ໝູ່ບ້ານ ບູຮານ ເຟືອງຕີກ

(vovworld)- ໝູ່​ບ້ານບ​ູ​ຮານ ເຟືອກ​ຕີກ ຫ່າງ​ຈາກ​ ໃຈ​ກາງ​ນະ​ຄອນ ເຫ້ວ ​ໄປທາງ​ທິດ​ເຫນືອ ປະ​ມານ 40 ກິ​ໂລ​ແມັດ ແລະ ຖືກ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ໂອ​ເລົາທີ່​ສວຍ​ງາມ​ດ້ວຍ​ນ້ຳ​ຂຽວ​ຕະ​ຫລອດ​ປ​ີ. ຈາກ ທາງ​ຫລວງ 1 A ບໍ່​ທັນຮອດ 1 ກິ​ໂລ​ແມັດ ເຂົ້າໝູ່​ບ້ານ ເຟືອກ​ຕີກ ​ທ່ານ​ຈະ​ເຫັນ​ໝູ່​ບ້ານ​ແຫ່ງ​ຫນຶ່ງ​ທີ່​ເກົ່າ​ແກ່ ແລະ ສະ​ຫງົບ​ງຽບ. ພິ​ເສດເມື່ອຍ່າງ​​ໄປ​ຕາມ​ເສັ້ນ​ທາງ​ທີ່ປູດ້ວຍ​ດິນ​ຈີ່ທ່ານຈະ​​ຮູ້​ສຶກ​​ໄດ້ບັນ​ຍາ​ກາດ​ຢູ່​ເຂດ​ບ້ານ​ນານີ້​ແມ່ນ​ສະ​ຫງົບ​ສຸກທີ່​ສຸດ.  ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

 

ໝູ່ບ້ານ ບູຮານ ເຟືອງຕີກ - ảnh 1

        ເມື່ອ​ເຂົ້າ​ມາ​ຢ້ຽມ​ຢາມ ເຟືອກ​ຕິກ, ນັກ​ທ່ອງ​ທ່ຽວ​ໄດ້​ພົບ​ເຫັນ​ຕົ້ນ​ໄມ້​ຂຽວອ​ຸ່ມ​ທຸ່ມ​ທີ່ມີ​ອາ​ຍຸ​ຫລາຍຮ້ອຍ​ປີ. ຢູ່​ປະ​ຕູ​ເຂົ້າ​ບ້ານ ມີ​ຕົ້ນ​ໝາກ​ຈັນໃຫຍ່ ​ອາ​ຍຸກວ່າ 500 ປີ. ນອກນັ້ນ ​ຍັງມີດອກ​ໄມ້ ເຊິ່ງ​ມີອາ​ຍຸ 100 ປີ ​ໄດ້​ເບັ່ງ​ບານ​ຕາມ​ລະ​ດູ​ອັນ​ໄດ້​ສົ່ງ​ກີນ​ຫອມ​ຫວນ​ປົກ​ຄຸມ​ໄປ​ທົ່ວ​ບ້ານ, ພ້ອມກັນ​ນັ້ນ​ແມ່ນ​ຕົ້ນ​ໄມ້ຫລາຍ​ຊະ​ນິດ​ທີ່ມີ​ອາ​ຍຸຫລາຍ​ຮ້ອຍ​ປີ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ຈາກ​ປະ​ຊາ​ຊົນ ຄື​ດັ່ງ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ ເຂດຊຸມ​ຊົນ ເຟືອກ​ຕີກ. ທ່ານ​ນາງ ບູ່ຍ​ທິ​ຫາຍກວຽນ,  ພະ​ນັກ​ງານ​ບໍ​ລິ​ສັດ​ທ່ອງ​ທ່ຽວ ເກວ​ເຮືອງ​ໃຫ້​ຮູ້​ວ່າ:

        “ເມື່ອ​ມາ​ຢ້ຽມ​ຢາມ​ເຟືອກ​ຕີກ, ກ່ອນ​ອື່ນ ນັກ​ທ່ອງ​ທ່ຽວ​ໄດ້​ຍ່າງ​ຫລິ້ນ​ອ້ອມ​ຮອບ​ໝູ່​ບ້ານ ເພື່ອ​ຊົມ​ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ເຂດ​ບ້ານ​ນາ. ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຫລັງ​ເຮືອນ​ບູ​ຮານ​ ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ກໍ​ຄື​​ທ່ານ​ຈະເຫັນ​ປະ​ຈັກ​ຕາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້. ນອກນັ້ນ ນັກ​ທ່ອງ​ທ່ຽວ​​ຍັງໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ, ຫລື​ໄດ້​ຮັບ​ປະ​ທານ​ອາ​ຫານ​ພິ​ເສດ​ໂດຍ​ຊາວ​ທ້ອງ​ຖິ່ນ​ປຸງ​ແຕ່ງ.”

        ສຳ​ລັບ​ນັກ​ທ່ອງ​ທ່ຽວ ຜູ້​ມາ​ຢ້ຽມ​ຢາມ​ໝູ່​ບ້ານ ເຟືອກ​ຕິກ ໃນ​ຄັ້ງ​ທຳ​ອິດ ກໍ​ລ້ວນ​ແຕ່​ຮູ​້​ສຶກແປກ​ປະ​ຫລາດເມື່ອ​ໄດ້​ເຫັນ​ບ້ານ​ບູ​ຮານ​ແຫ່ງ​ຫນຶ່ງ, ຊື່ງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ເຮືອນ​ເຣື່ອງ​ບູ​ຮານ ສີບໆ​ຫລັງ ຊື່ງໄດ້​ຮັບ​ການ​ຮັກ​ສາ​ໄວ້​ເໝືອນ​ເດີມ, ໃນ​ນັ້ນ ມີ​ເຮືອນ​ເຣື່ອງ 30 ຫລັງ ​ອາ​ຍຸກວ່າ ຮ້ອຍ​ປີ. ທ່ານ ເລ​ຈ້ອງ​ເຫງ໋ຍ, ເຈົ້າ​ຂອງ​ເຮືອນ​ບູ​ຮານ​ຫລັງ​ຫນຶ່ງ​ໃຫ້​ຮູ້​ວ່າ: ​ສິ່ງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຮືອນ​ບູ​ຮານ​ຫລັງ​ຫນຶ່ງ ບໍ່​ພຽງ​ແຕ່ດ້ານສະ​ຖາ​ປັດ​ຕະ​ຍະ​ກຳ​ ເທົ່າ​ນັ້ນ ຫາກ​ບັນ​ດາ​ເຂດ​ສວນ​ກໍ​ແມ່ນ​ສິ່ງ​​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

        “ຊາວ​ບ້ານ ເຟືອກ​ຕີກ ແມ່ນ​ຜູ້​ຮັກ​ແພງ​ແຂກ​ຄົນ ແລະ​ເຂົາ​ເຈົ້າ​ຢາກ​ໂຄ​ສະ​ນາ​ໃຫ້​ທຸກ​ຄົນ​ສິ່ງ​ທີ່​ໝູ່​ບ້ານ​ອື່ນບໍ່​ມີ. ບໍ່​ພຽງ​ແຕ່​ເຄື່ອງ​ປັ້ນ​ດິນ​ເຜົາເທົ່າ​ນັ້ນ ຫາກ​ເຂດ​ສວນ, ຕົ້ນ​ໄມ້, ແບບ​ແຜນ​ການດຳ​ລົງ​ຊີ​ວິດ​ຂອງ​ຊາວ ເຟືອກ​ຕີກ ກໍ​ແຕກ​ຕ່າງ​ ຊື່ງ​ປະ​ຊ​າ​ຊົນ​ຢາກ​ໂຄ​ສະ​ນາ​ບ້ານ​ເຟືອກ​ຕິກ​ເຖິງ​ນັກ​ທ່ອງ​ທ່ຽວ. ນັ້ນ​ແມ່ນ ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ພວກ​ຂ້າ​ພະ​ເຈົ້າ.”

ໝູ່ບ້ານ ບູຮານ ເຟືອງຕີກ - ảnh 2
ເຮືອນ​ເຣື່ອງ​ຢູ່​ບ້ານ ເຟືອກ​ຕີກ

        ມາ​ຢ້ຽມ​ຢາມ ເຟືອກ​ຕີກ, ນັກ​ທ່ອງ​ທ່ຽວ ຍັງ​ໄດ້​ຮັບ​ຊົມ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ ຜະ​ລິດ​ເຄື່ອງປັ້ນ​ດິນ​ເຜົາ​. ອາ​ຊີບ​ເຄື່ອງ​ປັ້ນ​ດິນ​ເຜົາ​ຢູ່ ເຟືອກ​ຕີກ ຍັງ​ຄົງ​ໄດ້​ສືບ​ທອດໃຫ້​ລູກ​ຫລານ ແລະ ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ. ຊາວ ບ້ານ​ເຟືອກ​ຕີກ ຍາມ​ໃດ​ກໍ​ເຄົາ​ລົບ ຮັກ​ສາ​ຮ່ອງ​ຮອຍ​ຂອງ​ບັນ​ດາ​ເຕົາ​ຜະ​ລິດ​ເຄືື່ອງ​ປັ້ນ​ດິ​ນ​ເຜົາ​ໃນ​ເມື່ອ​ກ່ອນ. ເຂົາ​ເຈົ້າ​ສະ​ຫງວນ​ຫາດ​ດິນ ມີ​ຊື່​ວ່າ​ຫາດ​ແຈ່ງ ເພື່ອ​ຮັກ​ສາ​ບັນ​ດາ​ຕອນ​ເຄື່ອງ​ປັ້ນ​ດິນ​ເຜົາ​ບູ​ຮານ ຄື​ດັ່ງ​ຫໍ​ພິ​ພິດ​ທະ​ພັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ. ແມ່​ຕູ້ ເລືອງ​ທິ​ເບ, ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຊ່າງ​ປັ້ນ​ດິນ​ເຜົາ​ອາ​ຍຸ​ສູງ ທີ່​ຍັງ​ເຫລືອ​ຂອງ​ໝູ່​ບ້ານ​ໃຫ້​ຮູ້​ວ່າ:

        “ກ່ອນນີ້ ພວກ​ຂ້າ​ພະ​ເຈົ້າ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫລາຍ​ປະ​ເພດ ແລະ ລາ​ຄາ​ຂາຍກໍ​ແພງ. ​ແຕ່ຊຸມ​ປີ 1940 ຊາວ​ບ້ານ ເຟືອກ​ຕິກ ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ແລ້ວ. ແລະ​ໄລ​ຍະ​ນັ້ນ ລາຍ​ຈ່າຍ​​ໃນ​ການປຸກ​ສ້າງ​ເຮືອນ​ເຣື່ອງ ເຮືອນ​ບູ​ຮານ ກໍ​ລ້ວນ​ແຕ່​​ເອົາ​ມາຈາກ​ການ​ຂາຍ​ເຄື່ອງ​ປັ້ນ​ດິນ​ເຜົາ.”

        ມາ​ຢ້ຽມ​ຢາມ​ໝູ່​ບ້ານ ບູ​ຮານ ເຟືອກ​ຕີກ, ນັກ​ທ່ອງ​ທ່ຽວ ຍັງ​ໄດ້​ຮັບ​ຊົມ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ໃນ​ບ້ານ ແລະ ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ໂດຍ​ຊາວ​ທ້ອງ​ຖິ່ນ​ປຸງ​ແຕ່ງ​. ທ່ານ​ນາງ ຫງວຽນ​ທິ​ຖູ່ຍ ໃຫ້​ຮູ້​ວ່າ: ແມ່​ຍິງ​ໃນ​ບ້ານ ໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນ​ອາ​ຫານ​ການ​ກິນ ເພື່ອ​ປຸງ​ແຕ່ງ​ອາ​ຫານ​ຮັ​ບ​ໃຊ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ.

        “ ຢູ່​ທີ່ນີ້ ມີ​ເຂົ້າ​ຫນົມ​ ແລະ ອາ​ຫານ​ພິ​ເສດ ຂອ​ງ​ເຫ້ວ ຫລາຍ​ປະ​ເພດ. ສະ​ມາ​ຄົມ​ແມ່​ຍິງ ມີກວ່າ 70 ຄົນ, ໃນ​ນັ້ນສະ​ໂມ​ສອນ​ອາ​ຫານ​ການ​ກິນ ​ມີ 16 ຄົນ​. ທຸກ​ຄົນ​ພ້ອມ​ກັນ​ປຸ້ງ​ແຕ່ງ​ອາ​ຫານ​ຫລາຍ​ເຍື່ອງ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ການ​ສ້າງ​ຕັ້ງ​ສະ​ໂມ​ສອນ​ອາ​ຫານ​ການ​ກິນ ບໍ່​ພຽງ​ແຕ່​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້​ນ ຫາກ​​ຍັງແມ່ນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ເອື້ອຍ​ນ້ອງ​ໃນ​ໝູ່​ບ້ານອີກ​ດ້ວຍ.”

        ເພື່ອ​ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ​ໝູ່​ບ້ານ ເອື້ອຍ​ນ້ອງ​ແມ່​ຍິງ ຍັງ​ໄດ້​ຮັບ​ການ​ແນະ​ນຳ​ ແລະ ເຄັດ​ລັບ​ປຸງ​ແຕ່ງອ​າ​ຫານ​ແຊບ ຈາກ​ຜູ້​ອາ​ຍຸ​ສູງ​ໃນ​ບ້ານ.ບັນ​ດາ​ເຍື່ອງ​ອາ​ຫານ​ໂດຍ​ເອື້ອຍ​ນ້ອງ​ໃນ​ໝູ່​ບ້ານ​ບູ​ຮານ ປຸງ​ແຕ່ງບໍ່​ພ​ຽງ​ແຕ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກໄດ້​ສິ່ງເປັ​ນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຫານ​ການ​ກິນຢູ່ເຫ້ວ ເທົ່າ​ນັ້ນ ​ຫາ​ກ​ເຂົາ​ເຈົ້າ​ຈະ​ບໍ່​ອາດ​ຫລົງ​ລືມ​​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່ເຂດ​ບ້ານ​ນານ​ຂອງ​ຫວຽດ​ນາມ ໃນ​ເມື່ອ​ກ່ອນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ