ທ່ານ ຫວູ​ມ້າວ - ອະ​ດີດ​ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວູມ້າວ - ຜູ້​ມີ​ການ​ອຸ​ທິ​ດ​ສ່ວນຫຼາຍ​ຢ່າງ​ແກ່​ການ​ພົວ​ພັນໄມຕີ​ຈິດ​ມິ​ດຕະພາບ ລະຫວ່າງ​ຫວຽດນາມ - ກໍາປູ​ເຈ​ຍ

(VOVWORLD) -  ທ່ານ ຫວູມ້າວ - ອະດີດກໍາມະການ ຄະນະບໍລິຫານງານສູນກາງພັກອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ໄດ້ເຖິງແກ່່ມໍລະນະກໍາໃນຮຸ່ງເຊົ້າວັນທີ 30 ພຶດສະພາຜ່ານມາທ່ານໄດ້ຮັບຖືວ່າ ແມ່ນຜູ້ມີບົດບາດສຳຄັນໃນສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ໃນຕະຫຼອດ 30 ປີ ຜ່ານມາຜູ້ທີ່ໄດ້ມີການອຸທິດສ່ວນຢ່າງຫຼວງຫຼາຍແກ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ທ່ານ ຫວູ​ມ້າວ - ອະ​ດີດ​ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວູມ້າວ - ຜູ້​ມີ​ການ​ອຸ​ທິ​ດ​ສ່ວນຫຼາຍ​ຢ່າງ​ແກ່​ການ​ພົວ​ພັນໄມຕີ​ຈິດ​ມິ​ດຕະພາບ ລະຫວ່າງ​ຫວຽດນາມ - ກໍາປູ​ເຈ​ຍ - ảnh 1 ທ່ານຫວູມ້າວ - ອະດີດກໍາມະການ ຄະນະບໍລິຫານງານສູນກາງພັກອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ

ປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ

 

ທ່ານຫວູມ້າວ ເກີດວັນທີ 19 ທັນວາ 1939 ຢູ່ຮ່າໂນ້ຍ. ໂດຍເປັນຜູ້ທີ່ເຕີບໃຫຍ່ໃນສະໄໝຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມສະຫງ່າອົງອາດ ແຕ່ກໍປະສົບກັບຄວາມຫຍຸ້ງຍາກລໍາບາກນາໆປະການ, ແຕ່ຄວາມຫຍຸ້ງຍາກລໍາບາກເຫຼົ່ານັ້ນບໍ່ສາມາດຜາບແພ້ທ່ານໄດ້, ຫາກຍັງຝຶກຝົນຫຼໍ່ຫຼອມທ່ານໃຫ້ກາຍເປັນຜູ້ທີ່ອົງອາດກ້າແກ່ນ, ມີຄວາມກ້າຫານ ແລະ ເປັນຄົນມີຄວາມເມດຕາປານີ. ທ່ານກໍແມ່ນໜຶ່ງໃນບັນດາການນໍາທີ່ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ໃນຫຼາຍຊຸດກວ່າໝູ່ ( 5 ຊຸດຢ່າງລຽນຕິດ ແຕ່ຊຸດທີ 5 ຫາ ຊຸດທີ 9), ຮັບດໍາລົງຫຼາຍຖານະຕຳແໜ່ງສໍາຄັນທີ່ແຕກຕ່າງກັນ ເປັນຕົ້ນແມ່ນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ເລຂາທີ 1 ສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ... ແລະ ນັບແຕ່ປີ 1983 ມາຮອດປັດຈຸບັນ, ທ່ານດຳລົງຕຳແໜ່ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ໂດຍໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນວຽກງານພົວພັນຕ່າງປະເທດປະຊາຊົນ.  ທ່ານ ຫວູເວືອງຫວຽດ ອະດີດຫົວໜ້າກົມ ກ່ຽວກັບ ກໍາປູເຈຍ ຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານຜູ້ປະຈໍາການ ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໃຫ້ຮູ້ວ່າ ຍ້ອນມີອິດທິພົນ ແລະ ຄວາມຄ່ອງແຄ້ວອ່ອນໄຫວຂອງປະທານ ຫວູມ້າວ ສະນັ້ນວຽກງານຕ່າງໆຂອງ ສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ຍາມໃດກໍຄຶກຄື້ນ, ຫຼາກຫຼາຍສີສັນ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ.

        “ທ່ານ ຫວູມ້າວ ມີການພົວພັນຢ່າງສະໜິດສະໜົມ ແລະ ໃກ້ຊິດກັບ ກະສັດທັງສອງອົງຂອງກໍາປູເຈຍ ນັ້ນຄື ກະສັດ Norodom Sihanouk ແລະ ກະສັດ Norodom Sihamoni. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍາປູເຈຍ Samdech Techo Hun Sen, ທ່ານປະທານສະພາແຫ່ງຊາດ Samdech Heng Samrin ແລະ ທ່ານນາງ Men Man Sam An ຮອງນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ກໍາປູເຈຍ - ຫວຽດນາມ ກໍຮັກແພງທ່ານທີ່ສຸດ. ອາດເວົ້າໄດ້ວ່າ ສາຍພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ໂຊກດີຫຼາຍ ເມື່ອມີທ່ານ ຫວູມ້າວ ແມ່ນຂົວຕໍ່”.

        ໃນຖານະເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ແລະ ທ່ານເອງກໍແມ່ນຜູ້ທີ່ສະຫງວນອາລົມຈິດຢ່າງເລິກເຊິ່ງຕໍ່ປະເທດກໍາປູເຈຍ, ແຕ່ລະແຜນນະໂຍບາຍ ແລະ ການກະທໍາຂອງທ່ານ ຫວູມ້າວ ລ້ວນແຕ່ສ້າງຄວາມປະທັບໃຈຕໍ່ການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ. ພົ້ນເດັ່ນແມ່ນ ຂໍ້ລິເລີ່ມສະເໜີໃຫ້ຈັດຕັ້ງການພົບປະມິດຕະພາບປະຊາຊົນ ລະຫວ່າງຫວຽດນາມ - ກໍາປູເຈຍ 4 ປີ ເທື່ອໜຶ່ງ, ມາຮອດປັດຈຸບັນ ກໍໄດ້ຈັດມາເປັນ 4 ເທື່ອແລ້ວ ແລະ ລ້ວນແຕ່ປະສົບຜົນສໍາເລັດຢ່າງຈົບງາມ ຫຼື ຂໍ້ລິເລີ່ມສ້າງຕັ້ງ ສະໂມສອນວິສາຫະກິດ ຫວຽດນາມ - ກໍາປູເຈຍ. ທ່ານກໍແມ່ນຜູ້ຂຽນບົດເພງ “huy hoàng Angkor” ແປວ່າ “ອັງກໍ ສະຫງ່າລາສີ” ແລະເປັນກຽດໄດ້ຂັບຮ້ອງໃຫ້ກະສັດ ກໍາປູເຈຍ Norodom Sihanouk ຮັບຟັງເປັນ 2 ຄັ້ງຕາມຄໍາຂໍຂອງເພິ່ນ ໃນເຫດການພົບປະແລກປ່ຽນສັນຖະວະໄມຕີລະຫວ່າງສອງປະເທດ. ພິເສດ, ປີ 2012, ທ່ານໄດ້ປຸກລະດົມໂຄງການ “ເພີ່ມພູນຄູນສ້າງ ໄມຕີຈິດມິດຕະພາບ” ໃຫ້ການຊ່ວຍເຫຼືອ ນັກສຶກສາ  ກໍາປູເຈຍ  ທີ່ພວມຮໍ່າຮຽນຢູ່ຫວຽດນາມ ແລະ ໄດ້ຮັບການຕີລາຄາສູງຈາກທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບຄວາມໝາຍ, ຍຸດທະສາດ ກໍຄືປະສິດທິຜົນຂອງໂຄງການ ແລະ ທ່ານເລຂາທິການໃຫຍ່ກໍຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍໂຄງການນີ້ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ. ຂໍ້ລິເລີ່ມດັ່ງກ່າວ ກໍໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຈາກກະສັດ ກໍາປູເຈຍ Norodom Sihamoni ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen. ທ່ານ ຫວູເວືອງຫວຽດ, ຮອງປະທານຜູ້ປະຈໍາການສະມາຄົມ ມິດຕະພາບ ຫວຽດນາມ - ກໍາປູເຈຍ ໃຫ້ຮູ້ວ່າ:

        ມີພໍ່ລ້ຽງແມ່ລ້ຽງຫວຽດນາມ ຫຼາຍລຸ້ນຄົນເປັນອະດີດທະຫານອາສາສະໝັກ, ອະດີດນັກຊ່ຽວຊານ ທີ່ເຄີຍຊ່ວຍເຫຼືອປະຊາຊົນ ກໍາປູເຈຍ ໃນສະໄໝ Pol Pot. ດັ່ງນັ້ນ, ນອກຈາກມີຄວາມໝາຍຊ່ວຍເຫຼືອທາງດ້ານວັດຖຸແລ້ວ, ໂຄງການດັ່ງກ່າວຍັງມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ ເມື່ອປະກອບສ່ວນເຂົ້າໃນການສຶກສາກ່ຽວກັບມູນເຊື້ອໄມຕີຈິດມິດຕະພາບ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງຊາດ ໃຫ້ຄົນລຸ້ນໜຸ່ມ ກໍາປູເຈຍ ໃນປັດຈຸບັນ. ນັກສຶກສາ ກໍາປູເຈຍ ຫຼາຍຄົນ ພາຍຫຼັງໄດ້ຟັງບັນດາເລື່ອງລາວທີ່ຕື້ນຕັນໃຈໃນສະໄໝສົງຄາມແລ້ວ ກໍມີຄວາມເຂົ້າໃຈຕື່ມສ່ວນໃດສ່ວນໜຶ່ງ ແລະ ນັບຖືການຊ່ວຍເຫຼືອ, ກາເສຍສະຫຼະອັນໃຫຍ່ຫຼວງຂອງທະຫານ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ ກໍາປູເຈຍ, ຄືດັ່ງຄໍາເວົ້າຂອງທ່ານນາຍົກລັດຖະມົນຕີ Samdech Techo Hun Sen ເຄີຍກ່າວໄວ້ວ່າຖ້າຫາກບໍ່ມີທະຫານອາສາສະໝັກຫວຽດນາມ, ຈະບໍ່ມີປະເທດ ກໍາປູເຈຍ ຄືໃນທຸກວັນນີ້”.

        ໃນຕະຫຼອດ 4 ທົດສະວັດສວມບົດບາດເປັນຂົວຕໍ່ໝັ້ນຄົງຂອງໄມຕີຈິດມິດຕະພາບ ຫວຽດນາມ - ກໍາປູເຈຍ, ອາດເວົ້າໄດ້ວ່າ ບໍ່ມີຜູ້ໃດມີຄວາມສຸດຈິດສຸດໃຈຕໍ່ນັກສຶກສາ ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ຫວຽດນາມ ຄືທ່ານ ຫວູມ້າວ. ມາຮອດປັດຈຸບັນ, ນັກສຶກສາ ກໍາປູເຈຍ ຍັງເລົ່າຂານກັນມາກ່ຽວກັບເລື່ອງທີ່ໃກ້ຈະຮອດ 10 ໂມງຕອນກາງຄືນແລ້ວ ແຕ່ທ່ານປະທານ ຫວູມ້າວ ຍັງຮັບຟັງ, ແລກປ່ຽນກ່ຽວກັບບັນດາຂໍ້ສະເໜີຂອງນັກສຶກສາ, ໂດຍສະເພາະແມ່ນເລື່ອງ ກະຊວງສາທາລະນະສຸກ ກໍາປູເຈຍ ວາງຂໍ້ກໍານົດວ່າ: “ພາຍຫຼັງຈົບການສຶກສາຂະແໜງການແພດການຢາ ຢູ່ຫວຽດນາມແລ້ວ, ເມື່ອກັບມາ ກໍາປູເຈຍ ນັກສຶກສາ ກໍາປູເຈຍ ຕ້ອງຝຶກງານຕື່ມອີກ 2 ປີ”. ຫຼັງຈາກນັ້ນ, ທ່ານໄດ້ປະເມີນຜົນດ້ວຍຕົນເອງ ແລະ ເຮັດວຽກກັບບັນດາອົງການກ່ຽວຂ້ອງຂອງທັງຝ່າຍຫວຽດນາມ ແລະ ກໍາປູເຈຍ, ໃນທີ່ສຸດ ກະຊວງສາທາລະນະສຸກ ກໍາປູເຈຍ ກໍລົບລ້າງຂໍ້ກໍານົດດັ່ງກ່າວ. ຫຼືວ່າ ເມື່ອທ່ານໄດ້ຮັບຂ່າວກ່ຽວກັບຄວາມຮ້ອນເອົ້າຂອງນັກສຶກສາ ກໍາປູເຈຍ ຢູ່ມະຫາວິທະຍາໄລການຢາ ຖ໋າຍບິ່ງ ໃນລະດູຮ້ອນ, ທ່ານໄດ້ລົງຂົນຂວາຍວິສາຫະກິດແຫ່ງໜຶ່ງ ອຸປະຖຳໃຫ້ 10.000 USD ເພື່ອປະກອບພັດລົມໃຫ້ແກ່ບັນດາຫ້ອງພັກຂອງນັກສຶກສາກຳປູເຈຍ ແລະ ລາວ ຢ່າງຄົບຖ້ວນ. ດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງໃນວຽກງານພົວພັນຕ່າງປະເທດປະຊາຊົນເວົ້າລວມ ແລະ ການພົວພັນລະຫວ່າງຫວຽດນາມ ກັບ ກຳປູເຈຍ ເວົ້າສະເພາະ, ນອກຈາກໄດ້ຮັບຫຼຽນໄຊອັນສູງສົ່ງໂດຍພັກ, ລັດຫວຽດນາມ ມອບໃຫ້ແລ້ວ, ທ່ານ ຫວູມ້າວ ຍັງໄດ້ເປັນກຽດໄດ້ຮັບຫຼຽນໄຊ ກຽດຕິຄຸນ ຊັ້ນໜຶ່ງ ແລະ ຫຼຽນໄຊນາພົນທະຫານຊັ້ນສູງສຸດ ຂອງລາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຫຼຽນໄຊຕ່າງໆຂອງປະເທດອື່ນໆອີກດ້ວຍ.

        ໃນສານສະແດງຄວາມເສົ້າສະຫຼົດໃຈ ຝາກເຖິງການນຳປະຈຳສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ຂຽນວ່າ: “ພວກຂ້າພະເຈົ້າຕີລາຄາສູງຕໍ່ບັນດາການອຸທິດສ່ວນ ແລະ ຜົນງານຂອງ ທ່ານ ຫວູມ້າວ ທີ່ນຳມາໃຫ້ຫວຽດນາມ, ພິເສດແມ່ນບັນດາຄວາມມານະພະຍາຍາມຂອງ ທ່ານ ເພື່ອແນໃສ່ພັດທະນາໄມຕີຈິດມິດຕະພາບລະຫວ່າງ ກຳປູເຈຍ ແລະ ຫວຽດນາມ. ພວກຂ້າພະເຈົ້າ ຈະຈົດຈຳຮູບພາບຂອງທ່ານ ຫວູມ້າວ ແມ່ນຜູ້ໜຶ່ງທີ່ບໍ່ພຽງແຕ່ເມດຕາປານີ, ມີຄວາມສະໜິດສະໜົມ ເທົ່ານັ້ນ ຫາກຍັງມີອາລົມຈິດອັນຈິງໃຈ ແລະ ເຫັນອົກເຫັນໃຈປະຊາຊົນ ກຳປູເຈຍ ອີກດ້ວຍ”. ເຖິງວ່າ ທ່ານຈະຈາກໄປແລ້ວກໍຕາມ, ແຕ່ໄມຕີຈິດມິດຕະພາບ” ລະຫວ່າງ ຫວຽດນາມ - ກຳປູເຈຍ ເຊິ່ງທ່ານໄດ້ເພີ່ມພູນຄູນສ້າງມາໃນເກືອບ 4 ທົດສະວັດຜ່ານມານັ້ນ ໄດ້ ແລະ ຈະສືບຕໍ່ເຕີບໃຫຍ່ ແລະ ເກີດດອກອອກຜົນຕໍ່ໆໄປ./.

       

ຕອບກັບ

ຂ່າວ/ບົດ​ອື່ນ