AWENບ່ອນອີງຂອງນັກທຸລະກິດຍິງອາຊຽນ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ

(vovworld)- ຍັງ​ເຫລືອພຽງ​ອີກ​ກວ່າ 1 ປີ ​ແມ່ນ​ກຳນົດເວລາ​ສຸດ​ທ້າຍ​​ໃຫ້​ແກ່ການ​ສ້າງ​ປະຊາ​ຄົມ​ລວມ ອາ​ຊຽນ. ​ໃນ​ວິວັດທະນາ​ການ​ມຸ່ງ​​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ລວມ ອາ​ຊຽນ, ປະຊາ​ຄົ​ມ​ເສດຖະກິດ ອາ​ຊຽນ ​ແມ່ນ​​ເສົາ​ຄ້ຳ​ຕົ້ນຕໍ,​ບໍ່ອາດຕັດ​ແຍກ​ອອກ​ຈາກ​ວິວັດ​ການ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ​ໄດ້. ສະ​ນັ້ນ ປະຈຸ​ບັນ ອາ​ຊຽນ ພວມ​ປັບປຸງ ​ແລະ ຊຸກຍູ້​ການ​ເຊື່ອມ​ຈອດ​ແບບ​ຍືນ​ຍົງ​ລະຫວ່າງ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ​ພາຍ​ໃນ​ກຸ່ມ​​, ​ໃນ​ນັ້ນ ມີ​ບັນດາ​ນັກທຸລະກິດ​ຍິງ. ນັ້ນ​ກໍ​ແມ່ນ​ຈຸດໝາຍ​ຂອງ​ເຄືອ​ຂ່າ​ຍນັກທຸລະກິດ​ຍິງ ອາ​ຊຽນ(AWEN) ທີ່​ຫາ​ກໍ່​ຖືກ​ສະ​ເຫ​ນີຕົວ​ໃນ​ວັນ​ທີ 22/4 ຜ່ານ​ມາ.

AWENບ່ອນອີງຂອງນັກທຸລະກິດຍິງອາຊຽນ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ກອງປະຊຸມສ້າງ AWEN

        AWEN ​ແມ່ນ​ເຄືອ​ຂ່າຍ​ຂອງ​ບັນດາ​​ແມ່ຍິງ​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ, ​ການເຄື່ອນ​ໄຫວນີ້ດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ, ສ້າງ ​ແລະ ສະ​ເຫ​ນີບັນດາ​ຂໍ້​ລິ​ເລີ່​ມ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ ​ແລະ ການ​ຄ້າ ມຸ່ງ​ໄປ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະຫວ່ງຍິງ​ຊາຍ, ​ເພີ່ມ​ທະວີ​ສິດ ​ແລະ ຄວາມ​ຊຳນານ​ງານ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ແມ່ຍິງ​ໃນ​ວົງ​ຄະນາ​ຍາດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ໂດຍ​ແມ່ຍິງ​ເປັນ​ເຈົ້າ​ຂອງ, ຍົກ​ສູງຄວາມ​ຮັບ​ຮູ້ ​ແລະ ການ​ສະຫນັບສະຫນູນ​ຂອງ​ບັນດາ​ຝ່າຍ ສຳລັບ​ບັນຫາ​ແມ່ຍິງ​ດຳ​ເນີນ​ທຸລະ​ກິດ​ໃນ​ພາກ​ພື້ນ. ສິ່ງ​ດັ່ງກ່າວ ​ໂດຍ​ແມ່ນ​ທ່ານ​ນາງ Alicia dela Rosa Bala, ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ, ຮັບຜິດຊອບ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ ​ເນັ້ນ​ຫນັກ​ຕໍ່​ຫນ້າບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ສ້າງ​ຕັ້ງ AWEN.

        “​ເລື່ອງ​ສ້າງ​ຕັ້ງ​ເຄືອ​ຂ່າຍ​ນັກທຸລະກິດ​ຍິງ ​ເປັນ​ຂີດ​ໝາຍ​ຂໍ້​ລິ​ເລີ່​ມຮ່ວມ​ໃນ​ອາ​ຊຽນ ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ແມ່ຍິງ​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ, ຊຸກຍູ້​ການສຳ​ພັດ​ກັບ​ຕະຫລາດ ​ແລະ ສ້າງ​ກາລະ​ໂອກາດ​ພັດທະນາ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ຍິງ​ໃນ​ພາກ​ພື້ນ. ບັນດາ​ນັກທຸລະກິດ​ຍິງ ທັງ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ນອກ​ນັ້ນ ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຕະຫລາດ​ເສດຖະກິດ ​ແລະ ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ໃນ ອາ​ຊຽນ ”

        ​ໂດ​ຍມີ​ທັດສະນະ​ເຊັ່ນ​ດຽວ​ກັນ​ກັບ​ທ່ານ​ນາງ Alicia, ລັດ​ຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ທ່ານ​ນາງຟ້າ​ມທິຫາ​ຍຈວ່ຽນ ​ໃຫ້​ຮູ້​ວ່າ: ​ເລ່ືອງ​ສ້າງ​ຕັ້ງ ​ເຄືອ​ຂ່າ​ຍ AWEN ​ແມ່ນ​ການ​ເຄື່ອນ​ໄຫວ​ຕາມ​ຂໍ້​ລິ​ເລີ່​ມຂອງ ຫວຽດນາມ. ຫວຽດນາມ ຈະ​ປະຕິບັດ​ບົດບາດ​ເປັນ​ປະ​ເທດ​ປະສານ​ງານ​ເປັນ​ຢ່າງ​ດີ​ໃນ​ອາຍຸ​ການ​ທຳ​ອິດ, ຄຽງ​ຄູ່​ກັນ​ນັ້ນ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ນັກທຸລະກິດ​ຍິງ ​ແລະ ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ບັນດາ​ສິດ​ຂອງ​ແມ່ຍິງ​ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ​ແມ່ຍິງ​ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ.

        “​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ຢ່າງ​ແຂງ​ແຮງ ​ແລະ ກະກຽມ​ສ້າງ​ປະຊາ​ຄົມ​ລວມອາ​ຊຽນ ​ໃນ​ປີ 2015, ​ເລື່ອງ​ສ້າງ​ຕັ້ງ AWEN ຈະ​ປະກອບສ່ວນ​ບໍ່​ແມ່ນ​ຫນ້ອຍ​​ເຂົ້າ​ໃນ​ການ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ​ພາຍ​ໃນ​ກຸ່ມ ​ແລະ ບັນດາ​ປະ​ເທດນອກ​ກຸ່ມ, ​ເພີ່ມ​ທະວີ​ຄວາມ​ສະ​ເຫມີ​ພາບລະຫວ່າງ​ຍິງ​ຊາຍ ​ແລະ ​ມອບ​ສິດ​ໃຫ້​ແກ່​ແມ່ຍິງ ​ແລະ ປະກອບ​ສ່ວນ​ສ້າງ​ພາກ​ພື້ນ ອາ​ຊຽນ ສັນຕິພາບ ​ແລະ ວັດທະນາ​ຖາວອນ.”

AWENບ່ອນອີງຂອງນັກທຸລະກິດຍິງອາຊຽນ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ - ảnh 2
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

        ດ້ວຍ​ຖານະ​ເປັນ​ປະທານ​ທຳ​ອິດ​ຂອງ AWEN, ທ່ານ​ນາງ ຟ້າ​ມທິຕວຽດມີ​ງ, ປະທານ​ສະພາ​ນັກທຸລະກິດ​ຍິງ ຫວຽດນາມ-ສັງກັດຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ວາງ​ອອກ​ບັນດາ​ບຸລິມະສິດ​ໄລຍະ​ສັ້ນ ​ແລະ ຍາວ, ບັນດາ​ລາຍການ​ເຄື່ອນ​ໄຫວ​ລວມ ​ເພື​່ອຮັບປະກັນ​ໃຫ້​ແກ່​ປະສິດທິ​ຜົນ​ຂອງ AWEN ​ໃນ​ອະນາຄົດ.

        “​ເຄືອ​ຂ່າຍ AWEN ​ ມຸ່ງ​ໄປ​ເຖິງ​ການ​ຊຸກຍູ້​ບົດບາດ ​ແລະ ສຽງ​ເວົ້າ​ຂອງ​ບັນດາ​ນັກທຸລະກິດ​ຍິງ ອາ​ຊຽນ, ສ້າງ​ບັນດາ​ກາລະ​ໂອກາດ​ພັດທະນາ​ຂອງ​ເຂົາ​ເຈົ້າ. ນີ້​ກໍ​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ​ຍິງ ສາມາດ​ແບ່ງປັນ​ບັນດາ​ຂໍ້​ມູນຂ່າວສານ, ບົດຮຽນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ຕົວຢ່າງ​ຄື: ​ບັນຫາຮ່ວມ​ມື​ດ້ານ​ການ​ຄ້າ, ທຶນຮອນ, ຫລື ບັນດາ​ບໍລິການ marketting. ​ເວທີ​ປາ​ໄສ​ນີ້ ຈະ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ນັກທຸລະກິດ​ຍິງ, ພ້ອມ​ທັງ​ຫນູນ​ຊ່ວຍ, ​ເຊື່ອມ​ຕໍ່​ບັນດາ​ນັກທຸລະກິດ​ຍິງ​ໃນ​ພາກ​ພື້ນ.”

        ທ່ານ​ນາງ Moudy Lintuuran, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ນັກທຸລະກິດ​ຍິງ ຂອງ ອິນ​ໂດ​ເນ​ເຊຍ ຢືນຢັນ​ວ່າ: ອິນ​ໂດ​ເນ​ເຊຍ ຈະ​ຍາດ​ໄດ້ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ຈາກ​ການ​ເຄື່ອນ​ໄຫວ​ຂອງ AWEN ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ສະຫະ​ສະມາຄົມ ມີສະມາຊິກ  30.000 ຄົນ, ​ໃນ​ນັ້ນ ມີ​ປະມານ 27% - 30% ​ແມ່ນ​ວິ​ສາ​ຫະກິດ​ສົ່ງ​ອອກ. ສະ​ນັ້ນ ​ເພື່ອ​ຮັບປະກັນ​ວິວັດ​ການ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດຢ່າງ​ສະດວກ, ບັນດາ​ອົງການ​ຄື AWEN ມີ​ລັກສະນະ​ຕັດສິນ​ຊີ້​ຂາດ.

        “​ເຄືອ​ຂ່າຍ AWEN ​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ພວກ​ຂ້າພະ​ເຈົ້າ. AWEN ​ ບໍ່​ພຽງ​ແຕ່​ສາມາດ​ສະຫນອງ​ໃຫ້​ພວກ​ຂ້າພະ​ເຈົ້າ​ຂໍ້​ມູນ​ຂ່າວສານ​​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ກຳລັງ​ຫນູນ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ຍິງ​ຢູ່ ອິນ​ໂດ​ເນ​​ເຊຍ ​ກຳ​ໄດ້​ສະພາບ​ການ​ນັກທຸລະກິດ​ຍິງ ຢູ່ ບັນດາ​ປະ​ເທດ​ອື່ນ ​ແລະ ​ເມື່ອ​ກັບ​ຄືນ​ເມືອ​ອິນ​ໂດ​ເນ​ເຊຍ ຂ້າພະ​ເຈົ້າ​ຈະ​ເຜີຍ​ແຜ່​ໃຫ້​ເຂົາ​ເຈົ້າ​ກ່ຽວ​ກັບ​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​​ເກັບ​ກຳມາ​ໄດ້​ໃນ​ບັນດາ​ການ​ປຶກສາ​ຫາລືຈາກເຫດການ​ນີ້.”

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ເຄືອ​ຂ່າຍ AWEN ​ ຈະ​ຕອບ​ສະຫນອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ສຳລັບ​ນັກທຸລະກິດ​ຍິງ ​ເມື່ອ​ເຮັດ​ວຽກ​ກັບ​ຄູ່​ຮ່ວມ​ມື​ພາຍ​ໃນ​ກຸ່ມ. ນີ້​ກໍ​ແມ່ນ​ອົງການ​ຮັບຜິດຊອບ​ສິດຜົນປະ​​ໂຫຍ​ດ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ຍິງ, ​ແມ່ນ​ບ່ອນ​ອີງ​ຂອງ​ບັນດາ​ນັກທຸລະກິດ​ຍິງ ອາ​ຊຽນ ​ເມື່ອ​ປະຊາ​ຄົມ​ອາ​ຊຽນ ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ