ໄປຢ້ຽມຢາມ ຂົວດິນຂໍ ແທງຕວານ ຢູ່ ນະຄອນເຫ້ວ


(vovworld)- ເສັ້ນ​ທາງ​ໄປ​ຢ້ຽມ​ຢາມ ໝູ່​ບ້ານ ແທງ​ຕວານ ໄດ້​ຮັບ​ຖື​ວ່າ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ເສັ້ນ​ທາງທີ່​ງາມກວ່າ​ໝູ່ຂອງເຂດ​ບ້ານ​ນາ​ ຢ​ູ່ນະ​ຄອນ​ເຫ້ວ. ສອງ​ຟາກ​ທາງ ແມ່ນ​ທົ່ງ​ນາ​ຂຽວອ​ຸ່ມ​ທຸ່ມທີ່ກວ້າງ​ໃຫຍ່​ແລະ ​ສວຍ​ງາມ, ສວນ​ໝາກ​ໄມ້​ຫລາຍ​ປະ​ເພດ. ເມື່ອ​ທ່ານຂີ່​ລົດ​ຖີບ​ບົນເສັ້ນ​ທາງນີ້ ກີ່ນ​ຫອມ​ຫວນ​ຂອງຕົ້ນ​ເຂົ້າ ແລະ ໝາກ​ໄມ້ ຈະ​ເຮັດ​ໃຫ້ຄວາມຮ້ອນ​ເອົ້າ​ກໍ​ຄື​ຄວາມອິດ​ເມື່ອຍ​ຂອງ​ທ່ານ​ຫາຍ​ໄປ. ຢູ່ໝູ່​ບ້ານ ແທງ​ຕວານ ມີ​ຂົວ​​ມຸ່ງດິນ​ຂໍ​ພ​ິ​ເສດ​ແຫ່ງ​ຫ​ນຶ່ງ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ ​ຢ້ຽມ​ຢາມນະ​ຄອນ​ເຫ້ວ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ ທີ່​ມີ​ຫົວ​ຂໍ້​ວ່າ: ໄປ​ຢ້ຽມ​ຢາມ ຂົວ​ດິນ​ຂໍ ແທງ​ຕວານ ຢູ່ ນະ​ຄອນ​ເຫ້ວ.

 

ໄປຢ້ຽມຢາມ ຂົວດິນຂໍ ແທງຕວານ ຢູ່ ນະຄອນເຫ້ວ - ảnh 1

        ຈາກ​ໃຈ​ກາງ​ນະ​ຄອນ ເຫ້ວ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ປະ​ມານ 8 ກິ​ໂລ​ແມັດ, ທ່ານຈະມີ​ຫ​ນ້າ​ຢູ່​ໝູ່​ບ້ານ ແທງ​ຕວານ, ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ຂົວ​ດິນ​ຂໍ​ແຫ່ງ​ຫ​ນຶ່ງ​​ຕັ້ງຂ້າມ​ຄອງ​ເໝືອງ​ຂອງ​ໝູ່​ບ້ານ ແທງ​ຖູຍ ຕາ​ແສງ ຖູຍ​ແທງ ເມືອງ​ເຮືອງ​ຖູຍ. ຍ້ອນ​ໄລ​ຍະ​ທາງບໍ່​ໄກ​ປານ​ໃດ ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫລາຍ​ຄົນ​ເຄີຍ​ເລືອກວິ​ທີ​ຂີ່​ລົດ​ຖີບ​ໄປ​ຢ້ຽມ​ຢາມ ແທງ​ຕວານ​ເພື່ອ​ຢ້ຽມ​ຊົມ​ຂົວ​ດິນ​ຂໍ​ພິ​ເສດ. ອ້າຍ ຫງວຽນ​ແທ່ງ​ຈູງ, ຜູ້​ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ​ຢູ່ ເຫ້ວ ໃຫ້​ຮູ້​ວ່າ: ເຂດ​ບ້ານ​ນາ ແທງ​ຕວານ ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ດ້ວຍ​ທິ​ວ​ທັດ​ທຳ​ມະ​ຊາ​ດ​ສວຍ​ງາມ ແລະ ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຂົວໄມ້​ມຸ້ງ​ດ້ວຍ​ດິນ​ຂໍ, ສາ​ລາ​ບ້ານ​ຫລາຍ​ແຫ່ງ, ບັນ​ດາ​ຫໍ​ບູ​ຊາ​ວົງ​ຕະ​ກຸນ​ເທົ່າ​ນັ້ນ ຫາກ ຍັງ​ມີ ​​​ຄຸນ​ຄ່າ​ດ້ານທ່ອງ​ທ່ຽວ​ຫລາຍ​​ຢ່າງ​ຄວນ​ໄດ້​ຮັບ​ການ​ຂຸດ​ຄົ້ນ ແລະ ຄົ້ນ​ຫາ​ຄື: ງານ​ບຸນ​ປະ​ເພ​ນີ, ການ​ຜະ​ລິດ​ກະ​ສິ​ກຳ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ບ້ານ​ນາ.

        “ໄລ​ຍະ​ທາງ​ຈາກ​ໃຈ​ກາງ​ນະ​ຄອນ​ເຖິງ​ເຂດ​ບ້ານ​ນາບໍ່​ໄກ​ປານ​ໃດ ສະ​ນັ້ນ​ມັນແມ່ນ​ເໝາະ​ສ​ົມ​ກັບ​ທຸກ​ຄົນ. ​​ເມ​ື່ອ​ເດີ​ນ​ທາງ​​ບົນ​ເສັ້ນ​ທາງນີ້ ທ່ານ​ຈະ​ພົບ​ເຫັນຮູບ​ພາບ​ເຂດ​ທົ່ງ​ນາທີ່​ຂຽວ​ງາມ ແລະ ທິ​ວ​ທັດ​ຂອງ​ເຂດ​ບ້ານ​ນາ​ທີ່​​​ປະ​ທັບ​ໃຈ,ທ​ພິ​ເສດ ຮູບ​ພາບ​​ຊາວ​ທ້ອງ​ຖິ່ນ​ພວມ​ກ່ຽວ​ເຂົ້າ, ລ້ຽງ​ເປັດ.”

        ສິ່ງ​​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມໝູ່​ບ້ານ ແທງ​ຕວານ ນັບ​ມື້​ນັບ​ຫລາຍ ນັ້ນແມ່ນ​ຂົວ​ໄມ້​ມີ​ຫລັງ​ຄາ​ມຸ້ງ​ດ້ວຍ​ດິ​ນ​ຂໍ​ແຫ່ງ​ຫ​ນຶ່ງ​ມີ​ຄວາມ​ຍາວ 17 ແມັດ ແລະ ລວງກວ້າງ  4 ແມັດ, ສອງ​ຟາກ​ຂົວ​ລ້ວນ​ແຕ່​ມີຖານ​ໄມ້ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ ຫລື​ຜູ້​ຜ່ານ​ທາງ​ນັ່ງ​ພັກ​ຜ່ອນ. ຂົວ​ແຫ່ງນີ້ ມີ​ຫລັງ​ຄາ​ມຸ້ງ​ດ້ວຍ​ດິ​ນ​ຂໍ, ຢູ່​ເທິງ​ມີ​ຮູບມັງ​ກອນ 2 ໂຕ​ພວມ​ມຸ່ງ​ຫ​ນ້າ​ສູ່​ທ້ອງ​ຟ້າ. ທ່ານ ຫງວຽນ​ວັນ​ແທງ, ດຳ​ລົງ​ຊີ​ວິດ​ຢູ່ ນະ​ຄອນ ເຫ້ວ ແນະ​ນຳ​ບາງ​ຈຸດ​ກ່ຽວ​ກັບ​ຂົວ​ແຫ່ງນີ້ວ່າ:

        “ຂົວ​​ດິນ​ຂໍ ແທງ​ຕວານໄດ້​ຮັບ​ການກໍ່​ສ້າງ​ແຕ່​ສະ​ໄຫມ​ລາດ​ຊະ​ວົງ ເລ ເມື່ອ​ປີ 1776 .ຈາກ​ແນວ​ຄວາມ​ຄິດ​ຂອງພະ​ມະ​ເຫ​ສີ ເຈີນ​ທິ​ດ໋າວ, ຊື່ງ​ແມ່​ນ​​ພັນ​ລະ​ຍາ ຂອງ​ເຈົ້າ​ຊີ​ວິດ ເລ.  ເມື່ອ​ເຫັນ​ວ່າ ປະ​ຊາ​ຊົນ​ຂ້​າມ​ຄອງ​ເໝ​ືອງ​ແມ່ນ​ຫ​ຍຸ້ງ​ຍາກ​ຫລາຍ, ສະ​ນັ້ນ ພະນາງຈຶ່ງ​ສະ​ເຫ​ນີ​ໃຫ້​ກໍ່​ສ້າງ​ຂົວ​ແຫ່ງນີ້. ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​​ພະນາງ ເຈີນ​ທິ​ດ໋າວ, ປະ​ຊາ​ຊົນ​ໄດ້​​ປຸກສ້າງ​ສານບູ​ຊາ​​ ຢູ່​ກາງ​ຂົວ ເພ​ື່ອອາ​ໄລ​ຫາ​ພະ​ນາງ. ນີ້​ແມ່ນ​ຂົວ​ເກົ່າ​ແກ່​ແຕ່ມີ​ຄຸນ​ຄ່າ​ດ້ານ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສູງ.”

       

ໄປຢ້ຽມຢາມ ຂົວດິນຂໍ ແທງຕວານ ຢູ່ ນະຄອນເຫ້ວ - ảnh 2

        ຄ​ຽງ​ຂ້າງ​ຂົວ​ແຫ່ງນີ້ ແມ່ນ​ຕ​ະ​ຫລາດ​ເຂດ​ບ້ານ​ນາ. ​ບັນ​ຍາ​ກາດ​ຢູ່ຕະ​ຫລາດນີ້ບໍ່​ຄັບ​ຄາ​ຫ​ນາ​ແຫ​ນ້ນຄື​ຢູ່​ຕະ​ຫລາດ​ແຫ່ງ​ອື່ນ ແຕ່​ນັກ​ທ່ອງ​ທ່ຽວ​ມານີ້​ລ້ວນ​ແຕ່​ເຫັນ​ໄດ້​ຊີ​ວິດ​ການ​ເປັນ​ຢູ່​​ທີ່​ລຽບ​ງ່າຍຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ບ້ານ​ນາ. ເຂົ້າ​​​ໄປ​​ຕະ​ຫລາດ ທ່ານ​ຈະ​ເຫັນ​ຮ້​ານ​ຂາຍ​ເຄື່ອງ​ນ້ອຍໆຫລາຍ​ຮ້ານ ແລະ ຜູ້​ຂາຍ​ເຄື່ອງ​ຢູ່​ຕະ​ຫລາດນີ້​ສ່ວນ​ຫລາຍ​ແມ່ນ​ແມ່​ຍິງ. ​ພາຍ​ຫລັງຊື້​ເຄື່ອງແລ້ວ, ທ່ານ​ສາ​ມາດ​ແວ່​ຮ້​ານ​ອາ​ຫານ ເພື່ອ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​​ພິ​ເສດຂອ​ງ​ເຂດ​ບ້ານ​ນາ​ແຕ່​ເຕັມ​ໄປ​ດ້ວຍ​ລົດ​ຊາດ​ຂອງ ເຫ້ວ ໂດຍ​ຊາວ​ທ້ອງ​ຖິ່ນ​ປຸງ​ແຕ່ງ.

                ຜ່ານ​ຂົວ​ແຫ່ງນີ້ ແມ່ນ ຫໍ​ວາງ​ສະ​ແດງ​ຂອງ​ຕາ​ແສງ ຖູຍ​ແທງ. ຢູ່​ທີ່ນີ້ ແມ່ນ ວາງ​ສະ​ແດງວັດ​ຖຸ​ພັນ​ນັບ​ຮ້ອຍໆ​ຢ່າງ ຊື່ງ​ລວມ​ມີ: ອຸ​ປະ​ກອນ​ຮັບ​ໃຊ້​​ກະ​ສິ​ກຳ ແລະ ການ​ເຄື່ອນ​ໄຫວ​ຂອງອະ​ລິ​ຍະ​ທຳການ​ປູກ​ເຂົ້າ​ນາ​ທາມ ຄື: ຈົກ, ກ່ຽວ, ຄັ​ນໄຖ​…. ນອກນັ້ນ ຍັງ​ມີ​ບັນ​ດາ​ອຸ​ປະ​ກອນ​ຫາ​ສັດ​ນ້ຳ…. ພ້ອມ​ກັບ​ເຄື່ອງ​ທີ່​ເປັນ​ລະ​ນຶກ​ເຮັດ​ດ້ວຍ​ໄມ້​ໄຜ່ , ເຄື່ອງ​ຈັກ​ສານ. ອ້າຍ ຫງວຽນ​ແທ່ງ​ຈູງ ແບ່ງ​ປັນ​ວ່າ:

        “ມາ​ຢ້ຽມ​ຢາມ​ຫໍ​ວາງ​ສະ​ແດງນີ້ ພວກ​ເຮົາ​ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຂັ້ນ​ຕອນ​ເຮັດ​ນາ ຈາກ​ກາ​ນຕົກ​ກ້າຕະ​ຫລອດ​ຮອດ​ການ​ເກັບ​ກ່ຽວ, ປຸງ​ແຕ່ງ, ສີ​ເຂົ້າ​ຄື​ແນວ​ໃດ.. ພິ​ເສດ ແມ່ນ​ພວກ​ນ້ອງ​ນ້ອຍ​ມັກ​ການ​ເຄື່ອນ​ໄຫວນີ້​ທີ່​ສຸດ. ເມື່ອ​ມານີ້ ຜູ້​ໃຫ​ຍ່ບໍ່​ພຽງ​ແຕ່ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ​ຂອງ​ໝູ່​ບ້ານ​​ ​ເທົ່າ​ນັ້ນ ຫາກ​ເດັກ​ນ້ອຍ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້.”

                 ພະ​ນັກ​ງານ​ຢູ່​ຫ້ອງວາງ​ສະ​ແດງ​ລ້ວນ​ແຕ່​ແມ່ນ​ແມ່​ຍິງ​ເຮັດ​ກະ​ສິ​ກຳ. ​ຍ້ອນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ອາ​ຊີບ​ເຮັດ​ກະ​ສິ​ກຳ, ບັນ​ດາ​ແມ່​ຍິງ​ຢູ່​ໝູ່​ບ້ານ ແທງ​ຕວານ ຈະ​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ກະ​ສິ​ກຳ​ຢູ່​ຫວຽດ​ນາມ ກວ່າ. ດ້ວຍ​ຮູ​ບ​ພາບ​ທີ່​ສວຍ​ງາມ​ຂອງ​ເຂດ​ບ້ານ​ນາ​ຢູ່ ເຫ້ວ ພ້ອມ​ກັບ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ອ່ອນ​ຊອນ, ເຍື່ອງ​ອາ​ຫານ​ພິ​ເສດ​ທີ່​ແຊບ​ນົວ ພ້ອມ​ດ້ວຍ​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ ທ້ອງ​ຖິ່ນ ຍາມ​ໃດ​ກໍ​ເປັນ​ສິ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ນະ​ຄອນ ເຫ້ວ ນັບ​ມື້​ນັບ​ຫລາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ