Sparkling Surabaya ວາດຟ້ອນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ - ອິນໂດເນເຊຍ

(vovworld) - ​ໃນ​ເຫດການ​ຕ່າງໆໂດຍ​ສະຖານທູດ ອິນ​​ໂດ​ເນ​ເຊຍ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ບັນດາ​ແຂກ​ເຂົ້າ​ຮ່ວມ​ເຄີຍ​ໄດ້​ຮັບ​ຊົມ​ວາດ​ຟ້ອນ Sparkling Surabaya. ນີ້​ແມ່ນ​ວາດ​ຟ້ອນ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງ ອິນ​ໂດ​ເນ​ເຊຍ ​ແລະ ສິ່ງ​ທີ່​ແປກ​ປະຫລາດ​ໃຈ ນັ້ນ​ແມ່ນວາດ​ຟ້ອນ​ນີ້​ໄດ້​ຮັບ​ການສະ​ແດງ​ໂດຍ​ນັກ​ຟ້ອນ ຫວຽດນາມ.​    

Sparkling Surabaya ວາດຟ້ອນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ - ອິນໂດເນເຊຍ - ảnh 1
ວາດ​ຟ້ອນ Sparkling Surabaya ​ເຄີຍ​​ ສະ​ແດງ​ໃນ​ບັນດາ
​ເຫດການ​ສຳຄັນ​ຂອງ ອິນ​ໂດ​ເນ​ເຊຍ
ພາບ:internet

        ວາດ​ຟ້ອນ Sparkling Surabaya ​ເຄີຍ​​ ສະ​ແດງ​ໃນ​ບັນດາ​ເຫດການ​ສຳຄັນ​ຂອງ ອິນ​ໂດ​ເນ​ເຊຍ. ນີ້​ແມ່ນ​ວາດ​ຟ້ອນ​ສະ​ແດງ​​ໃຫ້​ເຫັນ​ວັດທະນະທຳ​ປະຫວັດສາດ​ຂອງ ນະຄອນ Surabaya ວິລະ​ຊົນ ​ແລະ ​ແມ່ນ​ການຄຳ​ນັບ​ຮັບ​ຕ້ອນທີ່​ສະຫງວນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​​ເມ່ືອ​ມາ​ຢ້ຽມຢາມ​ນະຄອນ Surabaya ​ເວົ້າ​ສະ​ເພາະ ​ແລະ ອິນ​ໂດ​ເນ​ເຊຍ ​ເວົ້າ​ລວມ. ​ເພື່ອ​ໂຄສະນາ ​ແລະ ​ແນະນຳ​ວັດທະນະທຳ​ອິນ​ໂດ​ເນ​ເຊຍ, ​ແຕ່ລະ​ປີ ລັດ​​ຖະບານ​ປະ​ເທດ​ນີ້ ​ໄດ້​ສະຫງວນ​​ທຶນການ​ສຶກສາ​ໃນ​ຂົງ​ເຂດ​ວັດທະນະທຳ ​ແລະ ສິລະ​ປະ​ໃຫ້​ແກ່​ຊາວ​ຫນຸ່ມ​ບັນດາ​ປະ​ເທດ ອາ​ຊຽນ. ​ເປັນ​ຜູ້​ໂຊກ​ດີ​ເມື່ອ​ໄດ້​ຮັບ​ທຶນ​ການສຶກສາ​ດັ່ງກ່າວ, ນາງ Khuat Thi Thoa ນັກ​ສຶກສາ​ສັງກັດ​ໂຮງຮຽນວິທະຍາ​ໄລ​ສິລະ​ປະ​ຟ້ອນ ຫວຽດນາມ ​ໄດ້​ມີ​ໂອກາດ​ຮຽນ​ເອົາ​ບັນດາ​ວາດ​ຟ້ອນ Sparkling Surabaya ຢູ່​ປະ​ເທດ​ທີ່​ມີ​ເກາະ​ນັບ​ພັນ​ແຫ່ງ​ນີ້​ໄດ້​ເວົ້າ​ວ່າ:

        “ພາຍຫລັງ​ຮຳ່ຮຽນ​ມາ​ເປັນ​ເວລາ 3 ​ເດືອນ ຢູ່ ອິນ​ໂດ​ເນ​ເຊຍ, ນ້ອງ​ຟ້ອນ​ເປັນ 3 ​ແບບ​ຄື: Sparkling Surabaya, Suara Madu ​ແລະ Marate Spring ​ແຕ່​ພວກ​ນ້ອຍ​ເຄີຍ​ສະ​ແດງ​ ຟ້ອນ Sparkling Surabaya ຫຼາຍກວ່າ​ໝູ່. ​ເພາະວ່າ ຈັ່ງ​ຫວະຟ້ອນ​ນີ້​​ແມ່ນ​ມ່ວນ​ຫລາຍ.”

        ພາຍຫລັງ​ຮຽນ​ສິລະ​ປະ​ຟ້ອນ​ຢູ່ ອິນ​ໂດ​ເນ​ເຊຍ, ນາງ Thoa ​ໄດ້​ສ້າງ​ຕັ້ງ​ກອງ​ສິນລະປະຟ້ອນ​ຫນ່ວຍຫນຶ່ງ ລວມມີ 4 ຄົນ ​ເພື່ອ​ສາມາດ​ໂຄສະນາ ​ແລະ ສະ​ແດງ​ວາດ​ຟ້ອນ Sparkling Surabaya ຢູ່ ຫວຽດນາມ. ​ໄລ່​ມາ​ຮອດ​ປະຈຸ​ບັນ, ກອງ​ສິນລະປະ​ຟ້ອນ​ຂອງ Thoa ​ໄດ້​ສະ​ແດງ​ວາດ​ຟ້ອນ​ດັ່ງ​ກ່າວ​​ໃນ​ບັນດາ​ເຫດການ​ໂດຍ​ສະຖານທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ ຈັດ​ຂຶ້ນ​ຄື: ພິທີ ຕອບ​ບຸນແທນຄຸນ​, ພິທີ​ສະ​ເຫລີ​ມສະຫລອງ​ວັນຊາດ, ສັບປະດາ​ວັດທະນະທຳ ອິນ​ໂດ​ເນ​ເຊຍ ຢູ່ ຫວຽດນາມ ​​ເຊິ່ງ ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ຫລາຍ​ຄົນ, ພິ​ເສດ ​ແມ່​ນຊາວ ອິນ​ໂດ​ເນ​ເຊຍ. ທ່ານ I Nyoman ທຸູດວັດທະນະທຳ ​ແລະ ຖະ​ແຫລ​ງຂ່າວ ສັງກັດ​ສະຖານ​ທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ບັນດາ​ຜູ້​ຊົມ​ຮູ້ສຶກ​ແປກ​ປະຫລາດ​ໃຈ ພິ​ເສດ​ເມື່ອ​ກອງສິນລະປະ​ຟ້ອນ​ຂອງ Thoa ສະ​ແດງ​ວາດ​ຟ້ອນ Sparkling Surabaya ​ໃນຄັ້ງ​ທຳ​ອິດຢູ່ ​ໂຮງ​ລະຄອນ. ຜູ້​ຊົມ​ຫລາຍ​ຄົນ​ບໍ່​ຄິດ​ວ່າ ນັກ​ຟ້ອນ​ແມ່ນ​ຊາວ ຫວຽດນາມ ​ເພາະວ່າ ​ເຂົາ​ເຈົ້າ​ສະ​ແດງ​ມ່ວນ​ຫລາຍ ​ແລະ ສ່ອງ​ແສງ​​ໃຫ້​ເຫັນ​ເນື້ອ​ໃນ​ຂອງ​ວາດ​ຟ້ອນ​ນີ້.”

        ນາງ Thoa ​ແບ່ງປັນ​ວ່າ, ຈັ່ງ​ຫວະ​ຟ້ອນ Sparkling Surabaya ບໍ່​ມີຫຍັງ​ຍາກ ດອກ! ​ແຕ່​ສິ່ງ​ຫຍຸ້ງຍາກ​ນັ້ນ​ແມ່ນ​ເຮັດ​​ແນວ​ໃດຈະ​ສາມາດສະທ້ອນ​​ໃຫ້​ເຫັນ​ເນື້ອ​ໃນຄວາມ​ໝາຍ​ຂອງ​ການ​ຟ້ອນ​ຜ່ານ​ທ່າ​ສະ​ແດງ​ຕ່າງໆ ​ເຊັ່ນ​ການ​ກ້າວ, ກາງ​ວາງ​ຕົວ, ຫຼື ລີລາ​ຂອງ​ການ​ຟ້ອນ . ນາງ Thoa ​ເວົ້າ​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ນ້ອງ​ໄດ້​ສະ​ແດງ​ວາດ​ຟ້ອນ Sparkling Surabaya ຫລາຍ​ຄັ້ງ​ແລ້ວ. ຜູ້​ຊົມ​ທັງ​ຫຼາຍ​ລ້ວນ​​ແຕ່​ຍ້ອງຍໍ​ວ່າ ຟ້ອນ​ງາ​ມ ​ແລະ ຫລາຍ​ຄົນ​ເມື່ອ​ຮູ້ຈັກ​ວ່າ ນ້ອງ​ເປັນ​ຊາວ​ຫວຽດນາມ ​ເຂົາ​ເຈົ້າ​ຖາມ​ວ່າ ນ້ອງ​ຮຽນ​ວາດ​ຟ້ອນ​ນີ້​ຢູ່​ໃສ. ສ່ວນ​ຜູ້​ຊົມ​ຊາວ​ອິນ​ໂດ​ເນ​ເຊຍ ກໍ່​ເວົ້າ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຫລາຍ​ເມື່ອ​ເຫັນ​ວ່າມ​ີຊາວ​ຕ່າງປະ​ເທດ​ຮູ້ຈັກ​ເຖິງ​ວາດ​ຟ້ອນ​ຂອງ​ເຂົາ​ເຈົ້າ.”

Sparkling Surabaya ວາດຟ້ອນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ - ອິນໂດເນເຊຍ - ảnh 2
ນັກຟ້ອນ ຫວຽດນາມ ສະແດງວາດຟ້ອນຂອງອິນໂດເນເຊຍ
ພາບ:internet

        ​ໂດຍ​ໄດ້​ຮັບ​ຊົມ​ການສະ​ແດງ​ສິລະ​ປະ​ຟ້ອນ Sparkling Surabaya ​ເປັນ​ຫລາຍ​ເທື່ອ​ແລ້ວ ​ແຕ່ລະ​ເທ່ືອ​​ເມື່ອ​ໄດ້​ຮັບ​ຊົມ​ກອງ​ສິນລະປະ​ຟ້ອນ​ຂອງ​ນາງ Thoa ຍາມ​ໃດທ່ານ Inyoman ກໍ​ຮູ​ສຶກຕື້ນ​ຕັນ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ວາດ​ຟ້ອນ​ຂອງ​ປະ​ເທດຕົນ​ຜ່ານ​ການສະ​ແດງ​ຂອງ​ນັກ​ຟ້ອນ ຫວຽດນາມ. ທ່ານ Inyoman ​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ​ແລະ ​ເຫັນ​ວ່າ ວາດ​ຟ້ອນ​ນີ້​ແມ່ນ​ຮູບ​ແບບການ​ສະ​ແດງ​ສະທ້ອນໃຫ້​ເຫັນ​ສາຍ​ພົວພັນ​ມິ​ດຕະພາບ​ລະຫວ່າງ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ. ຖ້າ​ຫາກ​ມີ​ຫລາຍ​ຄົນຟ້ອນ​ເປັນ​ຄື​ ກອງ​ຟ້ອນ​ຂອງ ​ນາງ Thoa, ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ຊາດ​ພວກ​ເຮົາ ຈະ​ນັບ​ມື້​ນັບ​ໃກ້ຊິດ​ສະຫນິດສະຫນົມ​ກວ່າ.”

 

        ທ່ານ I Nyoman ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ຈະ​ສ້າງ​ເງື່ອນ​ໄຂ ​ແລະ ຫນູນ​ຊ່ວຍກອງ​ສິນລະປະ​ຟ້ອນ​ຂອງ​ນາງ Thoa ສືບ​ຕໍ່​ພັດທະນາ ​ແລະ ​ແນະນຳ​ວາດ​ຟ້ອນ Sparkling Surabaya ​ ​ເວົ້າ​ສະ​ເພາະ ​ແລະ ວັດທະນະທຳ​ສິລະ​ປະ​ອິນ​ໂດ​ເນ​ເຊຍ ​ເວົ້າ​ລວມ ​ອອກສູ່​ຜູ້​ຊົມ​ຫວຽດນາມ​ເປັນ​ຈຳນວນຫລວງຫລາຍ, ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ມີ​ຄວາມ​ເຂົ້າ​ໃຈ​ກວ່າ ​ແລະ ຫຍັບ​ມໍ່​ເຂົ້າ​ໃກ້​ກັນ​ກວ່າ​ໃນ​ອະນາຄົດ.

Trung Cuong

 

ຕອບກັບ

ຂ່າວ/ບົດ​ອື່ນ