Cambodia Angkor Air ເປີດສາຍ​ການບິນ​ໂດຍ​ກົງເຊື່ອມ​ຕໍ່​​ສອງ​ປະ​ເທດກຳ​ປູ​ເຈຍ-ຫວຽດ​ນາມ

(vovworld)- ບໍລິສັດ​ການ​ບິນ​ແຫ່ງ​ຊາດ ກຳປູ​ເຈຍ(Cambodia Angkor Air), ຊື່​ງ​ແມ່ນ​ບໍລິສັດ​ຮ່ວມ​ທຸລະ​ກິດລະຫວ່າງ​ກຳປູ​ເຈຍ ​ແລະ ຫວຽດນາມ ​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ພະນົມ​ເປັນ - ຮ່າ​ໂນ້ຍ. ນີ້​ແມ່ນ​ສາຍ​ການບິນ​ໂດຍ​ກົງທຳ​ອິດ​ເຊື່ອມ​ຕໍ່​ນະຄອນຫລວງຂອງ​ສອງ​ປະ​ເທດ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ໄປ​ມາ​ກໍ​ຄື​ການ​ພັດທະນາ​ເສດຖະກິດ​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ.

Cambodia Angkor Air ເປີດສາຍ​ການບິນ​ໂດຍ​ກົງເຊື່ອມ​ຕໍ່​​ສອງ​ປະ​ເທດກຳ​ປູ​ເຈຍ-ຫວຽດ​ນາມ - ảnh 1
Cambodia Angkor Air ພວມ​ປັບປຸງ​ລະບົບ​ຂາຍ​ປີ້​ຍົນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ ນັກ​ທ່ອງ​ທ່ຽວ.

        ກຳປູ​ເຈຍ​ແມ່ນ​ປະ​ເທດ​ຊື່​ງ​ແຂກ​ຄົນ​ທັງຫລາຍ​ຮູ້ຈັກກັນ​ດີ​ຍ້ອນ​ມີ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ​ຢູ່ ອາຊີ ດ້ວຍ​ຫລາຍ​ຮູບ​ການທ່ອງທ່ຽວຄື: ທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ວັດທະນະທຳ ​ແລະ ມີ​ວັດວາ​ອາຮາ​ມ​ໃຫຍ່​ນັບ​ພັນ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ພິ​ເສດກຸ່ມ​ປູຊະນີຍະສະຖານ ອັງ​ກໍ ຢູ່​ແຂວງ ຊຽມຣຽບ, ​ເຂດ​ແຄມ​ທະ​ເລ​ດ້ວຍ​ບັນດາ​ຫາຍ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ຢູ່​ນະຄອນ Sihanoukville ​ແລະ ບັນດາ​ແຂວງ KohKong, Kampot, ບັນດາ​ຖ້ຳ​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ ຊື່​ງລວມມີ: ​ແຂວງ Ratankiri, Mondonkiri, Strung Treng ​ແລະ Kratie… ​ອັນໄດ້​ດຶງ​ດູ​ດນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມເປັນ​ຈຳນວນ​ຫລວງຫລາຍ. ​ເຖິງ​ວ່າ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວ​ທີ່​ອຸດົມສົມບູນ, ມີຫລາຍ​ຮູບ​ຫລາຍ​ແບບ​ຄື​ແນວ​ນັ້ນກໍຕາມ ​ແຕ່​ພື້ນຖານ​ໂຄງ​ລ່າງ​ການທ່ອງ​ທ່ຽວ, ​ເປັນ​ຕົ້ນ​ແມ່ນ​ຍານພາຫະນະ​, ພິ​ເສດ​ແມ່ນ​ການ​ຂົນ​ສົ່ງທາງ​ອາກາດ​ຂອງ​ກຳປູ​ເຈຍ​ແມ່ນ​ຍັງບໍ່​ທັນສາມາດ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ໄດ້​ເທື່ອ.

        ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ທ່ອງ​ທ່ຽວກຳປູ​ເຈຍແລ້ວ, ປີ 2012 ມີ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ມາ​ຢ້ຽມຢາມ ກຳປູ​ເຈຍ 3,6 ລ້ານ​ເທ່ືອ​ຄົນ, ​ໃນ​ນັ້ນ 2 ລ້ານ​ກວ່າ​ເທື່ອ​ຄົນ​​​​ໄປຢ້ຽມຢາມ​ ວັດອັງ​ກໍ​. ​​ເປັນ​ຕົ້ນ​ແມ່ນນັກ​ທ່ອງ​ທ່ຽວມາ​ຈາກ ຫວຽດນາມ, ຈີນ, ​ໄທ, ສ​ເກົາຫລີ ​ແລະ ຍີ່​ປຸ່ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ກວ່າ​ເຄິ່ງຫນຶ່ງ​ໃນຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ກຳປູ​ເຈຍ ດ້ວຍ​ທາງ​ອາກາດ ​ແລະ ທາງ​ນ້ຳ. ລັດຖະບານ ກຳ​ປູ​ເຈຍ ປາດ​ຖະຫນາ​ວ່າ ​ແຕ່​ປີ 2013, ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມຢາມ ກຳປູ​ເຈຍ​ດ້ວຍ​ທາງ​ອາກາດ​ຈະເພີ່ມ​ຂຶ້ນ​ສູງ ຜ່ານ​ບັນດາ​ສາຍ​ການບິນ​ທີ່ສະດວກ, ວ່ອງ​ໄວ ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ Angkor Air. ທ່ານ Sok Ran ນັກວິຊາການ Marketing ສັງກັດບໍລິສັດ Cambodia Angkor Air ປະຈຳ​ກຳປູ​ເຈຍ ​ໃຫ້​ຮູ້​ວ່າ:

        “ບໍລິສັດ​ການບິນ​ແຫ່ງ​ຊາດ​ກຳປູ​ເຈຍ​ເປັນ​ຄັ້ງ​ທຳ​ອິດ​ເປ​ີດສາຍ​ການບິນລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ລະຫວ່າງນະຄອນຫລວງ ພະນົມ​ເປັນ ​ແລະ ນະຄອນຫລວງຮ່າ​ໂນ້ຍ, ນະຄອນ ຊຽມຣຽບ ​ແລະ ນະຄອນຮ່າ​ໂນ້ຍ ກໍ​ຄື​ຈາກ​ນະຄອນ​​ໂຮ່ຈິ​ມີນ​ເຖິງພະ​ນົມ​ເປັນ, ນະຄອນ ​ໂຮ່ຈິ​ມີນ​ໄປ​ຍັງ​ນະຄອນ ຊຽມຣຽບ. ບໍລິສັດ​ການບິນ​ແຫ່ງ​ຊາດ ກຳປູ​ເຈຍ ຈະ​ປະກອບສ່ວນ​ຊຸກຍູ້​ຂະ​ແຫນງ​ທ່ອງ​ທ່ຽວ​ລະ​ຫວ່າງ ກຳ​ປູ​ເຈຍ ​ແລະ ຫວຽດນາມ. ​ເລື່ອງ​ບໍລິສັດ​ການບິນ​​ແຫ່ງ​ຊາດ ກຳປູ​ເຈຍ ​ເປີດ​ສາຍ​ການບິນ​ໂດຍ​ກົງ​ກໍ​ເປັນ​ການ​ເປີດ​ຊ່ອງ​ທາງ​ພັດທະນາ​ການ​ຮ່ວມ​ມື​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ ກຳປູ​ເຈຍ ​ແລະ ຫວຽດນາມ.”

        ປະຈຸ​ບັນ ບັນດາ​ສາຍ​ການບິນ​ສາກົນ​ຈາກ​ພະນົມ​ເປັນ ​ແລະ ຊຽມຣຽບ ລ້ວນ​ແຕ່​ເຊື່ອມ​ຕໍ່​ກັບ​ບັນດາ​ສາຍ​ການບິນ​ພາຍ​ໃນ​ກຳປູ​ເຈຍ. ບັນດາ​ສາຍ​ການບິນ​ພາຍ​​ໃນ​ຂອງ Cambodia Angkor Air ​​ໄດ້​ສ້າ​ງ​ເງ່ືອນ​ໄຂ​ສະດວກ​ເພື່ອ​ໃຫ​້​ນັກ​ທ່ອງ​ທ່ຽວ​​ໄດ້​ໄປ​ຄົ້ນ​ຫາ​ສະຖານ​ທີ່​ທ່ອງ​ທ່ຽວ​ສາມ​ແຫ່ງ​ໃນ​ໄລຍະ​ທາງ​ຫນຶ່ງ: ນັ້ນ​ແມ່ນ​ນະຄອນ ພະນົມ​ເປັນທີ​່ທັນ​ສະ​ໄຫມ, ນະຄອນ ຊຽມຣຽບດ້ວຍ​ພື້ນຖານ​ວັດທະນະທຳ​ບູຮານ ​ແລະ Sihanoukvile ດ້ວຍ​ບັນດາ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ. ​ນາງ ​ເຈີ​ນທິທູ​ຈາງ, ຜູ້​ຕາງຫນ້າ Cambodia Angkor Air ປະຈຳ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “Cambodia Angkor Air ​ແມ່ນ​ບໍລິສັດ​ການບິນ​ຮ່ວມ​ທຸລະ​ກິດ​ລະຫວ່າງ ຫວຽດນາມ ​ແລະ ລາຊະ​ອານາຈັກ ກຳປູ​ເຈຍ ສະ​ນັ້ນ ຕະຫລາດ​ທຳ​ອິດ​ທີ່​ກຳປູ​ເຈຍ ສົນ​ໃຈ ນັ້ນ​ແມ່ນ​ຫວຽດນາມ. ຖັດຈາກ​ຫວຽດນາມ, Cambodia Angkor Air ຫັນ​ໄປ​ຍັງ​ຕະຫລາດ​ທີ 2 ​ແມ່ນ ບາງກອກ ​ແລະ ​ໄດ້​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນຫລາຍ,​ ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຝ່າຍ​ຕາ​ເວັນ​ຕົກ. ປະຈຸ​ບັນ, ​ແຕ່​ລະ​ມື້ Cambodia Angkor Air ຂົນ​ສົ່ງ​ຜູ້​ໂດຍສານ​ຈາກ​ຮ່າ​ໂນ້ຍປະມານ 200 ຄົນ, ສ່ວນ​ຢູ່​ນະຄອນ​ໂຮ່ຈິ​ມີນປະມານ 400 ຄົນ/ມື້.”

Cambodia Angkor Air ເປີດສາຍ​ການບິນ​ໂດຍ​ກົງເຊື່ອມ​ຕໍ່​​ສອງ​ປະ​ເທດກຳ​ປູ​ເຈຍ-ຫວຽດ​ນາມ - ảnh 2
ຖ້ຽວ​ບິນ​ທຳ​ອິດ​ເຊື່ອມ​ຕໍ່​ນະ​ຄອນ​ຫລວງ​ສອງ​ປະ​ເທດ
ຫວຽດ​ນາມ ແລະ ກຳ​ປູ​ເຈຍ
ພາບ:internet


        ບໍລິສັດ​ການບິນ​ແຫ່ງ​ຊາດ​ກຳປູ​ເຈຍ Angkor Air ​​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ​​ເປັນຄັ້ງ​ທຳ​ອິດ​ຈາກ ຮ່າ​ໂນ້ຍ​ໄປ​ພະນົມ​ເປັນ​ໃນ​ຕົ້ນປີ 2013. ປະຈຸ​ບັນ Cambodia Angkor Air ພວມ​ປັບປຸງ​ລະບົບ​ຂາຍ​ປີ້​ຍົນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ທ່ານ Sok Ran ນັກວິຊາການ Marketing ຂອງ Cambodia Angkor Air ປະຈຳ​ກຳປູ​ເຈຍ ​ໃຫ້​ຮູ້​ວ່າ:

        “ Angkor Air ​​ອະນຸຍາດ​ໃຫ້​ສອງ ສາຂາ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ລູກ​ຄ້າ​ໃນ​ການ​ຊື້​ປີ້​ຍົນ. ​ ຢູ່​ນະຄອນ ຮ່າ​ໂນ້ຍ ​ແມ່ນ​ສາຂາ Blue ​ແລະ ສ່ວນ​ຢູ່ນະຄອນ ​ໂຮ່ຈິ​ມີນ​ແມ່ນ​ສາຂາ ​ເຮືອງ​ຢາງ.”

        ຄາດ​ວ່າ​ໃນ​ປີ​ນີ້, Cambodia Angkor Air ຈະ​ສຳ​ເລັດ​ການ​ນຳ​​ເຂົ້າ​ຂຸດ​ຄົ້ນທັງ​ໝົດ 11 ສາຍ​ການບິນ, ​ໃນ​ນັ້ນ ມີ 8 ສາຍ​ການບິນ​ສາກົນ ​ແລະ 3 ສາຍ​ການບິນ​ພາຍ​ໃນ, ຂົນ​ສົ່ງແຂກ​ທ່ອງ​ທ່ຽວ​ສາກົນ​​ໄປ​ຢ້ຽມຢາມ ກຳປູ​ເຈຍ ກໍ​ຄື​ສ້າງ​ຂົວ​​ເຊື່ອມ​ຕໍ່ ​ແລະ ສ້າງ​ຄວາມ​ສະດວກ​ລະຫວ່າງ​ບັນດາ​ຈຸດ​ນັດ​ພົບ​ທີ່​ລື​ຊື່​ຂອງ​ກຳປູ​ເຈຍ​ຄື​ນະຄອນຫລວງ​ພະນົມ​ເປັນ, ນະຄອນ ຊຽມຣຽບ ດ້ວຍ​ບັນດາ​ກຸ່ມ​ວັດ ອັງ​ກໍ ​ແລະ ນະຄອນ ທະ​ເລ Sihanoukville. ນອກຈາກ​ບັນດາ​ສາຍ​ການບິນ​ໂດຍ​ກົງ​ຈາກ ຫວຽດນາມ, Cambodia Angkor Air ຈະ​ມີ​ສາຍ​ການບິນ​ໂດຍ​ກົງ​ຈາກ​ບັນດາ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ກຳປູ​ເຈຍ​ເປັນ​ຈຳນວນ​ຫລວງຫລາຍ​ຄື: ຈີນ, ຍີ່​ປຸ່ນ, ສ​ເກົາຫລີ, ​ໄທ, ສິງກະ​ໂປ.

ຕອບກັບ

ຂ່າວ/ບົດ​ອື່ນ