ໂຮງລະຄອນໃຫຍ່ນະຄອນ-ສັນຍາລັກຂອງນະຄອນໂຮ່ຈິມີນ


(vovworld)- ຖ້າ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈິ​ມີນ, ນັກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳຊື່ງ​ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສະ​ໄຫມ​ຝ​ລັ່ງ​ຢູ່ ໄຊ​ງ່ອນ​ໃນ​ເມື່ອ​ກ່ອນ. ໂຮງ​ລະ​ຄອນ​ໃຫຍ່ ນະ​ຄອນ ໂຮ່​ຈິ​ມີນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກິ​ດ​ຈະ​ກຳ​ເຫລົ່າ​ນັ້ນ. ບໍ່​ພຽ​ງ​ແຕ່​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ ວັດ​ທະ​ນະ​ທຳ ​ທີ່ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ຂອງ​ນະ​ຄອນ​ເທົ່າ​ນັ້ນ, ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ຍັງ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ສວຍ​ງາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ອີກ​ດ້ວຍ. ໃນ​ລາ​ຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ພາກນີ້ ເຊີນ​ທ່ານ​ຮັບ​ຟັງ​ບົດ​​ຂຽນຂອງ​ນັກ​ຂ່າວ ໂຕ​ຕວນ​ທີ່ມ​ີ​ຫົວ​ຂໍ້​ວ່າ: ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ-ສັນ​ຍາ​ລັກ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ.

ໂຮງລະຄອນໃຫຍ່ນະຄອນ-ສັນຍາລັກຂອງນະຄອນໂຮ່ຈິມີນ - ảnh 1
ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ
ພາບ:internet

        ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ, ຫລື​ເອີ້ນ​ວ່າ ໂຮງ​ລະ​ຄອນໃຫຍ່​ນະ​ຄອນ, ​ຖືກຕັ້ງຢູ່​ຖະ​ຫນົນ ດົງ​ເຂີຍ, ເມືອງ 1 ນະ​ຄອນ ໂຮ່​ຈິມ​ີນ. ເຖິງວ່າ ມີ​ອາ​ຍຸກວ່າ​ຮ້ອຍ​ປີແລ​້ວ​ກໍ​ຕາມ ແຕ່​ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ເກົ່າ​ແກ່​ ​ໄວ້. ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ ໄດ້​ເລີ່ມລົງ​ມືກໍ່​ສ້າງເມື່ອ​ປີ 1898 ແລະ ສຳ​ເລັດໃນວັນ​ທີ 1/1/1900.  ການ​ອອກ​ແບບ​ຂອງ​ໂຮງ​ລະ​ຄອນ ແມ່ນ​ຕາມ​​ສະ​ຖາ​ປັດ​ຕະ​ຍະ​ກຳ Gothique ຊື່ງ​ຝ​ລັ່ງ ນິ​ຍົມ​ໃຊ້​ໃນ​ສັດ​ຕະ​ວັດ​ທີ 19, ຕົ້ນ​ສັດ​ຕະ​ວັດ​ທີ 20 ໂດຍ ກຸ່ມ​ນັກ​ສະ​ຖາ​ປະນິກ​ ຝ​ລັ່ງ ​​ເປັນ​ຜູ້​ອອກ​ແບບ. ຈ​ຸດ​ພິ​ເສດ​ຂອງ​​​ສະ​ຖາ​ປັດ​ຕະ​ຍະ​ກຳນີ້​ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ຄ່ອງ​ແຄ້ວ​ລະ​ຫວ່າງ​ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ ປະ​ຕິ​ມາ​ກຳ. ນັກ​ສະ​ຖາ​ປ​ະ​ນິກ ຫງວຽນ​ຫືວ​ທາຍ ຢູ່ ນະ​ຄອນ ໂຮ່​ຈິ​ມີ​ນ ໃຫ້​ຮູ້​ວ່າ:

        “ຊາວ​ຝ​ລັ່ງ ເມື່ອ​ມາ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຕັດ​ສິນ​ໃຈ​ກໍ່​ສ້າງ​ນະ​ຄອນ​​ນີ້​ກາຍ​ເປັນ​ນະ​ຄອນ​ທີ່​ທັນ​ສະ​ໄຫມ ຕາມ​ຮູບ​ແບບ​ຂອງ​ເອີ​ລົບ. ພິ​ເສດ ຊາວ​ຝ​ລັ່ງ ​ເຄີຍກໍ່​ສ້າງ​ບັນ​ດາ​ຖະ​ຫນົນ​ຫລວງ ແລະ ຢູ່​ເຂດ​ສາມ​ແຍກ ຫລື 6 ແຍກ ​ລ້ວນ​ແຕ່ມີ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ໃຫຍ່ ເພື່ອ​ເປັນ​​ຈຸດ​ດູດ​ດື່ມ ແລະ ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ຄື​ແນວນັ້ນ.   ໃນ​ໄລ​ຍະ​ນີ້, ມີ​ກິດ​ຈະ​ກຳ​ຂອງ​ຝ​ລັ່ງ ຫລາຍ​ແຫ່ງ ຕິດ​ພັນ​ກັບ​ຮູບ​ແບບ​ໃຫມ່, ແມ່ນ​ກາ​ນ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສະ​ຖາ​ປັດ​ຕະ​ຍະ​ກຳ ຝ່າຍ​ຕາ​ເວັນ​ອອກ ແລະ ຕາ​ເວັນ​ຕົກ.”

        ຈຸດ​ພົ້ນ​ເດັ່ນ​ຂອງ​ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິມີນ ແມ່ນການ​ປະ​ດັບ​ປະ​ດາ​ປະ​ຕິ​ມາ​ກຳ, ​ຢູ່​ເບື້ອງ​ນອກກໍ​ຄ​ື​ຢູ່​ເບື້ອງ​ໃນ​ຂອງ​ໂຮງ​ລະ​ຄອນ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຮູບ​ແກະ​ຄວັດ​ສະ​ຫລັກ ແລະ ຮູບ​ປັ້ນຫລາຍ​ຮູບ. ຢູ່​ປະ​ຕູ​​ເຂົ້າ​ໂຮ​ງ​ລະ​ຄອນ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ໂຮງ​ລະ​ຄອນ Petit Palais ຂອງ    ​ຝ​ລັ່ງ. ນອກ​ຈາກ​ຊັ້ນ​ລຸ່ມ​ແລ້ວ ຍັງ​ມີ  2 ຊັ້ນ ບັນ​ຈຸ 1800 ​ບ່ອນ​ນັ່ງ. ​ຮູບ​ປັ້ນ ແລະ ຮູບ​​ແກະຄວ​ັດ​ສະ​ຫລັກຢູ່​ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ ລ້ວນ​ແຕ່​ແມ່ນ​ຈິດ​ຕະ​ກອນ ຝ​ລັ່ງ ແຕ້ມ​ຕາມ​ຮູບ​ແບບ​ຂອງ​ບັນ​ດາ​ໂຮງ​ລະ​ຄອນ​ໃຫຍ່​ຂອງ ຝ​ລັ່ງ ໃນ​ທ້າຍ​ສັດ​ຕະ​ວັດ​ທີ 19.

ໂຮງລະຄອນໃຫຍ່ນະຄອນ-ສັນຍາລັກຂອງນະຄອນໂຮ່ຈິມີນ - ảnh 2
​ເບື້ອງ​ໃນ​ຂອງ​ໂຮງ​ລະ​ຄອນໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ
ພາບ:internet

        ໄລ​ຍະ​ຕົ້ນ ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ສະ​ຖານ​ທີ່​ບັນ​ເທີງ​ຂອງ​​​​ຊົນຊັ້ນຂຸນ​ນາງ​ເສດ​ຖີ​ຝ​ລັ່ງ. ບັນ​ດາ​ບົດ​ລະ​ຄອນ ແລະ ລາຍ​ການ​ດົນ​ຕີ​ທີ່​ນຳ​ມາ​ສະ​ແດງ​ຢູ່​​ໂຮງ​ລະ​ຄອນ​ໃຫຍ່ ​ແມ່ນ​ຮັບ​ໃຊ້​ຜູ້ມີ​ຖາ​ນະ​ຕຳ​ແຫນ່ງ​ສຳ​ຄັນ​ໃນ​ອຳ​ນ​າດ​ການ​ປົກ​ຄອງ​ລ່າ​ເມືອງ​ຂຶ້ນ.ເຖິງ​ຢ່າງ​ໃດ​ກໍ​ຕາມ ​ຮອດປີ 1944 ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ຖືກ​ເຮືອ​ບິນ​ຂອງ​ພັນ​ທະ​ມິດ ທຳ​ລາຍ​ຢ່າງ​ຫນັກ​ຫນ່ວງ ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ. ປີ 1955 ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ ໄດ້​ນຳ​ໃຊ້​ເປັນ​ສຳ​ນ​ັກ​ງານ​ສະ​ພາ​ຕ່ຳ​ຂອງ ອຳ​ນ​າດ​ການ​ປົກ​ຄອງ​ ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ. ຫລັງ​ປີ 1975, ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​​ສ​ະ​ແດງລາຍ​ການ​ສິ​ລະ​ປະ. ປີ 1998, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຂະ​ຫນາດ​ໃຫຍ່ ດ້ວຍ​ທິດ​ນຳ​ປະ​ຕິ​ສັງ​ຂອນ​ຕາມ​ຮູບ​ແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເບື້ອງ​ຕົ້ນ.

        ປະ​ຈຸ​ບັນ ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ​ໄດ້​ຮັບ​ການ​ຕິດ​ຕັ້ງອຸ​ປະ​ກອນ​ໄຟ​ຟ້າ, ໄຟແສງ​ສີ ແລະ ລະ​ບົບ​ດົນ​ຕີ​ທີ່​ທັນ​ສະ​ໄຫມ, ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ບັນ​ດາ​ຮູບ​ການ​ສະ​ແດງສິ​ລະ​ປະ​​ເວ​ທີຄື: ສະ​ແດງ​ບົດ​ລະ​ຄອນ, ຂັບ​ກ໋າຍ​ເລືອງ, ​ລາຍ​ການດົນ​ຕີ, Opera ຂອງ​ບັນ​ດາ​ກອງ​ສິ​ລະ​ປະ​ພາຍ​ໃນປະ​ເທດ ແລະ ສາ​ກົນ. ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ປະ​ຈຸ​ບັນ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ. ອ້າຍ ຫງວຽນ​ແອງ​ຕູ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ ຫາຍ​ຟ່ອງ ສັງ​ເກດ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ວ່າ ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່ ແລະ ກໍ​ແມ່ນ​ກິດ​ຈະ​ກຳ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ຝ​ລັ່ງ. ກິດ​ຈະ​ກຳ ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ເໝາະ​ສົມ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ອ້ອມ​ຂ້າງ​ຄື ສວນ​ອຸ​ທະ​ຍານ​ຢູ່​ເບື້ອງຫນ້າ ແລະ ບັນ​ດາ​ຄຸ້ມ​ຖະ​ຫນົນ​ທັນ​ສະ​ໄຫມ. ຄ້າຍ​ຄື​ສຳ​ນັກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ, ໃນ​ຕອນ​ຄ່ຳ  ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນຍິ່ງ​ດູດ​ດື່ມ ຍ້ອນ​ແສງ​​ສີ​ຂອງ​ລະ​ບົບ​ດອກ​ໄຟ​.”

        ຜ່ານ​ການ​ເວ​ລາ, ໂຮງ​ລະ​ຄອນ​ໃຫຍ່​ນະ​ຄອນ​ໂຮ່​ຈິ​ມີນ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ປະ​ຫວັດ​ສາດ​ຂອງ​ນະ​ຄອນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສວຍ​ງາມ, ແມ່ນ​ສັນ​ຍາ​ລັກ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ​ປະ​ຈຸ​ບັນ​ອີກ​ດ້ວຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ