ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງຊາຍ

(vovworld) - ການ​ແລ​ກປ່ຽນ​ຄວາມ​ເຫັນ, ​ແບ່ງປັນ​ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ, ພິ​ເສດ​ແມ່ນສະມາຊິກ​ສະພາ​ແຫ່ງ​ຊາດ​ເພດ​ຍິງ (ສສຊ​ເພດ​ຍິງ) ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງຊາ ຍ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຍົກ​ສູງ​ບົດບາດ​ຂອງ ສສຊ ​ເພດ​ຍິງ ​ແມ່ນ​ຈຸດປະສົງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ ຫນ່ວຍ ສສຊ ​ເພດ​ຍິງ ກັບ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງ ຊາຍ ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ທະ​ເລ ຍາ​ຈາງ ​ແຂວງ ​ແຄງ​ຮວ່າ ​ໃນ​ທ້າຍ​ເດືອນ 7/2012 ຜ່ານ​ມາ.

ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງຊາຍ - ảnh 1
ກອງປະຊຸມສຳມະນາ ຫນ່ວຍ ສສຊ ເພດຍິງ
ພາບ: internet

        ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຫນ່ວຍ ສສຊ ​ເພດ​ຍິງ ກັບ​ຍຸດ​ທະ​ສາດ​ແຫ່​ງຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງ​ຊາຍ” ​ໂດຍ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ, ຫນ່ວຍ ສສຊ ​ເພດ​ຍິງ ຫວຽດນາມ ສົມທົບ​ກັບ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (ສປຊ) ປະຈຳ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ. ມີ​ຜູ້​ແທນ​ກວ່າ 84 ທ່ານ ທີ່​ມາ​ຈາກ 10 ປະ​ເທດ ຄື: ມາ​ເລ​ເຊຍ, ກາ​ນາ​ດາ, ສ​ເກົາຫລີ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ຈີນ, ສະ​ວິດ, ​ໄທ, ຫວຽດນາມ ​ແລະ ຜູ້ຕາງຫນ້າ​ອົງການ​ຈັດ​ຕັ້ງ​ສາກົນ​​ເຂົ້າ​ຮ່ວມກອງ​ປະຊຸມ​ດັ່ງກ່າວ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສສຊ ​ເພດ​ຍິງ ຂອງ​ບັນດາ​ປະ​ເທດ​ໄດ້​ແລກປ່ຽນ​ບົດຮຽນ ​ແລະ ຂໍ​້​ລິ​ເລີ່​ມກ່ຽວ​ກັບ​ການ​ປະຕິບັດ​ຍຸດ​ທະ​ສາດ​ກ່ຽວ​ກັບຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງ​ຊາຍ ລະຫວ່າງ​ບັນດາ​ປະ​ເທດ​ທີ່​ມີ​ຫຼາຍຈຸດ​ຄ້າຍຄື​ກັນ​​ທາງ​ດ້ານ​ວັດທະນະທຳ, ​ ການ​ເມືອງ, ກົດໝາຍ ຫລື ມີ​ຜົນງານ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງຊາຍ. ທ່ານ​ນາງ ບຸນ​ຍົງ ບຸບຜາ ຮອງ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ລາວ, ຫົວຫນ້າ​ຫນ່ວຍ ສສຊ ​ເພດ​ຍິງ ລາວ ປະກອບ​ຄຳ​ເຫັນ​ວ່າ:

ສຽງ​ທ່ານ​ນາງ ບຸນ​ຍົງ ບຸບຜາ


        ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ອັດຕາ​ສ່ວນ​ ສສຊ ​ເພດ​ຍິງ ສູງ​ໃນ​ພາກ​ພື້ນ ​ແລະ ​​ໃນໂລກ, ບັນລຸ​ລະດັບສະ​ເລ່ຍ 24%, ​ໃນ​ຂະນະ​ນັ້ນ ປະຈຸ​ບັນ​ຢູ່​ໃນ​ໂລກ ຈຳນວນ​ ສສຊ ​ເພດ​ຍິງ​ກວມ​ປະມານ 19,3%, ອາຊີ ກວມ​ປະມານ 18%. ຄຸນ​ນະພາ​ບ ຂອງ ສສຊ ຍິງ ຫວຽດນາມ ກໍນັບມື້ນັບໄດ້ຮັບການຍົກສູງຂຶ້ນ ແລະ ສວມບົດບາດຕັ້ງຫນ້າໃນບັນດາກຳມາທິການຂອງສະພາແຫ່ງຊາດ. ເມື່ອເຕື້ອງ​ເຖິງ ສະພາບ​ການ​ປະຕິບັດ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ທີ່ພວມ​ວາງ​ອອກ​ໃນ​ວຽກ​ງານ​​ຄວາມສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ,​ທ່ານ​ນາງ Truong Thi Mai, ຫົວຫນ້າ​ກຳມາ​ທິການ​ກ່ຽວ​ກັບ​ບັນດາບັນຫາ​ສັງຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ຫນ່ວຍ ສສຊ ​ເພດ​ຍິງຫວຽດນາມ ຍົກ​ຄຳ​ເຫັນ​ວ່າ:

        “ບັນຫາ​ຫນຶ່ງ​ອີກ​ທີ່​ວາງ​ອອກ​​ໃນ​ປະຈຸ​ບັນນັ້ນ​ແມ່ນ ຍັງ​ມີ​ຮົ້ວ​ກີດຂວາງ​ສຳລັບ​ແມ່ຍິງ​ທີ່ເຂົ້າ​ຮ່ວມ​​ວຽກ​ງານການ​ເມືອງ, ພິ​ເສດ ຢູ່ ປະ​ເທດ ອາຊີ​ຈຳນວນ​ຫນຶ່ງ​ຍັງ​ມີ​ຂໍ້​ຈຳກັດ​ໃນ​ຄວາມ​ຮັບ​ຮູ້, ຍ້ອນ​ວັດທະນະທຳ​ມີ​ຈຸດ​ພິ​ເສດສະ​ເພາະ, ສະ​ນັ້ນ ​ເລື່ອງ​ສ້າງ​ຕັ້ງ​ກົນ​ໄກ​ເພື່ອ​ໃຫ້​ແມ່ຍິງ​ເຂົ້າ​ຮ່ວມ​​ວຽກ​ງານການ​ເມືອງ​ໄດ້​ຫລາຍ​ກວ່າ​ ​ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ. ບັນຫາ​ທີ່​ວາງ​ອອກ ນັ້ນ​ແມ່ນ ປະຈຸ​ບັນ ​ແມ່ຍິງ​ກວມ 50% ​ຈຳນວນ​ແຮ​ງ ງານ, ສະ​ນັ້ນ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສາມ​າດຮັບປະກັນ​ຄວາມດຸນ​ດຽງ​​ລະຫວ່າ​ງຍິງ​​ຊາຍໃນການ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ວຽກ​ງານການ​ເມືອງ​, ​ຕ້ອງ​ສູ້​ຊົນ​​ເພື່ອ​ບັນລຸ​ໃຫ້​ໄດ້ຈຸດໝາຍສສຊ​ເພດຍິງ​ກວມ 30% ​ໃນ​ສະພາ​ແຫ່ງ​ຊາດ.”

ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງຊາຍ - ảnh 2
ຜູ້ແທນ ສສຊ ເພດຍິງ ລາວ ແລະ ກຳປູເຈຍ ເຂົ້າຮ່ວມກອງປະຊຸມ
ພາບ:  internet

        ຕ່າງ​ຫນ້າ ສສຊ ​ເພດ​ຍິງ ອິນ​ໂດ​ເນ​ເຊຍ, ທ່ານ​ນາງ Gutis Kanjeng Ratu Hemas ຮອງ​ປະທານ​ສະ​ຖາ​ບັນ​ຕາງຫນ້າ​ເຂດ​, ຂຶ້ນ​ກັບ​ສະພາ​ສູງ ອິນ​ໂດ​ເນ​ເຊຍ ​ໄດ້​ແບ່ງປັນ​ບົດຮຽນ​ຂອງ ອິນ​ໂດ​ເນ​ເຊຍ ​ເພື່ອ​​ແນ​ໃສ່ຍົກ​ສູງ​ຄວາມ​ຮູ້ ​ແລະ ຄວາມ​ຊຳນານ​ງານ​ໃນ​ນິຕິ​ບັດ​ຍັດ, ສ້າງ​ແຜນ​ງົບປະມານ​ສະຫງວນ​​ໃຫ້​ແກ່​ຄວາມ​ສະ​ເຫ​ນີ ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ຕິດຕາມ​ກວດກາ​ ​ການ​ປະສານ​ສົມທົບ​ລະຫວ່າງ​ເພດ​ຜ່ານ​ບັນດາ​ຂໍ້​ລິ​ເລີ່​ມ.

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ ຍິງ​ຊາຍ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢ່າງ​ແຂງ​ແຮງ​ຢູ່​ແຕ່ລະ​ປະ​ເທດ​. ຕາມ​ຂ້າພະ​ເຈົ້າ​ແລ້ວ, ດ້ວຍ​ການ​ສະຫນັບສະຫນູນ ​ແລະ ຊ່ວຍ​ເຫລືອ​ຂອງ​ອົງການ UNDP, ​ຕ້ອງເຮັດ​ແນວ​ໃດ​​ເພື່ອເພີ່ມ​ທະວີ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ບໍ່​ພຽງ​ແຕ່​ປະຕິບັດ​ຢູ່​ສະ​ເພາະ​ແຕ່ລະ​ປະ​ເທດ​ເທ່ົາ​ນັ້ນ ຫາກ​ຄວນ​​​ໃຫ້ຂ່າວ, ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ, ຕາມ​ຂໍ້​ລິ​ເລີ່​ມ ​ແລະ ​ແຜນການ​ດຳ​ເນີນ​ງານທີ່​ພວມ​ໄດ້​ຮັບ​ການ​ປະຕິບັດ. ພິ​ເສດ ​ເລື່ອງ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ຢູ່​ນະຄອນ ຍາ​ຈາງ ​​ແມ່ນດີ​ທີ່​ສຸດ. ນີ້​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ເຄືອຂ່າຍ​​ຂໍ້​ມູນ​ຂ່າວສານລະຫວ່າງ​ບັນດາ​ປະ​ເທດ ​ແລະ ລະຫວ່າງ​ບັນດາ​ຫນ່ວຍ ສສຊ ​ເພດ​ຍິງ.”

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ແທນ​ຂອງ​ອົງການ Iknow Politics, ຫ້ອງ​ວ່າ  UNDP ພາກ​ພື້ນ ອາຊີ​ປາຊີ​ຟີ​ກ ກໍ​ໄດ້​ລາຍ​ງານ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ທີ່ກ່ຽວຂ້ອງ​ເຖິງ​ເລື່ອງ​ນຳ​ໃຊ້​ສົນທິສັນ​ຍາ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກການປະພຶດ​​ສຳລັບ​ແມ່ຍິງ ​ແລະ​ ບັນດາ​​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ​ໃນ​ວິວັດ​ການ​ສ້າງ​ກົດໝາຍ ​ແລະ ​ລາຍ​ງານການ​ປະຕິບັດ ​ແລະ ​ເປີດ​ກວ້າງ​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ​ລະຫວ່າງ​ຫນ່ວຍ ສສຊ ​ເພດ​ຍິງ​ຂອງ​ບັນດາ​ປະ​ເທດ.

        ຜ່ານ​ການ​ປຶ​ກສາ​ຫາລື, ກອງ​ປະຊຸມ​ສຳ​ມະ​ນາ​ຫນ່ວຍ ສສຊ ຍິງ​ກັບ​ຍຸດ​ທະ​ສາດ​ແຫ່ງ​ຊາດກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ​ໄດ້​ປະກອບສ່ວນ​ຊ່ວຍ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ຍົກ​ສູງ​ຄວາມ​ຊຳນານ​ງານ​ໃນ​ການ​​ໄຈ້​ແຍກ, ຮັບ​ຮູ້​ກ່ຽວ​ກັບ​ເພດ, ປະສານ​ສົມທົບ​ລະຫວ່າງເພດ​ກໍ​ຄື​ລະບຽບ​ການ​ປະສານ​ສົມທົບລະຫວ່າງ​ເພດ. ນີ້​​ແມ່ນ​ເວທີ, ​​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ສຽງ​ເວົ້າ​ຂອງ ສສຊ ​ເພດ​ຍິງ, ຊ່ວຍ​ເຂົາ​ເຈົ້າ​ມີ​ກຳລັງ​ແຮງ​ພຽງພໍ, ມີ​ຄວາ​ມໝັ້ນ​ໃຈ​ໃນ​ການ​ເຂົ້າຮ່ວມ​ຮຽບຮຽງ​ເອກະສານ​ດ້ານ​ກົດໝາຍ, ​ເພີ່ມ​ທະວີ​ບົດທີ່​ຕັ້ງບາດ​​ຂອງ ສສຊ ​ເພດ​ຍິງ ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ ອາ​ຊຽນ ຕາມ​ບັນດາ​ມະຕິ​ຂອງ AIPA./.

 

ຕອບກັບ

ຂ່າວ/ບົດ​ອື່ນ