ໝູ່ບ້ານເຄື່ອງປັ້ນດິນເຜົາເດົາຢອຍໃນເມືອງ ຮ່ອນເດິດ

ຊາວ​ເຜົ່າ​ຂະ​ແມ​ໃນ​ເມືອງ​ຮ່ອນ​ເດິດ, ແຂວງ​ກຽນ​ຢາງ ມີ​ຄວາມ​ຊຳ​ນານໃນ​ການ​ຜະ​ລິດ​ເຄ​ື່ອງ​ປັ້ນ​ດິນ​ເຜົາ​ມາ​ແຕ່​ດົນ​ນານ. ສຳ​ລັບ​ດິນ​ດາກ​ໃນ​ເມືອງ​ຮ່ອນ​ເດິດ ແມ່ນ​ມີ​ຄວາມ​ໜຽວ ແລະ ແຫຼກ​ດີ. ດັ່ງ​ນັ້ນ​ເມື່ອ​ປັ້ນ ແລະ ເຜົາ, ຜະ​ລິດ​ຕະ​ພັນ​ບໍ່​ເຄີຍ​ຖືກ​ເພ ແລະ ມີ​ຄວາມ​ທົນ​ທານ​ສູງ. ເພາະ​ສະ​ນັ້ນ, ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ຢູ່​ແຫ່ງນີ້​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົ​ມໃຊ້ຈາກ​ຜູ້​ອຸ​ປະ​ໂພກ​ຢ່າງຫຼວງຫຼາຍ. ເມື່ອ​ລົງ​ຢ້ຽມ​ຢາມ​ຮ່ອນ​ເດິດ, ແຂກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ແວ່​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ ບາ​ຮ່ອນ ຊຶ່ງ​ປະ​ກອບ​ດ້ວຍ​ເກາະ​ດອນ​ນ້ອຍ​ໃຫ​ຍ່​ນັບ​ຮ້ອຍ​ໜ່ວຍ ນອນ​ກະ​ແຈກ​ກະ​ຈາຍ​ທົ່​ວ​ເຂດ​ທະ​ເລ​ກຽນ​ຢາງ ແລະ ໝູ່​ບ້ານ​ອາ​ຊີບ​ເດົາ​ຢອຍ. ມາ​ຢ້ຽມ​ຢາມເດົາ​ຢອຍ, ແຂກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດໄດ້​ຊອກ​ຮູ້ ແລະ ເຂົ້າ​ໃຈ​​ຕື່ມກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ ຊຶ່ງ​ຖືກ​ນຳ​ໃຊ້ຫຼາຍ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາ​ງ​ພາກ​ໃຕ້​ຫວຽດ​ນາມ.

 

ໝູ່ບ້ານເຄື່ອງປັ້ນດິນເຜົາເດົາຢອຍໃນເມືອງ ຮ່ອນເດິດ - ảnh 1
ເຄື່ອງ​ປັ້ນ​ດິນ​ເຜົາ​ຖືກ​ຂາຍ​ຢູ່​ຕະຫຼາດ​ຮ່ອນ​ເດິດ

         ໂດຍ​ຖືກນອນ​ຢູ່​ໃຈ​ກາງ​ເມືອງ​ຮ່ອນ​ເດິດ, ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳເດົາ​ຢອຍ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການອະ​ນຸ​ລັກບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມ​ູນ​ເຊື້ອ ຊຶ່ງ​ເປັນ​ຂີດ​ໝາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຂດທີ່​ຜະ​ລິດ​ອອກ​ບັນ​ດາຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ. ຕາມ​ອ້າຍ ເຈິນ​ວັນ​ເຕ້ວ, ໃນ​ຊຸມ​ປີ 1980 ຂອງ​ສະ​ຕະ​ວັດ​ກ່ອນ ກໍ​ແມ່ນ​ໄລ​ຍະ​ທີ່​ຮຸ່ງ​ເຮືອງ​ກວ່າ​ໝູ່ຂອງໝູ່​ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ​ເດົາ​ຢອຍ. ໃນ​ຄາວນັ້ນ, ເຄື່ອງ​ປັ້ນ​ດິນ​ເຜົາປະ​ເພດໃຊ້​ໃນ​ຄອບ​ຄົວ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ໃຊ້​ຈາກ​ຜູ້​ອຸ​ປະ​ໂພກ​ທັງຫຼາຍ, ດັ່ງ​ນັ້ນ, ປະ​ຊາ​ຊົນ​ທັງບ້ານ​ຕ່າງກໍ​ຫາ​ເງິນລ້ຽງ​ຊີບ​ດ້ວຍ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ. ຄອບ​ຄົວ​ໃດ​ກໍ​ມີ​ເຕົາ​ເຜົາ​ເຄື່ອງ​ປັ້ນ​ແຕ່ 2-3 ເຕົາ. ອ້າຍ ເຈິນ​ວັນ​ເຕ້ວ ໃຫ້​ຮູ້​ວ່າ :

    “ ຜູ້​ອຸ​ປະ​ໂພກ​ສ່ວນຫຼາຍ​ມັກ​ຊື້​ເມືອ​ໃຊ້​ໃນ​ຄອບ​ຄົວ. ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ຈາກ​ລຸ່ນ​ພໍ່​ຫາ​ລຸ່ນຫຼານ, ຄອບ​ຄົວ​ຂ້າ​ພະ​ເຈົ້​າ​ປະກອບ​ອາ​ຊີບຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາຜ່ານ 3 ລຸ່ນ​ຄົນ​ແລ້ວ. 6 ແຂວງ​ເຂດ​ພາກ​ຕາ​ເວັນ​ຕົກ ກໍ​ລ້ວນ​ແຕ່​ມີ​ຮາກ​ຖານ ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ, ດັ່ງ​ນັ້ນ, ກໍ​ສາ​ມາດ​ກຸ້ມ​ກິນ ”

       ສິ່ງ​ພິ​ເສດ​ຢູ່​ເດົາ​ຢອຍ ແມ່ນ​ແມ່​ຍິງ​ຢູ່​ແຫ່ງນີ້​ກໍ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ​ເຄື່ອງ​ປັ້ນ​ເຄື່ອງ​ເຜົາ, ສ່ວນ​ເພດ​ຊາຍ​ກໍ​ຮັບ​ຜິດ​ຊອບ​ວຽກ​ງານ​ທີ່​ໜັກ​ໜາ​ເຊັ່ນ: ໄປ​ເອົາ​ດິນ, ຍັດ​ດິນຫຼື​ຕາກ​ເຄື່ອງ​ປັ້ນ​ດິນ​ເຜົາ​ກໍ​ຄື​ເກັບ​ມ້ຽນ ເຄື່ອງ​ປັ້ນ​ດິນ​ເຜົາ​. ດ້ວຍ​ຄວາມ​ດຸ​ໝັ້ນ​ຂະ​ຫຍັນ​ພຽນ ແລະ ມາ​ນະ​ອົດ​ທົນ, ວຽກ​ງານ​ເຮັດເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ແມ່​ຍິງ​ຢູ່​ແຫ່ງນີ້ຖືກ​ເຮັດ​ຕະຫຼອດ​ປີ. ໃນ​ທຸກວັນ​ນີ້, ຢູ່ເດົາ​ຢອຍ,ແມ່​ຍິງ​ຢູ່​ແຫ່ງນີ້​ຍັງ​ຄົງ​ມັກ​ນຳ​ໃຊ້​ວິ​ທີ​ເຮັດ​ແບບ​ຫັດ​ຖະ​ກຳ​ເພື່ອ​ຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ​. ນາງ ໂງ​ທິ​ເໜີ ໃຫ້​ຮູ້​ວ່າ ນາງ​ໄດ້​ຮຽນ​ວິ​ຊາ​ຊີບ​ນຳ​ແມ່, ແລະ ແມ່​ຂອງ​ລາວ​ກໍ​ຮຽນ​ນຳ​ແມ່​ຍາ. ກະ​ໂຕ​ນາງ​ເອງ ກໍ​ໄດ້​ເຮັດ ເຄື່ອງ​ປັ້ນ​ດິນ​ເຜົາ​​ແບບ​ຫັດ​ຖະ​ກຳ​ມາ​ເປັນ​ເວ​ລາ​ເກືອບ 20 ປີ.

    ອ້າຍ ເຈິນ​ວັນ​ເຕ້ວ ໃຫ້​ຮູ້ອີກ​ວ່າ :

    “ເດົາ​ຢອຍນ​ປະ​ຈຸ​ບັນ, ມີປະ​ເພດ​ສິນ​ຄ້າ​ຕົ້ນ​ຕໍແມ່ນ ເຕົາ​ໄຟ. ຢູ່​ເຂດນີ້​ເຮັດ ເຄື່ອງ​ປັ້ນ​ດິນ​ເຜົາ​​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ມີ​ອ່າງ​ແຊ່​ດິນ​ດາກ, ມີ​ເຄື່ອງ​ຮີດ​ດິນ ແລະ ຕັດ​ດິ​ນ, ເພື່ອ​ເຮັດ​ເຕົາ​ໄຟ​ເຕົາ​ໜຶ່ງນັ້ນ, ນອກ​ຈາກ​ຂັ້ນ​ຕອນ​ເຮັດ​ພື້ນ​ຂອງ​ເຕົາ​ໄຟ, ສ້າງ​ຮູບ​ຮ່າງ​ເຕົາ​ໄຟ, ການ​ຕາກເຄື່ອງ​ປັ້ນ​ດິນ​ເຜົາ​ໃຫ້​ແຫ້ງນັ້ນ, ​ກໍ​ມີຂັ້ນ​ຕອນ​ເຜົາ​ໃນ​ເຕົາ. ນາຍ​ຊ່າງ​ຕ້ອງ​ຈັດ​ວາງ​ເຕົາ​ໄຟ​ທີ່​ປັ້ນ​ແລ້ວ ເປັນ​ແຖວ​ຊື່. ວັດ​ຖຸ​ດິບ​ເພື່ອ​ເຜົາ ຕົ້ນ​ຕໍ​ແມ່ນ​ແກບ  ແລະ ເຟືອງຫຼື​ຫຍ້າຄາ​ໜ້ອຍ​ໜຶ່ງ​ເພື່ອ​ເຮັດ​ເປັນ​ທາດຕໍ່​ໄຟ. ເວ​ລາ​ເຜົາ​ເຄື່ອງ​ປັ້ນ​ນັ້ນ ແມ່ນ​ຕ້ອງ​ດຳ​ເນີນ​ເປັນ 3-4 ວັນ. ນາງ ເຈີນ​ທິ​ຊ່າງ ຜູ້​ຂາຍ​ແກບ ໃຫ້​ຮູ້​ວ່າ : 

    “ ເມື່ອ​ກ່ອນນີ້, ເຂົາ​ເຈົ້າ​ເຜົາ​ດ້ວຍ​ຟືນ ແລະ ເຟື​ອງ. ໄລ​ຍະ 20 ປີ  ມານີ້, ກໍ​ເລີ່ມ​ເຜົາ​ດ້ວຍ​ແກບ. ແຕ່​ລະ​ມື້, ຮາກ​ຖານ​ຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ​​ແຫ່ງ​ໜຶ່ງ​ກໍ​ໃຊ້​ແກບ​ປະ​ມານ 600 ຖົງ. ຖ້າ​ຫາກ​ເຜົາ​ດ້ວຍ​ຟືນ ຈະ​ໃຫ້​ຜະ​ລິດ​ຕະ​ພັນ​ມີ​ຄຸນ​ນະ​ພາບ​ບໍ່​ດີ​ຄື​ເຜົາ​ດ້ວຍແກບ”

     ໃນ​ຊຸມ​ປີມໍ່ໆ​ມານີ້, ຍ້ອນ​ການ​ແກ່ງ​ແຍ້ງ​ຂອງ​ສິນ​ຄ້າ​ເອ​ເລັກ​ໂຕ​ນິກ​ທີ່​ທັນ​ສະ​ໄໝຫຼາຍ​ປະ​ເພດທີ່​ພວມ​ປະ​ກົດ​ຕົວຫຼາຍ​ຂຶ້ນ, ດັ່ງ​ນັ້ນ​ກໍ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ ເດົາ​ຢອຍ. ນາງ ໂງ​ທິ​ເໜີ ໃຫ້​ຮູ້​ວ່າ: 

   “ ເຮົາ​ຂາຍ​ຢູ່​ມິນ​ຫາຍ, ຕ້ອງ​ສົ່ງ​ໄປ​ຂາຍ​ຢູ່​ໄກ. ຢູ່ບ່​ອນໃດ​ຢາກ​ຊື້, ເຮົາ​ກໍ​ສົ່ງ​ໄປ​ຂາຍ​ຮອດ​ບ່ອນ​ເລີຍ. ຮອດ​ຍາມ​ບຸນ​ເຕັດ ກໍ​ໄດ້​ຂາຍ​ດີ. ຢູ່​ແຫ່ງນີ້, ຄອບ​ຄົ​ວ​ໃດ​ກໍ​ເຮັດ​ເຕົາ​ໄຟ​ຂາຍ ”

    ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ຢູ່​ໝູ່​ບ້ານ ເດົາ​ຢອຍ ບໍ່​ພຽງ​ແຕ່​ເພື່ອ​ຜະ​ລິດ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ນຳ​ມາ​ເຊິ່ງ​ລາຍ​ຮັບ​ສູງ​ໃຫ້​ແກ່​ຊາວ​ບ້ານ​ເທົ່າ​ນັ້ນ, ຫາກ​ຍັງ​ສ່ອງ​ແສງ​ເຖິງວັດ​ທະ​ນະ​ທຳ​ຂອງ​ຊ​າວ​ເຜົ່າ​ຂະ​ແມ​ຢູ່​ແຫ່ງນີ້​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ໃຫ້​ເຫັນ​ການ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ ແລະ ສືບ​ທອດ​ອາ​ຊີບ​ຫັດ​ຖະ​ກຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ​ຂະ​ແມໃຫ້​ຄົນ​ລຸ່ນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ