕາເວັນອອກສ່ຽງເໜືອ. ນີ້ແມ່ນໜຶ່ງໃນບັນດາທ້ອງຖິ່ນ ທີ່ຂະຫຍັນຂັນເຄື່ອນກວ່າໜູ່ ໃນທົ່ວປະເທດ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ເອື້ອອຳນວຍຄວາມສະດວກ ແລະ ດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ. ປັດຈຸບັນ, ແຂວງ ບິ່ງເຢືອງ ພວມກໍ່ສ້າງນະຄອນເປັນທັນສະໄໝ, ມຸ່ງໄປສູ່ກາຍເປັນຕົວເມືອງອັດສະລິຍະ
ແຂວງ ບິ່ງເຢືອງ ມຸ່ງໄປສູ່ກາຍເປັນຕົວເມືອງອັດສະລິຍະ - ảnh 1ການປະຊຸມຂ່າວປະກາດແຜນຮ່າງນະຄອນອັດສະລິຍະ ບິງເຢືອງ 

ເມືອງເອກຂອງແຂວງ ບິ່ງເຢືອງ ແມ່ນນະຄອນ ທູເຢົ່າໂໝດ. ພາຍຫຼັງກວ່າ 30 ປີແຫ່ງການປ່ຽນແປງໃໝ່, ໂສມໜ້າຂອງແຂວງ ບິ່ງເຢືອງ ໄດ້ນັບມື້ນັບມີການປ່ຽນແປງ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ມີຫຼາຍເຂດອຸດສະຫະກຳທີ່ທັນສະໄໝ ໄດ້ຮັບການປຸກສ້າງ ແລະ ໄດ້ເສີມຂະຫຍາຍປະສິດທິຜົນດີ. ມາຮອດປັດຈຸບັນ, ແຂວງ ບິ່ງເຢືອງ ໄດ້ດຶງດູດເກືອບ 3.400 ໂຄງການລົງທຶນຂອງຕ່າງປະເທດ ດ້ວຍຍອດທຶນຈົດທະບຽນ 30 ຕື້ກວ່າ ໂດລາສະຫະລັດ. ແຂວງ ບິ່ງເຢື່ອງ ແມ່ນແຂວງທີ່ມີຈຳນວນເງິນລົງທຶນ ຂອງຕ່າງປະເທດຢືນອັນດັບທີສາມ ໃນທົ່ວປະເທດ ຖັດຈາກພຽງນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ຮ່າໂນ້ຍເທົ່ານັ້ນ. ນີ້ແມ່ນບັນດາເງື່ອນໄຂທີ່ສຳຄັນ ເພື່ອໃຫ້ແຂວງ ບິ່ງເຢືອງ ມຸ່ງໄປສູ່ການກໍ່ສ້າງນະຄອນອັດສະລິຍະ. ໂດຍໄດ້ຮັບການເຊັນອະນຸມັດ ຢ່າງເປັນທາງການ ໃນວັນທີ 21 ພະຈິກ 2016, ແຜນຮ່າງນະຄອນອັດສະລິຍະ ບິ່ງເຢືອງ ປຽບເໝືອນຍຸດທະສາດ ພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຖິງປີ 2021, ວິໄສທັດເຖິງປີ 2030. 5 ເປົ້າໝາຍຈຸດສຸມຂອງແຜນຮ່າງລວມມີ: ຍົກສູງຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດ; ການວາງແຜນຜັງຕົວເມືອງສີວິໄລທັນສະໄໝ; ພັດທະນາການບໍລິການທີ່ນຳໃຊ້ພູມປັນຍາສູງ; ປຸກລະດົມບັນດາແຫຼ່ງກຳລັງເພື່ອພັດທະນາ; ກໍ່ສ້າງເຄື່ອງໝາຍການຄ້າ ແລະ ລາຍການແນະນຳສິນຄ້າລະດັບສາກົນ. ທ່ານ ມາຍຮຸ່ງຢຸງ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງ ບິ່ງເຢືອງ, ຫົວໜ້າຄະນະບໍລິຫານ ນະຄອນອັດສະລິຍະ ບິ່ງເຢື່ອງ ໃຫ້ຮູວ່າ : 

    “ໃນແຜນຮ່າງນະຄອນອັດສະລິຍະ, ພວກຂ້າພະເຈົ້າໄດ້ມີ 50 ກິດຈະກຳເຄື່ອນໄຫວລະອຽດ. ໃນປີ 2018 ນີ້, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍ 14 ກິດຈະກຳເຄື່ອນໄຫວ. ບັນດາການເຄື່ອນໄຫວນີ້ ມີສ່ວນກ່ຽວຂ້ອງເຖິງ ບັນດາການນຳໃຊ້ເຕັກໂນໂລຊີ, ກ່ຽວຂ້ອງເຖິງການປະສານສົມທົບ ລະຫວ່າງລັດ-ສະຖາບັນ, ໂຮງຮຽນ-ວິສາຫະກິດ, ພ້ອມທັງກ່ຽວຂ້ອງເຖິງ ການຊຸກຍູ້ການພັດທະນາ ການຜະລິດ ດຳເນີນທຸລະກິດຢູ່ແຂວງ ບິ່ງເຢື່ອງ, ອັນໄດ້ສ້າງກາລະໂອກາດ ໃຫ້ຜູ້ອອກແຮງງານ ໄດ້ນຳໃຊ້ວິທະຍາສາດ ເຕັກໂນໂລຊີຫຼາຍກວ່າ”.

    ປັດຈຸບັນ ແຂວງ ບິ່ງເຢື່ອງ ພວມຮຽນຮູ້ໂດຍມີການເລືອກເຟັ້ນ ກ່ຽວກັບຮູບແບບນະຄອນອັດສະລິຍະ ຂອງນະຄອນ ອິນໂດແວນ ຂອງໂຮນລັງ. ລົງນາມໃນສັນຍາຮ່ວມມືກັບນະຄອນ ອິນໂດແວນ ນັບແຕ່ປີ 2015, ດັ່ງນັ້ນ ແຂວງ ບິ່ງເຢືອງ ໄດ້ຮັບການຊ່ວຍໜູນຢ່າງຕັ້ງໜ້າ ຈາກນະຄອນ ອິນໂດແວນ ໃນການສ້າງແຜນຮ່າງນະຄອນອັດສະລິຍະ, ເປັນຕົ້ນແມ່ນການກໍ່ບັນດາ ຫ້ອງທົດລອງທີ່ທັນສະໄໝ ຢູ່ຕາມມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ. ແຂວງ ບິ່ງເຢື່ອງ ພວມມຸ່ງໄປສູ່ກາຍເປັນສະຖານທີ່ລົງທຶນຂອງບັນດາຂະແໜງອຸດສະຫະກຳ ທີ່ນຳໃຊ້ເຕັກໂນໂລຊີສູງ; ຍາມໃດກໍ່ມີການປ່ຽນແປງໃໝ່, ປະດິດຄິດສ້າງ ແນໃສ່ນຳຊີວິດທີ່ສີວິໄລ ແລະ ທັນສະໄໝມາສູ່ປະຊາຊົນ. ທ່ານຫງວຽນວັນຮຸ່ງ, ຜູ້ອຳນວຍການໃຫ່ຍບໍລິສັດໃຫ່ຍ ເບກາເມັກ  IDC ແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ: 

    “ຕາມການຊິ້ນຳຂອງແຂວງ ບິ່ງເຢື່ອງ, ພວກຂ້າພະເຈົ້າສືບຕໍ່ກໍ່ສ້າງ ເຂດອຸດສະຫະກຳວິທະຍາສາດ ເຕັກໂນໂລຊີ ເພື່ອເຮັດແນວໃດສາມາດຮັບປະກັນ ໃຫ້ແກ່ບັນດານັກລົງທຶນ ທີ່ນຳໃຊ້ເຕັກໂນໂລຊີສູງ, ນຳມາເຊິ່ງມູນຄ່າເພ່ີມສູງກວ່າເກົ່າ. ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອຕອບສະໜອງຄວາມຕ້ອງການໃໝ່ນັ້ນ, ນີ້ກໍ່ຕ້ອງແມ່ນເຂດອຸດສະຫະກຳທີ່ສຳຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ”.

    ເພື່ອມຸ່ງໄປສູ່ການສ້າງເປັນນະຄອນອັດສະລິຍະ ແຂວງ ບິ່ງຢື່ອງ ໄດ້ເອົາໃຈໃສ່ເຖິງວິໄສທັດທີ່ຍາວໄກ, ສ້າງບາດກ້າວບຸກທະລຸ ປ່ຽນແປງໃໝ່ຢ່າງຮອບດ້ານ, ໃນນັ້ນຖືເອົາມະນຸດແມ່ນຈຸດໃຈກາງ. ທາງແຂວງເອົາໃຈໃສ່ລົງທຶນ ແລະ ສຶກສາ ແລະ ບຳລຸງສ້າງ, ປະຕິຮູບການບໍລິຫານ, ໃຫ້ບຸລິມະສິດສຳລັບຜູ້ເກັ່ງກ້າສາມາດ. ອຳນາດການປົກຄອງທ້ອງຖິ່ນ ໄດ້ມີຄວາມເອົາໃຈໃສ່ເປັນພິເສດ, ຮ່ວມເດີນທາງພ້ອມກັບວິສາຫະກິດ. ທ່ານ ເຈິ່ນແທັງລຽມ ປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ: 

      “ການນຳແຂວງ, ບັນດາຂະແໜງການຂັ້ນຕ່າງໆ ຍາມໃດກໍ່ຮ່ວມເດີນທາງ ແລະ ສະໜິດຕິດພັນກັບວິສາຫະກິດ. ການນຳແຂວງ ຍາມໃດກໍ່ຮັບຟັງຄຳຄິດຄຳເຫັນ, ຊອກຮູ້, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຢ່າງທັນການ ກໍ່ຄືແກ້ໄຂບັນດາຂໍ້ສະເໜີແນະ ຂອງວິສາຫະກິດ ເພື່ອສ້າງເງື່ອນໄຂສະດວກທີ່ສຸດ ໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນເຄື່ອນໄຫວ ຢ່າງມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ