“Thailan Day” - ວັນບຸນ “ວັດທະນະທຳ, ທ່ອງທ່ຽວ ໄທ”


(vovworld)-ຜ່ານ​ຮ້ານ​ວາງ​ສະ​ແດງ​ແນະ​​ນຳກ່ຽວ​ກັບ​ການ​ທ່ອງ​ທ່ຽວທີ່​ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ທ່ານ​ຈະ​ໄດ້​ຄົ້ນ​ຫາ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ໄທ, ໄດ້ຮັບ​ຊົມ​ບັນ​ດາ​ລາຍ​ການ​ຟ້ອນ​ພື້ນ​ເມືອງ, ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ໄທ​ທີ່​ມີ​ລົດ​ສົ້ມ, ເພັດ, ຫວາ​ນຄື: ສົ້ມ​ຕ່ຳ, ພັດ​ໄທ, ກວຍ​ຕຽວ ຫລື​ຊອກ​ຮູ້​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຢູ່​ໄທ.

       

 “Thailan Day” - ວັນບຸນ “ວັດທະນະທຳ, ທ່ອງທ່ຽວ ໄທ” - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ ໄທ
ພາບ:newzing.vn

        ວັນ​ບຸນ​ ໄທ ແມ່ນ​ເຫ​ດ​ການ​ໂດຍ​ສະ​ຖານ​ທູດ​ໄທ​, ​ຫ້ອງ​ການ​ທ່ອງ​ທ່ຽວ​ໄທ, ບໍ​ລິ​ສັດ​ການ​ບິນ​ໄທ​ຈຳ​ກັດ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ໄທ ​ແລະ ວົງ​ຄະ​ນາ​ຍາດ​ຊາວ​ໄທ ສົມ​ທົບ​ກັນຈັດ​ຂຶ້ນ​ປະ​ຈຳ​ປີ ຢູ່ ຮ່າ​ໂນ້ຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ຊາດ​ໄທ ຄື​ວັນ​ທີ 5/12. ນີ້​ແມ່ນ​ປີ​ທີ 7 ວັນ​ບຸນ​ໄທ​ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ປີນີ້ ວັນ​ບຸນ​ໄທ ດຳ​ເນີນ​ໄປ​ຢູ່​ສວນ​ສາ​ທາ​ລະ​ນະ ທົງ​ເຍີດ ຮ່າ​ໂນ້ຍ ໃນ​ເນື້ອ​ທີ່ 1000 ຕາ​ລາງ​ແມັດ. ຕາມເສັ້ນ​ທາງ​ເຂົ້າ​ເຂດຈັດງານ​ບຸນ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ຄັນທຸງ​ໂຄ​ສະ​ນາ​ນາໆ​ສີ. ທ່ານ ພັນ​ຢາ​ຣັກ ….. ເອກ​ອັກ​ຄະ​ລັດ​ຖະ​ທູດ ລາ​ຊະ​ອາ​ນາ​ຈັກ​ໄທ ປະ​ຈຳ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຄັ້ງ​ທີ 7 ທີ່ພວກ​ຂ້າ​ພະ​ເຈົ້າ​ຈັດ​ງານ​ບຸນ​ໄທ. ກໍ​ເຊັນ​ດຽວ​ກັນ​ກັບ​ບັນ​ດາ​ວັນບຸນ​ຄັ້ງກ່ອນນີ້ , ພວກ​ຂ້າ​ພະ​ເຈົ້າ​ຢາກ​ສ້າງຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ໄທໃຫ້​​ແກ່​ຜູ້​ຊົມ. ແຂກ​ເຂົ້າ​ຮ່ວມ​ວັນ​ບຸນ ບໍ່​ພຽງ​ແຕ່​ໄດ້​ຊີມ​ອາ​ຫານ​ການ​ກິນ​​ຂອງໄທ​ ດ້ວຍ​ເຍື່ອງ​ອາ​ຫານ​ທີ່​ແຕກ​ຕ່າງ​ກັນ 20 ກວ່າ​ເຍື່ອງເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຊົມ​ລາຍກ​ານ​​ສະ​ແດງສິ​ລະ​ປະ, ຕີ​ມວຍ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ອີກ​ດ້ວຍ. ຫວັງ​ວ່າ ພາຍ​ຫລັງ​ໄດ້​ຮັບ​ຊົມ, ພວກ​ເພື່ອນ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ​ຂອງ​ໄທ​ກວ່າ​ອີກ”

       

 “Thailan Day” - ວັນບຸນ “ວັດທະນະທຳ, ທ່ອງທ່ຽວ ໄທ” - ảnh 2
ສິ້ງ​ພິມ​ໂຄ​ສະ​ນາ​ທ່ອງ​ທ່ຽວ​ໄທ
ພາບ:newzing.vn

        ຄວາມ​ປ​ະ​ທັບ​ໃຈ​ທຳ​ອິດ​​ໃຫ້​ແກ່​ແຂກ​ມາ​ຊົມນັ້ນ​ແມ່ນ ສຽງ​ດົນ​ຕີ​ຟົດ​ຟື້ນ​ເຊິ່ງ​ບັນ​ດາ​ນັກ​ສິ​ລະ​ປິນ​ໄທ ພວມ​ສະ​ແດງ​ບົນ​ເວ​ທີ. ບັນ​ດາ​ນາງ​ສ​າວ​ໄທ​ທີ່​ສວຍ​ງາມ, ຍີ້ມ​ແຍ້ມ​ແຈ່ມ​ໃສ, ເກົ້າ​ຜົມ​ສູງ​ໃນ​ຊຸດ​ອາ​ພອນປະຈຳ​ຊາດ​ສະ​ແດງ​ວາດ​ຟ້ອນ​ພື້ນ​ເມືອງທີ່​ອອນ​ຊອນ. ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນ​ດາ​ວາດ​ຟ້ອນ​ເທົ່າ​ນັ້ນ, ມາ​ແຫ່ງ​ນີ້ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມລາຍ​ກາ​ນ​ຕີມວຍ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໄທ​ແລະ ຊີມ​ອາ​ຫານ​ພິ​ເສດ​ທີ່​ນຳມາ​ຈາກ​ທຸກ​ແຖບ​ຖິ່ນ​ຂອງ​ໄທ​ຫຼາຍ​ເຍື່ອງ​ອີກ​ດ້ວຍ. ໃນ​ຮ້ານ​ວາງ​ສະ​ແດງ 22 ຮ້ານ​ທີ່​ງານ​ບຸນນັ້ນ, ມີກວ່າ​ເຄິ່ງ​ຫນຶ່ງ​ ແມ່ນ​ຮ້ານ​​ອາ​ຫານ​ຂອງໄທ ໂດຍ​ບັນ​ດາ​ພໍ່​ຄົວ​ແມ່​ຄົວ​ໄທ​ປຸງ​ແຕ່ງ​ເອງ. ນາງ ອະ​ຣຸ​ນ, ແມ່​ຄົວ​ຮ້ານ​ອາ​ຫານ Thay Restaurant & Lounge ໃຫ້​ຮູ້​ວ່າ:

        ສຽງ​ນາງ ອະ​ຣຸນ


        ເມື່ອ​ໄດ້​ເຫັ​ນ​ປະ​ຈັກ​ຕາ​ວິ​ທີ​ປຸງ​ແຕ່ງ​ບັນ​ດາເຍື່ອງ​ອາ​ຫານ ແລະ ຊີມ​ລົດ​ຊາດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານ​ໄທ, ນັກ​ທ່ອງ​ທ່ຽວຫວຽດ​ນາມ ​ນັບ​ແຕ່​ຜູ້​ເຖົ້າ​ຜູ້​ແກ່​ຕະ​ຫລອດ​ຮອດ​ເພື່ອນ​ຫນຸ່ມ ລ້ວນ​ແຕ່​ນິຍົມ​ອາ​ຫານ​ໄທ​ທີ່​ສຸດ. ລຸງ ຮຽນ ອາ​ຍຸ 65 ປີຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ແບ່ງ​ປັນ​ວ່າ:

        “ບັນ​ດາ​ເຍື່ອງ​ອາ​ຫານ​ໄທ​ແຊບ​ຫລາຍ, ລົດ​ຊາດ​ກໍ​ເໝາະ​ສົມ​ກັບ​ຄວາມ​ນິ​ຍົມ​ຂອງ​ຊາວ​ຫວຽດ​ນາມ. ວິ​ທີ​ປຸງ​ແຕ່ງ​ອາ​ຫານ​ໄທກໍ່​ຄ້າຍ​ຄື​ກັນ​ກັບວິທີການ​ປຸງ​ແຕ່ງອາ​ຫານ​ຂອງ​ຫວຽດ​ນາມ.”

 “Thailan Day” - ວັນບຸນ “ວັດທະນະທຳ, ທ່ອງທ່ຽວ ໄທ” - ảnh 3
ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ໄທ
ພາບ:newzing.vn

        ໂດຍ​ກຳ​ໄດ້​ຄວາມ​ຕ້ອງ​ການ​ຢາກ​ຊອກ​ຮູ້, ຄົ້​ນ​ຫາ​ວັດ​ທະ​ນະ​ທຳ​ໄທ ກໍ​ຄື​ໄປ​ທ່ອງ​ທ່ຽວ​ໄທ, ຄະ​ນະ​ຈັດ​ຕັ້ງ ໄດ້​ສະ​ຫງວນ​ຮ້ານ​ວາງ​ສະ​ແດງ 2 ຮ້ານ​ໃຫ້​ແກ່​ບໍ​ລິ​ສັດ​ການ​ບິນ ​ໄທ ແລະ ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ ຢູ່​ຫວຽດ​ນາມ ເພື່ອ​ແນະ​ນຳ​ບັນ​ດາ​ລາຍ​ການ​ຫລຸດ​ລາ​ຄາປີ້​ຍົນ, ໃບ​ໂຄ​ສະ​ນາ, ແຜນ​ທີ່​ໄທ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊ​ື່​ໃນ​ທົ່ວ​ທຸກເຂດ​ພາກ​ຂອງ​ໄທ. ທ່ານ​ນາງ ຈຸ​ຣັດ​ທິດ ຜູ້​ອຳ​ນວຍ​ການ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ນາງ ຈຸ​ຣັດ​ທິດ

        ເຖິງ​ວ່າ ວັນ​ບຸນ​ ​ດຳ​ເນີນ​ໄປ​ ພຽງໃນ​ເຄິ່ງມື້​ກໍ​ຕາມ ແຕ່​ວັນບຸນ ໄດ້​ດຶງ​ດູດ​ແຂກ​ມາ​ຢາມປະ​ມານ 4000 ຄົນ. ສິ່ງ​ດັ່ງ​ກ່າວ​​ສະ​ແດງ​ໃຫ້​ເຫັນ​ວ່າ ວັດ​ທ​ະ​ນະ​ທຳ, ອາ​ຫານ​ການ​ກິນ ແລະ ທ່ອງ​ທ່ຽວ​ໄທ ໄດ້ສ້າງຄວາມ​ດຶງ​ດູ​ດ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ເປັນ​ຈຳ​ນວນ​ຫລວ​ງ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ