Surabaya ນະຄອນເຕັກໂນໂລຊີເພື່ອປະຊາຊົນ


(vovworld)- Surabaya ພາກ​ຕາ​ເວັນ​ອອກ Java ປະ​ເທດ ອິນ​ໂດ​ເນ​ເຊຍ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ນະ​ຄອນ​ນຳ​ຫ​ນ້າ​ໃນ​ການ​ຫັນ​ບັນ​ດາ​ບໍ​ລິ​ການ​ສາ​ທາ​ລະ​ນະ​ເປັນ​ທັນ​ສະ​ໄຫມ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ. ແຕ່​ປີ 2012, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Surabaya ໄດ້​ສະ​ຫນອງ​ບໍ​ລິ​ການ​ເຄືອ​ຂ່າຍ​ອິນ​ເຕີ​ແນດ wifi ໂດຍບໍ່​ເກັບ​ຄ່າ​ໃນ​ຕະ​ຫລອດ 24 ຊົ່ວ​ໂມງ​ຢູ່​ບັນ​ດາ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ໃນ​ນະ​ຄອນ, ພິ​ເສດ ແມ່ນ​ຢູ່​ບັນ​ດາ​ສວນ​ສາ​ທາ​ລະ​ນະ. ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ດຶງ​ດູດ​ຊາວ​ຫ​ນຸ່ມ, ນັກ​ຮຽນ​, ນັບ​ທັງພະ​ນັກ​ງານ​ລັດ​ຖະ​ກອນອີກ, ປະ​ກອບ​ສ່ວນ​ນຳ Surabaya ກາຍ​ເປັນ​ນະ​ຄອນ​​ອຶກ​ກະ​ທຶກ​ຄືກ​ໂຄມ ແລະ ທັນ​ສະ​ໄຫມກວ່າ.

Surabaya ນະຄອນເຕັກໂນໂລຊີເພື່ອປະຊາຊົນ - ảnh 1
ທິວ​ທັດ​ທຳ​ມະ​ຊາດ​ຢູ່ສວນ​ສັດ​ທີ່​ນະ​ຄອນSurabaya
ພາບ:internet

        Surabaya ແມ່ນ​ນະ​ຄອນ​ມີ​ສວນ​ສາ​ທາ​ລະ​ນະ​ຫລາຍ​ສຸດ​ຢູ່ ອິນ​ໂດ​ເນ​ເຊຍ. ພິ​ເສດ ປີ 2012, Surabaya ໄດ້​ຮັບ​ການ​ຮັບຮອງວ່າ​ແມ່ນ​ນະ​ຄອນ​ມີ​ສວນ​ສາ​ທາ​ລະ​ນະ​ງາມກວ່າ​ໝູ່​ຢູ່ ອິນ​ໂດ​ເນ​ເຊຍ. ຍ້ອນ Surabaya ບໍ່​ພຽງ​ແຕ່​​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​​ເທົ່າ​ນັ້ນ ຫາກ​ນີ້​ຍັງ​ແມ່ນ​ແຫ່ງ​ທີ່​ມີປະ​ຊາ​ຊົນ​ມາ​ຢ້ຽມ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ອີກ​ດ້ວຍ.

        ໃນ 2 ປີມໍ່ໆ​ມານີ້, ​ບັນ​ດາ​ສວນ​ສາ​ທາ​ລະ​ນະ​ຢູ່ Surabaya ບໍ່​ພ​ຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ຢ່ອນ​ອາ​ລົມ, ລະ​ຫລິ້ນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ກິ​ລາ​ກາ​ຍະ​ກຳ​ຫລ​ື​ບ່ອນ​ພົບ​ປະ​ຂອງ​ເພື່ອນ​ຫ​ນຸ່ມເທົ່າ​ນັ້ນ, ຫາກ​ເມື່ອ​​ມາ​​ບັນ​ດາສວນ​ສາ​ທາ​ລະ​ນະ​ຄື: Bungkul, Pelangi, Apsari….ພວກ​ເຮົາຍັງ​ພົບ​ເຫັນ​ບັນ​ດາ​ຫ​ນ່ວຍ​ນັກ​ສຶກ​ສາ, ພະ​ນັກ​ງານ​ລັດ​ຖະ​ກອນ​ທັງນັ່ງ​ເທິງ​ຕັ່ງ​ຫີນ​ຫລື​ເທິງ​ສວນ​ຫ​ຍ້າ ທັງຕັ້ງ​ໃຈ​ເຮັດ​ບົດ​ເຝີກ, ເຮັດ​ວຽກ ຫຼືແລກ​ປ່ຽນ​ຄຳ​ເຫັນ​ກັບ​ໝູ່​ເພື່ອນ, ຜູ້​ຮ່ວມ​ງານ​ຂອງ​ຕົນ.

        ເພື່ອນ Husei Chairudin, ນັກ​ສຶກ​ສາ​ຢູ່ Surabaya ໃຫ້​ຮູ້​ວ່າ: ແຕ່​ລະ​ມື້ ພາຍ​ຫລັງ​ເລິກ​ຮຽນ, ອ້າຍ​ພ້ອມ​ກັບ​ໝູ່​ເພື່ອນ​ກໍ່ມາ​ສວນ​ສາ​ທາ​ລະ​ນະ​ນີ້ ເພື່ອ​ພັກ​ຜ່ອນ​ຢ່ອນ​ອາ​ລົມ ແລະ ສູບ​ອາ​ກາດ​ປອດ​ໂປ່ງ ຫຼືພ້ອມ​ກັບ​ໝູ່​ເພື່ອນ​ເຮັດ​ບົດ​ເຝິກ​ຫັດ, ແລ​ກ​ປ່ຽນ​ຄຳ​ເຫັນ. Husei Chairudin ເວົ້າ​ວ່າ ເລື່ອງ​ສະ​ຫນອງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ Wifi ໂດຍບໍ່​ເກັບ​ຄ່າ ແມ່ນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່ ອ້າຍ​ກໍ​ຄື​ໝູ່​ເພື​່ອນ​ເພື່ອ​ຊອກ​ຫາ​ຂໍ້​ມູນ​ຂ່າວ​ສານ.

        “ສິ່ງ​ດັ່ງ​ກ່າວ​ແມ່ນ​ດີ​ທີ່​ສຸດ. ເມື່ອ​ມີ​ເຄືອ​ຂ່າຍ wifi, ​ນັກ​ສຶກ​ສາ​ຄື​ພວກ​ນ້ອງ​ສາ​ມາດ​ເຮັດ​ບົດ​ເຝິກ​ຫັດ ແລະ ອ່ານ​ຂ່າວ​ໃນ​ຫ​ນ້າ​ເວັບ​ຕ່າງ​ໆ​ໄດ້. ສ່ວນ​ພະ​ນັກ​ງານ​ລັດ​ຖະ​ກອນ, ເຂົາ​ເຈົ້າ​ສາ​ມາດສົ່ງ​ເອ​ກະ​ສານ​ໃຫ້​ອົງ​ການ​ຂອງ​ຕົນ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ Surabaya ກ​ໍ​ຄື ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ເຄືອ​ຂ່າຍ​ອິ​ນ​ເຕີ​ແນັດ wfi ນັບ​ມື້​ນັບ​ຂະ​ຫ​ຍາຍ​ຢ່າງກວ້າງ​ຂວາງກວ່າ ດ້ວຍ​ຄຸນ​ນະ​ພາບ​ດີກວ່າ.”

        ເລື່ອງ​ສະ​ຫນອງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ wifi ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຈຳ​ນວນ​ປະ​ຊາ​ຊົນ​ມາ​ສວນ​ສາ​ທາ​ລະ​ນະ​ນັບ​ມື້​ນັບ​ຫລາຍກວ່າ, ພິ​ເສດ​ແມ່ນ​ເພື່ອນ​ຫ​ນຸ່ມ ແລະ ພະ​ນັກ​ງານ​ລັດ​ຖະ​ກອນ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ຈຳ​ນວນ​ຜູ້​ນຳ​ໃຊ້​ອິນ​ເຕັດ​ແນດ​ຫລາຍ​​ໂພດ, ສະ​ນັ້ນ ຄຸນ​ນະ​ພາບ​ກໍ​ບໍ່​ໄດ້​ດີ​ປານ​ໃດ.  ​ນາງ Atika Nabila, ພະ​ນັກ​ງານ​ຜູ້​ຫ​ນຶ່ງ​ແບ່ງປັນ​ວ່າ.

        “ຂ້າ​ພະ​ເຈົ້າ​ຕ້ອງ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ທີ່​ສຸດ ແຕ່​ບາງ​ເທື່ອ​ເຂົ້າ​ບໍ່​ໄດ້, ຄຸນ​ນະ​ພາບບໍ່​ດີ. ຫວັງ​ວ່າ​ໄລ​ຍະ​ຈະ​ມາ​ເຖິງ ທຸກ​ຄົນ​ຈະ​ໄດ້​ນຳ​ໃຊ້​ບໍ​ລິ​ການ​ອິນ​ເຕີ​ແນດ​ຢູ່​ທີ່ນີ້​ດີກວ່າ.”

        ເຖິງວ່າ ຄຸນ​ນະ​ພາບ​ຂອງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຍັງ​ຈຳ​ກັດ​ຢູ່, ແຕ່​ຈຳ​ນວນ​ປະ​ຊາ​ຊົນ​ມາ​ສວນ​ສາ​ທາ​ລະ​ນະ​ນັບ​ມື້​ນັບ​ຫລາຍ ຍ້ອນ​ຄວາມ​ສະ​ດວກ ແລະ ອາ​ກາດ​ຢູ່​ທີ່ນີ້​ປອດ​ໂປ່ງ ເຮັ​ດ​ໃຫ້​ເຂ​ົ​າ​ເຈົ້າ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ.  ທ່ານ​ນາງ Antiek Sugiharti, ຫົວ​ຫ​ນ້າ​ພະ​ແນກ​ສື່​ສານ ແລະ ຄອມ​ພິວ​ເຕີ Surabaya ໃຫ້​ຮູ້​ວ່າ: ເພື່ອ​ຜັນ​ຂະ​ຫ​ຍາຍ ແລະ ຮັກ​ສາ​ການ​ສະ​ຫນອງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ wifi ເປັນ​ປະ​ຈຳ ບໍ່​ແມ່ນ​​ເລື່ອງ​ງ່າຍ.

        “ພວກ​ຂ້າ​ພະ​ເຈົ້າ​ພວມທຳ​ການ​ກວດ​ກາ​​ບໍ​ລິ​ການ​ສະ​ຫນອງ ເຄືອ​ຂ່າຍ​ອິນ​ເຕີ​ແນັດ wifi. ຍ້ອນ​ຈຳ​ນວນ​ຜູ້​ນຳ​ໃຊ້​ຫລາຍ​ເກີນ​ໄປ, ສະ​ນັ້ນ​ຄຸນ​ນະ​ພາບບໍ່​ດີ​ປານ​ໃດ. ພວກ​ຂ້າ​ພະ​ເຈົ້າ​ຈະ​ກວດ​ກາ​ເປັນ​ປະ​ຈຳ ແລະ ຈະປັບ​ປຸງ​​ຄຸນ​ນະ​ພາບ​ໃຫ້ດີກວ່າ​ເພື່ອຮັບໃຊ້​ຄ​ວາ​ມ​ຕ້ອງກ​ານ​ຂອງ​ປະ​ຊາ​ຊົນ.”

        ແຕ່​ລະ​ປີ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Surabaya ໄດ້​ເບີກ​ຈ່າຍ​ຈຳ​ນວນ​ເງິນກວ່າ 40.000 USD ເພື່ອ​ຊຳ​ລະ​ໃຫ​້​ແກ່​ບໍ​ລິ​ການ​ອິນ​ເຕີ​ແນັດ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ນະ​ຄອນນີ້​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ລັກ​ສະ​ນະ​ຂະ​ຫ​ຍັນ​ຂັນ​ເຄື່ອນ ແລະ ຮັກ​ສາ​ສຸ​ຂະ​ພ​າບ​ຂອງ​ປະ​ຊາ​ຊົນ​ນະ​ຄອນນີ້. ຕາມ​ແຜນ​ການ ອຳ​ນາດ​ການ​ປົກ​ຄອງ Surabaya ຈະ​ສືບ​ຕໍ່​ເປີດກວ້າງ​ເ​ຄືອ​ຂ່າຍ​ອິນ​ເຕີ​ແນັດ wifi ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຫລາຍ​ແຫ່ງ​ຄື: ສູນ​ການ​ຄ້າ, ສະ​ຖານ​ທີ່​ອາ​ຫານ​ການ​ກິນ ​ແລະ ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອື່ນ​ໃນ​ນະ​ຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ