ໂຮງໄປສະນີສູນກາງໄຊງ່ອນ- ກິດຈະກຳສະຖາປັດຕະຍະກຳພິເສດຢູ່ນະຄອນໂຮ່ຈິມິນ

(VOVWORLD) -ໂຮງໄປສະນີສູນກາງໄຊງ່ອນຊຶ່ງແມ່ນ ໂຮງໄປສະນີໃຫຍ່ກວ່າໝູ່ຢູ່ຫວຽດນາມ ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຄົນເມື່ອມາຢ້ຽມຢາມນະຄອນໂຮ່ຈິມິນ

ຕຶກອາຄານໂຮງໄປສະນີແຫ່ງນີ້ ຖືກອອກແບບຕາມສະຖາປັດຕະຍະກຳຝ່າຍຕາເວັນຕົກ ປະສານກັບການປະດັບປະດາຂອງຝ່າຍຕາເວັນອອກ ແລະ ໄດ້ຮັບການປຸກສ້າງແຕ່ປີ 1886 ຫາ 1891.

ໂຮງໄປສະນີສູນກາງໄຊງ່ອນ- ກິດຈະກຳສະຖາປັດຕະຍະກຳພິເສດຢູ່ນະຄອນໂຮ່ຈິມິນ - ảnh 1 ໂຮງໄປສະນີສູນກາງໄຊງ່ອນ

      ໂຮງໄປສະນີສູນກາງໄຊງ່ອນຖືກຕັ້ງຢູ່ເຮືອນເລກທີ 2 ຖະໜົນ ກົງຊ້າປາຣີ, ບົນພື້ນທີ່ສູງກ່ວາໝູ່ຢູ່ນະຄອນໂຮ່ຈິມິນ. ພ້ອມກັບໂບດດຶກບາຢູ່ເບື້ອງກົງກັນຂ້າມ, ໂຮງໄປສະນີສູນກາງໄຊງ່ອນແມ່ນໜຶ່ງໃນບັນດາສະຖາປັດຕະຍະກຳທີ່ສວຍງາມກວ່າໝູ່ໃນປະເທດຫວຽດນາມ. ອ້າຍເຈີນມິນຫາຍ, ຜູ້ນຳທ່ຽວໃຫ້ຮູ້ວ່າ : 

         “ຕຶກອາຄານໂຮງໄປສະນີ ແລະ ໂບດດຶກບາແມ່ນບັນດາສະຖານທີ່ທ່ອງທ່ຽວຊຶ່ງແຂກທ່ອງທ່ຽວບໍ່ວ່າຜູ້ໃດເມື່ອມາຢ້ຽມຢາມນະຄອນໂຮ່ຈິມິນ ກໍຕ້ອງແວ່ຢາມ. ຕຶກອາຄານໂຮງໄປສະນີແຫ່ງນີ້ແມ່ນກິດຈະກຳພິເສດເພາະນີ້ແມ່ນສະຖາປັດຕະຍະກຳຂອງຝະລັ່ງ ”

     ມີຫຼາຍຂໍ້ມູນຂ່າວສານກ່ຽວກັບນັກສະຖາປານິກ ອອກແບບກິດຈະກຳໂຮງໄປສະນີສູນກາງໄຊງ່ອນ. ສື່ມວນຊົນຫວຽດນາມເຄີຍໃຫ້ຂ່າວວ່າ : ຜູ້ອອກແບບກິດຈະກຳນີ້ ໂດຍແມ່ນນັກສະຖາປານິກຊາວຝະລັ່ງ Gustave Eiffel ທີ່ມີຊື່ສຽງດ້ວຍການອອກແບບ ທາດ Eiffel, ອະນຸສາວະລີເທພີເສລີພາບ…ແຕ່ກໍຍັງມີແຫຼ່ງຂ່າວອື່ນໆທີ່ໃຫ້ຮູ້ວ່າ ໂຮງໄປສະນີສູນກາງໄຊງ່ອນຖືກອອກແບບຕາມໃບແຕ້ມຂອງນັກສະຖາປານິກ Villedieu ແລະ ຜູ້ຊ່ວຍວຽກ Foulhoux. ຖ້າຫາກສັງເກດບັນດາໄລຍະກໍ່ສ້າງຂອງ ໂຮງໄປສະນີສູນກາງໄຊງ່ອນ ກໍເຫັນວ່າ : ກິດຈະກຳໃນເບື້ອງຕົ້ນຖືກກໍ່ສ້າງ ແລະ ເປີດນຳໃຊ້ໂດຍແມ່ນນັກສະຖາປານິກ Gustave Eiffel ຮັບຜິດຊອບ, ພາຍຫຼັງ 23 ປີ, ນັກສະຖາປານິກ Villedieu ແລະ ຜູ້ຊ່ວຍວຽກ Foulhoux ໄດ້ອອກແບບກໍ່ສ້າງຄືນໃໝ່. ທ່ານ David Luiz ແຂກທ່ອງທ່ຽວຊາວອົດສະຕາລີ ໃຫ້ຂໍ້ສັງເກດວ່າ : 

    “ ນີ້ແມ່ນຕຶກອາຄານທີ່ສວຍງາມ. ແນ່ນອນວ່າ ມັນໄດ້ຮັບການຟື້ນຟູດ້ວຍສະຖາປັດຕະກຳສະໄໝຝະລັ່ງ. ເປັນໜ້າຈັບໃຈແທ້ ”

    ລະບົບປອງຢ້ຽມຂອງອາຄານ 2 ເບື້ອງ ກໍລ້ວນແຕ່ມີຮູບໂຄ້ງ, ສ່ວນອາຄານຢູ່ເຄິ່ງກາງ, ບັນດາປອງຢ້ຽມພັດມີຮູບສີ່ຫຼ່ຽມ. ລະບົບເສົາຢູ່ໜ້າຕຶກອາຄານປະກອບດ້ວຍ 20 ເສົາ, ມີຮູບແກະຄວັດສະຫຼັກລວດລາຍຢ່າງລະອຽດອ່ອນ. ຢູ່ທາງໃນ ຕຶກອານຄານໂຮງໄປສະນີສູນກາງໄຊງ່ອນ, ເພດານກໍມີຮູບໂຄ້ງຖືກຄ້ຳຊູດ້ວຍລະບົບເສົາ ແລະ ຄານເສີມເຫຼັກ.

      ປະຈຸບັນ, ຢູ່ໂຮງໄປສະນີແຫ່ງນີ້ ມີ 38 ຮ້ານບໍລິການຮັບໃຊ້ລູກຄ້າພ້ອມກັບເຄືອຂ່າຍສື່ສານໄປຍັງທຸກທ້ອງຖິ່ນຢູ່ພາຍໃນປະເທດ ແລະ ບັນດາປະເທດໃນໂລກ. ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ໂຮງໄປສະນີສູນກາງໄຊງ່ອນ ສ່ວນໜຶ່ງແມ່ນເພື່ອຢ້ຽມຊົມສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງ ໂຮງໄປສະນີແຫ່ງນີ້, ນອກຈາກນັ້ນ ກໍມາເພື່ອເຊື່ອມຕົວເຂົ້າກັບໂລກທີ່ເກົ່າແກ່, ຈາກຕູ້ໄປສະນີຕະຫຼອດຮອດຕູ້ໂທລະສັບ. ແຂກມາຢ້ຽມຊົມກໍອາດຈະນັ່ງພັກຜອ່ນ ເທິ່ງຕັ່ງຍາວຫຼາຍໜ່ວຍທີ່ເຮັດດ້ວຍໄມ້ຖືກທາແວກນີເຫຼື້ອມງາມທີ່ມີອາຍຸນັບຮ້ອຍປີ.

      ຜ່ານການຄົງຕົວເປັນເວລາຮ້ອຍກ່ວາປີ, ໂຮງໄປສະນີສູນກາງໄຊງ່ອນໃນປະຈຸບັນ ຍັງຄົງແມ່ນກິດຈະກຳ ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ ແລະ ປະທັບໃຈທີ່ສຸດ. ໂຮງໄປສະນີສູນກາງໄຊງ່ອນໄດ້ຄົງຕົວພ້ອມກັບໂບດດຶກບາ ກາຍເປັນກຸ່ມສະຖາປັດຕະຍະກຳທີ່ໂດດເດັ່ນ, ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ນະຄອນໂຮ່ຈິມິນ ບໍ່ພຽງແຕ່ໃນໄລຍະຫາກໍ່ປຸກສ້າງເທົ່ານັ້ນ, ຫາກຍັງມີຄຸນຄ່າຈົນຮອດທຸກວັນນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ