ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກິດຈະກຳສິລະປະສະຖາປັດຕະຍະກຳປະຫວັດສາດ


(vovworld)- ໂດຍ​ຕັັ້ງ​ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​, ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ ຝ​ລັັ່ງ ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖ​າ​ນທີ່​ລື​ຊື່ ດ້ວຍ​ຫຼາຍເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ຂອງ​ປະ​ເທດ​ຖືກ​ຈັດ​ຂຶ້ນ​ຢູ່​ທີ່ນີ້. ໃນ​ໄລ​ຍະກວ່າ​ສັດ​ຕະ​ວັດ​ຜ່ານ​ມາ, ກິດ​ຈະ​ກຳ​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ໄດ້​ກາຍ​ເປັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ຮ່າ​ໂນ້ຍ ແລະ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມເປັ​ນ​ຈຳ​ນວນ​ຫລວງ​ຫລາຍ.

ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກິດຈະກຳສິລະປະສະຖາປັດຕະຍະກຳປະຫວັດສາດ - ảnh 1
​ໂຮງ​ລະ​ຄອນ​ໃຫ​ຍ່ ຮ່າ​ໂນ້ຍ
ພາບ:ອິນ​ເຕີ​ແນດ

        ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ຖືກ​ຕັັ້ງ​ຢູ່​ຕອນ​ທ້າຍ​ຂອງ​ຖະ​ຫນົນ ຈາງ​ຕຽນ ​ໃນເຂດ​ໃຈ​ກາງ​ນະ​ຄອນ ​ແລະ ຫ​່າງ​ຈາກ ຫ​ນອງ​ໂຮ່​ເກືອມ​ປະ​ມານກວ່າ 200 ແມັດ. ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ນັກ​ສະ​ຖາ​ປາ​ນິກ ຍີ່​ປຸ່ນ ວ່າ ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ສວຍ​ງາມກວ່າ​ໝູ່ຢ​ູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້. ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ປີ 1901 ແລະ ​ໄດ້​ກໍ່ສ້າງສຳ​ເລັດ​ໃນ​ປີ 1911 ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ນັກ​ວິ​ສາ​ວະ​ກອນ​ຝ​ລັັ່ງ Travary ແລະ  Savelon. ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ຂອງ​ໂຮງ​ລະ​ຄອນ Opera Garnier ຢູ່ ປາ​ຣີ ສະ​ນັ້ນ ເວ​ທີ​ສາ​ແດງ, ຂັ້ນ​ໄດ​, ທາງ​ເຂົ້າ… ລ້ວນ​ແຕ່​ຄ້າຍ​ຄື​ບັນ​ດາ​ໂຮງ​ລະ​ຄອນ​ຢູ່ ເອີ​ລົບ ໃນ​ຕົົ້ນ​ສັດ​ຕະ​ວັດ​ທີ 20. ໂຮງ​ລະ​ຄອນ​ໃຫຍ່ ມີ​ເນື້ອ​ທີ່ 2600 ຕາ​ແມັດ, ​ຍາວ 87 ແມັດ, ​ກວ້າງ 30 ແມັດ ແລະ​ສູງ 34 ແມັດ. ເບື້ອງ​ຫນ້າ​ຂອງ ໂຮງ​ລະ​ຄອນ​ໃຫຍ່ ມີ​ຂັັ້ນ​ໄດ​ທີ່ກວ້າງ​ຂວາງ. ບັນ​ດາ​ນັກ​ອອກ​ແບບ​ກິດ​ຈະ​ກຳ​ນີ້ ໄດ້​ຊອກ​ຫາ​ທາບ​ທາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ເກຼັກ ບູ​ຮານ ເພື່ອກໍ່​ສ້າງ​ເປັນໂຮງ​ລະ​ຄອນ​ໃຫຍ່ທີ່​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພິ​ເສດນີ້. ຢູ່​ທາງ​ໃນ​ຂອງ ໂຮງ​ລະ​ຄອນ​ໃຫຍ່, ມີ​ເວ​ທີ​ສະ​ແດງກວ້າງ​ໃຫຍ່ ແລະ ຫ້ອງ​​ໃຫຍ່ດ້ວຍ​ 870 ບ່ອນ​ນັ່ງ. ສ​່ວນ​ຊັັ້ນ 2 ແລະ ຊັັ້ນ 3 ມີ​ເຂດ​ສະ​ຫງວນສະ​ເພາະ​ໃຫ້​ແກ່​ແຂກ​ຜູ້​ມີ​ກຽດ ແລະ ຄອບ​ຄົວ. ເບື້ອງ​ຫລັງ​ຂອງ​ໂຮງ​ລະ​ຄອນ​ໃຫຍ່ ແມ່ນ​ບັນ​ດາ​ຫ້ອງ​ຄຸ້​ມ​ຄອງ​ບໍ​ລິ​ຫານ, ຫ້ອງ​ຂອງ​ນັກ​ສະ​ແດງ, ຫ້ອງ​​​ເຝິກ​ຮ້ອງ​ເພງ, ຫ​ໍ​ສະ​ໝຸດ ແລະ ຫ້ອງ​ປະ​ຊຸມ. ນອກນັ້ນ ຢູ່​ຊັັ້ນ 2 ຍັງ​ມີ​ຫ້ອງ​ຫນຶ່ງທີ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງສວຍ​ງາມ ເພື່ອ​ຈັດ​ການ​ປະ​ຊຸມ ແລະ ງານ​ລ້ຽງ​ສຳ​ຄັນ.

ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກິດຈະກຳສິລະປະສະຖາປັດຕະຍະກຳປະຫວັດສາດ - ảnh 2

        ໂຮງ​ລະ​ຄອນ​ໃຫຍ່ຮ່າ​ໂນ້ຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພົ້ນ​ເດັ່ນ​ຂອງ​ຮ່າ​ໂນ້ຍ. ປີ 1997 ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ປະ​ຊາ​ຄົມ​ບ​ັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ລັ່ງ ທີ່​ຈັດ​ຕັ້ງ​ຂຶ້ນ​ຢູ່ ຫວຽດ​ນາມເປັນ​​ເທື່ອທຳ​ອິ​ດ​, ໂຮງ​ລະ​ຄອນ​ໃຫຍ່ ໄດ້​ຮັບ​ການ​ປ​ະ​ຕິ​ສັງ​ຂອນ​ເພື່ອ​ຮັບ​ໃຊ້​ກອງ​ປະ​ຊຸມ. ນັກ​ສະ​ຖາ​ປາ​ນິກ ຮ່​ວາງ​ດ໋າວ​ກີງ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ້​ທີ່​ໄດ​້​ຮັບ​ມອບ​ໝາຍ​ປະ​ຕິບ​ບັດ​ຫນ້າ​ທີ່​ສຳ​ຄັນ​ນີ້​ໃຫ້​ຮູ້​ວ່າ: ເລື່ອງ​ປະ​ຕິ​ສັງ​ຂອນ ໂຮງ​ລະ​ຄອນ​ໃຫຍ່ ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ທ່ານ​ເອງ ແລະ ບັນ​ດາ​ຜູ້​ຮ່ວມ​ງານ.

        “ໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່ ຫວຽດ​ນາມ ບໍ່ມີ​ກິດ​ຈະ​ກຳແຫ່ງໃດ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ທາດ​ໂລ​ຫະ​ທີ່​ສວຍ​ງາມ ແລະ ລະ​ອຽດ​ລະ​ອໍ​ຄ​ື​ຢູ່​ ໂຮງ​ລະ​ຄອນ​ໃຫຍ່ຮ່າ​ໂນ້ຍ ສະ​ນັັ້ນ ເລື່ອງ​ປະ​ຕິ​ສັງ​ຂອນ​ແມ່ນ​ຍາກ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເຫນີ​ບັນ​ດາ​ບໍ​ລິ​ສັດ​ຂອງ​ຝ​ລັ່ງ ເຂົ້າ​ຮ່ວມ​ການ​ປະ​ຕິ​ສັງ​ຂອນ ແຕ່​ລາຍ​ຈ່າຍ​ພັດ​ຫຼາຍ​ໂພດ​ແມ່ນ 2,3 ລ້ານ USD, ສະ​ນັ້ນຕ້ອງອີງ​ໃສ່​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ຫວຽດ​ນາມ ເທົ່າ​ນັ້ນ. ສຸດ​ທ້າຍ ບັນ​ດາ​ນາຍ​ຊ່າງ ຫວຽດ​ນາມ ກໍ​ປະ​ຕິ​ບັດ​​ສຳ​ເລັດການ​ປະ​ຕິ​ສັງ​ດ້ວຍ​ລາຍ​ຈ່າຍຖືກກວ່ານັ້ນ​ແຕ່ 4-5 ເທົ່າ. ​ເມື່ອບັນ​ດາ​ຜູ້​ຊ່ຽວ​ຊານ ຝ​ລັ່ງ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເຂົາ​ເຈົ້າ​ກໍ​ຕີ​ລາ​ຄາ​ສູງ​ສມື​ຂອງ​ນາຍ​ຊ່າງ ຫວຽດ​ນາມ ແລະ ເຄົາ​ລົບ​ນັບ​ຖື​ທີ່​ສຸດ.”

        ສິ່ງ​​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈໜຶ່ງ​ອີກ ນັ້ນ​ແມ່ນ ບັນ​ດາ​ຜູ້​ຮັບ​ຫນ້າ​ທີ່​ປະ​ຕິ​ສັງ​ຂອນ ໂຮງ​ລະ​ຄອນ​ໃຫຍ່ ກໍ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ສັງ​ຂອນ​ຫລັງ​ຄາ​ກົ່ງຂອງ ໂຮງ​ລະ​ຄອນ​ໃຫຍ່ດ້ວຍ​ການນຳ​ໃຊ້​ຫິນ​ຢູ່​ແຂວງ ລາຍ​ເຈົາ ຂອງ​ຫວຽດ​ນາມ ​ແທນ​ໃຫ້​ດິນ​ຂໍ​ທີ່ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ. ນອກຈາກ​ຄຸນ​ຄ່າ​​ເປັນ​ກິດ​ຈະ​ກຳ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແລ້ວ, ໂຮງ​ລະ​ຄອນ​ໃຫຍ່ ຍັງ​ແມ່ນ​ສະ​ຖານ​ທີ່​ສະ​ແດງ​​ສິ​ລະ​ປະ​ ແລະ ແມ່ນ​ສະ​ຖານ​ທີ່​ທີ່ຂາດບໍ່​ໄດ້​ໃນລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ຮ່າ​ໂນ້ຍ.  ທ່ານ ຫງວຽນ​ກົງ​ເກື່ອງ, ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ໃຫ້​ຂໍ້​ສ​ັງ​ເກດ​ວ່າ:

ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກິດຈະກຳສິລະປະສະຖາປັດຕະຍະກຳປະຫວັດສາດ - ảnh 3

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ສະ​ຖາ​ປັດ​ຕະ​ຍະ​ກຳ ໂຮງ​ລະ​ຄອນ​ໃຫຍ່ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ໂຮງ​ລະ​ຄອນ Opera ຂອງ​ຝ​ລັ່ງ. ໂດຍ​ຕັ້ງ​ຢູ່​ໃຈ​ກາງ​ສະ​ຫນາມ​ຫລວງ​ທີ່ກວ້າງ​ໃຫຍ່ ຢູ່​ອ້​ອມ​ແອ້ມ​ແມ່ນບັນ​ດາ​ຫລັງ​ຄາ​ເຮືອນ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ​ລັ່ງ ສະ​ນັ້ນ  ໂຮງ​ລະ​ຄອນ​ໃຫຍ່ ຍິ່ງ​ສວຍ​ງາມ ແລະ ພົ້ນ​ເດັ່ນ​ທີ່​ສຸດ.”

        ສຳ​ລັບ​ປະ​ຊາ​ຊົນ​ຫວຽດ​ນາມ​ແລ້ວ, ໂຮງ​ລະ​ຄອນ​ໃຫຍ່ ແລະ ສະ​ຫນາມ​ຫລວງ​ປະ​ຕິ​ວັດ​ເດືອນ ສິງ​ຫາ ຕໍ່ຫນ້າ​ ໂຮງ​ລະ​ຄອນ​ໃຫຍ່ ແມ່ນ​ສະ​ຖານ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ວັນ​ທີ 19/8/1945 ຢູ່​ທີ່ນີ້ ໄດ​້​ດຳ​ເນີນ​ງານ​​ໂຮມຊຸມ​ນຸມ​ຄັັ້ງ​ໃຫຍ່​ຂອງ​ປະ​ຊາ​ຊົນ ຮ່າ​ໂນ້ຍ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ງານ​​ໂຮມຊຸມ​ນຸມ​ທີ່​ສະ​ຫນາມ​ຫລວງ ໄດ້​ບຸກ​ເຂົ້າ ຝູ​ເຄີມຊາຍ ເພື່ອ​ຢືດ​ອຳ​ນາດ​ການ​ປົກ​ຄອງ​, ສ້າງເປັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ຍາດ​ເອົາ​ເອ​ກະ​ລາດ​ເສ​ລີ​ພາບ​ມາໃຫ​້​​ປະ​ເທດ​ຊາດ. ປະ​ຈຸ​ບັນ ໂຮງ​ລະ​ຄອນ​ໃຫຍ່ ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ, ງານ​​ໂຮມຊຸມ​ນຸມ​ທີ່​ສ​ຳ​ຄັນ ແລະ ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງກອງ​ສິ​ລະ​ປະ​ກອນ​ຕ່າງໆ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

        ດ້ວຍ​ບັນ​ດາ​ຄຸນ​ຄ່ານັ້​ນ​ເອງ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍຈຶ່ງ​ການ​ເປັນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທ​ີ່​ພົ້ນ​ເດັ່ນ, ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ